You are here

ວັນທີ 27 ເດືອນມັງກອນ ປີ 2022ທີ່ນະຄອນຫຼວງວຽງຈັນ - ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການທີ່ເປັນມິດກັບເຍົາວະຊົນ​ ແລະ ໄວ​ໜຸ່ມ​ (AYFS), ອົງການ UNFPA ໄດ້ມອບໂທລະໂຄ່ງຈໍານວນ ​11 ເຄື່ອງ ແລະ ກະເປົາສຳລັບວຽກງາ​ນສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ​ຈໍານວນ 12 ໃບ​ໃຫ້ແກ່ແຂວງຈຳປາສັກ ໃນເດືອນທັນວາທີ່ຜ່ານມາ.​  ແຂວງສະຫວັນນະເຂດ ກໍ​ໄດ້ຮັບ​ເຄື່ອງລະບົບສຽງ ແລະ ໂທລະໂຄ່ງຈໍານວນ ​50 ເຄື່ອງ​ຈາກອົງການ UNFPA ເຊັ່ນກັນ​​.

 

ທ່ານດຣ. ວຽງສີສຸກ ສຸພັກດີຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ ກ່າວວ່າ: ເຄື່ອງ​ມື​ເຫຼົ່າ​ນີ້​ແມ່ນ​ສິ່ງຈຳ​ເປັນ​ສຳ​ລັບ​ທັງ​ການ​ເຄື່ອນ​ໄຫວລົງບ້ານ ​ແລະ ​ການ​ບໍ​ລິ​ການ​ຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ສຸກ. ພວກເຮົານຳໃຊ້ອຸປະກອນເຫຼົ່ານີ້​​ເພື່ອນໍາເອົາ​​ຂໍ້ມູນຂ່າວສານສຳຄັນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ລວມທັງການປ້ອງກັນພະຍາດໂຄວິດ-19 ໄປສູ່ປະຊາຊົນ​​ ເພື່ອໃຫ້ພວກເຂົາ​ສາມາດປ້ອງກັນຕົນເອງ ແລະ ຄອບຄົວຂອງພວກເຂົາໄດ້,” 

 

ການເຂົ້າເຖິງການບໍລິການຮັກສາສຸຂະພາບທ່າມກາງພະຍາດໂຄວິດ​ -19 ມີຄວາມຫຍຸ້ງຍາກຫຼາຍຂຶ້ນໂດຍສະເພາະເຍົາວະຊົນ​ ແລະ ໄວໜຸ່ມ​ຜູ້ທີ່ສະແຫວງາການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຊຶ່ງແມ່ນແຕ່ກ່ອນການລະບາດຂອງພະຍາດກໍເປັນສິ່ງທ້າທາຍຢູ່ແລ້ວ​. ອົງການUNFPA ແລະ ກະຊວງສາທາລະນະສຸກ​ສະໜັບ​ສະໜູນ​ໂຄງການ AYFS ໂດຍມີຈຸດປະສົງເພື່ອຕອບສະໜອງ​ຄວາມຕ້ອງການຂອງໄວໜຸ່ມ​ໃນສະພາບແວດລ້ອມແບບ​ເປັນມິດປິດລັບ ແລະ ແບບສະບາຍໃຈ​ເພື່ອໃຫ້ພວກເຂົາສາມາດສົນທະນາກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບ​ຈະເລີນພັນຂອງຕົນ​ໄດ້ຢ່າງເປັນອິດສະລະ​ໂດຍບໍ່ຕ້ອງຢ້ານກົວຫຼືເຂີນອາຍ.

