You are here

ຫຼັງຈາກທີ່ມີທັກສະ ແລະ ຄວາມຮູ້ກ່ຽວກັບວຽກງານເພດສຶກສາ (CSE), ອາຈານ ນາງ ຫົງສາລີ ທິບພະເກສອນ ໄດ້ ເຮັດວຽກຮ່ວມກັນກັບຄູສອນຄົນອື່ນໆ ເພື່ອສິດສອນກ່ຽວກັບເພດສຶກສາ ທີ່ວິທະຍາໄລເຕັກນິກວິຊາຊີບ (TVET) ຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດໃນຕົ້ນປີທີ່ຜ່ານມາ. ວຽກງານກ່ຽວກັບເພດສຶກສາແບບຄົບຖ້ວນ ມີຈຸດປະສົງເພື່ອເສີມສ້າງ ຄວາມສາມາດຂອງໄວໜຸ່ມໃຫ້ພວກເຂົາໄດ້ຮັບຮູ້ ແລະ ຕັດສິນໃຈຢ່າງມີຄວາມຮັບຜິດຊອບ ເພື່ອນໍາພາຊີວິດຂອງຕົນເອງໃຫ້ມີສຸ ຂະພາບແຂງແຮງ.

ອາຈານ ຫົງສາລີ ທິບພະເກສອນ ມີປະສົບການສິດ ສອນ ກ່ຽວກັບວິຊາຕັດຫຍິບຫຼາຍກວ່າສິບປີ ທີ່ວິທະຍາໄລເຕັກ ນິກວິຊາຊີບໃນເມືອງເຊໂປນ. ລາວແມ່ນອາຈານໜຶ່ງໃນ 60 ທ່ານທີ່ໄດ້ເຂົ້າຮ່ວມຝຶກອົບຮົມ ໃນຫຼັກສູດ ເພດສຶກສາ ເປັນເວລາໜຶ່ງອາທິດ ເຊິ່ງໄດ້ຝຶກອົບຮົມ ກ່ຽວກັບຄວາມຮູ້ ແລະ ທັກສະໃນການເປັນຄູຝຶກ. ການລົງ ເຮັດວຽກທີ່ເມືອງເຊໂປນ ເຊິ່ງເປັນໜຶ່ງໃນເມືອງທີ່ທຸກຍາກ ໃນແຂວງສະຫວັນນະເຂດ ແລະ ເປັນແຂວງໃຫຍ່ອັນດັບ ສອງຂອງປະເທດ, ເຮັດໃຫ້ລາວໄດ້ຮັບຮູ້ວ່າຍັງມີຫຼາຍບັນ ຫາຫຍຸ້ງຍາກກ່ຽວກັບໄວໜຸ່ມ ທີ່ຕ້ອງໄດ້ຖືກຍົກຂຶ້ນ.

 

ແຂວງສະຫວັນນະເຂດ ເປັນແຂວງໜຶ່ງໃນແຂວງເປົ້າໝາຍຂອງການຈັດຕັ້ງປະຕິບັດໂຄງການພາຍໄຕ້ການຮ່ວມມືກັນກັບ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໂດຍການຮວ່ມມືກັບອົງການກອງທຶນເພື່ອເດັກ (ChildFund) ແລະ ອົງການ Plan International ໄດ້ມີການຈັດຕັ້ງປະຕິບັດເພດສຶກສາຢູ່ແຂວງບໍ່ແກ້ວ, ອຸດົມໄຊ, ແຂວງຫົວພັນ ແລະນະຄອນຫລວງວຽງຈັນ. ເຖິງແມ່ນວ່າການດຳເນີນໂຄງການມີຄວາມກ້າວໜ້າ ໃນແຂວງສະຫວັນນະເຂດ ເປັນແຂວງທີ່ອາ ຈານຫົງສາລີອາໃສ ແລະ ສິດສອນ, ມີອັດຕາສະເລ່ຍຂອງການປະລະການຮຽນແມ່ນ 48% ເຊິ່ງຖືວ່າຕໍ່າສຸດເປັນ ອັນດັບທີສອງ ຂອງປະເທດ. ການອອກໂຮງຮຽນຂອງໄວໜຸ່ມໃນອາຍຸລະຫວ່າງ 15 – 17 ປີ ຍັງຢູ່ໃນລະດັບສູງ, ແບ່ງອອກເປັນ 45% ແມ່ນໄວ ໜຸ່ມ ເພດຊາຍ ແລະ 51% ແມ່ນໄວໜຸ່ມເພດຍິງ.

