ພະຍາດລະບາດຂອງ COVID-19 ໄດ້ສະແດງໃຫ້ພວກເຮົາເຫັນວ່າການກໍ່ສ້າງຊັບພະຍາກອນມະນຸດຄືການລົງທືນໃນທັກສະແລະຄວາມສາມາດຂອງປະຊາຊົນແມ່ນມີຄວາມສຳຄັນ ຖ້າຫາກບັນດາປະເທດ, ສັງຄົມ ແລະ ປະຊາຊົນຕ້ອງຟື້ນຕົວ ແລະ ປັບຕົວເຂົ້າກັບສະພາບການປ່ຽນແປງ.
ຜົນຕອບແທນສູງຂອງການລົງທືນໃນການວາງແຜນຄອບຄົວ ການເພີ່ມການລົງທືນໃນການວາງແຜນຄອບຄົວແບບສະໝັກໃຈແມ່ນຄຸ້ມຄ່າໃຊ້ຈ່າຍສູງສຳລັບລັດຖະບານ: ການໃຊ້ຈ່າຍ 1 ໂດລາ ສຳ ລັບການຄຸມກຳເນີດ ໃນ ສ ປ ປ ລາວ ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍໃນການເບິ່ງແຍງກ່ຽວກັບການຖືພາໂດຍໄດ້ຜົນກຳໄລ 7 ໂດລາ ແລະ ຜົນຕອບແທນທາງສັງຄົມໂດຍທາງອ້ອມ ເປັນ 120 ໂດລາ ສຳລັບທຸກໆໂດລາທີ່ລົງທືນ - ສາມາດປະຢັດເງິນຫລາຍລ້ານໂດລາໃນການຮັກສາສຸຂະພາບທີ່ກ່ຽວຂ້ອງເຊິ່ງສາມາດໄປສູ່ການປັບປຸງໂພຊະນາການ, ການສຶກສາ ແລະ ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.
ຄວາມເຂົ້າໃຈກ່ຽວກັບຄວາມບໍ່ເທົ່າທຽມກັນທີ່ຈະບໍ່ປ່ອຍໃຫ້ຜູ້ໃດຜູ້ໜຶ່ງຢູ່ທາງຫຼັງໃນ ສ.ປ.ປ. ລາວ, ການເຂົ້າເຖິງການບໍລິການແລະ ຜະລິດຕະພັນ ວາງແຜນຄອບຄົວ, ໃນຂະນະທີການພັດທະນາແບບຕໍ່ເນື່ອງແມ່ນມີຄວາມບໍ່ສະເໝີພາບ. ເກືອບ 68% ຂອງພົນລະເມືອງອາໄສຢູ່ເຂດຊົນນະບົດ, ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກທີ່ບໍ່ມີເສັ້ນທາງເຂົ້າເຖິງແມ່ນມີຄວາມທ້າທາຍຫຼາຍທີ່ສຸດໃນການເຂົ້າເຖິງການບໍລິການສຸຂະພາບ. ໃນຈຳນວນແມ່ຍິງທີ່ແຕ່ງງານແລ້ວ,14% ຂອງຜູ້ທີ່ຢາກເຫຼືອນ ຫຼື ຫລີກລ້ຽງການຖືພາບໍ່ສາມາດເຂົ້າເຖິງການຄຸມກຳເນີດໄດ້, ເມື່ອວິເຄາະຈາກແຂວງໃນບາງແຂວງ ອັດຕານີ້ເພີ້ມຂື້ນເກືອບສອງເທົ່າ, ໃນຂະນະທີ່ສາມາດເຫັນໄດ້ຄ້າຍຄືກັນສຳລັບບາງຊົນເຜົ່າ. ສຳລັບແມ່ຍິງຜູ້ນຶ່ງມັກມີເພດສຳພັນ, ເກືອບ 7 ໃນ 10 ຂອງທຸກໆຄົນມີຄວາມຈຳເປັນໃນການຄຸມ ກຳເນີດ.
