You are here

ທີ່ນະຄອນຫຼວງວຽງຈັນ, ວັນທີ 13 ສິງຫາ 2021- ຊາວໜຸ່ມແລະຜູ້ສ້າງນະໂຍບາຍໄດ້ຮ່ວມກັນສະເຫຼີມສະຫຼອງວັນໄວໜຸ່ມສາກົນ, ພາຍໃຕ້ຫົວຂໍ້: ການປັບປ່ຽນລະບົບການສະໜອງອາຫານ: ນະວັດຕະກຳຂອງຊາວໜຸ່ມເພື່ອສຸຂະພາບມະນຸດແລະໂລກ. ງານສະເຫຼີມສະຫຼອງໄດ້ຈັດຂຶ້ນມື້ນີ້ ທີ່ສູນສ້າງຊາວໜຸ່ມ. ຄຽງຄູ່ໄປກັບການສະເຫຼີມສະຫຼອງ, ທາງສູນກາງຊາວໜຸ່ມລາວ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ຈະໄດ້ຈັດຂະບວນການກິດຈະກຳຕ່າງໆໃນການສົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມ, ເປີດພື້ນທີ່ເພື່ອໃຫ້ໄວໜຸ່ມໄດ້ມາແລກປ່ຽນປະສົບການ, ສະແດງອອກເຖິງມູມມອງຂອງເຂົາ ແລະ ການອອກສຽງໃຫ້ສັງຄົມໄດ້ຮັບຮູ້.

 

ທ່ານ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານ ສຊປລກ່າວວ່າ: ມາໃນປີນີ້ພວກເຮົາໄດ້ຈັດພິທີເພື່ອເປັນການສະເຫຼີມສະຫຼອງ ວັນໄວໜຸ່ມສາກົນຂຶ້ນພາຍໃຕ້ຫົວຂໍ້ ຊາວໜຸ່ມ ກັບ ການນຳໃຊ້ນະວັດຕະກຳໃຫມ່ ເຂົ້າໃນການດຳລົງຊີວິດແບບໃຫມ່ ເຊີ່ງແທດເໝາະກັບສະພາບໃນປະຈຸບັນທີ່ພວກເຮົາກຳລັງປະເຊີນ ພວກເຮົາຫັນປ່ຽນແບບແຜນໃນການດຳລົງຊີວິດແບບໃດ ຈະກີນອາຫານປະເພດໃດເພື່ອໃຫ້ຮ່າງກາຍແຂງແຮງ, ໃຫ້ຄົບຕາມໂພສະນາການແລະ ຈະມີການນຳເອົາເທັກໂນໂລຊີເຂົ້າມານຳໃຊ້ໃນຊີວິດປະຈຳວັນຂອງເຮົາແນວໃດ ເພາະພະຍາດໂຄວິດທີ່ ກຳລັງຄຸກຄາມພວກເຮົາຢູ່ນີ້ ມັນໄດ້ເຮັດໃຫ້ຄົນເຮົາຫັນມານຳໃຊ້ດີຈີຕອນຫຼາຍຂື້ນ ເປັນຕົ້ນແມ່ນການຈັດກອງປະຊຸມອອນລາຍ, ຊື້ສິນຄ້າຜ່ານແອັບ ແລະ ອື່ນໆ ແລະ ກິດຈະກຳໜຶ່ງຂອງການສະເຫຼີມສະຫຼອງວັນໄວໜຸ່ມສາກົນນີ້ ກໍ່ຈະຈັດກອງປະຊຸມສົນທະນາຜ່ານທາງອອນລາຍ ກໍ່ຈະມີຊາວໜຸ່ມຈາກຕ່າງແຂວງ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

 

ຄວາມບໍ່ໝັ້ນຄົງຂອງສະບຽງອາຫານໄດ້ເພີ່ມຄວາມສ່ຽງໃນການຂາດສານອາຫານ ແລະໄດ້ສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງເດັກນ້ອຍແລະໄວໜຸ່ມ; ໂດຍສະເພາະໄວໜຸ່ມໃນກຸ່ມອາຍຸ 15-19ປີ ແມ່ນສ່ຽງທີ່ຈະໄດ້ຮັບຜົນກະທົບສູງ. 4 ໃນ 10 ເດັກຍິງແມ່ນມີພະຍາດເລືອດຈາງ. ນອກຈາກນັ້ນແລ້ວ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານແລະຄວາມທຸກຍາກ ຍັງເປັນສາເຫດຫຼັກໃນການຂັບເຄື່ອນການແຕ່ງງານໃນໄວເດັກ - 1 ໃນ 5 ເດັກຍິງແມ່ນໄດ້ສະຖານະແຕ່ງງານ. LSIS II ຍັງສະແດງໃຫ້ເຫັນວ່າການຖືພາໃນກຸ່ມໄວເດັກຍັງຢູ່ໃນອັດຕາທີ່ສູງ ເຊິ່ງຕົກເປັນອັດຕາສ່ວນຢູ່ 83 ໃນ 1,000ຄົນ ສຳລັບເດັກຍິງທີ່ເກີດລູກແລ້ວ.

