Go Back Go Back
Go Back Go Back
Go Back Go Back

ກອງປະຊຸມເວທີສົນທະນາຊາວໜຸ່ມອາຊຽນຄັ້ງທີ 3, ປີ 2024

ກອງປະຊຸມເວທີສົນທະນາຊາວໜຸ່ມອາຊຽນຄັ້ງທີ 3, ປີ 2024

News

ກອງປະຊຸມເວທີສົນທະນາຊາວໜຸ່ມອາຊຽນຄັ້ງທີ 3, ປີ 2024

calendar_today 06 October 2024

ກອງປະຊຸມເວທີສົນທະນາຊາວໜຸ່ມອາຊຽນຄັ້ງທີ 3, ປີ 2024
ກອງປະຊຸມເວທີສົນທະນາຊາວໜຸ່ມອາຊຽນຄັ້ງທີ 3, ປີ 2024

ໃນລະຫວ່າງວັນທີ 6-8 ຕຸລາ 2024 ທີ່ ແຂວງ ຫຼວງພະບາງ, ສປປ ລາວ –ກອງປະຊຸມເວທີສົນທະນາຊາວໜຸ່ມອາຊຽນຄັ້ງທີ 3 ໄດ້ຈັດຂຶ້ນທີ່ ແຂວງຫຼວງພຣະບາງ, ສປປ ລາວ ໃນລະຫວ່າງວັນທີ 6-8 ຕຸລາ 2024, ພາຍໃຕ້ຫົວຂໍ້: “ເສີມສ້າງຄວາມເຂັ້ມແຂງ ແລະ ການຊຸກຍູ້ແບບຮອບດ້ານ ເພື່ອການພັດທະນາຊາວໜຸ່ມອາຊຽນທີ່ຍືນຍົງ” ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຮ່ວມກັບ ກອງເລຂາອາຊຽນ, ອົງການ UNFPA ແລະ ອົງການ UNICEF, ເຊິ່ງມີຜູ້ແທນເຈົ້າໜ້າທີ່ອາວຸໂສ ແລະ ຊາວໜຸ່ມ ຈາກ ບັນດາປະເທດອາຊຽນ ແລະ ປະເທດ ຕີມໍ-ເລສເຕ ເຂົ້າຮ່ວມ ທັງໝົດ 33 ທ່ານ ເພື່ອຮ່ວມກັນປຶກສາຫາລືແກ້ໄຂບາງສິ່ງທ້າທາຍໃນອາຊຽນ ແລະ ພາກພື້ນ ເພື່ອພ້ອມກັນຊອກຊ່ອງທາງ ການພັດທະນາຊາວໜຸ່ມໃນກຳນົດອະນາຄົດ.

ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ຈຳນວນ​ປະຊາກອນ​ໜຸ່ມ​ ໃນ​ພາກ​ພື້ນ​ອາ​ຊຽນ ​ຈະ​ມີ​ຫຼາຍ​ກວ່າ 220 ລ້ານ​ຄົນ​ ໃນ​ປີ 2038, ເພາະ​ຊາວ​ໜຸ່ມ​ຈະເປັນກຳລັງແຮງໃນການສ້າງສາ ແລະ ພັດທະນາປະເທດຊາດ. ກອງປະຊຸມເວທີສົນທະນາຊາວໜຸ່ມອາຊຽນຄັ້ງນີ້ ຈະໄດ້ທົບທວນຄືນບາງຂົງເຂດທີ່ຊາວໜຸ່ມໄດ້ມີການ ປະກອບສ່ວນເປັນຕົ້ນແມ່ນເລື່ອງສຸຂະພາບ, ຄວາມເປັນຢູ່ທີ່ດີ, ການສຶກສາ, ການເປັນຜູ້ປະກອບການ ແລະ ການຮ່ວມໂຕກັນທາງສັງຄົມ, ໂດຍໃຫ້ຊາວໜຸ່ມເປັນຜູ້ກໍານົດວິທີແກ້ໄຂ ແລະ ມີຂໍ້ສະເໜີ ໃນຕອນທ້າຍຂອງກອງປະຊຸມ.

