ການປິດເມືອງເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ສະຖາບັນການສຶກສາທົ່ວປະເທດ, ລວມເຖິງວິທະຍາໄລວິທະຍາສາດສຸຂະພາບ ຢູ່ ແຂວງ ຊຽງຂວາງ. ນັກສຶກສາທຸກຄົນຈຳເປັນຕ້ອງໄດ້ເດີນທາງກັບບ້ານ ເຊິ່ງເປັນສ່ວນໜຶ່ງຂອງການປະຕິບັດມາດຕະການປ້ອງກັນໃນທົ່ວປະເທດ. ໃນປັດຈຸບັນທົ່ວໂລກ, ການຕາຍຂອງແມ່ແລະເດັກເກີດໃໝ່ລວມໄປເຖິງການຕາຍຂອງເດັກເກີດກ່ອນກຳນົດ ແມ່ນມີຕົວເລກເພີ່ມຂຶ້ນ, ແລະ ການເກີດອາການສົນໃນໄລຍະຖືພາ ແລະ ໂລກຊຶມເສົ້າໃນບັນດາແມ່ຍິງຖືພາແມ່ນມີອັດຕາທີ່ສູງຂຶ້ນ. ໃນ ສປປ ລາວ, ການຄາດຄະເນໃນເບື້ອງຕົ້ນໃນປີ 2020 ມີແນວໂນ້ມທີ່ຈະຊີ້ໃຫ້ເຫັນເຖິງການເພີ່ມຂຶ້ນຂອງການຕາຍຂອງແມ່, ເມື່ອປຽບທຽບກັບຕົວເລກໃນປີ 2019.
“ມັນເປັນສິິ່ງທີ່ໜ້າເສົ້າໃຈຫຼາຍທີ່ສະຖາບັນຂອງພວກເຮົາຕ້ອງໄດ້ປິດລົງ, ແຕ່ວ່າໃນຄັ້ງນີ້ພວກເຮົາໄດ້ກຽມຄວາມພ້ອມໃນການໃຫ້ ບົດຮຽນຜ່ານທາງອອນລາຍ” ທ່ານ ນາງ ສຸກສະຫວັນ, ຄູສອນຜະດຸງຄັນໃນແຂວງຊຽງຂວາງ ໄດ້ກ່າວໄວ້, “ນັກສຶກສາທຸກຄົນໄດ້ ຮຽນທາງອອນລາຍ. ມີບົດເຝິກຫັດ ແລະ ກິດຈະກຳໃນຫຼັກສູດໃຫ້ນັກສຶກສາໄດ້ເຮັດ ໂດຍມີມື້ກຳນົດສົ່ງຢ່າງຄັກແນ່. ທາງເຮົາຍັງໄດ້ອັດວີດິໂອການສາທິດວິິທີການປະຕິບັດວຽກງານຂອງຜະດຸງຄັນແລ້ວເອົາລົງໃນແອັບ Tiktok, ເຊິ່ງເພຈຂອງພວກເຮົາແມ່ນມີຜູ້ຕິດຕາມຫຼາຍກວ່າ 1,100 ຄົນແລ້ວ.”
ສະຖາບັນການແພດແຂວງຊຽງຂວາງໄດ້ເປັນແບບຢ່າງໃຫ້ສະຖາບັນອື່ນໆໃນການປັບປ່ຽນວິທີການສອນເພື່ອໃຫ້ການຮຽນຂອງນັກສຶກສາສາມາດສືບຕໍ່ໄປໄດ້. ເຊິ່ງມັນຈະບໍ່ສາມາດເກີດຂຶ້ນ ຖ້າຫາກບໍ່ມີການຮວ່ມມືຂອງທັງ ແພດພະດຸງຄັນ, ຄູສອນ ແລະ ນັກສຶກສາທຸກໆຄົນ. ສຳລັບຫຼາຍຄົນ, ໃນຊ່ວງເວລານີ້ ພວກເຂົາຍັງມີຄວາມຕ້ອງການໃຫ້ໄປຊ່ວຍເຫຼືອໂຮງໝໍ ແລະ ຄລີນິກຕ່າງໆ ທີ່ໃຫ້ການບໍລິການດູແລແມ່ ຫຼື ການຮັກສາສຸຂະພາບດ້ານອື່ນໆ.
