You are here

ລອງສໍານຶກພາບເບິ່ງວ່າ​ໄວໜຸ່ມຍິງຄົນໜຶ່ງ​ທີ່ບໍ່ມີການຈົດທະບຽນ​ການມີຕົວຕົນ​ຂອງນາງ. ນາງຈະເຂົ້າໂຮງຮຽນໄດ້ຮັບການຮັກສາ​ສຸຂະພາບເດີນທາງລົງຄະແນນສຽງເລືອກຕັ້ງສະໝັກວຽກຫຼື ສືບທອດມູນມໍລະດົກໄດ້ຄືແນວໃດລະບົບຈົດທະບຽນ ແລະ ສະຖິຕິພົນລະເມືອງ ​​ເປັນການໃຫ້ສິດທິຂັ້ນພື້ນຖານໃນການຮັບການບໍລິການການປົກປ້ອງ ແລະ ສະຫວັດດີພາບ​. ເຖິງຢ່າງໃດກໍຕາມຫຼາຍກວ່າເຄິ່ງໜຶ່ງຂອງແມ່ຍິງ ແລະ ໄວໜຸ່ມຍິງໃນ ສປປ ລາວ ຍັງດຳລົງຊີວິດໂດຍບໍ່ໄດ້ຮັບການຈົດທະບຽນຕາມກົດໝາຍ (ກະຊວງພາຍໃນ, 2018).

 

ອີງຕາມຂໍ້ມູນຈາກທະນາຄານໂລກ (2018), ປະມານ 1 ຕື້ຄົນໃນທົ່ວໂລກ ບໍ່ສາມາດພິສູດຕົວຕົນຂອງພວກເຂົາ​ຢ່າງເປັນທາງການໃນນັ້ນ, 40% ​ມີອາຍຸຕໍ່າກວ່າ 18 ປີ. ໃນ ສປປ ລາວມີພຽງ 43% ຂອງປະຊາກອນທັງໝົດທີ່ໄດ້ຈົດ​ທະບຽນການເກີດ, (ກະຊວງພາຍໃນ, 2018). ເພື່ອນັບຈໍານວນ​ຄົນ​ກ່ອນອື່ນໝົດ​ພວກເຂົາ​ຕ້ອງຖືກ​ນັບແລະ ນັ້ນແມ່ນສິ່ງທີ່ລະບົບຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ດຳເນີນການ​ດ້ວຍ​ການນໍາໃຊ້ວິທີການບັນທຶກລາຍລະອຽດຂອງເຫດການສໍາຄັນຕ່າງໆຕະລອດ​ຊີວິດຂອງຄົນຜູ້​ໜຶ່ງ​, ລວມທັງການເກີດການແຕ່ງງານການຢ່າຮ້າງ ແລະ ການເສຍຊີວິດ.

 

ການ​ຈົດ​ທະ​ບຽນ​ການ​ເກີດ​ແມ່ນ​ບາດ​ກ້າວ​ທໍາ​ອິດ​ໃນ​ການ​ຮັບ​ປະ​ກັນການມີຕົວ​ຕົນ​ຕາມ​​ກົດໝາຍ​ ​ແລະ ​ການ​ເຂົ້າ​ເຖິງ​ສິດທິຂັ້ນ​ພື້ນ​ຖານ, ​ເຊັ່ນ: ​ການ​ສຶກ​ສາ​ການຮັກສາ​​ສຸ​ຂະ​ພາບ​,  ການມີວຽກ​ເຮັດ​ງານ​ທໍາ​ແລະ ​ການ​ປົກ​ປ້ອງທາງ​ສັງ​ຄົມ​. ໃນຖານະເປັນແຫຼ່ງຂໍ້ມູນປະຊາກອນຢ່າງຕໍ່ເນື່ອງພຽງໜຶ່ງ​ດຽວການ​ຈົດ​ທະ​ບຽນ​ການ​ເກີດເປັນ​ພື້ນຖານໃຫ້ແກ່​ສິດທິມະນຸດ.

 

ການຈົດ​ທະບຽນພົນລະເຮືອນ​ຍັງຂໍ້ມູນລວມຂອງປະຊາກອນ ແລະ ເປັນການຜະລິດສະຖິຕິທີ່ຖືກຕ້ອງ ແລະ ທັນເວລາດ້ານ​ປະຊາກອນ ແລະ ດ້ານສຸຂະພາບຂອງປະຊາກອນ. ສະຖິຕິ​ສຳຄັນທີ່ສ້າງຂຶ້ນຈາກ​ບັນທຶກການຈົດ​ທະບຽນແມ່ນສິ່ງ​ຈຳເປັນຕໍ່ການສ້າງ​ນະໂຍບາຍດ້ານສາທາລະນະສຸກການສຶກສາການຈ້າງງານການວາງແຜນເສດຖະກິດການປົກປ້ອງທາງສັງຄົມ ແລະ ຂະແໜງການອື່ນໆ.