 

ພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຕໍ່ເດັກນ້ອຍແລະໄວໜຸ່ມໃນຫຼາຍດ້ານ, ລວມເຖິງດ້ານການສຶກສາ, ສຸຂະພາບຈະເລີນພັນແລະທາງເພດ, ສຸຂະພາບຈິດ, ບັນຫາຈິດໃຈໃນສັງຄົມ, ແລະ ຜົນກະທົບດ້ານເສດຖະກິດ-ສັງຄົມ, ອີງຈາກບົດປະເມີນຜົນກະທົບຈາກພະຍາດໂຄວິດ-19. ຍົກຕົວຢ່າງ, ການລະບາດຂອງພະຍາດໄດ້ເພີ່ມອັດຕາການອອກໂຮງຮຽນຂອງກຸ່ມເດັກນນ້ອຍແລະໄວໜຸ່ມ, ເຊິ່ງໄດ້ເຮັດໃຫ້ເຂົາຕົກຢູ່ໃນກຸ່ມສ່ຽງສູງທີ່ຈະແຕ່ງງານກ່ອນໄວທີ່ສົມຄວນ ແລະ ການຖືພາໃນໄວເດັກ.

 

ປະຊາກອນຈຳນວນຫຼາຍກວ່າເຄິ່ງແມ່ນໄວໜຸ່ມທີ່ອາຍຸຕໍ່າກວ່າ 24ປີ; ສະນັ້ນຈຶ່ງມີຄວາມຈຳເປັນທີ່ຈະເອົາໄວໜຸ່ມເປັນຈຸດສູນກາງ ໃນການປຶກສາຫາລື່ເຖິງວິທີແກ້ໄຂບັນຫາທີ່ເຂົາໄດ້ຮັບຜົນກະທົບ ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ກ່າວໄວ້ແລະໄດ້ເສີມຕື່ມອີກວ່າ ການມີສ່ວນຮ່ວມຂອງໄວໜຸ່ມຖືວ່າເປັນຫົວໃຈສຳຄັນໃນວຽກງານຂອງ ICPD ແລະ ອົງການ UNFPA. ພວກເຮົາໄດ້ໃຫ້ການສະໜັບສະໜູນຕໍ່ລັດຖະບານໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ເດັກນ້ອຍແລະໄວໜຸ່ມ ໂດຍການເຂົ້າຫາເຂົາໃນແຜນລະບົບນິເວດຂອງນ້ອຍ ແລະ ຈາກໂຄງການລົງນະລົງທີ່ມີຊື່ວ່າ ຂ້ອຍ, ຮ່າງກາຍຂອງຂ້ອຍ, ອານາຄົດຂອງຂ້ອຍ, ໂລກຂອງຂ້ອຍ, ເຊິ່ງທັງສອງໂຄງການກໍກົງກັບແຜນຍຸດທະສາດແຫ່ງຊາດໃນການພັດທະນາເດັກນ້ອຍແລະໄວໜຸ່ມ

 

ການພັດທະນາເດັກນ້ອຍແລະໄວໜຸ່ມແມ່ນໜຶ່ງໃນຄຳໝັ້ນສັນຍາຂອງລັດຖະບານລາວຕໍ່ ກອງປະຊຸມສາກົນດ້ານປະຊາກອນແລະການພັດທະນາ (ICPD). ຕາມທີ່ກ່າວມານັ້ນ, ທາງລັດຖະບານໄດ້ສັນຍາທີ່ຈະເພີ່ມການລົງທຶນໃນເດັກນ້ອຍແລະໄວໜຸ່ມ, ໂດຍສະເພາະເດັກຍິງ, ໂດຍນຳໃຊ້ ແຜນງານນາງນ້ອຍ ແລະ ລະບົບນິເວດນາງນ້ອຍ ແລະ ປັບໂຄງສ້າງການລົງທຶນເພື່ອຮັບຜົນປະໂຫຍດຈາກຄວາມແຕກຕ່າງຂອງປະຊາກອນ.

