You are here

-ນະຄອນຫຼວງວຽງຈັນ,ວັນທີ 17 ພະຈິກ 2020. ອົງການ UNFPA ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ ຈັດກອງປະຊຸມເພື່ອສະຫຼຸບການປະເມີນຜົນ ຂອງວຽກງານ ເພດສຶກສາແບບຄົບຖ້ວນ (CSE) ສຳລັບການສຶກສາຊັ້ນມັດທະຍົມ ແລະ ອະຊີວະສຶກສາ ທີ່ໄດ້ຈັດຕັ້ງປະຕິບັດ ໃນ ແຂວງ ບໍ່ແກ້ວ. ຈຸດປະສົງຂອງການປະຊຸມຄັ້ງນີ້ ແມ່ນເພື່ອສະແດງໃຫ້ເຫັນຜົນຂອງການຄົ້ນຄວ້າທີ່ສໍາຄັນໃນການປະເມີນຜົນ ລວມເຖິງການປັບປຸງເອກະສານທີ່ຄູ-ອາຈານນໍາໃຊ້ເຂົ້າໃນການສິດສອນວິຊາດັ່ງກ່າວ. ຕາງໜ້າຈາກບັນດາກົມກອງຈາກກະຊວງສຶກສາທິການ ແລະ ກິລາ, ບັນດາກະຊວງຕ່າງໆ, ອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ລວມເຖິງອົງການຈັດຕັ້ງທາງສັງຄົມ ທີ່ໄດ້ສົນທະນາ ປຶກສາຫາລືກ່ຽວກັບແຜນການຂະຫຍາຍຫຼັກສູດດັ່ງກ່າວໄປສູ່ບັນດາແຂວງອື່ນໆ ເປັນຕົນ ແຂວງ ຊຽງຂວາງ, ແຂວງ ຫົວພັນ, ແຂວງ ອຸດົມໄຊ ແລະ ນະຄອນຫຼວງວຽງຈັນ. 

ໄວໜຸ່ມທຸກຄົນລ້ວນແຕ່ຈະເຕີບໃຫຍ່ໄປໃນມື້ທີ່ພວກເຂົາຈະມີຈຸດປ່ຽນຂອງຊີວິດ ທີ່ຕ້ອງໄດ້ຕັດສິນໃຈທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງພວກເຂົາ. ເຖິງແນວໃດກໍຕາມ, ການຄົ້ນຄວ້າຍັງສະແດງໃຫ້ເຫັນວ່າ ໄວໜຸ່ມສ່ວນໃຫຍ່ຍັງຂາດຄວາມຮູ້ທີ່ຈໍາເປັນ ໃນການຕັດສິນໃຈໃນເລື່ອງດັ່ງກ່າວ ດ້ວຍຄວາມຮັບຜິດຊອບ ທີ່ພາໃຫ້ພວກເຂົາມີຄວາມສ່ຽງໃນການຖືກບັງຄັບ, ການຕິດເຊື້ອທາງເພດສໍາພັນ ແລະ ການຖືພາໂດຍບໍ່ຕັ້ງໃຈ. 

ເພດສຶກສາແບບຄົບຖ້ວນ ຈະເຮັດໃຫ້ໄວໜຸ່ມຮູ້ຮັກສາສຸຂະພາບ, ການເປັນຢູ່ທີ່ດີ ແລະ ກຽດສັກສີຂອງພວກເຂົາ. ໂຄງການດັ່ງກ່າວແມ່ນອີງໃສ່ຫຼັກການສິດທິມະນຸດ, ທີ່ຈະມີຄວາມກ້າວໜ້າທາງຄວາມເທົ່າທຽມທາງເພດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ. ເຊິ່ງເພດສຶກສາແບບຄົບຖ້ວນນີ້ ຍັງມີຄວາມສໍາຄັນໃນການຊ່ວຍໃຫ້ຊາວໜຸ່ມໄດ້ສະທ້ອນເຫັນບັນທັດຖານທາງສັງຄົມ, ເຂົ້າໃຈ ແລະ ຈັດການກັບຄວາມສຳພັນກັບໝູ່ເພື່ອນ, ພໍ່ແມ່, ຄູອາຈານ, ຜູ້ໃຫຍ່ ແລະ ຊຸມຊົນອ້ອມຂ້າງພວກເຂົາອີກດ້ວຍ. 

