You are here

ນະຄອນຫຼວງວຽງຈັນ. ວັນທີ 24 ພະຈິກ 2020 - ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ,  ແມ່ ແລະ ເດັກ​ (ຄຊກມດ)​ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ໄດ້ຈັດກອງປະຊຸມປຶກສາຫາລືລະດັບສູງຮ່ວມກັບຄະນະຮອງເຈົ້າແຂວງ ເພື່ອສົນທະນາປຶກສາຫາລືກ່ຽວກັບການເຊື່ອມສານແຜນງານນາງນ້ອຍປີ 2030  ແລະ ຕົວຊີ້ວັດ ICPD ເຂົ້າໃນແຜນງານຂອງແຂວງ ລວມເຖິງແຜນການຈັດຕັ້ງປະຕິບັດຂອງໜ່ວຍງານລັດໃນແຕ່ລະກົມກອງ ໃນການເພີ່ມທະວີຄວາມກ້າວໜ້າທາງດ້ານຄວາມເທົ່າທຽມທາງເພດ ແລະ ລົບລ້າງຄວາມຮຸນແຮງຕໍ່ໄວໜຸ່ມຍິງໃນປີ 2021-2025ການປຶກສາຫາລືລະດັບສູງຮ່ວມກັບຄະນະຮອງເຈົ້າແຂວງໃນຄັ້ງນີ້ ເປັນໂອກາດອັນດີໃນການປຶກສາຫາລື ແນວທາງວິທີການຕໍ່ໜ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງປີ 2030 ທີ່ວັດແທກໂດຍຕົວຊີ້ວັດສະເພາະ ທີ່ສະແດງໃຫ້ເຫັນການພັດທະນາ ແລະ ບັນຫາທີ່ສໍາຄັນ. ເຊິ່ງວຽກງານດັ່ງກ່າວນັ້ນ ແມ່ນເນັ້ນໜັກໃສ່ບົດບາດຂອງປະຊາກອນ ໂດຍສະເພາະກໍແມ່ນບັນດາໄວໜຸ່ມ ເພື່ອຫຼຸດຜ່ອນບັນດາຄວາມສ່ຽງ ແລະ ເພີ່ມທະວີບັນດາຄວາມສໍາເລັດໃນບັນຫາຕ່າງໆ. 

ໄວໜຸ່ມຍິງກວມເອົາອັດຕາປະຊາກອນເປັນຈໍານວນຫຼາຍ, ແຕ່ຊໍ້າພັດເປັນຜູ້ຖືກເຄາະຮ້າຍຕົ້ນຕໍຂອງບັນດາຄວາມບໍ່ເທົ່າທຽມກັນໃນດ້ານຕ່າງໆ. ເດັກນ້ອຍຍິງໄດ້ຮັບຜົນກະທົບຈາກຫຼາຍການກະທໍາທີ່ເປັນອັນຕະລາຍ ເປັນຕົ້ນແມ່ນ ການອອກໂຮງຮຽນ, ການແຕ່ງງານ ແລະ ການຖືພາກ່ອນໄວອັນຄວນ, ການເຮັດວຽກທີ່ບໍ່ຖືກກົດໝາຍ, ຄວາມຮຸນແຮງໃນຄອບຄົວ ຈົນເຖິງບັນດາຄວາມເຊື່ອທາງດ້ານວັດທະນະທໍາ ແລະ ສັງຄົມທີ່ເຮັດໃຫ້ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງພວກເຂົາພະເຊີນກັບຄວາມສ່ຽງ ໂດຍສະເພາະໃນໄລຍະການແຜ່ລະບາດຂອງ COVID-19. ດັ່ງນັ້ນ, ມັນຈຶ່ງສໍາຄັນທີ່ສຸດວ່າ ບັນດາຄວາມຕ້ອງການຂອງພວກເຂົາໄດ້ຖືກພິຈາລະນາເຂົ້າຮ່ວມກັບຂະບວນການເສີມສ້າງ ແລະ ຟຶ້ນຟູສະພາບເສດຖະກິດ ແລະ ສັງຄົມຈາກ COVID-19 ຂອງ ສປປ ລາວ. 

ໃນນັ້ນ, ອົງການ UNFPA ກໍໄດ້ນໍາສະເໜີ ແຜນງານນາງນ້ອຍ ແລະ ບັນດາຄໍາແນະນໍາທີ່ສໍາຄັນໃນການຈັດຕັ້ງປະຕິບັດໃນຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ. ເຊິ່ງແຜນງານນາງນ້ອຍ ແມ່ນອີງໃສ່ບົນພຶ້ນຖານການມີສ່ວນຮ່ວມໃນບັນດາກິດຈະກຳທີ່ລະອຽດອ່່ອນກ່ຽວກັບບົດບາດຍິງ-ຊາຍ ເພື່ອຊ່ວຍປົກປ້ອງສິດທິຂອງເດັກນ້ອຍຍິງ ພາຍໃຕ້ວາລະ ICPD ທີ່ສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິມະນຸດທີ່ເນັ້ນໃສ່ຊີວິດ, ສຸຂະພາບ, ເສລີພາບຈາກຄວາມຮຸນແຮງ, ຄວາມສາມາດໃນການຕັດສິນໃຈດ້ວຍຕົນເອງໃນການແຕ່ງງານ, ການຖືພາ ແລະ ຮ່າງກາຍຂອງຕົນ ລວມເຖິງການເຂົ້າເຖິງບັນດາຂໍ້ມູນຂ່າວສານ ແລະ ການສ້າງຄວາມເຂັ້ມແຂງ. 