 

ຢູ່ໃນງານ, ໄວໜຸ່ມຈະໄດ້ແບ່ງປັນປະສົບການໃນຫົວຂໍ້ ບັນຫາດ້ານສຸຂະພາບຈິດແລະບັນຫາສັງຄົມໃນໄລຍະການລະບາດຂອງພະຍາດໂຄວິດ-19, ການເຮັດກະສິກຳອິນຊີ, ການເປັນຜູ້ປະກອບການ ແລະ ການປັບປ່ຽນສິ່ງເສດເຫຼືອໃຫ້ກັບມາໃຊ້ໃໝ່ໄດ້. ໃນງານຍັງຈະໄດ້ປະກາດຜູ້ຊະນະເລີດຂອງງານແຂ່ງຂັນເວົ້າປາຖະກະຖາ. ກິດຈະກຳອື່ນໆທີ່ມີການເຂົ້າຮ່ວມຂອງໄວໜຸ່ມຍັງມີ: ງານເຝິກອົບຮົມທາງອອນລາຍສຳລັບໄວໜຸ່ມ ໃນການຮັບມືຜົນກະທົບຂອງໂຄວິດ-19 ຕໍ່ທຸລະກິດແລະສຸຂະພາບ, ການລົນນະລົງທາງສື່ສັງຄົມອອນລາຍ ແລະ ງານລົນນະລົງກິດຈະກຳ #YouthAgainstCOVID19. ເດັກນ້ອຍແລະໄວໜຸ່ມທຸກຄົນທີ່ສົນໃຈ ແມ່ນສາມາດເຂົ້າຮ່ວມໄດ້. ຂໍ້ມູນເພີ່ມຕື່ມສາມາດເຂົ້າໄປເບິ່ງໄດ້ທີ່ ເພຈ UNFPA Laos Facebook

 

ປະຫວັດວັນໄວໜຸ່ມສາກົນ

ໃນປີ 1999, ໃນມະຕິເລກທີ 54/120 ຂອງກອງປະຊຸມລັດຖະທະມົນຕີໄວໜຸ່ມຂອງໂລກ(ຢູ່ເມືອງລິສບ້ອນ, 8-12 ສິງຫາ ປີ 1998) ໄດ້ອະນຸມັດໃຫ້ເອົາວັນທີ 12 ສິງຫາ ເປັນວັນໄວໜຸ່ມສາກົນ. ໃນວັນດັ່ງກ່າວແມ່ນໃຫ້ເປັນໂອກາດໃນການສະເຫຼີມສະຫຼອງມູມມອງແລະການເສີມສ້າງຂອງໄວໜຸ່ມຢູ່ທົ່ວທຸກມູມໂລກ. ທຸກມື້ນີ້, ໄວໜຸ່ມໄດ້ມີບົດບາດສຳຄັນຕໍ່ການລົງມືປະຕິບັດເປົ້າໝາຍການພັດທະນາແບບຍື່ນຍົງແລະແຜນງານອື່ນໆທີ່ກ່ຽວພັນກັນ.

 

ກ່ຽວກັບ ອົງການ UNFPA

ອົງການ UNFPA ແມ່ນໜຶ່ງໃນອົງການຂອງສະຫະປະຊາຊາດທີ່ເເຮັດວຽກເພື່ອສົ່ງເສີມສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນ,ປະຕິບັດງານຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວເພື່ອບັນລຸອັດຕາການຕາຍຂອງແມ່ໃຫ້ເຫຼືອສູນທຸກຄອບຄົວຈະໄດ້ຮັບການວາງແຜນຄອບຄົວ ແລະ ບໍ່ໃຫ້ມີຄວາມຮຸນແຮງບົນພື້ນຖານທາງເພດເກີດຂຶ້ນ

 

 

 

ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:

 

ທ່ານ ສີວົງໄຊ ຈັງປິຕິກຸນ, ນັກວິເຄາະແຜນ ສຸຂະພາບທາງເພດແລະການຈະເລີກພັນຂອງເດັກ

ອົງການ UNFPA ປະຈຳ ສປປ.ລາວ

ອີເມວ: changpitikoun@unfpa.org

 

ທ່ານ ນາງ ວັນລີ ລໍກວາງມິງ, ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມມື

ອົງການ UNFPA ປະຈຳລາວ

ອີເມວ: lorkuangming@unfpa.org