You are here

ວັນທີ 5 ພຶດສະພາ 2022, ນະຄອນຫຼວງວຽງຈັນ - ມື້ນີ້ ສະມາຄົມຜະດຸງຄັນລາວ ຮ່ວມກັບອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ໄດ້ຈັດພິທີສະເຫຼີມສະຫຼອງວັນຜະດຸງຄັນສາກົນ ດ້ວຍຫົວຂໍ້: 100 ປີແຫ່ງຄວາມຄືບຫນ້າ. ເຫດການນີ້ໄດ້ຍົກໃຫ້ເຫັນຄວາມຄືບໜ້າຂອງການຜະດຸງຄັນໃນ ສປປ ລາວ ໃນໄລຍະ 20 ປີຜ່ານມາ ແລະ ໄດ້ເປີດຕົວ ສະມາຄົມຜະດຸງຄັນລາວ

 

ທ່ານ ນາງ ແສງມະນີ ຄຳບຸນເຮືອງ ປະທານສະມາຄົມຜະດຸງຄັນ ໄດ້ໃຫ້ກຽດເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວ. ທ່ານໄດ້ກ່າວວ່າ "ວັນຜະດຸງຄັນສາກົນ ໄດ້ຖືກຈັດຂຶ້ນທຸກໆປີໃນທົ່ວໂລກ, ລວມທັງໃນ ສປປ ລາວ, ເພື່ອປູກຈິດສໍານຶກ ກ່ຽວກັບຄວາມສໍາຄັນຂອງຜະດຸງຄັນ, ຮັບຮູ້ເຖິງບົດບາດສໍາຄັນຂອງຜະດຸງຄັນ ໃນການຫຼຸດຜ່ອນອັດຕາການຕາຍຂອງແມ່. ອັດຕາການຕາຍຂອງແມ່ໃນລາວແມ່ນຍັງສູງຢູ່ເມື່ອທຽບກັບປະເທດອື່ນໆ. ຜະດຸງຄັນໃຫ້ການດູແລແມ່ຍິງໃນລະຫວ່າງການຖືພາ, ການເກີດລູກ, ແລະ ຫຼັງເກີດເພື່ອຮັບປະກັນວ່າທັງແມ່ ແລະ ເດັກແມ່ນມີຄວາມປອດໄພ. ມື້ນີ້ຂ້າພະເຈົ້າຍິນດີ ທີ່ໄດ້ຕ້ອນຮັບບັນດາທ່ານທັງໝົດເພື່ອຍົກໃຫ້ເຫັນຄວາມຄືບໜ້າດ້ານການຜະດຸງຄັນ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງ UNFPA ແລະ ບັນດາຄູ່ຮ່ວມງານທີ່ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ດ້ານການເງິນໃນວຽກງານຜະດຸງຄັນໃນ ສປປ ລາວ

ພາບທີ 2: ທ່ານ ນາງ ແສງມະນີ ຄຳບຸນເຮືອງ ປະທານ ສະມາຄົມຜະດຸງຄັນລາວ  ນຳສະເໜີຄວາມຄືບໜ້າຂອງແຜນງານການຜະດຸງຄັນໃນ ສປປ ລາວ.

 

ໃນການກ່າວຄຳເຫັນເປີດກອງປະຊຸມ, ທ່ານ ນາງ ອາພອນ ວິາເທບ, ຄະນະສະມາຊິກພັກ ຫ້ອງການປະກັນສຸຂະພາບແຫ່ງຊາດ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ອັດຕາການຕາຍຂອງແມ່ໃນ ສປປ ລາວ ໄດ້ຫຼຸດລົງ ເຖິງແມ່ນວ່າ ຍັງຢູ່ໃນລະດັບສູງຢູ່ໃນພາກພື້ນອາຊຽນ, ແລະ ສິ່ງທ້າທາຍຕ່າງໆຍັງຄົງຢູ່. ການຕາຍຂອງແມ່າຍເຖິງການສູນເສຍ ອັນໃຫຍ່ຫຼວງໃນສັງຄົມໃດກໍ່ຕາມ, ທັງຍັງເປັນສັນຍານຂອງການຂາດຄວາມສາມາດຂອງສັງຄົມໃນການປົກປ້ອງແມ່ຍິງຖືພາ. ແຕ່ການຕາຍຂອງແມ່ແມ່ນສາມາດປ້ອງກັນໄດ້, ແລະ ພວກເຮົາສາມາດແກ້ໄຂມັນໄດ້ໂດຍການເສີມສ້າງຄວາມເຂັ້ມແຂງ ໃນການເບິ່ງແຍງແມ່ ແລະ ການມີສ່ວນຮ່ວມຂອງຊຸມຊົນເພື່ອຮັບປະກັນການເປັນແມ່ທີ່ປອດໄພ. ນອກຈາກນັ້ນ, ການລົງທຶນ ໃນຜະດຸງຄັນແມ່ນຄຸ້ມຄ່າ ແລະ ມີຄວາມສຳຄັນຕໍ່ການບັນລຸເປົ້າໝາຍ SDGs.