 

 

ໃນສະພາບການແພ່ລະບາດຂອງພະຍາດໂຄວິດ 19 ໄດ້ ເຮັດໃຫ້ເກີດມີບັນຫາຮ້າຍແຮງຕ່າງໆຂຶ້ນ. ໄວໜຸ່ມທີ່ ອອກຈາກໂຮງຮຽນ ມີແນວໂນ້ມກ່ຽວພັນກັບພຶດຕິ ກຳສ່ຽງ ແລະ ປະເຊີນກັບການເພີ່ມ ຂຶ້ນຂອງບັນຫາສຸ ຂະພາບຈິດ ແລະ ບັນຫາຈິດທາງສັງຄົມ ລວມທັງ ຄວາມຕຶງຄຽດ ແລະ ວິຕົກກັງວົນ. ນອກຈາກນີ້ ພວກເຂົາເຈົ້າອາດມີຄວາມສະເທືອນໃຈຕໍ່ຄວາມຮຸນ ແຮງທາງເພດ. ໃນໄລຍະການແພ່ລະບາດຂອງພະ ຍາດ, ໄວໜຸ່ມອາດພົບຄວາມຫຍຸ້ງຍາກໃນການຂໍຄໍາ ແນະນໍາ ແລະ ເຂົ້າເຖິງການບໍລິການກ່ຽວກັບສຸຂະ ພາບທາງເພດ ແລະ ສຸຂະພາບໄວຈະເລີນພັນ ເຊິ່ງອາດເຮັດໃຫ້ມີຄວາມສ່ຽງໃນການຖືພາໂດຍບໍ່ຕັ້ງໃຈເພີ່ມຂຶ້ນ.

ທາງດ້ານລັດຖະບານກໍ່ໄດ້ຍົກໃຫ້ເຫັນກ່ຽວກັບບັນຫານີ້ ແລະ ໄດ້ລວມເອົາວຽກງານເພດສຶກສາແບບຄົບຖ້ວນເຂົ້າໃນແຜນງານ ການພັດທະນາການສຶກສາ ແລະ ກິລາ ຄັ້ງທີ 9 (9th ESDSP) ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະບັນລຸວຽກງານນີ້ໃຫ້ໄດ້ທົ່ວປະ ເທດພາຍໃນປີ 2030. ອົງການ UNFPA ກໍ່ແມ່ນຄູ່ຮ່ວມມືຫຼັກໃນການເລັ່ງຈັດຕັ້ງປະຕິບັດວຽກງານເພດສຶກສາ ໃນຂອບເຂດທົ່ວປະເທດ.

 

 

 

 

ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບວຽກງານເພດສຶກສາ ພາຍໃນວິທະຍາໄລເຕັກນິດວິຊາຊີບ ປະກອບມີ ການຝຶກອົບຮົມການບໍລິການເບື້ອງຕົ້ນໃຫ້ແກ່ວິທະຍາໄລສ້າງຄູຈຳນວນ 8 ແຫ່ງ ແລະ ການຝຶກອົບຮົມໃຫ້ຄູໃນໂຮງຮຽນປະຖົມ, ມັດ ທະຍົມ ແລະ ວິທະຍາໄລເຕັກນິກວິຊາຊີບ. ລັດຖະບານໄດ້ປັບປຸງຫຼັກສູດເພດສຶກສາແບບຄົບຖ້ວນຢ່າງຕັ້ງໜ້າ ເພື່ອປະກອບເຂົ້າໃນຊັ້ນປະຖົມ, ມັດທະຍົມ ແລະ ວິທະຍາໄລເຕັກນິກວິຊາຊີບຢູ່ແຂວງບໍ່ແກ້ວ, ສະຫວັນນະເຂດ, ອຸດົມໄຊ, ຫົວພັນ, ຊຽງຂວາງ ແລະ ແຂວງວຽງຈັນ. ການຈັດຫຼັກສູດເພດສຶກສາ ຕາມກຸ່ມອາຍຸ, ໂຮງຮຽນ, ຊາວໜຸ່ມທີ່ໄດ້ອອກໂຮງຮຽນ ແລະ ວິທະຍາ ໄລເຕັກນິກວິຊາຊີບຈະຖືກຕິດຕາມ ຕາມເກນອາຍຸ ແລະ ແຂວງ. ການຕິດຕາມການຝຶກອົບຮົມຄູອາຈານກໍ່ຈະໄດ້ຖືກຈັດຕັ້ງປະຕິ ບັດຄ້າຍຄືກັນ.

