You are here

ວັນທີ 24 ມັງກອນ 2022 ທີ່ນະຄອນຫຼວງວຽງຈັນ - ມື້ນີ້, ລັດຖະບານ ສປ ລາວ ຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ຮ່ວມກັນຈັດປະຊຸມປິດແຜນງານຮອບວຽນທີ 6 ປະຈຳປີ 2017-2021 ແລະ ເປີດແຜນດຳເນີນງານຮອບວຽນທີ 7 ສົກປີ 2022-2026 ທີ່ໄດ້ຮັບການຮັບຮອງແລ້ວຈາກຄະນະບໍລິຫານງານ ອົງການ UNFPA ໃນເດືອນ ກັນຍາ 2021. ແລະ ຈະໄດ້ມີການລົງນາມແຜນວຽກ (CPAP) ສໍາລັບແຜນດໍາເນີນງານຮອບວຽນທີ 7 ໂດຍ ກະຊວງ ແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ (UNFPA). ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນແລະ ຄູ່ຮ່ວມພັດທະນາກໍໄດ້ເຂົ້າຮ່ວມທາງອອນໄລນ໌.

ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນພິທີເປີດກອງປະຊຸມວ່າ:ໃນໄລຍະຜ່ານມາ ເຖີງວ່າການປະຕິບັດແຜນງານການຮ່ວມມື ປະຈຳປີ 2017-2021 ແມ່ນໄດ້ຮັບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ໃນຫຼາຍດ້ານກໍ່ຕາມ ແຕ່ໃນແຜນງານການຮ່ວມມືຮຽບວຽນທີ 7 ສົກປີ 2022-2026 ນີ້ ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງໄດ້ສຸມໃສ່ຮ່ວມກັນປະຕິບັດໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍ. ສະນັ້ນ, ຈື່ງຮຽກຮ້ອງໃຫ້ທຸກໆພາກສ່ວນສືບຕໍ່ເອົາໃຈໃສ, ໃຫ້ຄວາມສໍາຄັນ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບ ກະຊວງ/ຂະແໜງການຂອງຕົນ ເຊີ່ງແຜນງານການຮ່ວມມື ຮອບວຽນ 7 ນີ້ແມ່ນປະກອບມີ 4 ຜົນໄດ້ຮັບຫຼັກຄື: ແຜນງານສຸຂະພາບຈະເລີນພັນ, ແຜນງານໄວໜຸ່ມ ແລະ ເຍົາວະຊົນ, ແຜນງານຄວາມສະເໝີພາບ ຍີງ-ຊາຍ ແລະການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ, ແລະ ການປ່ຽນແປງດ້ານປະຊາກອນ.

ແຜນງານກອບການຮ່ວມມືຮອບວຽນທີ 7 ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ UNFPA ໄດ້ຮັບການພັດທະນາຂື້ນ ໃນປີຜ່ານ​ມາໂດຍ​ຜ່ານການປຶກສາຫາລືກັບ ລັດຖະບານ ສ​ປ​ປ ລາວ ກໍ່​ຄື​ບັນ​ດາ​ກະ​ຊວງ​/ຂະ​ແໜງ​ການ ແລະ ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດໂຕ​ຈີ່ງ, ບັນດາຄູ່ຮ່ວມງານແບບສອງຝ່າຍ, ອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ. ໂດຍອີງໃສ່ຜົນສຳເລັດຂອງແຜນງານໃນໄລຍະຜ່ານມາ ແລະ ບົດຮຽນທີ່ຖອດຖອນໄດ້, ໂດຍນຳໃຊ້ຂໍ້ມູນຈາກການສຶກສາປະຊາກອນ ສ​ປ​ປ ລາວ 2030 ພ້ອງ​ທັງສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ IX, ປະຕິບັດຕາມຄວາມໝາຍໝັ້ນຂອງລັດຖະບານຕໍ່ກອງປະຊຸມສາກົນກ່ຽວກັບການພັດທະນາປະຊາກອນ ຄັ້ງທີ 25 (ICPD25), ແລະ ກອບ​​ການຮ່ວມມືດ້ານການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (UNSDCF), ແຜນງານການຮ່ວມມືຮອບວຽນທີ 7 ນີ້ ແມ່ນຈະສຸມໃສ່ 3 ​​ເປົ້າໝາຍຫຼັກ ຂອງການປ່ຽນແປງ ຄື: 1). ການຕາຍຂອງແມ່ໃຫ້ເປັນສູນ (0) ; 2). ຄວາມຕ້ອງການດ້ານການວາງແຜນຄອບຄົວທີ່ບໍ່ໄດ້ຕອບສະໜອງໃຫ້ເປັນສູນ (0) ; ແລະ 3). ຄວາມຮຸນແຮງບົນພື້ນຖານທາງເພດ ລວມທັງການປະຕິບັດທີ່ເປັນອັນຕະລາຍໃຫ້ເປັນສູນ (0).