The Third ASEAN Youth Dialogue

ທ່ານ ມອນ​ໄຊ ​ລາວມົວຊົ່ງ ​ເລຂາ​​ຄະນະ​ບໍລິຫານ​ງານ ​ສູນ​ກາງ​ຊາວ​ໜຸ່ມປະຊາຊົນປະຕິວັດ​ລາວ ໄດ້ກ່າວ​ວ່າ:

ການ​ລົງທຶນ​ໃສ່ຊາວໜຸ່ມ​ແມ່ນມີຄວາມ​ສຳຄັນ​ຕໍ່​ການພັດທະນາ​ຂອງ​ພາກ​ພື້ນ. ໂດຍສົ່ງເສີມການສຶກສາ, ສາທາລະນະສຸກ, ການສ້າງວຽກເຮັດງານທໍາ ແລະ ການສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມ ໃຫ້ກາຍເປັນຊາວໜຸ່ມທີ່ມີຄຸນນະພາບຊີວິດທີ່ດີ, ມີຄວາມໝັ້ນຄົງທາງເສດຖະກິດ ແລະ ສັງຄົມ ແມ່ນມີຄວາມສໍາຄັນ ຕໍ່ການພັດທະນາແບບຍືນຍົງ. ກອງປະຊຸມຄັ້ງ​ນີ້​ເປັນ​ເວທີ​ສົນທະນາ​ສຳລັບ​ຊາວໜຸ່ມ ​ທີ່ຈະໄດ້​ສະ​ແດງ​ບົດບາດ ​ແລະ​ ຄວາມ​ເປັນ​ຫ່ວງເປັນໃຍຂອງຕົນເອງ. ພ້ອມ​ກັນ​ນັ້ນ, ກໍຍັງຮ່ວມກັນ ຄົ້ນຄ້ວາ ວິທີການສ້າງຄວາມເຂັ້ມແຂງໄປສູ່ການພັດທະນາ ແບບຍືນ​ຍົງ​ຂອງ​ຊາວ​ໜຸ່ມ​ອາ​ຊຽນທັງ​ໝົດ.

The Third ASEAN Youth Dialogue 2024

 

ການມີສ່ວນຮ່ວມຂອງຊາວໜຸ່ມອາຊຽນ ຈະຫັນໄປສູ່ການເປັນດິຈິຕອນເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ. ຜົນຂອງກອງປະຊຸມດັ່ງກ່າວຈະນໍາໄປສະເໜີ ໃນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ປີ 2024.

ທ່ານ ດຣ ບາກຄໍເດີ ເບີຄານອບ, ຫົວໜ້າຫ້ອງການປະສານງານ ອົງການ ສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຊາວໜຸ່ມ ໃນການພັດທະນາພາກພື້ນວ່າ:

ໃນ​ນາມ​ຜູ້​ນໍາ​ໄວໜຸ່ມ ພວກ​ທ່ານ​ມາ​ຈາກຫຼາກຫຼາຍຮູບແບບການໃຊ້​ຊີ​ວິດ​ທີ່​ແຕກ​ຕ່າງ​ກັນ​. ທ່ານແມ່ນຜູ້ລິເລີ່ມ, ຜູ້ປະກອບການ, ສະໜັບສະໜູນການພັດທະນາ, ຄວາມຍຸຕິທໍາ ແລະ ຄວາມຍືນຍົງ. ທ່ານມີສັກກະຍະພາບໃນການຫັນປ່ຽນຊຸມຊົນທີ່ທ່ານອາໄສຢູ່, ມີອິດທິພົນຕໍ່ພາກພື້ນໂດຍລວມ ແລະ ເຮັດເພື່ອປະໂຫຍດສ່ວນລວມຂອງທຸກໆຄົນ.

The Third ASEAN Youth Dialogue 2024

ໃນ​ໄລຍະ​ການ​ສົນທະນາ​ ເປັນ​ເວລາ 3 ວັນ, ຜູ້ແທນ​ຊາວ​ໜຸ່ມ​ອາ​ຊຽນ ຈະ​ເຂົ້າ​ຮ່ວມ​ການ​ສົນທະນາ​ທີ່​ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ ຕໍ່​ສຸຂະພາບຈະເລີນ​ພັນ, ນະວັດຕະກຳໃໝ່ໄປສູ່ການ​ພັດທະນາ​ເສດຖະກິດ-ສັງຄົມ.

