You are here

ບົດຄໍາເຫັນຮ່ວມໂດຍອົງການອຸຍນິເຊັບ (UNICEF)ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA), ອົງການອະນາໄມໂລກ (WHO) ແລະ ສະຖານທູດລຸກຊໍາບວກ ປະຈຳ ສປປ ລາວ ເພື່ອສະເຫຼີມສະຫຼອງວັນສຸຂະພາບໂລກປີ 2024.

 

ໃນຂະນະທີ່ທົ່ວໂລກກະລັງປະເຊີນໜ້າກັບຜົນກະທົບ ພາຍຫຼັງການລະບາດຂອງພະຍາດ ໂຄວິດ-19, ວິກິດການດ້ານເສດຖະກິດ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດສິດທິດ້ານສຸຂະພາບຂອງທຸກຄົນ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.


Photo © UNICEF Lao PDR/2023

ເຖິງຢ່າງໃດກໍ່ຕາມໃນ ສປປ ລາວການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກແຫ່ງ ສປປ ລາວລັດຖະບານລຸກຊໍາບວກ ແລະ ສາມອົງການສະຫະປະຊາຊາດ ເຊັ່ນ: UNICEF, UNFPA, ແລະ WHO - ພວມເນັ້ນໜັກໃສ່ຍຸດທະສາດທີ່ມີຄວາມໜ້າປະທັບໃຈ ໃນການປົກປ້ອງສິດທິດ້ານສຸຂະພາບຂອງທຸກຄົນ ພ້ອມທັງຊຸກຍູ້ການພັດທະນາປະເທດຊາດ. ການ​ຮ່ວມ​ມື​ດັ່ງກ່າວ​ແມ່ນ​ແຜນງານ​ຮ່ວມລະຫວ່າງ​ອົງການ​ສະຫະ​ປະຊາ​ຊາດ ​ເຊິ່ງເປັນຍຸດ​ທະ​ສາດຮາກຖານຂອງອົງການ ໂດຍແມ່ນ​ການ​ລົງທຶນ​ໃສ່ດ້ານ​ສຸຂະ​ພາບ ​ທີ່​ກວມ​ເອົາວຽກງານ​ສຸຂະພາບ​ຈະເລີນ​ພັນ​ແມ່ເດັກ​ເກີດ​ໃໝ່​ເດັກ ​ແລະ ​ໄວໜຸ່ມ.

 

ເນື້ອໃນຫຼັກຂອງຍຸດທະສາດດັ່ງກ່າວມີຫຼາຍອົງປະກອບ: ການສ້າງຄວາມເຂັ້ມແຂງໃຫ້ການບໍລິການສຸຂະພາບຂັ້ນຕົ້ນ ໂດຍການພັດທະນາຂີດຄວາມສາມາດຂອງຜູ້ໃຫ້ບໍລິການການສະໜັບສະໜູນດ້ານອຸປະກອນຢາ ແລະ ວັກຊີນແລະ ການປັບປຸງລະບົບຂໍ້ມູນ ໂດຍເນັ້ນໃສ່ການດູແລເດັກໃນໄລຍະ 1000 ວັນທໍາອິດໃນຊີວິດຂອງເຂົາເຈົ້າ. ແນ່ນອນວ່າ ພະນັກງານ​ສາທາລະນະສຸກ ແມ່ນຜູ້​ນຳແຖວ​ແນວໜ້າໃນ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ນີ້ເພື່ອສະໜອງ​ການ​ບໍລິການ​ທີ່​ຈຳ​ເປັນ​ຢູ່ໃນ​ເຂດ​ຊົນນະບົດ ​ແລະ ​ເຂດທີ່ເຂົ້າເຖິງ​ຍາກ. ດັ່ງນັ້ນການເສີມສ້າງທັກສະຂອງເຂົາເຈົ້າ ແລະ ຮັບປະກັນວ່າພວກເຂົາສາມາດເຂົ້າເຖິງຊັບພະຍາກອນທີ່ຈໍາເປັນຕ່າງໆ ບໍ່ແມ່ນພຽງແຕ່ເປັນການລົງທຶນ ໃສ່ອາຊີບຂອງພວກເຂົາເທົ່ານັ້ນ ແຕ່ຍັງເປັນການລົງທຶນໃສ່ພື້ນຖານໂຄ່ງລ່າງດ້ານສາທາລະນະສຸກແຫ່ງຊາດ.