ໃນໄລຍະ 5 ປີທີ່ຜ່ານມາ, ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ UNFPA ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງ ໃນດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ລວມທັງການວາງແຜນຄອບຄົວ, ການສົ່ງເສີມສິດທິແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ. ຜ່ານການໂຄສະນາສົ່ງເສີມດ້ານນະໂຍບາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່​​ລະບົບ, ການບໍລິການທີ່ມີ​​ຄຸນນະພາ, ແຜນງານຮອບວຽນທີ 6 ປະຈຳປີ 2017-2021 ແມ່ນໄດ້ຮັບໝາກຜົນອັນພົ້ນເດັ່ນໃນການເພີ່ມທະວີການລົງທຶນຂອງປະເທດ​​ໃນວຽກງານການວາງແຜນຄອບຄົວຈາກ 3.5% ຂຶ້ນເປັນ 31% ; ຄູອາຈານຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມເພີ່ມຂຶ້ນຈາກ 9.5% ເປັນ 89% ; ໄດ້ລວມເອົາເພດສຶກສາແບບຮອບດ້ານເຂົ້າໃນຫຼັກສູດການຮຽນການສອນຂອງໂຮງຮຽນ ; ສິດທິ ແລະ ສຸຂະພາບແມ່ຍິງ ແລະ ເດັກຍິງ ໄດ້ຮັບການປົກປ້ອງລວມທັງໃນພາວະ​​ວິກິດດ້ວຍການສະໜອງຊຸດເຄື່ອງໃຊ້ທີ່ຈຳເປັນໃຫ້ແມ່ຍິງ ແລະ ການບໍລິການໃຫ້ຄໍາປຶກສາ, ລວມທັງສາຍດ່ວນ ຫຼື ການຊ່ວຍເຫຼືອຜ່ານທາງສາຍດວ່ນ ຫຼື ໂທລະສັບ.