ທ່ານ ປິໂອ ສະມິດ, ຜູ້ອໍານວຍການພາກພື້ນຂອງ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ອາຊີ ແລະ ປາຊີຟິກ, ເນັ້ນ​ຕື່ມວ່າ:

ໄວໜຸ່ມ​ບໍ່​ພຽງ​ແຕ່​ເປັນ​ຜູ້​ນຳ​ໃນອະນາຄົດຂ້ອງໜ້າ​ເທົ່າ​ນັ້ນ; ພວກເຂົາຍັງເປັນຕົວແທນຂອງການປ່ຽນແປງໃນປັດຈຸບັນອີກດ້ວຍ. ໄວ​​ໜຸ່ມ​ອາ​ຊຽນສາມາດຂັບເຄື່ອນຄວາມກ້າວໜ້າ ທີ່ມີຄວາມໝາຍ ແລະ ສ້າງຄວາມໝັ້ນໃຈໃຫ້ໄວ​ໜຸ່ມ​ທຸກ​ຄົນ​ຮູ້ສຶກ​ມີ​ພະລັງ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ເດີນທາງ​ໄປ​ສູ່​ອະນາຄົດ ​ທີ່​ຍືນ​ຍົງ.

 

The Third ASEAN Youth Dialogue 2024

ກອງປະຊຸມດັ່ງກ່າວຈະໄດ້ສັງລວມດ້ວຍການສະຫຼຸບ ແລະ ຮັບຮອງເອົາຖະແຫຼງການຂອງໄວໜຸ່ມອາຊຽນ, ເຊິ່ງຈະນຳສະເໜີຂໍ້ສະເໜີແນະໃນການເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສະໜັບສະໜູນຂໍ້ລິເລີ່ມການພັດທະນາແບບຍືນຍົງໃຫ້ແກ່ໄວໜຸ່ມໃນທົ່ວອາຊຽນ.

ທ່ານ ນາງ ຈູນ ກູນູກິ, ຜູ້ອຳນວຍການຂັ້ນພາກພື້ນອາຊີ​ຕາ​ເວັນ​ອອກ ແລະ ປາຊີ​ຟິກ ຂອງ UNICEF ກ່າວ​ຕື່ມ​ວ່າ:

​ນາ​ຄົດ​ຂອງ​ອາ​ຊຽນ​ແມ່ນ​ຂຶ້ນ​ກັບ​ການ​ລົງ​ທຶນກັບໄວ​ໜຸ່ມ​ໃນ​ປັດຈຸບັນ ໂດຍສະເພາະ ເພື່ອຮັບປະກັນວ່າເດັກຍິງໄດ້ຮັບໂອກາດທີ່ພວກເຂົາສົມຄວນທີ່ຈະໄດ້ຮັບໃນການຮຽນຮູ້, ເປັນຜູ້ນໍາ, ແລະ ປະສົບຜົນສໍາເລັດ. ພວກເຮົາຕ້ອງຮ່ວມມື​ກັນ​ສ້າງ​ທາງ​ໃຫ້​ເດັກ​ຍິງ​ໄດ້​ຮຽນໜັງສື, ມີ​ວຽກເຮັດ​ງານທຳ, ມີ​ຄວາມ​ຕັ້ງໝັ້ນ, ແລະ ​ປະ​ກອບ​ສ່ວນ​ໃນການພັດທະນາຊຸມຊົນ​ຂອງ​ເຂົາ​ເຈົ້າ.

 

The Third ASEAN Youth Dialogue 2024

ພາຍຫຼັງຈາກ ເວທີສົນທະນາ, ຈະມີກອງປະຊຸມຜູ້ນຳອາຊຽນ ພົບປະກັບຊາວໜຸ່ມອາຊຽນ 2024 ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 9-10 ຕຸລາ 2024, ທີ່​ນະຄອນຫຼວງ​ວຽງ​ຈັນ, ​ໂດຍບັນດາ​ຜູ້​ແທນກອງປະຊຸມ ​ຈະມີການ​ແລກປ່ຽນ​ ແລະ ​ປຶກສາ​ຫາລື​ກ່ຽວ​ກັບຜົນໄດ້ຮັບຂອງເວທີສົນທະນາຊາວໜຸ່ມອາຊຽນ ຕໍ່ກັບ​ຜູ້​ນຳຂອງ​ອາ​ຊຽນ​.