ອົງການ UNFPA ໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ນິຕິກໍາທີ່ມີຢູ່ໃນການປົກປ້ອງແມ່ຍິງ ແລະ ເດັກນ້ອຍເພື່ອຮັບປະກັນການເຂົ້າເຖິງທາງດ້ານການສຶກສາ; ຄວາມສະເໝີພາບລະຫວ່າງຍິງ ແລະ ຊາຍ ຜ່ານຂໍ້ມູນທີ່ມີຄຸນນະພາບ; ເຮັດໃຫ້ມີການວາງແຜນຄອບຄົວ ແລະ ເຂົ້າເຖິງໄດ້ຢ່າງສະດວກ; ປະກາດໃຫ້ທີ່ພັກພິງອາໄສແກ່ແມ່ຍິງ ທີ່ເປັນສ່ວນໜຶ່ງຂອງການບໍລິການທີ່ຈໍາເປັນສໍາລັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ; ລົງທຶນເຂົ້າໃນການສື່ສານ ແລະ ສະໜັບສະໜູນໃນການມີສ່ວນຮ່ວມຂອງປະຊາຊົນໃນທົ່ວສັງຄົມ.

ເດັກນ້ອຍແມ່ຍິງຜູ້ສູງອາຍຸຄົນພິການຊາວໜຸ່ມ/ໄວໜຸ່ມ ແມ່ນ ກຸ່ມຄົນທີ່ມີຄວາມສ່ຽງໃນ ສປປ ລາວ. ເຊິ່ງປະຊາກອນລາວ ທີ່ເປັນໄວໜຸ່ມຍິງແມ່ນປະກອບມີ 700,000 ຄົນ ແລະ ໃນນັ້ນ 200,000 ຄົນ ຫຼື 20 ສ່ວນຮ້ອຍແມ່ນດຳລົງຊີວິດໃນເຂດຫ່າງໄກສອກຫຼີກ ແລະ ຍັງມີຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນ ແລະ ການບໍລິການທີ່ຈຳເປັນ. ສະນັ້ນ, ໃນມື້ນີ້ ພວກເຮົາຈິ່ງໄດ້ມາເຕົ້າໂຮມກັນ ເພື່ອຄົ້ນຄິດວ່າຈະສ້າງລະບົບນິເວດທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເດັກຍິງເຫຼົ່ານັ້ນ ເຊິ່ງກໍຄື ລະບົບນິເວດນາງນ້ອຍ. ຫາກວຽກງານດັ່ງກ່າວສໍາເລັດ ບັນດາໄວໜຸ່ມຍິງຈະມີສຸຂະພາບທີ່ແຂງແຮງຈະເປັນຜູ້ທີ່ຮັບຮູ້ສິດທິຂອງຕົນ ແລະ ຈະເປັນຜູ້ທີ່ມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຂອງພວກເຮົາ.ກ່າວໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຮອງປະທານ ຄຊກມດ.

ການລົງທຶນໃສ່ໄວໜຸ່ມໃນມື້ນີ້ແມ່ນວຽກງານທີ່ຮີບດ່ວນ ແລະ ຈຳເປັນທີ່ສຸດ. ເນື່ອງຈາກວ່າພວກເຂົາກຳລັງຈະກາຍເປັນກຳລັງແຮງງານທີ່ໃຫຍ່ທີ່ສຸດຂອງ ສປປ ລາວ. ລະບົບນິເວດນາງນ້ອຍ ແລະ ຄຳໝັ້ນໝາຍ ICPD25 ສະແດງໃຫ້ເຫັນເຖິງບັນດາວິທີແກ້ໄຂບັນຫາຢ່າງຮອບດ້ານ ໃນການຊ່ວຍເຫຼືອສະໜັບສະໜູນແມ່ຍິງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ. ການຈັດຕັ້ງປະຕິບັດວຽກງານເຫຼົ່ານີ້ ໃນຂັ້ນແຂວງຂັ້ນເມືອງ ແລະ ຂັ້ນບ້ານ ສາມາດຊ່ວຍເລັ່ງລັດຄວາມຄືບໜ້າຂອງການພັດທະນາແບບຍືນຍົງ. ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ກັບ ບັນດາຮອງເຈົ້າແຂວງ ທີ່ໄດ້ວາງແຜນເພື່ອແກ້ໄຂບັນຫາເຫຼົ່ານີ້ ໃຫ້ມີຄວາມສອດຄ່ອງກັບແຜນງານຂອງພວກເຂົາ.” ກ່າວໂດຍ ທ່ານ ນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ.

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: 

ທ່ານ ສີສຸວັນ ວໍຣະບຸດ

ຜູ້ຊ່ຽວຊານແຜນງານຄວາມສະເໝີພາບຍິງ-ຊາຍ

ອີເມວ: vorabouth@unfpa.org

 

ທ່ານ ນາງ ເພັດມະນີ ວິຍາເດດ 

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

**********

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.