You are here

     Me, My Body, My Planet, My Future Campaign

ການແຂ່ງຂັນນະວັດຕະກຳໃຫມ່ຂອງໄວໜຸ່ມລາວ 2022

ປະກາດຮັບສະຫມັກ

ອົງການສະຫາປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA), ຮ່ວມມືກັບຄະນະສຶກສາສາດ,ມະຫາວິທະຍາໄລແຫ່ງຊາດ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ Global Shapers Vientiane Hub ກຳລັງເປີດຮັບສະຫມັກກຸ່ມໄວໜຸ່ມທີ່ມີຫົວຄິດປະດິດສ້າງຈາກທົ່ວປະເທດລາວ ເພື່ອເຂົ້າຮ່ວມກິດຈະກຳ ການແຂ່ງຂັນນະວັດຕະກຳໃຫມ່ຂອງໄວໜຸ່ມລາວ 2022’’ ດ້ວຍການສົ່ງແບບແນວຄວາມຄິດນະວັດຕະກຳທີ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ເປັນໂຄງການທີ່ຊ່ວຍໃນການແກ້ໄຂບັນຫາໃນລະດັບວິຊາການ.

ກິດຈະກຳ ການແຂ່ງຂັນນະວັດຕະກຳໃຫມ່ຂອງໄວໜຸ່ມລາວ 2022’’ ຈະຖືກຈັດຂື້ນໃນຮູບແບບຂອງ hackathon ແລະ ເປັນຂໍ້ລິເລີ່ມທີ່ອອກແບບມາເພື່ອກໍານົດ ແລະ ສະໜັບສະໜູນແນວຄວາມຄິດນະວັດຕະກໍາຫຼືການແກ້ໄຂການປະຕິບັດແມ່ນມາຈາກໄວຫນຸ່ມ. ບຸກຄົນ ຫຼື ທີມທີ່ມີແນວຄວາມຄິດ ຫຼື ວິທີແກ້ໄຂປະດິດສ້າງອັນດັບຕົ້ນ 3 ຈະໄດ້ຮັບຣາງວັນທີມລະ 1,000 ໂດລາ ສຳລັບແນວຄວາມຄິດ ຫຼື ວິທີແກ້ໄຂທີ່ສ້າງສັນສູງສຸດ. ຈຳນວນເງິນລາງວັນຈະເບີກຈ່າຍເປັນເງິນກີບ.

ຂໍເຊີນຊວນທຸກທ່ານເຂົ້າຮ່ວມກິດຈະກຳ ການແຂ່ງຂັນນະວັດຕະກຳໃຫມ່ຂອງໄວໜຸ່ມລາວ 2022!

ຖ້າທ່ານເປັນໄວໜຸ່ມລະຫວ່າງ 18 ຫາ 35 ປີເປັນພົນລະເມືອງຂອງ ສປປ ລາວ ແລະ ອາໃສຢູ່ໃນ ສປປ ລາວ ແລະ ຖ້າຫາກທ່ານມີແນວຄວາມຄິດປະຕິບັດນະວັດຕະກໍາຫຼື ວິທີແກ້ໄຂດ້ານເຕັກໂນໂລຊີທີ່ເຄົາລົບ ທີ່ເຄົາລົບວັດທະນະທຳສິ່ງແວດລ້ອມ ແລະ ເພື່ອຊາວໜຸ່ມຫຼາກຫຼາຍ ຂໍເຊີນຊວນໃຫ້ສົ່ງໃບສະໝັກຂອງເຈົ້າເຂົ້າຮ່ວມກິດຈະກຳ ການແຂ່ງຂັນນະວັດຕະກຳໃຫມ່ຂອງໄວໜຸ່ມລາວ 2022  ເປັນບຸກຄົນ ຫຼື ເປັນທີມ.

 

ຂົງເຂດຫົວຂໍ້ຍື່ນສະຫມັກກັບແນວຄວາມຄິດ ແລະ ນະວັດຕະກຳ ວິທີແກ້ໄຂທີ່ຈະໄດ້ຮັບການ ຍອມຮັບຕ້ອງປະກອບມີ:

1.    ສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນສໍາລັບໄວລຸ່ນ ແລະ ໄວໜຸ່ມ ທີ່ເນັ້ນໃສ່ການແກ້ໄຂບັນຫາການຖືກພາກ່ອນໄວອັນຄວນ ແລະ ການຖືກພາທີ່ບໍ່ຕ້ອງການ,