 

 

 

ສຳລັບໄວໜຸ່ມທີ່ໄດ້ອອກໂຮງຮຽນໄປແລ້ວ, ຫຼັກສູດ ກຸ່ມເດັກ ຍິງນາງນ້ອຍກັບທັກສະຊີວິດທີ່ຈໍາເປັນ ໄດ້ຈັດການຝຶກອົບ ຮົມໃຫ້ ໄວໜຸ່ມເພດຍິງຈຳນວນ 1,200 ຄົນໃນ 59 ບ້ານ ຢູ່ ແຂວງສະຫວັນນະເຂດ, ບໍ່ແກ້ວ ແລະ ແຂວງອຸດົມໄຊ ໂດຍ ຜ່ານຄູຝຶກເພດຍິງຈຳນວນ 120 ຄົນ. ມີພໍ່ແມ່ຫຼາຍກວ່າ 12,000 ຄົນເຂົ້າຮ່ວມ ແລະ ໄດ້ຕອບສະໜອງໄວຕໍ່ກັບບັນ ຫາສຸຂະພາບໄວຈະເລີນພັນ, ສຸຂະພາບທາງເພດ ແລະ ສິດ ຂອງເພດຍິງໃນໄວຈະເລີນພັນ. ລັດຖະບານກໍ່ໄດ້ພັດທະນາ ເຕັກນິກວິຊາການຕ່າງໆ ເພື່ອໃຫ້ ໄວໜຸ່ມເພດຊາຍໄດ້ມີສ່ວນ ຮ່ວມໃນແຜນງານທີ່ຄ້າຍກັນ.

 

 

ຕໍ່ກັບການຮັບມືກັນພະຍາດໂຄວິດ 19, ອຸປະກອນການສິດສອນທາງໄກ ເພື່ອສິດສອນເພດສຶກສາແບບຄົບຖ້ວນ ປະກອບມີ ແອັບ ພລິເຄຊັນທາງໂທລະສັບມືຖືຊື່ວ່ານ້ອຍຢາກຮູ້ທີ່ໄດ້ເປີດໂຕນໍາໃຊ້ ເພື່ອໃຫ້ຂໍ້ມູນພື້ນຖານກ່ຽວກັບສຸຂະພາບທາງເພດ ແລະ ສຸຂະ ພາບໄວຈະເລີນພັນ ໃຫ້ແກ່ໄວໜຸ່ມ ແລະ ອຳນວຍຄວາມສະດວກໃນການສົ່ງບັນຫາໄປຫາສາຍດ່ວນ ຊ່ວຍເຫຼືອໄວໜຸ່ມເພື່ອເປັນ ຂໍ້ມູນລະອຽດ. ບັນດາວິດີໂອຕ່າງໆກໍ່ໄດ້ຖືກສ້າງຂຶ້ນ ເພື່ອເປັນຂໍ້ມູນສິດສອນກ່ຽວກັບເພດສຶກສາແກ່ນັກຮຽນ. ການໃຫ້ບໍລິການແບບເພື່ອນມິດ ໂດຍຜ່ານສາຍດ່ວນ ແລະ ສາຍດ່ວນຊ່ວຍເຫຼືອອື່ນໆ ໄດ້ເປີດນໍາໃຊ້ໃນຂອບເຂດທົ່ວປະເທດ ເພື່ອຫຼຸດ ຜ່ອນການຕິດພະຍາດໂຄວິດ 19.

 

ອາຈານ ຫົງສາລີ ທິບພະເກສອນ ກ່າວວ່າ: ຂ້າພະເຈົ້າມີຄວາມພູມໃຈ ທີ່ໄດ້ຖືກຄັດເລືອກມາເປັນອາຈານສອນວິຊາເພດສຶກສາ ຮ່ວມກັນກັບອາຈານທ່ານອື່ນໆ. ນັກຮຽນກໍ່ກະຕືລືລົ້ນທີ່ຈະຮຽນເອົາທຸກບົດຮຽນທີ່ກ່ຽວກັບເພດສຶກສາ ພ້ອມທັງ ມີຄໍາຖາມມາຕະຫຼອດ ເພື່ອໃຫ້ພວກເຂົາເຈົ້າມີຄວາມເຂົ້າໃຈຫຼາຍຂຶ້ນ. ຂ້າພະເຈົ້າເອງສະແດງສາຍສຳພັນທີ່ເປັນມິດກັບພວກເຂົາສະ ເໝີ. ຂ້າພະເຈົ້າໄດ້ໃຫ້ຄໍາແນະນໍາ ເພື່ອກຽມຄວາມພ້ອມໃຫ້ພວກເຂົາເມື່ອເວລາເຂົາເຈົ້າໄດ້ເຂົ້າເຮັດວຽກ ໂດຍສະເພາະແມ່ນໄດ້ ເຮັດວຽກກັບໂຮງງານຕັດຫຍິບ. ການຝຶກອົບຮົມນີ້ ຊ່ວຍປັບປຸງທັກສະ ຂອງຂ້າພະເຈົ້າ ເພື່ອວຽກງານສິດ ສອນໃນອະນາຄົດ.”