ຜະດຸງຄັນແມ່ນເສົາຫຼັກໃນການຫຼຸດຜ່ອນການຕາຍຂອງແມ່ແລະເດັກເກີດໃໝ່ ແລະ ຊ່ວຍປັບປຸງສຸຂະພາບແລະການເປັນຢູ່ຂອງແມ່ຍິງແລະເດັກອີກດ້ວຍ. ການລົງທຶນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຄຸນນະພາບການບໍລິການຂອງຜະດຸງຄັນໄດ້ສົ່ງຜົນດີໃຫ້ແກ່ສຸຂະພາບແມ່, ເດັກເກີດໃໝ່ ແລະ ເດັກ. ຫຼັກຖານຫຼ້າສຸດ ໄດ້ສະແດງໃຫ້ເຫັນວ່າ 83% ຂອງການຕາຍທັງໝົດໃນກຸ່ມແມ່, ເດັກເກີດກ່ອນກຳນົດ ແລະ ເດັກເກີດໃໝ່ ແມ່ນສາມາດຫຼີກລ້ຽງໄດ້ ຖ້າໄດ້ຮັບການດູແລດ້ານຜະດຸງຄັນແບບເຕັມຮູບແບບເຊິ່ງລວມໄປເຖິງການວາງແຜນຄອບຄົວອີກດ້ວຍ. ເພື່ອໃຫ້ໝັ້ນໃຈວ່າແມ່ຍິງທຸກຄົນໃນຊ່ວງອາຍຸຂອງການຈະເລີນພັນ ສາມາດຮັບການດູແລດ້ານການແພດພະດຸງຄັນທີ່ມີຄຸນນະພາບສູງ, ເຮົາຕ້ອງຖືເອົາປັດໃຈສຳຄັນດັ່ງນີ້: i) ໃຫ້ຈັດຕັ້ງມາດຕະຖານການສຶກສາຂອງຜະດຸງຄັນໃຫ້ຢູ່ໃນລະດັບທີ່ສູງ, ii) ສ້າງແລະຈັດຕັ້ງຈຳນວນຜະດຸງຄັນໃຫ້ຢູ່ໃນເກນທີ່ເໝາະສົມ ແລະ iii) ຈັດຕັ້ງແຜນງານດ້ານນະໂຍບາຍແລະກົດໝາຍໃຫ້ມີຄວາມເຂັ້ນແຂງ ແລະ ພ້ອມກັນນັ້ນໃຫ້ມີຄວາມຈະແຈ້ງໃນດ້ານການນຳໃຊ້.
ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາໃນການບັນລຸເປົ້າໝາຍທີ່ໄດ້ຕົກລົງໃນກອງປະຊຸມ ICPD25 (ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ 25) ວ່າພາຍໃນປີ 2030, ຈະບໍ່ໃຫ້ມີການຕາຍຂອງແມ່ (MMR) ໂດຍນຳໃຊ້ການດູແລທີ່ມີຄຸນນະພາບ ແລະ ການນຳໃຊ້ແຜນຍຸດທະສາດ ດ້ານສຸຂະພາບຈະເລີນພັນ, ສຸຂະພາບແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ, ແລະ ໃຫ້ໝັ້ນໃຈວ່າມີການສະໜອງການບໍລິການດ້ານສຸຂະພາບທີ່ສາມາດເຂົ້າເຖິງໄດ້, ລາຄາບໍ່ແພງ ແລະ ມີຄຸນນະພາບສູງ. ເປົ້າໝາຍໄດ້ຖືກຈັດຕັ້ງ, ເພື່ອເພີ່ມຈຳນວນແມ່ຍິງທີ່ຜ່ານການເກີດລູກໂດຍມີການຊ່ວຍເຫຼືອຈາກຜູ້ຊ່ຽວຊານສະເພາະດ້ານການເກີດລູກໃຫ້ຂຶ້ນເປັນ 90%. ອີງຕາມສະຖິຕິຫຼ້າສຸດ(LSIS II, 2017), ມີພຽງ 65% ຂອງແມ່ຍິງທັງໝົດທີ່ໄດ້ເກີດລູກໂດຍມີການຊ່ວຍເຫຼືອຈາກຜູ້ຊ່ວຍເກີດລູກທີ່ຊຽວຊານ. ການບໍລິການດ້ານຜະດຸງຄັນທີ່ມີຄຸນນະພາບແລະໄດ້ຮັບຄວາມເຊື່ອໃຈຈາກປະຊາກອນແມ່ນມີຄວາມສຳຄັນໃນການບັນລຸເປົ້າໝາຍ ICPD25.