2.    ສົ່ງເສີມສຸຂະພາບຈິດ ແລະ ການເປັນຢູ່ທີ່ດີຂອງໄວໜຸ່ມ ແລະ ໄວໜຸ່ມ,

3.    ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ລັກສະນະແນະນຳຂອງແນວຄິດ/ວິທີແກ້ໄຂເພື່ອຍື່ນສະໝັກການແຂ່ງຂັນນະວັດຕະກຳໃຫມ່ຂອງໄວໜຸ່ມລາວ 2022:

·         ແນວຄວາມຄິດ ແລະ ວິທີແກ້ໄຂຕ້ອງເປັນສິ່ງໃໝ່ ແລະ ນະວັດຕະກໍາສ້າງສັນ ແລະ ຄວນເປັນ ໂຄງການທີ່ຈັດຕັ້ງປະຕິບັດໄດ້ ຫຼື ການເເກ້ໄຂເທັກໂນໂລຢີ.

·         ແກ້ໄຂສິດທິຂອງໄວໜຸ່ມຊາຍ ແລະ ຍິງ ໃນການຕັດສິນໃຈກ່ຽວກັບຮ່າງ ກາຍຂອງ ເຂົາເຈົ້າ, ການເຂົ້າເຖິງການວາງແຜນຄອບຄົວ ແລະ ການດຳລົງຊີວິດທີ່ ປາສະຈາກ ຄວາມຮຸນແຮງ.

·         ການຜະສົມຜະສານເອົາສິດທິຂອງໄວໜຸ່ມ ແລະ ການປົກປ້ອງໂລກເປັນອົງປະ ກອບທີ່ສຳຄັນຂອງ ອະນາຄົດທີ່ພວກເຮົາຕ້ອງການ’’

·         ການແກ້ໄຂບັນຫາສົມຈິງ ທີ່ປະຕິບັດໄດ້ທັນທີ ແລະສາມາດຂະຫຍາຍໄດ້

·         ກວມເອົາໄວໜຸ່ມໃນທຸກຄວາມຫຼາກຫຼາຍ

·         ມີສວ່ນຮ່ວມຂອງຊຸມຊົນ (ຜູ້ມີສ່ວນຮ່ວມ ແລະ ຄອບຄົວ....)

·         ເຄົາລົບວັດທະນະທຳລາວ, ປະຊາກອນກຸ່ມເປົ້າໝາຍ ແລະ ສິ່ງແວດລ້ອມ

·         ມີຜົນງານສ້າງຜົນສໍາເລັດໃນຂົງເຂດກິດຈະກຳດັ່ງກ່າວ

ເງື່ອນໄຂຜູ້ເຮົ່າຮ່ວມແຂ່ງຂັນ:

1.   ເປັນທີມ ຫລື ບຸກຄົນ ທີ່ມາຈາກພາກໃດຫນຶ່ງຂອງ ສປປ ລາວ ທີ່ມີແນວຄິດ ຫລື ວິທີແກ້ບັນຫາເຊິງນະວັດຕະກຳ ໃນຫົວຂໍ້ທີ່ໄດ້ກຳນົດໄວ້ເບື້ອງຕົ້ນ ສາມາດເຂົ້າຮ່ວມກິດຈະກຳໂດຍ ປະກອບຟອມ(.......) ລະບຸຂໍ້ມູນສ່ວນຕົວ ແລະ ລາຍລະອຽດຂອງແນວຄວາມຄິດ/ການແກ້ໄຂ.

2.   ອາຍຸຂອງຜູ້ສະໝັກ ຫຼື ສະມາຊິກຂອງທີມຕ້ອງມີອາຍຸແຕ່ 18 ປີຂຶ້ນໄປ ແລະບໍ່ກາຍ 35 ປີ.

3.   ເປັນໄວໜຸ່ມທີ່ຖືສັນຊາດລາວ

4.   ໄວໜຸ່ງຍິງ ແລະ ໄວໜຸ່ມຈາກກຸ່ມຊົນເຜົ່າ, LGBTIQ ແລະ/ຫຼື ຄົນພິການກໍຊຸກຍູ້ໃຫ້ສະໝັກເຂົ້າຮ່ວມກິດຈະກຳນີ້.

ກຳນົດປິດຮັບສະຫມັກ: ໃນເວລາທ່ຽວຄືນ ຂອງວັນທີ 30 ພະຈິກ 2022, ເວລາຂອງ ສປປ ລາວ.