 

ນັບຕັ້ງແຕ່ປີ 1990 ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງຫຼວງຫຼາຍໃນອັດຕາສ່ວນການຕາຍຂອງແມ່ (MMR), ເຖິງ 185 ກໍລະນີແມ່ຕາຍຕໍ່ 100,000 ການເກີດມີຊີວິດ ໃນປີ 2017 (ການຄາດຄະເນຂອງອົງການສະຫະປະຊາຊາດ). ຂໍ້ມູນຈາກການສໍາຫຼວດຕົວຊີ້ວັດດ້ານສະຖິຕິຂອງລາວ (LSIS II) ຍັງສະແດງໃຫ້ເຫັນເຖິງການເພີ່ມຂຶ້ນຢ່າງຕໍ່ເນື່ອງ ຂອງການເກີດລູກທີ່ໄດ້ຮັບການຊ່ວຍເຫຼືອຈາກຜະດຸງຄັນຈາກ 42% ໃນປີ 2011 ເປັນ 64% ໃນປີ 2017. ແຜນງານດ້ານການຜະດຸງຄັນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການຖືພາ, ການເກີດລູກ ແລະ ການວາງແຜນຄອບຄົວ ຢ່າງປອດໄພໃນ ສປປ ລາວ. 

 

ທ່ານນາງ Mariam A. Khan, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ຊົມເຊີຍລັດຖະບານຕໍ່ຄວາມສູ້ຊົນພະຍາຍາມ ແລະ ຄວາມກ້າວໜ້າໃນແຜນງານການຜະດຸງຄັນໃນ ສປປ ລາວ. ອີງຕາມບົດລາຍງານຂອງການຜະດຸງຄັນໃນລະດັບໂລກ (SoWMY) 2021, ຜະດຸງຄັນທີ່ໄດ້ມີການສຶກສາທີ່ດີສາມາດດຳເນີນການປະຕິບັດໄດ້ປະມານ 90% ຂອງ ການບໍລິການ SRMNCAH ທີ່ຈໍາເປັນ. ເຖິງຢ່າງໃດກໍຕາມ, ໃນທົ່ວໂລກ ແລະ ໃນ ສປປ ລາວ, ພວກເຮົາຍັງປະເຊີນກັບ ການຂາດແຄນຜະດຸງຄັນ. ດັ່ງນັ້ນ, ພວກເຮົາຕ້ອງລົງທຶນໃສ່ຜະດຸງຄັນໂດຍການເພີ່ມຈຳນວນຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມ ແລະ ທີ່ໄດ້ຖືກຊັບຊ້ອນເພື່ອສະໜອງການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບໃຫ້ແກ່ແມ່ ແລະ ເດັກໃນຂອບເຂດ ທົ່ວປະເທດ. 

 

ລັດຖະບານແຫ່ງ ສປປ ລາວ ໄດ້ຮັບຮູ້ບົດບາດຂອງຜະດຸງຄັນ ໃນການຫຼຸດຜ່ອນອັດຕາການຕາຍຂອງແມ່, ເຊິ່ງໄດ້ສະແດງໃຫ້ເຫັນ ໂດຍຜ່ານຄວາມພະຍາຍາມຂອງລັດຖະບານ ເພື່ອປັບປຸງແຜນງານການຜະດຸງຄັນ. ດ້ວຍເຫດນີ້, ນະໂຍບາຍ, ຍຸດທະສາດ, ຫຼັກສູດການຮຽນການສອນຈໍານວນຫຼວງຫຼາຍໄດ້ຮັບການຜັນຂະຫຍາຍຈັດຕັ້ງປະຕິບັດ ແລະ ການຜະດຸງຄັນ ໄດ້ຖືກເຊື່ອມສານເຂົ້າໃນແຜນຍຸດທະສາດ ແລະ ແຜນປະຕິບັດງານດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ໄລຍະ 2016  2025. ຄວາມພະຍາຍາມຍິ່ງຂຶ້ນໄດ້ປະກົດໃຫ້ເຫັນໃນ ຫຼັກສູດຜະດຸງຄັນ ປີ 2022 ທີ່ໄດ້ຮັບການປັບປຸງເພື່ອໃຫ້ໄດ້ຕາມມາດຕະຖານສາກົນ.