 

ແຜນງານຂອງພວກເຮົາຍັງສຸມໃສ່ຄວາມສໍາຄັນດ້ານສຸຂະພາບຂອງໄວໜຸ່ມອີກເຊັ່ນດຽວກັນ. ໄວໜຸ່ມ ແມ່ນກຸ່ມປະຊາກອນທີ່ສຳຄັນຂອງປະເທດລາວ ແລະ ການເປັນຢູ່ທີ່ດີຂອງເຂົາເຈົ້າ ກໍມີຜົນກະທົບໂດຍກົງຕໍ່ອະນາຄົດຂອງປະເທດ. ການແກ້ໄຂຄວາມຕ້ອງການດ້ານສຸຂະພາບ ລວມທັງສຸຂະພາບຈິດສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນແລະ ດ້ານໂພຊະນາການຂອງເຂົາເຈົ້າພວກເຮົາສາມາດສະໜັບສະໜູນການພັດທະນາສ່ວນບຸກຄົນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ. ທີ່ສຳຄັນ​ທີ່​ສຸດແຜນງານ​ດັ່ງກ່າວ​ຍັງ​ໄດ້​ເນັ້ນ​ໜັກ​ໃສ່​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ການ​ປະສານ​ງານ​ຂອງ​ກະຊວງ​ສາທາລະນະ​ສຸກ​ ກັບ​ບັນດາ​ຄູ່​ຮ່ວມງານ ເພື່ອສົມທົບ​ປະສານງານກັນ​ຢ່າງ​ແໜ້ນ​ແຟ້ນ.


Photo © UNICEF Lao PDR/2023

ນັບຕັ້ງແຕ່ການລິເລີ່ມໃນປີ 2011 ເປັນຕົ້ນມາແຜນງານຮ່ວມນີ້ເຊິ່ງປະຈຸບັນແມ່ນຢູ່ໃນໄລຍະທີ 3, ສະແດງໃຫ້ເຫັນເຖິງແນວທາງທີ່ມຸ້ງໜ້າໃສ່ການຮັບປະກັນສິດທິດ້ານສຸຂະພາບໃຫ້ແກ່ທຸກຄົນໃນ ສປປ ລາວ ແລະ ໄດ້ບັນລຸຄວາມຄືບໜ້າ ຫຼາຍຢ່າງເຊັ່ນ: ການຫຼຸດອັດຕາການຕາຍຂອງເດັກເກີດໃໝ່ ແລະ ເດັກນ້ອຍ ເຊິ່ງໃນປັດຈຸບັນແມ່ນຢູ່ທີ່ອັດຕາ 12 ຄົນຕໍ່ 1,000 ການເກີດທີ່ມີຊີວິດ ສໍາລັບເດັກເກີດໃໝ່ ແລະ 28 ຄົນຕໍ່ 1,000 ການເກີດທີ່ມີຊີວິດສໍາລັບເດັກລຸ່ມ 5 ປີ, ຕາມລໍາດັບອັດຕາການຕາຍຂອງແມ່ ແມ່ນຫຼຸດລົງຢ່າງຫຼວງຫຼາຍໃນທົດສະວັດທີ່ຜ່ານມາ ເຊິ່ງແມ່ນ 126 ຄົນຕໍ່ 100,000 ການເກີດທີ່ມີຊີວິດ ອີງຕາມການຄາດຄະເນຂອງອົງການສະຫະປະຊາຊາດສໍາລັບປີ 2023. ແນວໃດກໍ່ຕາມຄວາມພະຍາຍາມຂອງພວກເຮົາຍັງຖືກກີດຂວາງຈາກການລະບາດຂອງພະຍາດ ໂຄວິດ-19 ຢ່າງຫຼວງຫຼາຍພ້ອມທັງກີດຂວາງການບໍລິການດ້ານສຸຂະພາບ ແລະ ເຮັດໃຫ້ລະບົບສຸຂະພາບມີຄວາມອ່ອນແອ. ຍັງມີຄວາມຈໍາເປັນໃນການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກໂດຍສະເພາະແມ່ນໃນບັນດາບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຊຸມຊົນທີ່ດ້ອຍໂອກາດເຊິ່ງຍັງຄົງເປັນບູລິມະສິດ.

