You are here

ແຂວງຊຽງຂວາງ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ – “ຂ້ອຍລໍຖ້າຢ່າງໃຈຈົດໃຈຈໍ່ ໃຫ້ຮຽນຈົບ ແລະ ກາຍເປັນຜະດຸງຄັນຢ່າງເຕັມໂຕ. ຂ້ອຍມີໃຈຮັກໃນການຊ່ວຍເກີດລູກ ແລະ ຂ້ອຍຮັກເດັກນ້ອຍຫຼາຍໆ,” ກ່າວໂດຍ ນາງ ແອັດສະປາຍ ຄໍາສິງ, ນັກສຶກສາຜະດຸງຄັນອາຍຸ 20 ປີ.

ປີນີ້ເປັນປີຮຽນສຸດທ້າຍຂອງນາງ ແອັດສະປາຍ ທີ່ວິທະຍາໄລວິທະຍາສາດສຸຂະພາບ ແຂວງຊຽງຂວາງ, ເຊິ່ງໝາຍເຖິງ ນາງ ແອັດສະປາຍ ກໍໃກ້ຈະພ້ອມແລ້ວ ທີ່ຈະເປັນຜະດຸງຄັນມືອາຊີບ. ເມື່ອນາງຮຽນຈົບ, ການບໍລິການຜະດຸງຄັນຂອງນາງຈະເປັນທີ່ຕ້ອງການສູງ ເພາະການຄົ້ນຄວ້າທີ່ຜ່ານມາໄດ້ຊີ້ໃຫ້ເຫັນວ່າ ໃນ 6 ປີຂ້າງໜ້າ ໃນທົ່ວປະເທດລາວ ຈະມີຄວາມຕ້ອງການຜະດຸງຄັນເກືອບ 6,000 ຄົນ. ໃນປີ 2019 ມີຜະດຸງຄັນທັງໝົດພຽງແຕ່ 1,834 ຄົນ.

ທ່າອ່ຽງໃນທົ່ວໂລກກໍເຊັ່ນດຽວກັນ. ໃນທົ່ວໂລກພວມຂາດແຄນຜະດຸງຄັນ ແລະ ມີຄວາມຕ້ອງການຢ່າງຮີບດ່ວນ. ອົງການ UNFPA ເຊິ່ງເປັນອົງການສະຫະປະຊາຊາດທີ່ສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໄດ້ຄາດຄະເນວ່າ ໃນທົ່ວໂລກຂາດແຄນຜະດຸງຄັນເກືອບ 1 ລ້ານຄົນ ເຖິງແມ່ນວ່າຜະດຸງຄັນຈະມີບົດບາດສຳຄັນໃນການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຈຳເປັນ ແລະ ມີສັກກາຍະພາບທີ່ຈະຊ່ວຍຊີວິດຫຼາຍລ້ານຄົນກໍຕາມ.

ທ່ານ ດຣ. Natalia Kanem, ຜູ້ອຳນວຍການໃຫຍ່ຂອງອົງການ UNFPA ກ່າວວ່າ: "ຖ້າແມ່ຍິງຖືພາທຸກຄົນສາມາດເຂົ້າເຖິງຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມທີ່ດີ ພ້ອມທັງມີຄວາມເປັນຫ່ວງເປັນໃຍຕໍ່ຄົນເຈັບ, ພວກເຮົາຈະກ້າວໄປສູ່ໂລກ ທີ່ທຸກໆການເກີດລູກມີຄວາມປອດໄພ".

ສ້າງທາງເລືອກແບບມີຂໍ້ມູນ

ຜ່ານມາ ສປປ ລາວ ໄດ້ບັນລຸຄວາມຄືບໜ້າອັນສໍາຄັນ ໃນດ້ານການປົກປ້ອງຊີວິດຂອງຜູ້ເປັນແມ່ ໃນໄລຍະຖືພາ ແລະ ເກີດລູກ. ໃນລະຫວ່າງປີ 2000 ຫາ 2020, ອັດຕາການຕາຍຂອງແມ່ໃນລາວຫຼຸດລົງຫຼາຍກວ່າ 250%  ເຊິ່ງເປັນອັດຕາການຫຼຸດລົງທີ່ສູງທີ່ສຸດໃນໂລກ.

