You are here

ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໝາຍເຖິງ ສະພາບຮ່າງກາຍ, ອາລົມຄວາມຮູ້ສຶກ, ຈິດໃຈ ແລະ ການດຳລົງຊີວິດໃນສັງຄົມ ທີ່ກ່ຽວພັນທາງດ້ານເພດ; ເຊິ່ງມັນບໍ່ແມ່ນແຕ່ການປາສະຈາກ ພະຍາດ, ຄວາມຜິດປົກກະຕິ ຫຼື ຄວາມອ່ອນແອ. ທຸກໆຄົນແມ່ນມີສິດເຂົ້າເຖິງການດູແລສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໂດຍປາສະຈາກ ການຈຳແນກ, ການບັງຄັບ ແລະ ຄວາມຮຸນແຮງ. ມີສິດໃນການຕັດສິນໃຈວ່າຈະເອົາລູກຈັກຄົນ ແລະ ເມື່ອໃດ ໂດຍສະໝັກໃຈ ແລະ ຢ່າງມີຄວາມຮັບຜິດຊອບ ແລະ ສິດໃນການເຂົ້າເຖິງແຫຼ່ງຂໍ້ມູນທີ່ຈະຊ່ວຍໃນເລື່ອງດັ່ງກ່າວ.

ເພື່ອໃຫ້ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນມີຄວາມປົກກະຕິ, ຕ້ອງມີຊ່ອງທາງໃນການເຂົ້າຫາແຫຼ່ງຂໍ້ມູນ ແລະ ໃຫ້ມີທາງເລືອກທີ່ປອດໄພ, ມີປະສິດທິພາບ, ລາຄາບໍ່ແພງ ແລະ ວິທີການຄຸມກຳເນີດທີ່ເຂົາສາມາດຍອມຮັບໄດ້; ມີຊ່ອງທາງເຂົ້າເຖິງການກວດຫາ ແລະ ການປິ່ນປົວພະຍາດທີ່ກ່ຽວພັນກັບລະບົບຈະເລີນພັນ. ນອກຈາກນັ້ນ, ແມ່ນເຂົາຕ້ອງໄດ້ຮັບຂໍ້ມູນແລະສົ່ງເສີມໃຫ້ປ້ອງກັນຕົນເອງຈາກພະຍາດຕິດຕໍ່ທາງເພດສຳພັນ. ແລະ ເຂົ້າເຖິງຂໍ້ມູນທີ່ຊ່ວຍໃຫ້ເຂົາຕັດສິນໃຈເລື່ອງການເອົາລູກ, ແມ່ຍິງຕ້ອງສາມາດເຂົ້າເຖິງການບໍລິການທີ່ສາມາດຊ່ວຍເຂົາໃນດ້ານການຖືພາທີ່ແຂງແຮງ, ການເກີດລູກຢ່າງປອດໄພ ແລະ ການມີລູກທີ່ສຸຂະພາບດີ. ພວກເຮົາໄດ້ໃຫ້ການສະໜັບສະໜູນຕໍ່ລັດຖະບານ ໃນການເລັ່ງມືປະຕິບັດເພື່ອໃຫ້ທຸກຄົນໃນປະເທດ ສາມາດເຂົ້າເຖິງການດູແລສຸຂະພາບດ້ານເພດແລະຈະເລີນພັນ, ເພື່ອຫຼຸດຜ່ອນການຕາຍຂອງແມ່ທີ່ປ້ອງກັນໄດ້ທົ່ວປະເທດ ແລະ ມອບການຊ່ວຍເຫຼືອດ້ານການວາງແຜນຄອບຄົວທີ່ສຸມໃສ່ແມ່ຍິງແລະເດັກຍິງທີ່ຖືກປ່ອຍປະໄວ້ຂ້າງຫຼັງ, ເຊິ່ງແຜນການປະຕິດບັດຕໍ່ບັນຫາທີ່ກ່າວມານັ້ນແມ່ນມີດັ່ງນີ້:

• ສ້າງຄວາມເຂັ້ມແຂງແກ່ລະບົບສາທາລະນະສຸກໃນລະດັບຊາດ ແລະ ລະດັບຮອງລົງມາ, ເພື່ອລົງແຜນງານດ້ານສິດທິສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ທີ່ມີຄຸນນະພາບສູງ ແລະ ມີຫຼັກຖານທີ່ໜາແໜ້ນ ແລະ ລົງແຜນງານເພື່ອບັນລຸເປົ້າໝາຍການໃຫ້ທຸກຄົນເຂົ້າເຖິງການບໍລິການດູແລສຸຂະພາບ, ການພັດທະນາ ແລະ ການຂະຫຍາຍຕໍ່ມະນຸດສະທຳ.

• ສ້າງຄວາມເຂັ້ມແຂງຕໍ່ຈຳນວນແພດໃນແຂວງທີ່ເປັນຈຸດສຸມ ເພື່ອໃຫ້ການສະໜອງຂໍ້ມູນແລະການໃຫ້ບໍລິການດ້ານສຸຂະພາບທາງເພດແລະຈະເລີນພັນ ມີຄຸນນະພາບສູງແລະເຂົ້າໃຈງ່າຍ ສຳລັບທຸກຄົນ, ໂດຍເນັ້ນໃສ່ແມ່ຍິງແລະເດັກຍິງ, ລວມເຖິງກຸ່ມທີ່ມີສະຖານະຄວາມສ່ຽງຫຼາຍ, ທົ່ວທຸກເຂດການພັດທະນາ ແລະ ການຂະຫຍາຍຕໍ່ມະນຸດສະທຳ.