 

ໃນໄລຍະ​ການລະບາດຂອງພະຍາດໂຄວິດ-19ທັງສອງແຂວງໄດ້ສືບຕໍ່ສະໜອງຂໍ້ມູນຂ່າວສານ ແລະ ການບໍລິການດ້ານສຸຂະ ພາບທາງເພດ ແລະ ສຸຂະພາບ​ຈະເລີນພັນ​ໃນສູນກັກກັນ ແລະ ໃນສະຖານທີ່ປິ່ນປົວຕ່າງໆລວມທັງໃນບັນດາບ້ານ​ໃນທົ່ວທຸກເມືອງ. ພວກ​ເຂົາ​​ດໍາ​ເນີນ​ການໃຫ້​​ສຸ​ຂະ​ສຶກ​ສາ​​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວໄປຕາມ​​ໂຮງ​ງານ​ ​ແລະ ​ບ້ານຕ່າງໆ​. ເຍົາວະຊົນ​ ແລະ ໄວ​ໜຸ່ມທຸກຄົນ, ທັງນັກຮຽນ​ໃນ​​​ໂຮງຮຽນ ຫຼື ໄວໜຸ່ມທີ່ບໍ່ໄດ້ເຂົ້າ​ໂຮງຮຽນ ແລະ ແຮງງານໄວໜຸ່ມໃນໂຮງງານຕ່າງໆ​ກໍລ້ວນແຕ່ໄດ້ຮັບບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບ​ຈະເລີນພັນ​ເບື້ອງຕົ້ນ ເຊັ່ນ: ການໃຫ້ຄຳປຶກສາຢາເມັດຄຸມກຳເນີດຢາສັກ​ຄຸມກຳເນີດແລະ ຖົງຢາງອະນາໄມ ໂດຍຜ່ານຄລີນິກເຄື່ອນທີ່.

 

ທ່ານນາງດຣ.​ ແສງດາວ ສີດາໄລຫົວໜ້າພະແນກສາທາລະນະສຸກແຂວງສະຫັວນນະເຂດ​ກ່າວວ່າ: "ອຸປະກອນດັ່ງກ່າວຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ໂຄງການ AYFS ຂອງແຂວງທ່າມກາງການລະບາດຂອງພະຍາດໂຄວິດ-19 ໂດຍສະ ເພາະແຮງງານໄວໜຸ່ມຕາມ​ສູນກັກຕົວຕ່າງໆ. ທີມງານຂອງພວກເຮົາຍັງຈະສືບຕໍ່ໃຫ້​​ຂໍ້ມູນ ແລະ ການບໍລິການດ້ານ​ສຸຂະພາບທີ່ສໍາຄັນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໃຫ້ແກ່ເຍົາວະຊົນ​ ແລະ ໄວໜຸ່ມທຸກຄົນໄ​ໃນທົ່ວ 15 ເມືອງ.

 

ອີງຕາມຂໍ້ມູນຂອງກະຊວງສາທາລະນະສຸກ (2020)ກ່ອນການລະບາດ​ຂອງພະຍາດ​ຄວາມຕ້ອງການຕໍ່ການວາງແຜນຄອບ ຄົວທີ່ບໍ່ໄດ້ສະໜອງ​ໃຫ້ແກ່ໄວໜຸ່ມ​ທີ່ບໍ່ໄດ້ແຕ່ງງານ​ອາຍຸ 15-19 ແມ່ນສູງເຖິງ 75%. ນັບຕັ້ງແຕ່ພະຍາດໂຄວິດ​-19 ພຸ່ງສູງ​ຂຶ້ນຜູ້ຊົມໃຊ້ການຄຸມກໍາເນີດໃໝ່​ກໍ​ຫຼຸດລົງເປັນ​ 15% ຊຶ່ງ​ສາມາດນໍາໄປສູ່ການເພີ່ມຂຶ້ນຂອງການຖືພາທີ່ບໍ່ໄດ້ວາງແຜນການແຕ່ງງານໃນໄວເດັກ​ແລະ ການລຸລູກແບບ​ບໍ່ປອດໄພ.