ແຕ່ສິ່ງທ້າທາຍຍັງຄົງມີຢູ່, ໂດຍສະເພາະແມ່ນປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດຊົນນະບົດ ທີ່ມັກຈະປະສົບຄວາມຫຍຸ້ງຍາກໃນການເຂົ້າເຖິງການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຈຳກັດ. ທີ່ແຂວງຊຽງຂວາງ ມີອັດຕາການແຕ່ງງານ ແລະ ການຖືພາກ່ອນໄວສູງ. ອີງຕາມຂໍ້ມູນໃນປີ 2017, 1 ໃນ 4 ຂອງແມ່ຍິງອາຍຸ 15 ຫາ 19 ປີ ໄດ້ແຕ່ງງານ ຫຼື ຢູ່ກິນຮ່ວມກັນແລ້ວ  ແລະ 1 ໃນ 5 ຂອງແມ່ຍິງໃນກຸ່ມອາຍຸດຽວກັນ ໄດ້ຖືພາລູກຄົນທໍາອິດ ຫຼື ໄດ້ເກີດລູກແລ້ວ.

ບັນຫາເຫຼົ່ານີ້ ມີຄວາມສ່ຽງຕໍ່ແມ່ຍິງ ແລະ ເດັກຍິງໃນລາວ, ໂດຍສະເພາະຄວາມສ່ຽງກ່ຽວກັບອາການສົນຈາກການຖືພາ ແລະ ການເກີດລູກ ເຊິ່ງແມ່ນໜຶ່ງໃນປັດໄຈຫຼັກຂອງການເສຍຊີວິດຂອງໄວໜຸ່ມຍິງໃນທົ່ວໂລກ.

ຢ່າງໃດກໍຕາມ ຜະດຸງຄັນສາມາດຊ່ວຍປ້ອງກັນການຕາຍເຫຼົ່ານີ້ ທີ່ທັງໜ້າເສົ້າ ແລະ ສາມາດປ້ອງກັນໄດ້. ຜະດຸງຄັນບໍ່ພຽງແຕ່ໃຫ້ບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຈໍາເປັນເທົ່ານັ້ນ, ແຕ່ຍັງໄດ້ຊ່ວຍເຫຼືອຄົນເຈັບຂອງພວກເຂົາໃນທຸກໆວັນ ໃນຊ່ວງລໍຖ້າເກີດລູກ ແລະ ໄລຍະເກີດລູກ, ໃນດ້ານການຕັດສິນໃຈວາງແຜນຄອບຄົວ ແລະ ການສະແຫວງຫາສິດທິ ແລະ ທາງເລືອກ. ຄໍາແນະນໍາ ແລະ ຂໍ້ມູນຂ່າວສານ ທີ່ສະໜອງໂດຍຜະດຸງຄັນ ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງໃຫ້ມີຊີວິດທີ່ຍືນຍາວ ແລະ ມີສຸຂະພາບດີ.

ນາງ ປານິນ ຈັນທະວົງ, ນັກສຶກສາປີທີ 2 ຂອງວິທະຍາໄລ ວິທະຍາສາດສຸຂະພາບ ຫຼັກສູດຜະດຸງຄັນ ກ່າວວ່າ: “ຂ້າພະເຈົ້າໄດ້ຮຽນຮູ້ວິທີການສົນທະນາກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນກັບ ເຍົາວະຊົນ, ໄວໜຸ່ມ, ແມ່ຍິງ ແລະ ຄູ່ຮັກ. "ດຽວນີ້ຂ້ອຍມີຄວາມໝັ້ນໃຈຫຼາຍຂຶ້ນໃນການຊ່ວຍເຫຼືອພວກເຂົາ ໃຫ້ສາມາດຕັດສິນໃຈເລືອກທາງເລືອກໄດ້ຢ່າງຊາບຂໍ້ມູນກ່ຽວກັບຮ່າງກາຍຂອງພວກເຂົາເອງ".