ໃນ ສປປ ລາວ, ອົງການ UNFPA ໄດ້ໃຫ້ການຊ່ວຍເຫຼືອຕໍ່ ກະຊວງສາທາລະນະສຸກ ໂດຍຜ່ານຫຼາກຫຼາຍວິທີການແລະການຮ່ວມມື ເພື່ອບັນລຸຄຳໝັ້ນສັນຍາຕ່າງໆຂອງ ICPD25. ວຽກງານດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມມືເຊິ່ງປະກອບມີ ທຶນເພື່ອການຊ່ວຍເຫຼືອແລະການພັດທະນາຂອງປະເທດລຸກຊຳບວກ, ມູນນິທິເພື່ອສຸຂະພາບສາກົນຂອງ ສ.ເກົາຫຼີ (KOFIH), ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA). ການຮ່ວມມືດັ່ງກ່າວແມ່ນສົ່ງຜົນຕໍ່ການບັນລຸພາລະກິດສຳຄັນທີ່ຈັດຕັ້ງໂດຍອົງການ UNFPA ຄື: i) ເຮັດໃຫ້ການບໍລິການສາທາລະນະສຸກແລະການຈະເລີນພັນ ສາມາດເຂົ້າເຖິງ ແລະ ນຳໃຊ້ໄດ້ໂດຍທຸກໆຄົນ, ii) ເສີມສ້າງຄວາມສາມາດໃຫ້ແກ່ຜະດຸງໃຫ້ໄດ້ມາດຕະຖານສາກົນ, ລວມເຖິງການສ້າງຜະດຸງຄັນຈາກກຸ່ມຊົນເຜົ່າຕ່າງໆ iii) ການສື່ສານທີ່ເປັນມິດຕໍ່ໄວໜຸ່ມ, ການໃຫ້ຄຳປຶກສາ, ແລະ ການບໍລິການທີ່ຄຳນຶງເຖິງຄວາມອ່ອນໄຫວດ້ານເພດ ແລະ ໃຫ້ທາງເລືອກແກ່ຜູ້ໃຊ້ບໍລິການໃຫ້ໄດ້ຮັບຂໍ້ມູນຢ່າງຄົບຖ້ວນ.
ອົງການ UNFPA ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ການເງິນໃຫ້ແກ່ ກະຊວງສາທາລະນະສຸກ ເພື່ອສ້າງຄວາມເຂັ້ມແຂງຕໍ່ຄຸນນະພາບຂອງການບໍລິການຂອງແພດໝໍ, ໂດຍສະເພາະກໍແມ່ນຜະດຸງຄັນເອງ, ໂດຍການຈັດຕັ້ງການເຝິກອົບຮົມຕ່າງໆ ໃນດ້ານການພັດທະນາຄວາມເປັນມືອາຊີບຢ່າງຕໍ່ເນື່ອງ. ການເຝີກອົບຮົມເຫຼົ່ານີ້ໄດ້ສືບຕໍ່ຈັດຕັ້ງຜ່ານທາງອອນລາຍໃນຊ່ວງການປິດປະເທດ, ລວມເຖິງການເຝິກອົບຮົມດ້ານການວາງແຜນຄອບຄົວສຳລັບແພດໝໍພາຍໃນແຂວງຊຽງຂວາງ ເຊິ່ງໄດ້ຈັດໃນວັນທີ 21-29 ເດືອນກໍລະກົດ.