 

12 ເປົ້າໝາຍ ໃນ​ທັງໝົດ 17 ເປົ້າໝາຍ SDGs ແລະ 67 ຕົວຊີ້ວັດໃນ​ທັງໝົດ 230 ຕົວຊີ້ວັດຂອງ SDG ສາມາດວັດ ແທກໄດ້ຈາກລະບົບ CRVS ທີ່ດີ. ໂດຍສະເພາະແລ້ວ, ຕົວເລກຂໍ້ມູນ CRVS ຊ່ວຍພັດທະນາ​ SDG 5, "ບັນລຸເຖິງຄວາມສະເໝີ​ພາບລະຫວ່າງຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກຄົນ." CRVS ປະກອບສ່ວນເຂົ້າໃນການຕິດຕາມກວດກາການບັນຫາການແຕ່ງງານອາຍຸຍັງນ້ອຍການຖືພາໃນໄວໜ່ມ​ແລະ ການຕາຍ​ຂອງແມ່ທີ່ສາມາດປ້ອງກັນໄດ້ຊຶ່ງເປັນການເພີ່ມທະວີການ​ຕິດຕາມກວດກາຄວາມໝາຍໝັ້ນ​ ICPD25 commitments ຂອງລັດຖະບານລາວ ຊຶ່ງ​ເປັນບາດກ້າວ​ສຳຄັນໃນການບັນລຸເປົ້າໝາຍ SDGs.

 

ໃນ​ ສປປ ລາວກະຊວງພາຍໃນ ໄດ້ປັບປຸງການຂຶ້ນ​​ທະບຽນເຫດການສຳຄັນຕ່າງໆເພື່ອຮັບປະກັນວ່າ​ທຸກຄົນໄດ້ຮັບການຈົດທະບຽນ​. ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໃນ​ການ​ຮັບຮອງ​ເອົາ​ຖະ​ແຫຼ​ງການຂອງ​ລັດຖະມົນຕີ​ວ່າ​ດ້ວຍ 'ການລວມ​​ເອົາ​ທຸກ​ຄົນເຂົ້າ​ໃນ​ຮູບ​ພາບ​ໃນ​ພາກພື້ນອາຊີ ​ແລະ ປາຊີ​ຟິກ ​ແລະ ໄດ້ສ້າງແຜນ​ຍຸດ​ທະ​ສາດ CRVS ປີ 2016-2025. ອົງການ UNFPA ໄດ້ປະກອບສ່ວນສະໜູນການກະກຽມໃຫ້ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 2 ທີ່ຈັດຂຶ້ນໃນເດືອນພະຈິກ ປີ 2021. ເມື່ອບໍ່ດົນມານີ້ກະຊວງພາຍໃນ ແລະ ສູນ​ສະຖິຕິແຫ່ງຊາດ​ລາວ (LSB) ໄດ້ລິເລີ່ມການຂຶ້ນທະບຽນພົນລະເມືອງເປັນດິຈິຕອລ, ຊຶ່ງ​ເປັນສ່ວນໜຶ່ງຂອງການເສີມສ້າງຄວາມເຂັ້ມແຂງຂອງລະບົບທີ່ໄດ້ຮັບ​​ການສະໜັບສະໜູນຈາກທະນາຄານໂລກ.

 

ທ່ານນາງ ທິລາຄາ ຈັນທະລານຸວົງຫົວໜ້າກົມສະຖິຕິ​ສັງຄົມ, ສູນ​ສະຖິຕິແຫ່ງຊາດ​ລາວ, ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: "ໃນທ້າຍທົດສະວັດ CRVS (2015-2024), ລັດຖະບານຈະເສີມຂະຫຍາຍລະບົບການຂຶ້ນ​ທະບຽນໂດຍນຳໃຊ້ວິທີການປະສານງານຫຼາຍຂະແໜງການ ແລະ ການປູກຈິດສໍານຶກ​ໃຫ້ແກ່ປະຊາຊົນ, ໂດຍສະເພາະໃນເຂດຊົນນະ ບົດ ແລະ ເຂດຫ່າງໄກສອກຫຼີກ.” 

