You are here

ນະຄອນຫຼວງວຽງຈັນ, ວັນທີ 11 ທັນວາ ປີ 2020. ກະຊວງສາທາລະນະສຸກ ແລະ ອົງການ UNFPA ໄດ້ຈັດຕັ້ງການລົງຢ້ຽມຢາມຮ່ວມກັນ ກັບໜຶ່ງໃນການຊ່ວຍເຫຼືອຈາກ Multi-Partner Trust Fund (MPTF) : ການສະໜັບສະໜູນການບໍລິການທີ່ຈໍາເປັນດ້ານສຸຂະພາບທາງເພດ, ສຸຈະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ເຍົາວະຊົນໄວໜຸ່ມທີ່ຈໍາເປັນ (SRMNCAH)   ໃນໄລຍະການແຜ່ລະບາດຂອງ COVID-19 ໃນແຂວງຫຼວງພະບາງ. ຈຸດປະສົງຂອງພາລະກິດໃນຄັ້ງນີ້ແມ່ນ: ເພື່ອເຂົ້າໃຈວິທີການທີ່ກອງທຶນສະໜັບສະໜູນ ໃນການປະກອບສ່ວນເຂົ້າໃນການປົກປ້ອງຄຸ້ມຄອງການບໍລິການ RMNCAH ທີ່ຈໍາເປັນໃນພະວະວິກິດການປະຈຸບັນ ແລະ ໃຫ້ຄໍາແນະນໍາກ່ຽວກັບວິທີການໃຫ້ບໍລິການສຸຂະພາບ ທີ່ມີການພັດທະນາ ແລະແທດເໝາະ ໃຫ້ແມ່ຍິງຖືພາ, ເດັກນ້ອຍ ແລະ ໄວໜຸ່ມໃຫ້ສາມາດເຂົ້າເຖິງໄດ້ໃນລະຫວ່າງການແຜ່ລະບາດ COVID ແລະ ຫຼັງຈາກນັ້ນ.

ກະຊວງສາທາລະນະສຸກ ແລະ ອົງການ UNFPA ໄດ້ມີການລົງຢ້ຽມຢາມໂຮງໝໍແຂວງ ແລະ ບຸກຄະລາກອນທີ່ກ່ຽວຂ້ອງ ທີ່ຮັບມືກັບບັນດາກໍລະນີ COVID-19 ແລະ ໄດ້ທີ່ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບວິທີການທີ່ເໝາະສົມໃນການໃຫ້ບໍລິການ RMNCAH ທີ່ຈໍາເປັນ. ນອກນັ້ນ ກະຊວງສາທາລະນະສຸກ ແລະ ອົງການ UNFPA ຍັງໄດ້ມີປຶກສາຫາລືກັບບຸກຄະລາກອນແພດຈາກສຸກສາລາ ຜາເກັ່ງ ເພື່ອຄວາມເຂົ້າໃຈກ່ຽວກັບວິທີການໃນການນໍາໃຊ້ສິ່ງທີ່ຜູ້ເຂົາຮຽນຮູ້ຈາກການຝຶກອົບຮົມທີ່ຈັດຂຶ້ນພາຍໃຕ້ MPTF. ການຝຶກອົບຮົມດັ່ງກ່າວປະກອບມີ ການສະໜອງການບໍລິການທີ່ກ່ຽວຂ້ອງກັບ COVID-19, ທັງລວມມີວິທີການໃໝ່ໆໃນການດູແລຮັກສາກ່ອນການເກີດ ເປັນຕົ້ນ ການໃຫ້ບໍລິການສຸຂະພາບຜ່ານທາງໂທລະສັບ ການເບິ່ງແຍງເດັກຫຼັງການເກີດ, ການດູແລເດັກ, ພ້ອມທັງການສະໜັບສະໜູນທາງດ້ານຈິດໃຈໃຫ້ແກ່ບັນດາພະນັກງານສາທາລະນະສຸກ. 