ທ່ານຮູ້ບໍ່ວ່າທຸກໆ 2 ປີໃນ ສ.ປ.ປ ລາວ ມີການຖືພາໂດຍບໍ່ໄດ້ວາງແຜນປະມານ 286,000 ຄົນ, ສ່ວນໃຫຍ່ແມ່ນຢູ່ໃນກຸ່ມຜູ້ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນແລະການບໍລິການກ່ຽວກັບການຄຸມກຳເນີດແບບສະໝັກໃຈ? ການຖືພາທີ່ບໍ່ໄດ້ວາງແຜນເປັນຈຳນວນຫຼາຍແມ່ນໃນບັນດາແມ່ຍິງທີ່ອາຍຸຍັງນ້ອຍ ແລະ ທຸກຍາກທີ່ສຸດ, ແລະ ຊີວິດຂອງເຂົາເຈົ້າ ແລະ ໂອກາດຂອງພວກເຂົາກໍ່ຈະມີຈຳກັດຫຼາຍຂື້ນຍ້ອນການຖືພາທີ່ບໍ່ໄດ້ວາງແຜນ, ໃນຂະນະທີ່ເດັກນ້ອຍຍັງບໍ່ໄດ້ຮັບຜົນປະໂຫຍດຈາກໂພຊະນາການທີ່ດີ, ສຸຂະພາບແລະການສຶກສາ, ສະນັ້ນຈຶ່ງສືບຕໍ່ເປັນວົງຈອນຂອງຄວາມທຸກຍາກ. ຈຳນວນການເກີດທີ່ບໍ່ໄດ້ວາງແຜນຄາດວ່າຈະເພີ່ມຂື້ນໃນປະເທດລາວເນື່ອງຈາກຜົນກະທົບທີ່ກ່ຽວຂ້ອງກັບໂຄງການ COVID-19, ໃນໄລຍະ 2 ປີ, ຈຳນວນດັ່ງກ່າວຄາດວ່າຈະເພີ່ມຂື້ນເຖິງ 331 000 ຫຼື 355,000 ການເກີດໃໝ່ ທີ່ບໍ່ໄດ້ວາງແຜນ.
ໃນປະເທດອາຊຽນ, ສ.ປ.ປ.ລາວ ມີອັດຕາການເກີດລູກໃນໄວໜຸ່ມສູງທີ່ສຸດ, ປະມານ 83 ຕໍ່ເດັກຍິງ 1,000 ຄົນອາຍຸ 15-19 ປີ ທີ່ໄດ້ມີການເກີດລູກ, ອັດຕາການຕາຍຂອງແມ່ຍັງສູງແລະຄາດວ່າຈະເພີ່ມຂື້ນຍ້ອນຜົນກະທົບທີ່ກ່ຽວຂ້ອງກັບພະຍາດຕິດເຊື້ອ COVID19.
ການປົກປ້ອງສິດທິຂອງແມ່ຍິງຮຽກຮ້ອງໃຫ້ມີການແຊກແຊງຫຼາຍດ້ານ: ເພື່ອສືບຕໍ່ ແລະ ເລັ່ງຄວາມຄືບໜ້າທີ່ໄດ້ປະຕິບັດມາຮອດປະຈຸບັນ, ວິທີແກ້ໄຂທີ່ສຸມໃສ່ໃນການກະຈາຍອຳນາດ ຮຽກຮ້ອງໃຫ້ມີຄວາມສົນໃຈຕໍ່ ສ.ປ.ປ. ລາວ ເພື່ອບໍ່ປະໃຜໄວ້ຢູ່ທາງຫຼັງ.