 

ການລົງຢ້ຽມຢາມຮ່ວມກັນຂອງ ກະຊວງສາທາລະນະສຸກສະຖານທູດລຸກຊໍາບວກ ປະຈຳ ສປປ ລາວອົງການ UNICEF, UNFPA ແລະ ອົງການ WHO ທີ່ແຂວງບໍ່ແກ້ວໃນທ້າຍປີທີ່ຜ່ານມາ ກໍໄດ້ຍົກໃຫ້ເຫັນເຖິງວຽກງານທີ່ຍັງຄົງຄ້າງ ລວມທັງວຽກງານການຫຼຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຂອງແມ່, ພ້ອມທັງຄວາມຕ້ອງການທີ່ບໍ່ໄດ້ຮັບການຕອບສະໜອງສໍາລັບການສະໜັບສະໜູນດ້ານການວາງແຜນຄອບຄົວ.

 

ເຖິງວ່າພວກເຮົາປະເຊີນກັບຄວາມຍາກລໍາບາກ, ແຕ່ພວກເຮົາຍັງແນມເຫັນໂອກາດ. ຄວາມຄືບໜ້າແມ່ນມີຄວາມເປັນໄປໄດ້ຖ້າມີການລົງທຶນ ແລະ ຄໍາໝັ້ນສັນຍາທີ່ເໝາະສົມຮ່ວມກັນ. ຍົກຕົວຢ່າງການແຜ່ລະບາດຂອງພະຍາດ ໂຄວິດ-19 ກໍໄດ້ກະຕຸກຊຸກຍູ້ ໃຫ້ມີນະວັດຕະກໍາດ້ານສຸຂະພາບໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຢີດິຈິຕອນ ໃນການໃຫ້ບໍລິການສຸຂະພາບ, ເຊິ່ງໄດ້ກາຍເປັນເຄື່ອງມືທີ່ສໍາຄັນໃນການຜັນຂະຫຍາຍການເຂົ້າເຖິງການດູແລສຸຂະພາບໃນປະເທດ. ຄວາມຄືບໜ້າທີ່ກ່າວມານີ້ ບໍ່ໄດ້ເປັນພຽງແຕ່ມາດຕະການຊົ່ວຄາວແຕ່ສາມາດກ້າວໄປເປັນລະບົບການດູແລສຸຂະພາບທີ່ຢືດຢຸ່ນ ແລະ ເຂົ້າເຖິງງ່າຍຂຶ້ນເຊິ່ງສາມາດເອົາຊະນະຕໍ່ຄວາມກົດດັນ ໃນດ້ານການປ່ຽນແປງດິນຟ້າອາກາດ ແລະ ໄພຂົ່ມຂູ່ອື່ນໆຂອງໂລກ.