ການເດີນທາງຢ້ຽມຢາມໃນຄັ້ງນີ້ ໄດ້ສິ້ນສຸດລົງໂດຍຢຸດຢູ່ທີ່ໃນເຂດເມືອງຫຼວງພະບາງ ເຊິ່ງມີຫົວໜ້າພະແນກສາທາລະນະສຸກແຂວງເຂົ້າຮ່ວມ ເພື່ອການປະຊຸມສະຫຼຸບ ແລະ ຂໍ້ຕົກລົງກ່ຽວກັບຂໍ້ສະເໝີແນະ ແລະ ການຕິດຕາມກວດກາ.

ການສະໜັບສະໜູນຂອງອົງການ UNFPA ຕໍ່ກະຊວງສາທາລະນະສຸກແມ່ນມີຈຸດຊຸມເນັ້ນໃສ່ການຈັດຕັ້ງປະຕິບັດຍຸດທະສາດ RMNCAH ປີ 2016 - 2025 ແລະ ການເຂົ້າເຖິງທີ່ທົ່ວເຖິງຂອງສຸຂະພາບການຈະເລີນພັນ ໂດຍຜ່ານ: ການບໍລິການທີ່ເປັນມິດແກ່ເດັກນ້ອຍ ແລະ ໄວໜຸ່ມ, BemOC ການວາງແຜນຄອບຄົວ, ແຜດພະດຸງຄັນ, ການບໍລິການ ຜ່ານການເຂົ້າເຖິງທາງໂທລະສັບ ແລະ ານໃຫ້ບໍລິການສາທາລະນະສຸກທາງໄກໂດຍການນຳໃຊ້ເຕັກໂນໂລຢີ.

ນັບຕັ້ງແຕ່ເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ໂຄງການກໍໄດ້ຮັບຜົນສໍາເລັດຢ່າງເປັນຕົ້ນແມ່ນການພັດທະນາແນວທາງທີ່ຄວນນຳໃຊ້ໃນໄລຍະການແຜ່ລະບາດ COVID-19, ການຝຶກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດ,ຜູ້ຝຶກອົບຮົມຫຼັກ 5 ຄົນທີ່ແຂວງຫຼວງພະບາງ ແລະ ມີການຈັດຊື້ເຄື່ອງມືອຸປະກອນທີ່ຈໍາເປັນເພື່ອສະໜອງໃຫ້ແກ່ສຸກສາລາ ແລະ ຊຸມຊົນເປັນມູນຄ່າ 75,000 ໂດລາສະຫະລັດ. ເປົ້າໝາຍຕໍ່ໄປຂອງພວກເຮົາແມ່ນເພີ່ມທະວີຄວາມສໍາເລັດຍິ່ງຂຶ້ນໄປ ເພື່ອຮັບປະກັນການແບ່ງປັນຂໍ້ມູນຄວາມຮູ້ລະຫວ່າງ ຜູ້ທີ່ໄດ້ຮັບການຝຶກອົບຮົມ ແລະ ບຸກຄະະລາກອນທາງການແພດຜູ້ອື່ນໆ, ເພີ່ມທະວີການຊ່ວຍເຫຼືອໃໝ່ໆທີ່ຄອບຄຸມຫຼາຍຂຶ້ນ ເປັນຕົ້ນານໃຫ້ບໍລິການສຸຂະພາບທາງໂທລະສັບໂດຍການນຳໃຊ້ເຕັກໂນໂລຢີ ໂດຍມີເປົ້າໝາຍເພື່ອບໍ່ໃຫ້ ແມ່ຍິງ, ເດັກນ້ອຍ ແລະ ໄວໜຸ່ມຄົນໃດຂາດການເຂົ້າເຖິງການບໍລິການທີ່ພວກເຂົາຕ້ອງການ.

