Go Back Go Back
Go Back Go Back
Go Back Go Back

ກອງປະຊຸມປະຈຳປີວ່າດ້ວຍການຄົ້ນຄວ້າວິທະຍາສາດກ່ຽວກັບໄວໜຸ່ມ ຄັ້ງທີ 9

ກອງປະຊຸມປະຈຳປີວ່າດ້ວຍການຄົ້ນຄວ້າວິທະຍາສາດກ່ຽວກັບໄວໜຸ່ມ ຄັ້ງທີ 9

Press Release

ກອງປະຊຸມປະຈຳປີວ່າດ້ວຍການຄົ້ນຄວ້າວິທະຍາສາດກ່ຽວກັບໄວໜຸ່ມ ຄັ້ງທີ 9

calendar_today 23 October 2024

ARD
ກອງປະຊຸມປະຈຳປີວ່າດ້ວຍການຄົ້ນຄວ້າວິທະຍາສາດກ່ຽວກັບໄວໜຸ່ມ ຄັ້ງທີ 9

ສປປ ລາວ ເປັນເຈົ້າພາບກອງປະຊຸມປະຈຳປີວ່າດ້ວຍການຄົ້ນຄວ້າວິທະຍາສາດກ່ຽວກັບໄວໜຸ່ມ ຄັ້ງທີ 9 ພາຍໃຕ້ຫົວຂໍ້:

ເສັ້ນທາງດິຈີຕໍທີ່ກ່ຽວພັນກັບຄວາມບໍ່ສະເໜີພາບຍິງຊາຍ, ສິດທິ, ເພດສຳພັນ ແລະ ສຸຂະພາບຈະເລີນພັນໃນໄວໜຸ່ມ”

ວັນທີ 23 ຕຸລາ 2024, ນະຄອນຫຼວງວຽງຈັນ, ສປປ ລາວ – ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ(ສສກ), ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມປະຈຳປີ ຄັ້ງທີ 9 ວ່າດ້ວຍການຄົ້ນຄວ້າວິທະຍາສາດ ກ່ຽວກັບໄວໜຸ່ມ (ARD), ທີ່ນະຄອນຫຼວງວຽງຈັນ ໂດຍເນັ້ນໜັກໃສ່ຫົວຂໍ້: “ເສັ້ນທາງດິຈີຕໍທີ່ກ່ຽວພັນກັບຄວາມບໍ່ສະເໜີພາບຍິງຊາຍ, ສິດທິ, ເພດສຳພັນ ແລະ ສຸຂະພາບຈະເລີນພັນໃນໄວໜຸ່ມ”.

ກອງປະຊຸມປຶກສາຫາລືນີ້ ໄດ້ຍົກໃຫ້ເຫັນຜົນຂອງການຄົນຄວ້າທີ່ຜ່ານມາກ່ຽວກັບສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ, ໂດຍເນັ້ນໜັກໃສ່ຄວາມຈຳເປັນຂອງການວິເຄາະທີ່ທັນເວລາ ເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ໄວໜຸ່ມຍິງທີ່ກໍາລັງປະເຊີນ. ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນທຸກໆປີ ແລະ ໄດ້ເລີ່ມຈັດຂຶ້ນແຕ່ປີ 2016 ພາຍໃຕ້ ລະບົບນິເວດນາງນ້ອຍ (Noi Ecosystem Approach) ເຊິ່ງໄດ້ກາຍເປັນເວທີອັນສໍາຄັນໃຫ້ແກ່ນັກຄົ້ນຄວ້າ, ຜູ້ວາງນະໂຍບາຍ ແລະ ຄູ່ຮ່ວມພັດທະນາ ເພື່ອແລກປ່ຽນຄວາມເຂົ້າໃຈ ແລະ ຊຸກຍູ້ການໂຄສະນາສົ່ງເສີມ ໂດຍອີງໃສ່ຫຼັກຖານ, ນະໂຍບາຍ ແລະ ການຊ່ວຍເຫຼືອ ສໍາລັບໄວໜຸ່ມ ອາຍຸ 10-19 ປີ.

ARD

 

ທ່ານ ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ໄດ້ໂອ້ລົມຕໍ່ບັນດານັກຄົ້ນຄ້ວາລະດັບຊາດ ແລະ ສາກົນ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງຂໍ້ມູນ ແລະ ການຄົ້ນຄວ້າເພື່ອເຂົ້າໃຈຄວາມຕ້ອງການຂອງໄວໜຸ່ມ. ທ່ານລັດຖະມົນຕີໄດ້ຝາກຂໍ້ຄວາມ​ວ່າ:

ສປປ ລາວ ​ໄດ້​ຍຶດໝັ້ນສັນຍາຕໍ່​​ຫຼັກການທີ່​ລະບຸ​ໃນ​ກອງ​ປະຊຸມ​ໃຫຍ່ສາກົນວ່າດ້ວຍ​​ປະຊາກອນ ​ແລະ ການ​ພັດທະນາ (ICPD). ເພື່ອໃຫ້ບັນລຸຕາມຄໍາໝັ້ນສັນຍາເຫຼົ່ານີ້, ພວກເຮົາຕ້ອງສ່ອງແສງໃຫ້ເຫັນເຖິງສິ່ງທ້າທາຍທີ່ເຍົາວະຊົນ ແລະ ໄວໜຸ່ມພວມປະເຊີນ ພ້ອມທັງຕີ​ລາຄາ​ຄວາມ​ຄືບ​ໜ້າຂອງພວກເຮົາ​ຢ່າງ​ເປັນ​ປະຈຳ. ການປະຕິບັດດັ່ງກ່າວນີ້ຈະຮັບປະກັນວ່າ ນະໂຍບາຍ ແລະ ແຜນງານຂອງພວກເຮົາ ຖືກຂັບເຄື່ອນໂດຍອີງໃສ່ຫຼັກຖານ, ເຊິ່ງຊ່ວຍໃຫ້ພວກເຮົາຊຸກຍູ້ສົ່ງເສີມການພັດທະນາໄວໜຸ່ມ ແລະ ເສີມຂະຫຍາຍການລົງທຶນໃສ່ດ້ານ​​​ແຫຼ່ງທຶນ​ມະນຸດ. ການຄົ້ນຄວ້າແມ່ນຫົວໃຈສຳຄັນ ຕໍ່ການເລັ່ງລັດຈັດຕັ້ງປະຕິບັດ ບັນດາວຽກງານບຸລິມະສິດແຫ່ງຊາດ ໃນດ້ານສາທາລະນະສຸກ, ການສຶກສາ, ການຈ້າງງານ, ການສ້າງຄວາມເຂັ້ມແຂງ, ສິດທິ ແລະ ເພື່ອບັນລຸ ICPD25 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).”

 

ARD

 

ໃນເວທີການສົນທະນາປີນີ້, ພວກເຮົາໄດ້ເວົ້າເຖິງການແກ້ໄຂບັນຫາດ້ານສຸຂະພາບໄວໜຸ່ມຜ່ານທາງດິຈິຕອນ, ສຸມໃສ່ສິດທິທາງເພດ ແລະ ການຈະເລີນພັນ, ສຸຂະພາບຈິດ, ໂພຊະນາການ ແລະ ການປົກປ້ອງຈາກການປະຕິບັດທີ່ເປັນອັນຕະລາຍ. ການສົນທະນາໄດ້ເນັ້ນໃຫ້ເຫັນເຖິງ ແນວທາງໃນການເສີມຂະຫຍາຍຄວາມຮູ້ດ້ານສຸຂະພາບ ແລະ ການຕອບໂຕ້ຕໍ່ການປ່ຽນແປງດິນຟ້າອາກາດ ໂດຍຜ່ານເຄື່ອງມືດິຈິຕອນ ເພື່ອປູທາງໃຫ້ແກ່ຊາວໜຸ່ມທີ່ມີຄວາມເຂັ້ມແຂງ.

ພ້ອມກັນນັ້ນ, ເວທີສົນທະນາ​​ ແມ່ນ​​ແນ​ໃສ່ການ​ສ້າງ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ພູມ​ສັນຖານ​ຂອງ​ໄວ​ໜຸ່ມ​ໃນ​ປະຈຸ​ບັນ, ​ໂດຍ​ສຸມ​ໃສ່​ບັນຫາ​ສຳຄັນ​ເຊັ່ນ: ການ​ຖືພາ​ໃນ​ໄວໜຸ່ມ​, ການ​ແຕ່ງງານໃນໄວເດັກ, ການແຕ່ງງານກ່ອນ​ໄວ ​ແລະ ການ​ຖືກ​ບັງຄັບແຕ່ງງານ, ການ​ນໍາໃຊ້ວິທີຄຸມ​ກຳ​ເນີ​ດ, ການ​ຊ່ວຍ​ເຫຼືອ​ດ້ານ​ສຸຂະພາບ​ຈິດ, ໂພຊະນາ​ການ, ຄວາມ​ບໍ່​ເທົ່າ​ທຽມ​ທາງ​ເພດ. ຜູ້ເຂົ້າຮ່ວມ ໄດ້ມີການສຶກສາຂໍ້ມູນທີ່ມີຢູ່ແລ້ວ ພ້ອມທັງຄົ້ນຄວ້າກ່ຽວກັບຄວາມຮູ້ດ້ານສຸຂະພາບຂອງໄວໜຸ່ມ, ເພື່ອກໍານົດຊ່ອງຫວ່າງ ສໍາລັບການຄົ້ນຄວ້າໃນອະນາຄົດ ກ່ຽວກັບຫົວຂໍ້ທີ່ສໍາຄັນເຫຼົ່ານີ້. ການນໍາສະເໜີ ແລະ ການສົນທະນາຕະຫຼອດໜຶ່ງມື້ ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈກະຈ່າງແຈ້ງ ຕໍ່ກັບສິ່ງທ້າທາຍທີ່ໄວໜຸ່ມປະເຊີນ, ໂດຍສະເພາະໃນສະພາບຫຼັງການລະບາດຂອງພະຍາດ COVID-19, ພ້ອມທັງເປັນເວທີນໍາສະເໜີ ແຜນຜັງສໍາລັບການແກ້ໄຂບັນຫາເຫຼົ່ານີ້.