 

ຍ້ອນວ່າ ສປປ ລາວ ກໍາລັງຢືນຢູ່ຈຸດຂ້າມຜ່ານການຮ່ວມມືລະຫວ່າງກະຊວງສາທາລະນະສຸກປະເທດລຸກຊໍາບວກ ແລະ ອົງການສະຫະປະຊາຊາດ ຈຶ່ງໄດ້ສະເໜີຮູບແບບ ການຮ່ວມມືລະຫວ່າງປະເທດ ແລະ ພະລັງຂອງການຮ່ວມມືໃນການຫັນປ່ຽນຊີວິດການເປັນຢູ່. ນອກຈາກນັ້ນການສະໜັບສະໜູນດ້ານງົບປະມານຂອງປະເທດລຸກຊໍາບວກ ໃຫ້ແກ່ແຜນງານໃນຮອບໜຶ່ງທົດສະວັດທີ່ຜ່ານມາ ມູນຄ່າປະມານ 23 ລ້ານເອີໂຣເນັ້ນໃຫ້ເຫັນເຖິງການຮ່ວມມືກັບ ສປປລາວ ທີ່ເລິກເຊິ່ງ ແລະ ເປັນຫຼັກຖານທີ່ສະແດງເຖິງທ່າແຮງຂອງການລິເລີ່ມດ້ານສຸຂະພາບທີ່ມີເປົ້າໝາຍ ເພື່ອກະຕຸກຊຸກຍູ້ ຜົນປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມຢ່າງກວ້າງຂວາງ.

 

ເນື່ອງ​ໃນ​ໂອ​ກາດການສະເຫຼີມສະຫຼອງວັນສຸຂະພາບ​ໂລກປີ 2024 ​ໃນຫົວ​ຂໍ້ “ສຸ​ຂະ​ພາບ​ຂອງ​ຂ້ອຍສິດທິ​ຂອງ​ຂ້ອຍ”ພວກ​ເຮົາ​​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ບັດ ​ເພື່ອ​ເຄົາ​ລົບປົກ​ປັກ​ຮັກ​ສາ​ ແລະ ​ບັນລຸ​ສິດ​ທິດ້ານ​ສຸ​ຂະ​ພາບ​ຂອງ​ທຸກ​ຄົນ​ໃນ ສປປ ລາວ ຄືດັ່ງນີ້:

 

  • ເສີມສ້າງຄຳໝັ້ນສັນຍາທີ່ຈະບໍ່ຖິ້ມໃຜໄວ້ຂ້າງຫຼັງ ເມື່ອເວົ້າເຖິງການປົກຄຸມການເຂົ້າເຖີງບໍລິການດ້ານສຸຂະພາບຢ່າງທົ່ວປວງຊົນ. ພວກເຮົາສາມາດບັນລຸສິ່ງນີ້ໄດ້ ໂດຍການສຸມຄວາມພະຍາຍາມຂອງພວກເຮົາໃສ່ໃນການຜັນຂະຫຍາຍ ການເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບໃນເຂດຫ່າງໄກສອກຫຼີກລວມທັງ ຜ່ານການບັງຄັບໃຊ້ກົດໝາຍການດູແລສຸຂະພາບຂັ້ນຕົ້ນ ທີ່ໄດ້ຖືກຮັບຮອງວ່າງບໍ່ດົນມານີ້;
  • ປັບປຸງລະບົບການເກັບກຳຂໍ້ມູນແບບດິຈິຕອລ ໂດຍການລິເລີ່ມ ລະບົບລົງທະບຽນສັກຢາກັນພະຍາດ ແບບອີເລັກໂທຣນິກລະບົບຕິດຕາມອຸນຫະພູມແບບທາງໄກ ຄຽງຄູ່ກັບເຄື່ອງມືການຮຽນທາງອີເລັກໂທຣນິກ ດ້ານການສັກຢາກັນພະຍາດ ແລະ ແອັບພລິເຄຊັ່ນ ການດູແລເດັກແບບເຊື່ອມສານ (IMNCI) ຂອງປະເທດລາວ;
  • ສ້າງຂີດຄວາມສາມາດຂອງອາສາສະໝັກສາທາລະນະສຸກຂັ້ນບ້ານ ທີ່ເຮັດໜ້າທີ່ເປັນຂົວຕໍ່ຫາຊຸມຊົນ;
  • ເພີ່ມງົບປະມານ ແລະ ການລົງທຶນດ້ານສຸຂະພາບ. ເຖິງເວລາແລ້ວ ທີ່ ສປປ ລາວ ຈະຕ້ອງເພີ່ມງົບປະມານດ້ານສາທາລະນະສຸກ ຕາມຄໍາໝັ້ນສັນຍາທີ່ຈະຈັດສັນງົບປະມານໃຫ້ຮອດ 9 ເປີເຊັນ. ​​ການ​ລົງທຶນ​ດ້ານ​ສຸຂະພາບ ກໍຄືການ​ລົງທຶນໃສ່​ອະນາຄົດ​ຂອງ​ປະ​ເທດ ​ແລະ ການຊ່ວຍ​ຊີວິດ;
  • ຜັນຂະຫຍາຍຄໍາໝັ້ນສັນຍາໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ແລະ ຄໍາໝັ້ນສັນຍາວ່າດ້ວຍວຽກງານວາງແຜນຄອບຄົວຮອດປີ 2030 ໂດຍການເສີມຂະຫຍາຍການເຂົ້າເຖິງການປົກຄຸມສຸຂະພາບທົ່ວປວງຊົນຮັບປະກັນໃຫ້ມີການປັບປຸງການຄຸ້ມຄອງລະບົບການສະໜອງອຸປະກອນການເເພດຕ່າງໆຜັນຂະຫຍາຍການເຂົ້າເຖິງການບໍລິການທີ່ເປັນມິດແກ່ໄວໜຸ່ມໂດຍສະເພາະໃນເຂດທີ່ເຂົ້າເຖິງຍາກ ໂດຍການບັນຈຸຊັບຊ້ອນຜະດຸງຄັນ ແລະ ຜູ້ໃຫ້ບໍລິການສຸຂະພາບ ທີ່ຜ່ານການຝຶກອົບຮົມມາເປັນຢ່າງດີ.