ສົ່ງຟອມສະຫມັກຂອງທ່ານຜ່ານລີ້ງນີ້: https://forms.gle/QgZHRWgy3G8EMy7t8

ຂັ້ນຕອນການຄັດເເລືອກ:

ຟອມສະຫມັກຈະຖືກປະເມີນໂດຍຄະນະກຳມະການ ໂດຍອີງໃສ່ເງື່ອນໄຂທີ່ກໍານົດໄວ້ (ຂົງເຂດຫົວຂໍ້, ນະວັດຕະກໍາ, ຄວາມເປັນໄປໄດ້, ຄວາມເຫມາະສົມທາງດ້ານວັດທະນະທໍາ, ຜົນກະທົບ ແລະ ການເຂົ້າເຖິງ, ຂະຫນາດ ແລະ ຄວາມຍືນຍົງ). ແລະ ລາຍຊື່ ບຸກຄົນ / ທີມງານທີ່ຖືກຄັດເລືອກຈະຖືກເຊື້ອເຊີນໃຫ້ເຂົ້າຮ່ວມໃນ hackathon ເພື່ອພັດທະນາ ເເລະ ນໍາສະເຫນີແນວຄວາມຄິດ / ນະວັດຕະກຳຂອງເຂົາເຈົ້າໄອເດີຍສາມອໍາດັບເເລກຈະຖືກຄັດເລືອກສໍາລັບລາງວັນໂດຍຄະນະກຳມະການ ໂດຍອີງໃສ່ເງື່ອນໄຂທີ່ໄດ້ລະບຸໄວ້ຂ້າງເທິງ ແລະ ການສະແດງ ແລະ ການນໍາສະເຫນີໃນ hackathon. ການຕັດສິນຄັດເລືອກໂດຍຄະນະກຳມະການຕັດສິນຈະເປັນຮອບສຸດທ້າຍ ແລະ ຈະໄດ້ຮັບການຍອມຮັບຈາກຄະນະຈັດຕັ້ງ ແລະ ຜູ້ສະໝັກທັງໝົດ.
________________________

 

“Me, My Body, My Planet, My Future Campaign”

Youth Innovation Challenge 2022

Announcement 

The United Nations Population Fund (UNFPA), Faculty of Education, National University of Laos (NUOL), Lao Youth Union (LYU) and  Global Shapers Vientiane Hub are calling for young innovators from Lao PDR to participate in Youth Innovation Challenge 2022 by  submitting innovative implementable ideas and technical solutions. 

The youth innovation challenge 2022 will be organized in the form of a hackathon and is an initiative designed to identify and promote the implementable innovative  ideas or solutions coming from young people. Individuals or teams with top 3 innovative ideas or solutions will be awarded with USD 1,000 each as prizes for top innovative ideas or solutions. The award amount will be disbursed in Lao Kip.

Join us for the youth innovation challenge 2022.

If you are a young person between the age of 18 and 35 years, a citizen of Lao PDR, living in Lao PDR and if you have a great innovative implementable idea or technology solution, that is respectful to the culture, environment and to youth in all their diversity, you are invited to submit your application for the Youth Innovation Challenge 2022 as an individual or as a team.  

Thematic areas for which applications with ideas or solutions will be accepted: 

  1. Promoting sexual and reproductive health of adolescents and young people with focus on addressing early and unwanted pregnancies,
  2. Promoting mental health and wellbeing of adolescents and young people
  3. Addressing climate change 

Suggested characteristics of the ideas/solution for submission in the youth innovation challenge 2022:

  • Ideas and solutions should be new and innovative and should be implementable ideas or technology solutions.
  • Addressing the rights of young men and women to decide for their bodies, to access family planning and to live free from violence. 
  • Combining youth rights and the protection of the planet as an important component of the “future we want”
  • Realistic ideas and solutions that can be implemented and are scalable 
  • Inclusive to youth in all their diversities
  • Involving communities (stakeholders, families…) 
  • Respectful to the Lao culture, target population and environment

Participation criteria: 

  1. A team or an individual from any part of Lao PDR who has an innovative idea or solution on the above mentioned themes can apply by filling the provided form with a detailed overview of the idea/solution.
  2. Age of applicant individuals or team members must be above 18 years and up to 35 years 
  3. Young people who are citizens of lao PDR
  4. Young females and young people from ethnic groups, LGBTIQ and/or with disabilities are strongly encouraged to apply

Deadline to apply: 30th November 2022 midnight Lao time

Submit your application at the following link: https://forms.gle/QgZHRWgy3G8EMy7t8

Selection process: 

The applications will be assessed by a panel of judges based on a set of criteria (thematic areas, innovation, implementability, feasibility, cultural appropriateness, impact and reach, scalability and sustainability) and the shortlisted individuals/teams will be invited to participate in a hackathon to further refine and present their ideas/solutions. The top 3 ideas will be selected for prizes by a panel of judges based on the above criteria and presentation in the hackathon. The selection decision by the panel of judges will be final and will be accepted by the organizers and all applicants.