ກະຊວງສາທາລະນະສຸກ ແລະ ບັນດາຄູ່ຮ່ວມພັດທະນາ ໂດຍສະເພາະອົງການ UNFPA ທີ່ເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອຕອບສະໜອງຕໍ່ກັບ COVID-19 ແລະ ຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດ ໂດຍການພັດທະນາຊຸດການບໍາລຸງຮັກສາທີ່ຈໍາເປັນຕໍ່ກັບການບໍລິການ RMNCAH ໃນລະຫວ່າງການແຜ່ລະບາດ COVID-19  ເຊິ່ງເປັນຄວາມຮູ້ໃໝ່ໆ ທີ່ປະກອບໄປດ້ວຍານໃຫ້ບໍລິການສາທາລະນະສຸກທາງໄກໂດຍການນຳໃຊ້ເຕັກໂນໂລຢີ ທີ່ໄດ້ນໍາສະເໜີໃຫ້ແກ່ຜູ້ໃຫ້ບໍລິການທາງສາທາລະນະສຸກໃນໂຮງໝໍເມືອງ  ແຫ່ງ ແລະ ສຸກສາລາ 16ແຫ່ງໃນແຂວງຫຼວງພະບາງ. ຂ້າພະເຈົ້າເຊື່ອວ່າ ບັນດາບຸກຄະລາກອນການແພດ ຜູ້ທີ່ໄດ້ຮັບການຝຶກອົບຮົມນັ້ນ ຈະມີຄວາມຮູ້ ແລະ ຄວາມສາມາດໃນການສະໜອງການບໍລິການ RMNCAH ໃຫ້ແກ່ ແມ່, ເດັກນ້ອຍ ແລະ ໄວໜຸ່ມໄດ້ຢ່າງໝັ້ນໃຈ ແລະ ປອດໄພ, ກ່າວໂດຍທ່ານ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃນລະຫວ່າງການລົງຢ້ຽມຢາມເມືອງພູຄູນ. ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ທີ່ຮັບຜິດຊອບ ຄໍານຶງເຖິງທຶນຮອນທີ່ນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ເຊິ່ງມີຈຸດເລີ່ມຕົ້ນຈາກການໃຫ້ການສະໜັບສະໜູນ ປະກອບກັບວິທີການແບບຍືນຍົງ ເຂົ້າໃນການແຜນງານ ແລະ ໂຄງການຕ້ອງນໍາໃຊ້ງົບປະມານພາຍໃນເພື່ອຮັບປະກັນວ່າວຽກງານດັ່ງກ່າວຈະສາມາດປະຕິບັດສືບຕໍ່ໄດ້.

ພວກເຮົາສະໜັບສະໜູນການວາງແຜນຄອບຄົວພາຍໃຕ້ວິທີການທີ່ຍືນຍົງ, ເປັນເຈົ້າການ ແລະ ມີນະວັດຕະກໍາ ໂດຍການຊຸກຍູ້ຜູ້ຄົນໃນລະດັບຊາດ ແລະ ທ້ອງຖິ່ນໃນການຮຽນຮູ້ ແລະ ກໍານົດແຜນການປະຕິບັດເພື່ອສືບຕໍ່ ວິທີການທີ່ດີ: ເຊິ່ງອີງໃສ່ຄວາມສາມາດແຫ່ງຊາດທີ່ສ້າງຂຶ້ນພາຍໃຕ້ໂຄງການນີ້ ແລະ ການລິເລີ່ມກິດຈະກຳແບບໃໝ່ ຍົກຕົວຢ່າງແມ່ນ ານໃຫ້ບໍລິການສຸຂະພາບທາງໂທລະສັບ ທີ່ຊ່ວຍເຫຼືອໃຫ້ກວດພົບແມ່ຍິງຖືພາມານທີ່ມີຄວາມສ່ຽງ, ເດັກນ້ອຍທີ່ມີສັນຍານໄພອັນຕະລາຍ ແລະ ການສົ່ງຕໍ່ໃຫ້ທັນເວລາໃນການດູແລ ແລະ ຮັກສາ, ເຊິ່ງກໍຈະສົ່ງຜົນໃຫ້ມີການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ ແລະ ເດັກນ້ອຍລົງໃນທີ່ສຸດ ກ່າວໂດຍທ່ານນາງ ມາຣຽມ ຄານ, ຜູ້ຕາງໜ້າ ອົງການ UNFPA

************

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.