 

ເສັ້ນທາງຂ້າງໜ້າຂອງ ສປປ ລາວ ຍັງມີສິ່ງທ້າທາຍ ແຕ່ກໍຍັງເຕັມໄປດ້ວຍໂອກາດ. ພວກເຮົາຂໍຂອບໃຈທຸກຄົນທີ່ເປັນສ່ວນໜຶ່ງຂອງການເດີນທາງອັນຈົບງາມນີ້ໂດຍສະເພາະແມ່ນປະເທດລຸກຊໍາບວກ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜຸນຢ່າງບໍ່ຢຸດຢັ້ງ ເພື່ອສົ່ງເສີມສຸຂະພາບທີ່ດີໃນ ສປປ ລາວ. ໂດຍການສືບຕໍ່ໃຫ້ບຸລິມະສິດແກ່ວຽກງານສຸຂະພາບ ເພື່ອເປັນພື້ນຖານຂອງການພັດທະນາປະເທດຊາດ ແລະ ການຈັດຕັ້ງປະຕິບັດຂໍ້ເເນະນຳເຫຼົ່ານີ້ສປປ ລາວ ຈະມີຄວາມພ້ອມຫຼາຍຂຶ້ນໃນການຮັບມືກັບສິ່ງທ້າທາຍດ້ານສຸຂະພາບຕ່າງໆໃນອະນາຄົດ ເຊິ່ງກໍຍັງຈະ ຊ່ວຍສົ່ງເສີມຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງປະຊາຊົນລາວທຸກຄົນ.
____

ອົງການ UNFPA ແມ່ນ ອົງການສະຫະປະຊາຊາດກອງທຶນ ສໍາລັບ ປະຊາກອນ ທີ່ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າຫມາຍເຮັດໃຫ້ການເສຍຊີວິດ ຂອງແມ່ເປັນສູນ, ການບໍ່ຕອບສະຫນອງຕໍ່ຄວາມຕ້ອງການ ສໍາລັບການວາງແຜນຄອບຄົວ ເປັນສູນ ແລະ ເຮັດໃຫ້ຄວາມ ຮຸນແຮງບົນພື້ນຖານທາງເພດເປັນສູນ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
laos.office@unfpa.org