 

ທ່ານນາງມາຣຽມ ເອ. ຄານ,​ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ:​ ພວກເຮົາປ່ອຍໃຫ້ໄວ​ໜຸ່ມຜິດຫັວງ ຖ້າວ່າການບໍລິການທີ່ຈຳເປັນຖືກຂັດຂວາງເພາະວ່າ ການບໍລິການທີ່ຖືກຂັດຂວາງຈະນໍາໄປສູ່​ການຖືພາທີ່ບໍ່ໄດ້ວາງແຜນ​ການແຕ່ງງານໃນໄວເດັກ​ການລຸ​ລູກແບບ​ບໍ່ປອດໄພ ແລະ ການຕິດເຊື້ອທາງເພດສຳພັນ (ພຕພ​). ການສືບຕໍ່ການບໍລິການດ້ານ​ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ສໍາຄັນ​ໃຫ້​ເປັນປົກກະຕິ, ໂດຍສະເພາະໃຫ້ແກ່ເຍົາວະຊົນ​ ແລະ ໄວໜຸ່ມ​ມີຄວາມສຳຄັນຢ່າງຍິ່ງໂດຍຄຽງຄູ່ໄປກັບຄວາມພະຍາຍາມສະກັດກັ້ນການແຜ່​ເຊື້ອໄວຣັສ໌​ຖ້າ​ບໍ່ເຮັດແບບນັ້ນ​ຈະເປັນການຂັດຂວາງການຟື້ນຕົວດ້ານ​ເສດຖະກິດ-ສັງຄົມໃນໄລຍະຍາວ.​” 

 

ໄປຄຽງຄູ່ກັບ​ໜ່ວຍບໍລິການເຄື່ອນທີ່ ແລະ ຄລີນິກເຄື່ອນທີ່ຍັງມີເບີໂທສາຍດ່ວນ - 1361 (ສໍາລັບເພດຍິງ) ແລະ 137 (ສໍາລັບເພດຊາຍ) ຊຶ່ງ​ດຳເນີນງານໂດຍຄລີນິກໄວໜຸ່ມນະຄອນຫຼວງວຽງຈັນເພື່ອໃຫ້ຄຳປຶກສາດ້ານສຸຂະພາບທາງເພດ ແລະ ສຸຂະ ພາບຈະເລີນພັນ​ໃຫ້ແກ່ເຍົາວະຊົນ​ ແລະ ໄວໜຸ່ມ. ອົງການ UNFPA ຮ່ວມມືກັບລັດຖະບານ ແລະ ບັນດາຄູ່ຮ່ວມງານ ເຊັ່ນ: ລັດຖະບານລັກເຊມເບີກ ແລະ ອົງການການຮ່ວມມືເພື່ອການພັດທະນາຂອງສະວິດເຊີແລນ (SDC) ພາຍໃນໂຄງການຮ່ວມມືຂອງສະຫະປະຊາຊາດເພື່ອຮັບປະກັນວ່າເຍົາວະຊົນ​ ແລະ ໄວໜຸ່ມທຸກຄົນສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການຕ່າງໆດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ​​​.

 

********************

UNFPA ແມ່ນອົງການສະຫະປະຊາຊາດດ້ານສຸຂະພາບ​ທາງເພດ ແລະ ສຸຂະພາບ​​ຈະເລີນພັນເຮັດວຽກ​ໃນ 150 ​ກວ່າປະ ເທດ ລວມທັງ ສປປ ລາວເພື່ອບັນລຸຜົນເຮັດໃຫ້ການຕາຍ​ຂອງແມ່ກາຍ​ເປັນ 0ຄວາມ​ຕ້ອງການໃນການວາງແຜນຄອບຄົວທີ່ໄດ້ສະໜອງກາຍ​ເປັນ 0 ແລະ ​ການຈໍາແນກໂດຍອີງໃສ່​ເພດຍິງ-ຊາຍກາຍ​ເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມຈົ່ງ​ຕິດຕໍ່:

ນາງ ສຸກພັນສາ ສາຍສະໝອນ​

ຜູ້ຊ່ວຍ​ໂຄງການ SRH, ອົງການ UNFPA ປະຈໍາສປປລາວ

ອີເມວ: saysamone@unfpa.org

 

ນາງ ວັນລີ ລໍກວາງມິງ

ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມງານ​ອົງການ UNFPA ປະຈໍາ ສປປລາວ

ອີເມວ: lorkuangming@unfpa.org