You are here
ອອກໃໝ່
ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ປີ 2021-2030 (LYADS Brief)
ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ປີ 2021-2030 (LYADS Brief).
ສະຫຼຸບຫຍໍ້ໂຄງການກຸ່ມເດັກຍິງນາງນ້ອຍ ທີ່ເມືອງ ນາໝໍ້, ແຂວງ ອຸດົມໄຊ, ສປປ ລາວ
ສະຫຼຸບຫຍໍ້ໂຄງການກຸ່ມເດັກຍິງນາງນ້ອຍ ທີ່ເມືອງ ນາໝໍ້, ແຂວງ ອຸດົມໄຊ, ສປປ ລາວ
ມາດຕະຖານການ ດຳເນີນງານ ການປະສານງານ, ການຄຸ້ມຄອງການປະສານງານ ແລະ ການສົ່ງຕໍ່ ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງ
ມາດຕະຖານການ ດຳເນີນງານ ການປະສານງານ, ການຄຸ້ມຄອງການປະສານງານ ແລະ ການສົ່ງຕໍ່ ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງ.
ມາດຕະຖານການດຳເນີນງານ ການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອທາງດ້ານສັງຄົມແກ່ແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງໃນ ສປປ ລາວ
ມາດຕະຖານການດຳເນີນງານ ການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອທາງດ້ານສັງຄົມແກ່ແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງໃນ ສປປ ລາວ
ບົດລາຍງານສະພາບຂອງໄວໜຸ່ມໃນ ສປປ ລາວ - Youth situation report in Lao PDR
ບົດລາຍງານສະພາບຂອງໄວໜຸ່ມໃນ ສປປ ລາວ - Youth situation report in Lao PDR
ມາດຕະຖານການດຳເນີນງານ ວຽກງານຕອບສະໜອງການບໍລິການແກ່ຜູ້ທີ່ຖືກຄວາມຮຸນແຮງສຳລັບສະຖານທີ່ບໍລິການສຸຂະພາບ
ມາດຕະຖານການດຳເນີນງານ ວຽກງານຕອບສະໜອງການບໍລິການແກ່ຜູ້ທີ່ຖືກຄວາມຮຸນແຮງສຳລັບສະຖານທີ່ບໍລິການສຸຂະພາບ
ການຖືພາໂດຍຕັ້ງໃຈ, ບໍ່ແມ່ນໂດຍບັງເອີນ
ການຖືພາໂດຍບໍ່ໄດ້ຕັ້ງໃຈ ໃນ ສປປ ລາວ: ປັດໄຈ, ຂໍ້ມູນຄວາມຈິງ ແລະ ການຕອບໂຕ້.
ພື້ນທີ່ການເຂົ້າເຖິງຂອງແຜນງານ UNFPA Laos - 2022
ພື້ນທີ່ການເຂົ້າເຖິງຂອງແຜນງານ UNFPA Laos ສະແດງໃຫ້ເຫັນໂດຍຫຍໍ້ກ່ຽວກັບໂຄງການທີ່ດໍາເນີນຢູ່ກັບອົງການ UNFPA, ລັດຖະບານລາວ ແລະ ຄູ່ຮ່ວມງານຜ່ານແຜນທີ່ຂອງ ສປປ ລາວ.
ການລົບລ້າງມະເຮັງປາກມົດລູກ
ມະເຮັງປາກມົດລູກ ເປັນມະເຮັງຊະນິດໜຶ່ງທີ່ສາມາດປ້ອງກັນໄດ້. ເຖິງຢ່າງໃດກໍຕາມ, ໃນປີ 2020 ມີແມ່ຍິງປະມານ 341.800 ຄົນ ເສຍຊີວິດຍ້ອນມະເຮັງປາກມົດລູກໃນທົ່ວໂລກ.1 ຄາດວ່າຈໍານວນກໍລະນີໃຫມ່ຂອງພະຍາດດັ່ງກ່າວຈະເພີ່ມຂຶ້ນຈາກ 570.000 ເປັນ 700.000 ໃນລະຫວ່າງປີ 2018 ແລະ 2030 ແລະ ຈໍານວນຜູ້ເສຍຊີວິດປະຈໍາປີ ກໍ່ຄາດວ່າຈະເພີ່ມຂຶ້ນຈາກ 311.000 ເປັນ 400.000 ຄົນ.2 ກໍລະນີເສຍຊີວິດສ່ວນໃຫຍ່ເກີດຂຶ້ນໃນປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງ ຫາ ຕໍ່າ ເນື່ອງຈາກການເຂົ້າເຖິງການປ້ອງກັນ, ການກວດຫາເຊື້ອ ແລະ ການປິ່ນປົວມະເຮັງປາກມົດລູກໃນປະເທດດັ່ງກ່າວຍັງມີບໍ່ພຽງພໍ.