 

ມາຮອດມື້ນີ້, ຜະດຸງຄັນ 2,397 ຄົນໄດ້ຮັບການຝຶກອົບຮົມ, ແລະ 439 ຄົນ ທີ່ໄດ້ຮັບການຝຶກອົບຮົມໃນລະດັບຕໍ່າກວ່າ ແມ່ນໄດ້ຮັບການຝຶກຝົນຍົກລະດັບທັກສະໃນລະດັບທີ່ສູງຂຶ້ນ. ມາຮອດປີ 2020 ມີຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມ 1,867 ຄົນ ໄດ້ຖືກຊັບຊ້ອນເພື່ອສະໜອງການບໍລິການໃນທົ່ວປະເທດ. ປະຈຸບັນ, ມີນັກສຶກສາ 513 ຄົນ ໄດ້ລົງທະບຽນ ເຂົ້າຮຽນໃນໂຄງການຜະດຸງຄັນສາຍກົງ 3 ປີ, ແລະ ຜະດຸງຄັນ 196 ຄົນ ທີ່ກຳລັງດໍາເນີນການຍົກລະດັບ 18 ເດືອນຂຶ້ນເປັນຊັ້ນສູງ. ເພື່ອບັນລຸເປົ້າໝາຍຂອງລັດຖະບານເມື່ອຮອດປີ 2030, ຕ້ອງມີການລົງທຶນຕື່ມອີກເພື່ອຍົກລະດັບຜະດຸງຄັນທີ່ມີຢູ່ປະມານ 1.200 ຄົນຂຶ້ນສູ່ລະດັບປະລິນຍາທີ່ສູງຂຶ້ນ. ເພື່ອໃຫ້ຄອບຄຸມຄວາມຕ້ອງການດ້ານການເບິ່ງແຍງແມ່ ໃນທົ່ວປະເທດ, ໂດຍສະເພາະເຂດຫ່າງໄກສອກຫຼີກ, ຕ້ອງໄດ້ມີການຊັບຊ້ອນແພດຜະດຸງຄັນຕື່ມອີກ 1,500 ຄົນ (ການຄາດຄະເນໂດຍ SoWMy, 2021). 

ພາບທີ 3: ຈາກຊ້າຍໄປຂວາ, ທ່ານ ນາງ ພູທອນ ຈັນທະລັງສີ, ຮອງປະທານສະມາຄົມຜະດຸງຄັນລາວ ນຳພາການສົນທະນາ, ທ່ານ ນາງ ບຸນມາ ກິ່ງສະລາດ, ຜະດຸງຄັນບຳນານ ຈາກ ແຂວງຄຳມ່ວນ, ນາງ ສິມມາລີ ສິງສະຫວັນ, ໂຮງໝໍເມືອງປະທຸມພອນ, ແຂວງຈຳປາສັກ, ນາງ ອາມີນາ ສິງສະຫວັນ, ພະນັກງານຜະດຸງຄັນ, ຫ້ອງການສຸຂະພາບແມ່ ແລະ ເດັກ ແຂວງຈຳປາສັກ. ພາບໂດຍ: Benyahia/UNFPA ແຫ່ງ ສປປ ລາວ

 

 

ນາງ ບຸນມາ ກິ່ງສະລາດ, ຜະດຸງຄັນບຳນານຈາກ ແຂວງຄຳມ່ວນ, ເປັນນາງຜະດຸງຄັນ ຕັ້ງແຕ່ປີ 1973, ໄດ້ແລກປ່ຽນ ແບ່ງປັນເລື່ອງລາວຂອງລາວໃນງານດັ່ງກ່າວ. ຂ້າພະເຈົ້າເຕີບໃຫຍ່ຢູ່ໃນບ້ານທີ່ເປັນເຂດຊົນນະບົດ ຫ່າງຈາກເທດສະບານ ແຂວງຄໍາມ່ວນປະມານ 60 ກມ. ຂ້າພະເຈົ້າໄດ້ເຫັນຄວາມຫຍຸ້ງຍາກທີ່ແມ່ຍິງຖືພາໄດ້ປະສົບພົບພໍ້ໃນເວລານັ້ນ, ແລະ ຍາດພີ່ນ້ອງຄົນໜຶ່ງຂອງຂ້າພະເຈົ້າໄດ້ເສຍຊີວິດຈາກການເກີດລູກ, ເຊິ່ງເປັນການດົນບັນດານໃຈໃຫ້ຂ້າພະເຈົ້າມາເປັນ ນາງຜະດຸງຄັນ. ຂ້າພະເຈົ້າຢາກຊ່ວຍແມ່ຍິງຖືພາໃນຊຸມຊົນຂອງຂ້າພະເຈົ້າ.