ນັກສຶກສາຜະດຸງຄັນ ນາງ ປານິນ ຈັນທະວົງ ໃຫ້ການຊ່ວຍເຫລືອຜູ້ທີ່ເປັນແມ່ຄັ້ງທໍາອິດໃນຊີວິດ ທີ່ໂຮງໝໍແຂວງຊຽງຂວາງ | © UNFPA ສປປ ລາວ/Fatima-Zahra Benyahia

ເລັ່ງລັດຄວາມຄືບຫນ້າ

ໃນແຕ່ລະປີ, ມີນັກສຶກສາປະມານ 200 ຄົນ ທີ່ຈົບການສຶກສາຈາກວິທະຍາໄລ ໃນ ສປປ ລາວ ສາຂາວິຊາ ຜະດຸງຄັນ ທັງ 3 ແຫ່ງ ທີ່ໄດ້ຮັບການຮັບຮອງຈາກສາກົນ - ເຊິ່ງ ສປປ ລາວ ເປັນປະເທດທໍາອິດທີ່ໄດ້ຮັບໃນພາກພື້ນອາຊີ-ປາຊີຟິກ, ເຊິ່ງຂະບວນການຮັບຮອງດັ່ງກ່າວສະໜັບສະໜູນໂດຍອົງການ UNFPA. 

"ການສ້າງຫຼັກສູດຊັ້ນສູງ ໃນປີ 2019 ໄດ້ເພີ່ມອີກມິຕິໜຶ່ງໃຫ້ແກ່ວຽກງານຜະດຸງຄັນ ກໍຄືຍົກລະດັບການຮຽນຮູ້ຂອງຜະດຸງຄັນ," ອາຈານສອນຜະດຸງຄັນ ອາຈານ ພຸດ ສີດາວົງ ກ່າວຕໍ່ອົງການ UNFPA. “ຫຼັງຈາກຮຽນຈົບ, ຜະດຸງຄັນບາງຄົນກໍເຂົ້າເຮັດວຽກກັບພາກລັດ; ບາງຄົນຢາກເຮັດວຽກຢູ່ໃນຄລີນິກເອກະຊົນ. ສໍາລັບພວກເຮົາ, ພວກເຮົາຄັດເລືອກນັກຮຽນຈາກຂົງເຂດທີ່ຫ່າງໄກສອກຫຼີກສະເຫມີ ເພື່ອໃຫ້ພວກເຂົາສາມາດກັບຄືນໄປຊຸມຊົນ ແລະ ຊ່ວຍເຫຼືອຊຸມຊົນຂອງພວກເຂົາ.”

ໃນຊຸມຊົນຂອງລາວທີ່ຢູ່ຫ່າງໄກສອກຫຼີກ ແລະ ເຂົ້າເຖິງຍາກ, ການຂາດແຄນຜູ້ໃຫ້ບໍລິການດ້ານສຸຂະພາບທີ່ໄດ້ຮັບການຝຶກອົບຮົມ ສົ່ງຜົນເສຍຫາຍໃຫ້ແກ່ການເຂົ້າເຖິງການວາງແຜນຄອບຄົວ ແລະ ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ເຊິ່ງເປັນອັນຕະລາຍຕໍ່ຊີວິດຂອງແມ່ຍິງ ແລະ ເດັກຍິງ. ຜະດຸງຄັນຄື ນາງ ແອັດສະປາຍ ຕັ້ງໜ້າທີ່ຈະແກ້ໄຂຊ່ອງຫວ່າງນີ້.

ນາງ ແອັດສະປາຍ ກ່າວວ່າ “ຂ້າພະເຈົ້າພູມໃຈທີ່ສາມາດຊ່ວຍເຫຼືອແມ່ຍິງໃນບ້ານຂອງຂ້າພະເຈົ້າເອງໄດ້”.

ປັດຈຸບັນ ນາງ ແອັດສະປາຍ ເປັນນັກສຶກສາຝຶກງານຢູ່ໂຮງໝໍແຂວງຊຽງຂວາງ, ເຊິ່ງເປັນສ່ວນໜຶ່ງຂອງຫຼັກສູດທີ່ວິທະຍາໄລວິທະຍາສາດສຸຂະພາບ,  ນາງ ປານິນ ກໍຍັງຝຶກງານທີ່ໂຮງໝໍແຂວງຊຽງຂວາງເຊັ່ນກັນ ແລະ ໄດ້ຊ່ວຍເກີດລູກ 3 ກໍລະນີແລ້ວ.

ນາງບອກ UNFPA ວ່າ "ປະຊາຊົນໃນທ້ອງຖິ່ນໄວ້ໃຈຜະດຸງຄັນ," ແລະ ຝາກໄວ້ຕື່ມວ່າ "ຂ້ອຍຮັກວຽກຜະດຸງຄັນ.

***************

ເຜີຍແຜ່ຊໍ້າຄືນຈາກ: UNFPA HQ website