 

ເນື່ອງຈາກລັດຖະບານຈະຂະຫຍາຍຫຼັກສູດເພດສຶກສາ ໃຫ້ເປັນຫຼັກສູດການຮຽນລະດັບຊາດ ໃຫ້ທົ່ວປະເທດ, ວຽກງານນີ້ຈິ່ງມີຄວາມຈໍາເປັນໃນ ການນໍາໃຊ້ງົບປະມານເພີ່ມຂຶ້ນ ເພື່ອໃຫ້ບັນລຸເປົ້າ ໝາຍພາຍໃນປີ 2030. ອີງຕາມການນໍາໃຊ້ງົບປະ ມານໃນແຂວງບໍ່ແກ້ວ ໃນການຈັດຝຶົກອົບຮົມກ່ຽວ ກັບຫຼັກສູດເພດສຶກສາແບບຄົບຖ້ວນ ຈຳນວນ 362 ໂດລາສະຫະລັດຕໍ່ອາຈານໜຶ່ງທ່ານ ແລະ ອາຈານໜຶ່ງ ທ່ານສາມາດສິດສອນນັກຮຽນໄດ້ 116 ຄົນໃນ 1 ປີ. ການລົງທຶນໃສ່ໃນ ວຽກງານເພດສຶກສາແມ່ນການລົງທຶນທີ່ມີປະສິດທິພາບ ແລະ ມີຄວາມເປັນໄປໄດ້ທີ່ຈະປະ ຕິບັດໃນທົ່ວປະເທດພາຍໃນປີ 2030 ເພື່ອເພີ່ມ ຂີດຄວາມສາມາດໃຫ້ແກ່ໄວໜຸ່ມທຸກຄົນໃນປະເທດລາວ.

 

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ປະຈໍາປະເທດລາວ ໄດ້ຍ້ອງຍໍລັດຖະບານ ຕໍ່ກັບການໃຫ້ຄໍາໝັ້ນສັນຍາ ທີ່ໜັກແໜ້ນ ໃນການເຊື່ອມໂຍງວຽກງານເພດສຶກສາ ເຂົ້າໃນຫຼັກສູດການສຶກສາແຫ່ງຊາດ. ທ່ານກ່າວວ່າ "ຄຳໝັ້ນສັນຍາຂອງ ສປປ ລາວ ໃນໂອກາດຄົບຮອບ 25 ປີຂອງໂຄງການປະຕິບັດງານ ICPD (PoA) ໃນປີ 2019 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄຸນຄ່າທີ່ມີຢູ່ໃນວຽກງານເພດສຶກສາ ". ທ່ານຍັງໄດ້ກ່າວຕື່ມອີກວ່າ: "ການຮ່ວມມືແມ່ນກະແຈສຳຄັນໃນການຜັນຂະຫຍາຍການສະໜັບສະໜູນຂອງອົງການ UNFPA ທີ່ມີຕໍ່ລັດຖະບານ ເພື່ອບັນລຸເປົ້າໝາຍວຽກງານເພດສຶກສາໃຫ້ສໍາເລັດພາຍໃນປີ 2030 ເພື່ອໃຫ້ໄວໜຸ່ມທຸກຄົນມີຄວາມເຂັ້ມແຂງ ແລະ ຮັບຮູ້ກ່ຽວກັບສະຫວັດດີພາບທາງດ້ານຮ່າງກາຍ, ຈິດໃຈ ແລະ ສາມາດຕັດສິນໃຈຢ່າງມີຄວາມຮັບຜິດຊອບຕໍ່ຕົນເອງ ແລະ ອະນາຄົດຂອງພວກເຂົາ"

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ໂອລົດ ແສນອາສາ (UNFPA)

ຜູ້ປະສານງານ UNFPA Lao ໂຄງການ SRH 

Email: sene-asa@unfpa.org 

 

ທ່ານ ນາງ  ວັນລີ ລໍກ່ວາງມິງ

ຜູ້ຮັບຜິດຊອບວຽກງານສື່ສານ ແລະ ການຮ່ວມມື

ອີເມວ: lorkuangming@unfpa.org

 

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org