ທ່ານ ດຣ ຄຳແພງ ພົງລືຊາ, ຜູ້ອໍານວຍການ ສສກ ໄດ້ສະແດງຄວາມຂອບໃຈ, ໂດຍກ່າວວ່າ:

ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍ ທີ່ໄດ້ເປັນສັກຂີພະຍານຕໍ່ຄວາມມຸ່ງໝັ້ນອັນບໍ່ຢຸດຢັ້ງຂອງນັກຄົ້ນຄວ້າຈາກທັງພາຍໃນ ແລະ ພາຍນອກພາກພື້ນ ໃນໄລຍະ 9 ປີຜ່ານມາ. ວັນການຄົ້ນຄວ້າວິທະຍາສາດ ກ່ຽວກັບໄວໜຸ່ມ ເປັນເວທີສົ່ງເສີມການຮ່ວມມືລະຫວ່າງນັກຄົ້ນຄວ້າ ແລະ  ຜູ້ວາງນະໂຍບາຍ, ອໍານວຍຄວາມສະດວກໃຫ້ແກ່ການສົນທະນາ ກ່ຽວກັບອົງປະກອບຫຼັກ ທີ່ຊຸກຍູ້ກາປັນຜົນທາງດ້ານປະຊາກອນ ແລະ ການພັດທະນາເສດຖະກິດສັງຄົມ. ໃນຂະນະ​ທີ່​ພວກ​ເຮົາ​ພວມກ້າວ​ໄປຂ້າງ​ໜ້າ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ຂອງ​ພວກ​ເຮົາ​ ໃນການປົກປ້ອງ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດທິ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການສຶກສາ ແລະ ການຈ້າງງານຂອງໄວໜຸ່ມ, ເພື່ອນຳພາພວກເຮົາໄປສູ່ອະນາຄົດທີ່ຈະເລີນຮຸ່ງເຮືອງຂອງ ສປປ ລາວ ກໍຄື ຂົງເຂດອາຊີ ແລະ ປາຊີຟິກ.

ARD

ທ່ານ ດຣ ບາກຕີຢໍ ຄາດິຣບ, ຜູ້ຕາງຫນ້າຂອງອົງການ UNFPA ໄດ້ປະກອບຄໍາຄິດຄໍາເຫັນ ຕໍ່ນັກຄົ້ນຄວ້າໄວໜຸ່ມ ເຊິ່ງໄດ້ໃຫ້ຂໍ້ຄວາມເນັ້ນໜັກວ່າ:

ໃນວັນການຄົ້ນຄວ້າວິທະຍາສາດ ກ່ຽວກັບໄວໜຸ່ມໃນ ສປປ ລາວ ມື້ນີ້ ແມ່ນສູນລວມດ້ານຫຼັກຖານ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ. ຍ້ອນວ່າປະເທດລາວ ມີຄວາມມຸ່ງໝັ້ນຕໍ່ການຫັນເປັນດິຈິຕອ, ພວກເຮົາເຊື່ອວ່າກອງປະຊຸມທີ່ນຳພາໂດຍໄວໜຸ່ມ ແລະ ການພິຈາລະນາກ່ຽວກັບເສັ້ນທາງດິຈິຕອນ ຕໍ່ກັບຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິ ຈະຊ່ວຍໃຫ້ເກີດມີແນວຄວາມຄິດ ແລະ ຂໍ້ສະເໜີແນະ ເພື່ອປິດຊ່ອງວ່າການແບ່ງແຍກດ້ານເພດທາງດິຈິຕອລ, ຮັບປະກັນການມີສ່ວນຮ່ວມດ້ານດິຈິຕອນ, ແລະ ສະໜັບສະໜູນຄວາມຮູ້ ແລະ ທັກສະທາງດ້ານດິຈິຕອລ ເພື່ອເປັນການເປີດໂອກາດໃໝ່ ແລະ ສ້າງພື້ນທີ່ອອນໄລນ໌ ທີ່ໝັ້ນຄົງ ແລະ ປອດໄພ.

ARD