Go Back Go Back
Go Back Go Back
Go Back Go Back

ຜູ້ຕາງໜ້າອົງການປະຈຳປະເທດ

ຜູ້ຕາງໜ້າອົງການປະຈຳປະເທດ

ຜູ້ຕາງໜ້າອົງການປະຈຳປະເທດ

ທ່ານ ນາງ ມາຣຽມ ເອ ຄານ

ຜູ້ຕາງໜ້າອົງການປະຈຳປະເທດ

ປະຈຸບັນນີ້ເປັນຜູ້ຕາງໜ້າ ອົງການ UNFPA ປະຈໍາສປປລາວ, ທ່ານນາງຄານມີປະສົບການ ເຖິງ 22 ປີ ໃນການເປັນຜູ້ນຳພາ ແລະ ຄຸ້ມຄອງແຜນງານພັດທະນາ, ການຕອບໂຕ້ດ້ານມະນຸດສະທຳ, ຂໍ້ລິເລີ່ມການປ່ຽນແປງດ້ານການຄຸ້ມຄອງ ແລະ ການເຮັດວຽກຮ່ວມກັບທີມງານຫຼາກຫຼາຍວັດທະນະທຳ. ທ່ານນາງ ຄານ ໄດ້ນຳເອົາຄວາມກະຕືລືລົ້ນໃນການສົ່ງ ເສີມວາລະການອີງໃສ່ສິດທິທີ່ສຸມໃສ່ການປັບປຸງຊີວິດຂອງແມ່ຍິງ ແລະ ຊາວໜຸ່ມໂດຍສະເພາະ, ໂດຍຜ່ານວິທີການທີ່ລະອຽດອ່ອນຕໍ່ວັດທະນະທຳ ແລະ ວິທີການແບບອີງໃສ່ຫຼັກຖານ.

ທ່ານນາງໄດ້ຊຸກຍູ້ວາລະຂອງ ICPD ມີປະສົບການເຮັດວຽກ ຢູ່ຫ້ອງການປະຈໍາປະເທດອິນໂດເນເຊຍ, ປະເທດແທນຊາເນຍ ແລະ ປະເທດອານຈີເຣຍ, ແລະ ສຳນັກງານໃຫຍຂອງອົງການ UNFPA. ນອກຈາກການນໍາພາຫ້ອງ ການຂອງອົງການ UNFPA ໃນປະເທດຕ່າງໆແລ້ວ, ປະສົບການພື້ນຖານອັນກວ້າງຂວາງຂອງທ່ານນາງ ລວມມີ: ການປັບປຸງຂັ້ນຕອນດ້ານທຸລະກິດ ແລະ ປະສົບການດ້ານການສື່ສານ, ສະໜັບສະໜູນຂໍ້ລິເລີ່ມດ້ານບຸກຄະລາກອນ, ນຳພາຂໍ້ລິເລີ່ມຮ່ວມກັນຂອງອົງການສະຫະປະຊາຊາດ, ການສົ່ງເສີມນະວັດຕະກໍາ ແລະ ການເຮັດວຽກໃນຫຼາຍລະບົບລະຫວ່າງອົງການລະດັບທົ່ວໂລກ ແລະ ລະດັບພາກພື້ນ.

ທ່ານຈົບປະລິນຍາໂທ 2 ຂົງເຂດ: ດ້ານສັງຄົມສາດ ແລະ ການສຶກສາປະຊາກອນ, ທ່ານນາງຄານສາມາດເວົ້າພາສາອັງກິດ, ອູຣດູ, ຝະລັ່ງ,ປັນຈາບີ ແລະ ພາສາຈີນກາງຂັ້ນພື້ນຖານ. ທ່ານນາງມີປະສົບການຢ່າງຫຼວງຫຼາຍໃນການດຳລົງຊີວິດ ແລະ ການເຮັດວຽກຢູ່ໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ເອີຣົບ, ອາເມລິກາ ເໜືອ, ອະນຸພາກພື້ນຊາຮາຣາອາຟຣິກາ ແລະ MENA. ທ່ານນາງດຳລົງຊີວິດຢູ່ກັບສາມີ ແລະ ລູກ 2 ຄົນ.