ອົງການ ສະຫະປະຊາຊາດກອງທືນສຳລັບປະຊາກອນ ໄດ້ຮ່ວມມືກັບລັດຖະບານລາວຢ່າງແໜ້ນແຟ້ນເພື່ອສະໜັບສະໜູນ ນະໂຍບາຍ ແລະ ແຜນງານທີ່ກ່ຽວຂ້ອງ, ການແຊກແຊງໃນການວາງແຜນຄອບຄົວເຊັ່ນ: ການເບິ່ງແຍງຫຼັງການເກີດລູກ, ຂໍ້ມູນຂ່າວສານ ແລະ ການບໍລິການວາງແຜນຄອບຄົວພ້ອມດ້ວຍການບໍລິການທີ່ເປັນມິດກັບໄວໜຸ່ມ, ການສະໜອງຢາຄຸມກຳເນີດທີ່ມີຄຸນນະພາບ; ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກແຫ່ງຊາດ; ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກແຫ່ງຊາດ; ແລະເກັບກຳຂໍ້ມູນເພື່ອສະໜັບສະໜູນ ວຽກງານນີ້ເພື່ອຄວາມກ້າວໜ້າ ໄປສູ່ ເປົ້າໝາຍການພັດທະນາແບບຍືນຍົງ. ລັດຖະບານລາວໄດ້ສະໝັກໃຈໃຫ້ຄຳໝັ້ນສັນຍາ ເພື່ອໝາຍໃສ່ ກອງປະຊຸມສາກົນ ກ່ຽວກັບ ປະຊາກອນ ແລະ ການພັດທະນາ (ICPD25). ຄຳໝັ້ນ ສັນຍາດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການເຂົ້າເຖິງສຸຂະພາບການຈະເລີນພັນ ແລະ ທາງເພດ ແລະ ສິດທິ ເຊິ່ງເປັນສ່ວນໜຶ່ງ ຂອງການປົກຄູມຂອງການບໍລີການສາທາລະນະສຸກ (UHC).
ຄຳໝັ້ນສັນຍາລວມມີການຫຼຸດຄວາມຕ້ອງການທີ່ບໍ່ສາມາດເຂົ້າເຖິງໄດ້ຖື ສຳລັບຂໍ້ມູນ ແລະ ການບໍລິການວາງແຜນຄອບຄົວ; ເພີ່ມການມີຢາຄຸມກຳເນີດແບບທັນສະໄໝທີ່ມີຄຸນນະພາບ, ສາມາດເຂົ້າເຖິງໄດ້, ລາຄາບໍ່ແພງແລະປອດໄພ; ການຫຼຸດຜ່ອນການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໂດຍຜ່ານການປັບປຸງຄວາມພ້ອມແລະການ ສັບຊ້ອນຜະດຸງຄັນທີ່ມີຄວາມຊຳນານ; ເພີ່ມທະວີການເຂົ້າເຖິງການບໍລິການສຳລັບໄວໜຸ່ມທຸກຄົນ, ໂດຍສະເພາະເດັກຍິງ, ການສຶກສາກ່ຽວກັບສຸຂະພາບຈະເລີນພັນ ແລະ ທາງເພດທີ່ສົມບູນແບບ ແລະ ເໝາະສົມກັບໄວອາຍຸ.
ປົກປ້ອງແນວໂນ້ມການເພີ່ມການລົງທືນລະດັບຊາດໃນວຽກງານວາງແຜນຄອບຄົວ: ແຕ່ປີ 2005 ເຖິງປີ 2013, ກະຊວງສາທາລະນະສຸກໄດ້ເພີ່ມລາຍຈ່າຍພາຍໃນປະເທດຈາກ 5,000 ໂດລາເປັນ 32,000 ໂດລາໃນຂະນະທີ່ UNFPA ຍັງຄົງເປັນຜູ້ຊື້ຢາຄຸມກຳເນີດເປັນຫຼັກ. ແຕ່ໃນປີ 2014, ຍ້ອນການປ່ຽນແປງຂອງທົ່ວໂລກໃນການໃຫ້ການສະໜັບສະໜູນ ໃຫ້ແກ່ການຊື້ຢາຄຸມກຳເນີດ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ສູນສຸຂະພາບແມ່ແລະເດັກພາຍໃນ ກະຊວງສາທາລະນະສຸກ ໄດ້ຕັດສິນໃຈເພີ່ມງົບປະມານພາຍໃນເພື່ອປັບປຸງການສະໜອງຢາຄຸມກຳເນີດແບບຍືນຍົງ.