 

ຄວາມຄືບໜ້າອັນສຳຄັນອີກອັນໜຶ່ງແມ່ນການເປີດຕົວສະມາຄົມຜະດຸງຄັນລາວ (LAM) ດ້ວຍການສະໜັບສະໜູນຈາກ ອົງການ UNFPA, ສະມາຄົມຜະດຸງຄັນລາວ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2014, ແລະ ໄດ້ຮັບການອະນຸມັດຈາກ ກະຊວງພາຍໃນ (MOHA) ໃນປີ 2021. ສະມາຄົມຜະດຸງຄັນລາວຈະສົ່ງເສີມການເຂົ້າເຖິງການສຶກສາດ້ານການຜະດຸງຄັນ, ມີອິດທິພົນຕໍ່ນະໂຍບາຍດ້ານສາທາລະນະສຸກ, ສ້າງເຄືອຂ່າຍການຜະດຸງຄັນ ແລະ ເສີມສ້າງຄວາມເປັນຜູ້ນໍາດ້ານການຜະດຸງຄັນ. ຜະດຸງຄັນທຸກຄົນ ແລະ ບຸກຄົນໃດທີ່ສົນໃຈຢາກພັດທະນາອາຊີບຜະດຸງຄັນໃນ ສປປ ລາວ ແມ່ນສາມາດເຂົ້າຮ່ວມໃນສະມາຄົມຜະດຸງຄັນລາວໄດ້. ຢ້ຽມຢາມ ເວັບໄຊທ໌ ຂອງພວກເຂົາເພື່ອຮຽນຮູ້ເພີ່ມເຕີມ.

ພາບໂດຍ: Benyahia/UNFPA ແຫ່ງ ສປປ ລາວ.

***************

UNFPA ແມ່ນໜ່ວຍງານດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງອົງການສະຫະປະຊາຊາດ, ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າໝາຍການຕາຍຂອງແມ່ໃຫ້ເປັນສູນ, ຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ໄດ້ຮັບ ການຕອບສະໜອງໃຫ້ເປັນສູນ, ແລະ ຄວາມຮຸນແຮງທາງເພດໃຫ້ເປັນສູນ. ສໍາລັບຂໍ້ມູນເພີ່ມເຕີມກະລຸນາເຂົ້າເບິ່ງເວັບໄຊທ໌: https://lao.unfpa.org/en

 

ສະມາຄົມຜະດຸງຄັນລາວ ເປັນສະມາຄົມວິຊາຊີບອາສາສະໝັກ ທີ່ອຸທິດຕົນເພື່ອການປັບປຸງສຸຂະພາບຂອງພົນລະເມືອງໃນ ສປປ ລາວ ໂດຍການສົ່ງເສີມການເຂົ້າເຖິງການສຶກສາດ້ານການຜະດຸງຄັນ, ອິດທິພົນຕໍ່ນະໂຍບາຍດ້ານສາທາລະນະສຸກ, ການພັດທະນາເຄືອຂ່າຍ ການຜະດຸງຄັນ ແລະ ການສ້າງຄວາມເຂັ້ມແຂງການເປັນຜູ້ນໍາດ້ານຜະດຸງຄັນ. ມາຮອດປະຈຸບັນ, ສະມາຄົມຜະດຸງຄັນລາວ ມີສະມາຊິກ 276 ຄົນໃນທົ່ວປະເທດ. ສໍາລັບຂໍ້ມູນເພີ່ມເຕີມກະລຸນາເຂົ້າເບິ່ງເວັບໄຊທ໌: https://sites.google.com/view/lao-association-of-midwives/home

 

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ພູວັນ ນັນທະວົງ

ພະນັກງານແພດ, ກົມບຸກຄະລາກອນ, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ

t_phouvanh345@hotmail.com

 

Esther Arendt

ພະນັກງານຜະດຸງຄັນ, UNFPA ປະຈຳ ລາວ

arendt@unfpa.org

 

ນາງ ວັນລີ ລໍກວາງມິງ

ນັກວິເຄາະດ້ານການສື່ສານ ແລະ ການຮ່ວມມື, UNFPA ປະຈຳ ລາວ

lorkuangming@unfpa.org