 

ນອກ​ຈາກການເສີມສ້າງຄວາມເຂັ້ມແຂງຂອງລະບົບແລ້ວການປູກຈິດສໍານຶກໃຫ້ແກ່​ປະຊາຊົນກໍແມ່ນອົງປະກອບ​ສໍາຄັນໜຶ່ງອີກ​ທີ່ສາມາດນໍາໄປສູ່ຄວາມຄົບຖ້ວນສົມບູນຂອງທະບຽນພົນລະເມືອງ​. ທ່ານ ປູນ​ລະນາກ​ ວັນນະ​ລາດຫົວໜ້າ​ຫ້ອງການ​ພາຍໃນ,​ ນະຄອນ​ໄກສອນ ພົມວິຫານ, ​ແຂວງ​ສະຫວັນ​ນະ​ເຂດ ກ່າວ​ວ່າ:​ "ປະຊາຊົນບໍ່ເຂົ້າໃຈເຖິງຄວາມສໍາຄັນຂອງການຈົດ​ທະບຽນພົນລະເຮືອນ​ ແລະ /ຫຼື ບໍ່ຮູ້ຊໍ້າ​. ຍ້ອນບໍ່ມີ​ການໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກໃນຊຸມຊົນໂດຍສະເພາະໃນເຂດຫ່າງໄກສອກຫຼີກ. ນີ້​ແມ່ນ​​​ສິ່ງ​ທີ່​ພວກ​ເຮົາ​ຕັ້ງ​ໃຈ​ປັບປຸງ ​ໃນ​ຂະນະ​ທີ່ພວກ​ເຮົາພະຍາຍາມ​ເສີມ​ຂະຫຍາຍ​ລະບົບ​ການ​ເກັບ​ກຳຕົວເລກ​ຂໍ້​ມູນ​ຂອງຕົນ​.” 

 

ອົງການ UNFPA ເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວໂດຍຜ່ານໂຄງການລິເລີ່ມ conVERGE  ທີ່ສະໜອງ​ການສ້າງຄວາມ​ສາມາດໃນການຜະລິດການນໍາໃຊ້ແລະ ການເຜີຍແຜ່ສະຖິຕິ​ສໍາຄັນໂດຍມີ ການປະຕິບັດຕົວຈິງທີ່ສອດຄ່ອງກັບກັບມາດ ຕະຖານສາກົນ. ພວກເຮົາສະແຫວງຫາ ແລະ ລະດົມຂົນຂວາຍບັນດາຄູ່ຮ່ວມງານ​ເພື່ອສະໜັບສະໜູນ ແລະ ປັບປຸງການປະສານງານປັບປຸງລະບົບໃຫ້ທັນສະໄໝປູກຈິດສຳນຶກຂອງທົ່ວປວງຊົນ​ແລະ ຜະລິດສະຖິຕິທີ່ຖືກຕ້ອງເພື່ອບັນລຸຜົນຕາມຄວາມໝາຍໝັ້ນຂອງລັດຖະບານຕໍ່​ ICPD25 ແລະ SDGs.

 

**********************

UNFPA ແມ່ນອົງການດ້ານສຸຂະພາບ​ທາງເພດ ແລະ ສຸຂະພາບ​​ຈະເລີນພັນຂອງສະຫະປະຊາຊາດເຮັດວຽກ​ໃນ 150 ​ກວ່າ ປະເທດ ລວມທັງ ສປປ ລາວເພື່ອບັນລຸຜົນເຮັດໃຫ້ການຕາຍ​ຂອງແມ່​ເປັນ 0ຄວາມ​ຕ້ອງການໃນການວາງແຜນຄອບຄົວທີ່ແລະ ບໍ່ມີຄວາມຮຸນແຮງຕໍ່ເພດ.

 

ສໍາລັບຂໍ້ມູນເພີ່ມເຕີມ ຈົ່ງ​ຕິດຕໍ່:

ທ່ານ ພອນໄຊ ສິດທິລາດວົງສາ

ເຈົ້າໜ້າທີ່ຕິດຕາມກວດກາ ແລະ ປະເມີນຜົນອົງການ UNFPA ປະຈໍາ ສປປລາວ 

sithirajvongsa@unfpa.org

ນາງ ວັນລີ ລໍກ່ວາງມິງ​

ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມງານ​ອົງການ UNFPA ປະຈໍາ ສປປລາວ

lorkuangming@unfpa.org