ແຕ່ປີ 2017 ຫາ 2019, ສ.ປ.ປ. ລາວ ໄດ້ເພີ່ມງົບປະມານພາຍໃນປະເທດຈາກ 40,000 ໂດລາຕໍ່ປີມາເປັນ 270,000 ໂດລາຕໍ່ປີ, ແຕ່ວ່າງົບປະມານການວາງແຜນຄອບຄົວຕ້ອງໄດ້ຮັບການປົກປ້ອງ ແລະ ເພີ່ມຂື້ນໃນປະຈຸບັນ ແລະ ຫຼັງການລະບາດເຊື້ອພະຍາດ COVID-19, ຍ້ອນວ່າພວກເຂົາຮັບຜິດຊອບຕໍ່ສະຫວັດດີພາບແລະໂອກາດຂອງແມ່ຍິງແລະເດັກນ້ອຍແລະ ມີຜົນສະທ້ອນໂດຍກົງຕໍ່ຄວາມສາມາດຂອງຄອບຄົວທີ່ຈະຍ້າຍອອກຈາກວົງຈອນຂອງຄວາມທຸກຍາກ.
ໃນນຂະນະທີ່ ສ.ປ.ປ. ລາວ ທີ່ຫຼຸດພົ້ນຈາກສະຖານະພາບຄວາມທຸກຍາກ (LDC), ຕ້ອງໄດ້ຮັບປະກັນການສະໜອງທຶນແຫ່ງຊາດ ສຳລັບການວາງແຜນຄອບຄົວຍ້ອນວ່າງົບປະມານຂອງຜູ້ໃຫ້ທຶນຈະຫຼຸດລົງ.
ສິ່ງທ້າທາຍຍັງສືບຕໍ່, ດັ່ງນັ້ນການມີສ່ວນຮ່ວມຂອງ ສະຫະປະຊາຊາດກອງທືນສຳລັບປະຊາກອນ ກໍ່ຄືກັນ: ການລະບາດຂອງເຊື້ອພະຍາດCOVID19 ແມ່ນສິ່ງທ້າທາຍທີ່ ສຳຄັນຕໍ່ລະບົບສາທາລະນະສຸກໃນ ສ.ປ.ປ. ລາວ: ຄວາມສ່ຽງຂອງການລົບກວນໃຫ້ແກ່ການບໍລິການດ້ານສຸຂະພາບ ແລະ ໂພຊະນາການທີ່ ຈຳເປັນສຳລັບ ແມ່, ເດັກເກີດ ໃໝ່, ເດັກນ້ອຍແລະໄວໝຸ່ມ. ການສືບຕໍ່ລົງທຶນຂອງລັດຖະບານໃນການວາງແຜນຄອບຄົວແບບສະໝັກໃຈແມ່ນມີຄວາມຈຳເປັນເພື່ອຮັບປະກັນການເພີ່ມເງິນລົງທຶນມະນຸດແລະຄວາມຢືດຢຸ່ນຂອງປະຊາຊົນລາວ.
UNFPA ຈະເພີ່ມການສະໜັບສະໜູນໃນລະດັບຊຸມຊົນໂດຍການຮ່ວມມືກັບຄູ່ຮ່ວມງານດ້ານສຸຂະພາບແລະໂດຍຜ່ານການສ້າງຄວາມອາດສາມາດໃຫ້ແກ່ຜະດຸງຄັນ ແລະ ຜູ້ຊ່ຽວຊານດ້ານສາທາລະນະສຸກ.
ສຳ ລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:
ນ. ອຸໄລວັນ ໄຊຍະລາດ, ຜູ້ຮັບຜິດຊອບວຽກແຜນງານ - ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ, UNFPA, ສ.ປ.ປ. ລາວ.
Email: sayarath@unfpa.org