ທ່ານ ນາງ ອໍຣະວັນ, ຫົວໜ້າຄູເຝິກໄດ້ກ່າວໄວ້ວ່າ “ໃນປັດຈຸບັນຂ້າພະເຈົ້າ ໄດ້ອາໄສຢູ່ທີ່ແຂວງສາລາວັນ; ກ່ອນທີ່ຈະມີການປິດປະເທດ, ຂ້າພະເຈົ້າກໍມີຄວາມຈຳເປັນຕ້ອງເດີນທາງໄປແຂວງຕ່າງໆເພື່ອເຂົ້າຮ່ວມການເຝິກອົບຮົມ, ແຕ່ວ່າມາຮອດຕອນນີ້ແມ່ນບໍ່ມີຄວາມຈຳເປັນແລ້ວ. ຈຸດດີກໍຄືພວກເຮົາສາມາດປະຢັດຄ່າເດີນທາງ, ແລະ ຍັງສາມາດສືບຕໍ່ສ້າງໂອກາດໃນການຮຽນຮູ້ໃຫ້ແກ່ແພດໝໍທົ່ວປະເທດໄດ້.” ທ່ານຍັງກ່າວຕື່ມອີກວ່າ, “ໃນຊ່ວງທຳອິດ, ມີຜູ້ເຂົ້າຮ່ວມຫຼາຍຄົນທີ່ໄດ້ພົບຂໍ້ຫຍຸ້ງຍາກໃນການຮຽນແລະເຝິກອົບຮົມຜ່ານທາງອອນລາຍ, ແຕ່ເຮົາກໍໄດ້ສ້າງກຸ່ມໃນແອັບ WhatsApp ທີ່ເຮົາໄດ້ສົ່ງຂັ້ນຕອນແລະບົດຮຽນໃຫ້ໂດຍຜ່ານແອັບກ່ອນມື້ຝຶກອົບຮົມ, ໃນຕອນນີ້ທຸກໆຄົນກໍລຶ້ງເຄີຍກັບການຮຽນອອນລາຍແລ້ວ.”
ນາງ ກິນນາລີ ວັງວິໄລຈິດ, ໜຶ່ງໃນຜູ້ເຂົ້າຮ່ວມການເຝິກອົບຮົມດ້ານການວາງແຜນຄອບຄົວຈາກໂຮງໝໍເມືອງພະໄຊ ໄດ້ກ່າວຕື່ມວ່າ “ການເຝິກອົບຮົມທາງອອນລາຍກໍມີຂີດຈຳກັດຂອງມັນໃນດ້ານການນຳໃຊ້ຕົວຈິງ. ແນວໃດກໍຕາມ, ມັນກໍສາມາດເຮັດໃຫ້ຂ້ອຍສາມາດຮຽນຕໍ່ຈາກສະຖານທີ່ໃດກໍໄດ້. ບົດຮຽນທີ່ໄດ້ແບ່ງປັນໃນຊ່ວງການເຝິກແລະພາຍໃນກຸ່ມ Whatsapp , ໄດ້ຊ່ວຍຂ້ອຍຫຼາຍ ແລະ ຖ້າມີຄຳຖາມຂ້ອຍກໍສາມາດຖາມໄດ້ໃນກຸ່ມອີກດ້ວຍ. ການເຝິກອົບຮົມຄັ້ງນີ້ແມ່ນມີຄຸນປະໂຫຍດຕໍ່ຕົວຂ້ອຍຫຼາຍ, ເຊິ່ງຂ້ອຍໄດ້ຮຽນຮູ້ກ່ຽວກັບວິທີການຕອບສະໜອງຕໍ່ສະຖານະການຂອງພະຍາດໂຄວິດ-19 ໃນປັດຈຸບັນ ແລະ ຕອບສະໜອງຕໍ່ຄວາມຕ້ອງການທີ່ສູງໃນການໃຫ້ບໍລິການດ້ານການວາງແຜນຄອບຄົວ”.
ສປປ ລາວ ມີອັດຕາການຕາຍຂອງແມ່ ແລະ ເດັກ ສູງທີ່ສຸດໃນຂົງເຂດ ASEAN. ຜະດຸງຄັນມີບົດບາດທີ່ສຳຄັນຫຼາຍໃນການປ້ອງກັນແລະຫຼຸດຜ່ອນອັດຕາການຕາຍເຫຼົ່ານັ້ນ. ເຖິງຈະແມ່ນໃນຊ່ວງການຂອງພະຍາດໂຄວິດ-19, ທາງເຮົາກໍຕ້ອງໃຫ້ໝັ້ນໃຈວ່າຄຸນນະພາບການສຶກສາດ້ານຜະດຸງຄັນແມ່ນຢູ່ໃນລະດັບທີ່ສູງ, ສ້າງກຸ່ມບຸກຄະລາກອນຜະດຸງຄັນໃໝ່ທີ່ມີທັກສະສູງ ແລະ ພັດທະນາທັກສະໃໝ່ໃຫ້ແກ່ຜະດຸງຄັນທີ່ພວມປະຕິບັດວຽກງານໃນປັດຈຸບັນ. ພຽງເທົ່ານັ້ນ ເຮົາຈຶ່ງຈະສາມາດເລັ່ງມືຫຼຸດຜ່ອນການຕາຍຂອງແມ່ ແລະ ປັບປຸງຄຸນນະພາບການດູແລສຸຂະພາບຂອງແມ່.