ການປະເມີນຜົນໄດ້ເນັ້ນໃຫ້ເຫັນບັນດາວຽກງານທີ່ປະສົບຜົນສໍາເລັດ ເປັນຕົ້ນ ການນໍາໃຊ້ປຶ້ມຄູ່ມືສິດສອນສໍາລັບຄູ, ການຝຶກອົບຮົມທີ່ໄດ້ພວກເຂົາໄດ້ສະເໜີໃຫ້ເພື່ອສາມາດສິດສອນນັກຮຽນຂອງພວກເຂົາ ແລະ ການແລກປ່ຽນບົດຮຽນ ລວມເຖິງການສະໜັບສະໜູນຈາກກະຊວງສຶກສາທິການ ແລະ ກິລາ ແລະ ອົງການ UNFPA. ຜູ້ເຂົ້າຮ່ວມຍັງໄດ້ສົນທະນາກ່ຽວກັບບັນດາຄວາມທ້າທາຍ ແລະ ວິທີການແກ້ໄຂບັນຫາໃນຕໍ່ໜ້າ ເປັນຕົ້ນແມ່ນ ໄລຍະເວລາໃນການສິດສອນຕາມຫຼັກສູດ, ຄວາມຕ້ອງການຂອງລາຍລະອຽດເພີ່ມເຕີມໃນປຶ້ມຄູ່ມືສິດສອນ ເພື່ອຊ່ວຍໃຫ້ຄູສາມາດຕອບທຸກໆຄໍາຖາມຈາກນັກຮຽນ, ການວາງແຜນການຝຶກອົບຮົມສຳລັບການບັນຈຸຄູໃໝ່ ແລະ ຄວາມຕ້ອງການທາງດ້ານເຄື່ອງມືອຸປະກອນໃນການເຮັດກິດຈະກຳຫຼິ້ນເກມ ແລະ ການຫຼິ້ນລະຄອນ (Role play) ຕາມປຶ້ມສິດສອນ ໂດຍສະເພາະເພື່ອຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ແກ່ການສິດສອນຄົນຊົນເຜົ່າ.

ຢູ່ ສປປ ລາວ, ລັດຖະບານໄດ້ໃຫ້ຄໍາໝັ້ນສັນຍາ ໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ICPD25 ທີ່ຈະເຮັດໃຫ້ຫຼັກສູດເພດສຶກສາແບບຄົບຖ້ວນນັ້ນ ຄວບຄຸມໃນຂອບເຂດທົ່ວປະເທດໃນການສິດສອນຂັ້ນປະຖົມ, ມັດທະຍົມ ແລະ ວິຊາຊີບ. 

ຫຼັກສູດເພດສຶກສາແບບຄົບຖ້ວນ ໄດ້ຖືກຈັດຕັ້ງປະຕິບັດ ສິດສອນຢູ່ໃນໂຮງຮຽນມັດຖະຍົມຕອນຕອນຕົ້ນ ແລະ ຕອນປາຍ 45 ແຫ່ງ ແລະ ໂຮງຮຽນເຕັກນິກວິຊາຊີບ 1ແຫ່ງ ໃນ ແຂວງ ບໍ່ແກ້ວ. ນັບຕັ້ງແຕ່ປີ 2019, ຄູມັດຖະຍົມຈໍານວນ 110 ຄົນໄດ້ຮັບການຝຶກອົບຮົມເພື່ອປະກອບເອົາ ເພດສຶກສາແບບຄົບຖ້ວນນີ້ເຂົ້າໃນວິຊາທີ່ກ່ຽວຂ້ອງ ເພື່ອເປັນຫຼັກສູດແຫ່ງຊາດ ແລະ ສິດສອນໃຫ້ນັກຮຽນຈໍານວນ 25,000 ຄົນທົ່ວແຂວງບໍ່ແກ້ວ. ນອກນັ້ນ ຄູຈໍານວນ 30 ຄົນກໍໄດ້ຮັບການຝຶກອົບຮົມເປັນເວລາໜຶ່ງອາທິດເຕັມກ່ຽວກັບເພດສຶກສາແບບຄົບຖ້ວນ ແລະ ໄດ້ຝຶກອົບຮົມຕໍ່ໃຫ້ກັບນັກຮຽນ ແລະ ນັກຮຽນວິຊາຊີບຈໍານວນກວ່າ 900 ຄົນໃນແຂວງບໍ່ແກ້ວ. 