ທ່ານ ນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າອົງການ ສະຫະປະຊາຊາດກອງທືນສຳລັບປະຊາກອນ ປະຈຳ ສປປ ລາວ, ໄດ້ກ່າວມີຄຳເຫັນວ່າ:ແຜນງານລະດັບປະເທດສະບັບໃໝ່ ຫຼື ແຜນງານການຮ່ວມມືຮອບວຽນທີ 7 ສົກປີ 2022-2026 ນີ້ແມ່ນຈະເລັ່ງລັດຄວາມຄືບໜ້າໄປສູ່ການບັນລຸຜົນໃນການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທີຕໍ່ການຈະເລີນພັນ. ເພື່ອເຮັດໃຫ້ວິໄສທັດນີ້ດັ່ງກ່າວກາຍເປັນຮູບປະທໍາ, ພວກເຮົາຈະສຸມໃສ່ບຸລິມະສິດ ດັ່ງນີ້: ປັງປຸງຄຸນນະພາບການຮັກສາສຸຂະພາບຂອງແມ່ໂດຍຜະດຸງຄັນທີ່ມີຄວາມຊໍານານ ແລະ ໄດ້ຮັບການຝຶກອົບຮົມ, ລວມທັງຜ່ານການບໍລິການສຸຂະພາບທາງໄກ (Telehealth); ຫຼຸດຜ່ອນຄວາມຕ້ອງການຕໍ່ການວາງແຜນຄອບຄົວທີ່ບໍ່ໄດ້ຕອບສະໜອງ, ໂດຍສະເພາະໃນກຸ່ມເຍົາວະຊົນ ແລະ ກຸ່ມຄົນທີ່ຍັງບໍ່ທັນແຕ່ງງານ; ຫຼຸດຜ່ອນການຖືພາໃນໄວໜຸ່ມໂດຍຜ່ານເພດສຶກສາແບບຮອບດ້ານ; ຢຸດຕິຄວາມຮຸນແຮງບົນພື້ນຖານທາງເພດດ້ວຍການໃຫ້ການບໍລິການທີ່ຈໍາເປັນ, ລວມທັງສຸຂະ ພາບຈິດ ແລະ ການຊ່ວຍເຫຼືອດ້ານຈິດຕະ-ສັງຄົມໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ແລະ ການມີສ່ວນຮ່ວມຂອງຜູ້ຊາຍ ແລະ ເດັກຊາຍໃນວຽກງານນີ້. ອົງການ UNFPA ຈະສືບຕໍ່ໃຫ້ການສະໜັບສະໜູນດ້ານວິຊາການ ແລະ ດ້ານການເງິນເພື່ອຜະລິດຂໍ້ມູນປະຊາກອນທີ່ມີຄຸນນະພາບສູງໂດຍຜ່ານການສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ໃນປີ 2025 ແລະ ການສໍາຫຼວດຕ່າງໆເພື່ອຕິດຕາມກວດກາບັນດາແຜນການແຫ່ງຊາດ ແລະ ຂະແໜງການ ແລະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ NSEDP ແລະ ແຜນການຂອງຂະແໜງການຕ່າງໆໃນໄລຍະຕໍ່ໄປ.

ການເປີດແຜນງານດັ່ງກ່າວໄດ້ຍົກໃຫ້ເຫັນຄວາມຄືບໜ້າ ແລະ ຜົນສຳເລັດທີ່ຍາດມາໄດ້ ແລະ ໄດ້ນໍາສະ     ເໜີພາບ ລວມຂອງແຜນງານການຮ່ວມມືຮອບວຽນທີ 7 ສົກປີ 2022-2026. ບັນດາທ່ານຮອງລັດຖະມົນຕີຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ , ຮອງປະທານສະຫະພັນແມ່ຍິງລາວ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງປະທານຄະນະກໍາມະການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ໃນຖານະເປັນຄູ່ຮ່ວມງານຫຼັກໃນການຈັດຕັ້ງປະຕິບັດ, ກໍ່ສະແດງເຖິງຄວາມມຸ່ງໝັ້ນເພື່ອເສີມສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ການເລັ່ງລັດການຈັດຕັ້ງປະຕິບັດໃນ 5 ປີຕໍ່​​ໜ້າ.

 

**********************

UNFPA ແມ່ນອົງການດ້ານສຸຂະພາບທາງເພດ ແລະ ສຸຂະພາບ​​ຈະເລີນພັນຂອງສະຫະປະຊາຊາດ, ເຮັດວຽກໃນ 150 ກວ່າ ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸຜົນເຮັດໃຫ້ການຕາຍຂອງແມ່ກາຍເປັນ 0, ຄວາມຕ້ອງການໃນການວາງແຜນຄອບ ຄົວທີ່ບໍ່ໄດ້ຕອບສະໜອງກາຍເປັນ 0, ແລະ ການອີງໃສ່ເພດຍິງ-ຊາຍໃຫ້ກາຍເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມ ຈົ່ງຕິດຕໍ່:

ທ່ານ ພອນໄຊ ສິດທິຣາດວົງສາ

ເຈົ້າໜ້າທີ່ຕິດຕາມກວດກາ ແລະ ປະເມີນຜົນ, ອົງການ UNFPA ປະຈໍາ ສປປລາວ

sithirajvongsa@unfpa.org

ນາງ ວັນລີ ລໍກ່ວາງມິງ

ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມງານ, ອົງການ UNFPA ປະຈໍາ ສປປລາວ

lorkuangming@unfpa.org