ຂ້າພະເຈົ້າຂໍຢ້ຳຄືນເຖິງຄວາມສຳຄັນຂອງວຽກງານ ເພດສຶກສາ. ໃນສັງຄົມທີ່ເປີດກ້ວາງໃນປັດຈຸບັນ ສິ່ງທີ່ທ້າທ້າຍກໍແມ່ນຄວາມສຳພັນທາງເພດ ທີ່ໄວໜຸ່ມຍິງໄດ້ຕົກເປັນເຫຍື່ອຈາກການທີ່ມີຄວາມຮູ້ນ້ອຍໃນການປ້ອງກັນຕົນເອງ.  ສະນັ້ນເພດສຶກສາແບບຄົບຖ້ວນເຂົ້າຫຼັກສູດ ເພດສຶກສາແມ່ນມີຄວາມຈຳເປັນຢ່າງຫຍິ່ງໃຫ້ແກ່ລູກຫຼານປະຊາຊົນລາວເຮົາ” ກ່າວໂດຍທ່ານ ດຣພຸດ ສິມມະລາວົງຮອງນາຍຍົກລັດຖະມົນຕີກະຊວງສຶກສາແລະກິລາ  

ໂດຍການຮ່ວມມືກັບບັນດາຄູ່ຮ່ວມພັດທະນາອື່ນໆເຊັ່ນ ອົງການຊາຍຟັນ ແລະ ອົງການແພລນ, ເພດສຶກສາຈະໄດ້ຮັບການຂະຫຍາຍຕື່ມອີກເຖິງ 2 ເມືອງໃນແຂວງຊຽງຂວາງ, 2 ເມືອງໃນແຂວງຫົວພັນ,1 ເມືອງໃນແຂວງອຸດົມໄຊແລະ 3 ເມືອງໃນນະຄອນຫຼວງວຽງຈັນໃນປີ 2020-2021 ແລະຈະບັນລຸໄປຮອດ ນັກຮຽນມັດທະຍົມຫຼາຍກວ່າ 19,000 ຄົນແລະນັກຮຽນ TVET 600 ຄົນ. 

ພູມໃຈທີ່ເປັນເຮົາກໍໄດ້ໃຊ້ນື້ອຫາຫຼັກກ່ຽວກັບຄວາມຫຼາກຫຼາຍຂອງເພດແລະແນວທາງເພດ ສຳລັບການຝຶກອົບຮົມ LGBT. ການປະເມີນຜົນຢ່າງໄວວາສາມາດຊ່ວຍໃຫ້ ກ່ອນການຂະຫຍາຍເພດສຶກສາ ມີການວິເຄາະທີ່ສຳຄັນຂອງບັນດາໂຄງການທີ່ຖືກຈັດຕັ້ງປະຕິບັດ ເພື່ອພິຈາລະນາສິ່ງທ້າທາຍແລະປັບຕົວເຂົ້າໃນຂັ້ນຕອນຕໍ່ໄປນີ້” ກ່າວໂດຍທ່ານ ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: 

 ທ່ານ ໂອລົດ ແສນອາສາ (UNFPA)

ຜູ້ປະສານງານ UNFPA Lao ໂຄງການ SRH 

Email: sene-asa@unfpa.org 

 

ທ່ານ ນາງ ເພັດມະນີ ວິຍາເດດ

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.