ຜົນກະທົບຂອງໂຄວິດ-19 ຕໍ່ສຸຂະພາບທາງເພດ-ສຸຂະພາບຈະເລີນພັນ ແລະ ສິດທິຂອງແມ່ຍິງ-ໄວໜຸ່ມຍິງ
ການວາງແຜນຄອບຄົວແບບທັນສະໄຫມມີທ່າອ່ຽງເພີ່ມຂຶ້ນ ກ່ອນຈະມີຄື້ນການແຜ່ລະບາດຂອງພະຍາດໂຄວິດ-19.
ມາດຕະການປິດເມືອງ (lockdown) ຈຳກັດການເດີນທາງເພື່ອເຂົ້າເຖິງການບໍລິການ. ການບໍລິການທາງໂທລະສັບ ແລະ ການປຸກລະດົມໂຄສະນາ ຊ່ວຍເພີ່ມການເຂົ້າເຖິງການບໍລິການວາງແຜນຄອບຄົວໃນປີ 2021. ການວາງແຜນຄອບຄົວຫຼຸດລົງ, ເຊິ່ງສອດຄ່ອງກັບການເພີ່ມຂຶ້ນຂອງຈໍານວນການເກີດ.
ໃນປີ 2020 ແລະ ປີ 2021, ການໃຊ້ຢາຄຸມກຳເນີດຫຼຸດລົງ. ສິ່ງນີ້ສົ່ງຜົນໃຫ້ອັດຕາການລຸລູກທີ່ບໍ່ປອດໄພເພີ່ມຂຶ້ນຢ່າງຫຼວງຫຼາຍ. ເນື່ອງຈາກການເຂົ້າເຖິງຢາຄຸມກໍາເນີດມີຈໍາກັດ, ເຮັດໃຫ້ການຖືພາໂດຍບໍ່ໄດ້ຕັ້ງໃຈເພີ່ມຂຶ້ນ.
ເຫັນໄດ້ວ່າເຫດການດັ່ງກ່າວມີສາຍພົວພັນລະຫວ່າງການຄຸມກຳເນີດ ແລະ ຈໍານວນການລຸລູກທີ່ບໍ່ປອດໄພ.
ຫຼັງຈາກມີການເສີມສ້າງຜະດຸງຄັນທີ່ມີຄວາມຊໍານານງານຫຼາຍຂຶ້ນ, ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໃນຊຸມຊົນກໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຜະດຸງຄັນສາມາດໃຫ້ບໍລິການດ້ານການວາງແຜນຄອບຄົວ, ການຝາກທ້ອງ, ການດູແລລະຫວ່າງການເກີດ ແລະ ຫຼັງເກີດຢ່າງປອດໄພ. ສິ່ງເຫຼົ່ານີ້ແມ່ນການບໍລິການທັງໝົດທີ່ພວກເຮົາຮູ້ມາແຕ່ດົນນານແລ້ວວ່າ ສາມາດຫຼຸດຜ່ອນການເສຍຊີວິດຂອງແມ່ໄດ້.
ການບໍລິການທາງໂທລະສັບ ໄດ້ຖືກທົດລອງໃຊ້ຢູ່ແຂວງຫຼວງພະບາງ ເພື່ອປ້ອງກັນບໍ່ໃຫ້ການບໍລິການສຸຂະພາບທີ່ຈໍາເປັນຕ້ອງຢຸດຊະງັກ ເຊັ່ນ: ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກຫຼັງເກີດ, ເດັກ ແລະ ເຍົາວະຊົນ (SRMNCAH). ການຕິດຕາມແມ່ຍິງຖືພາຢ່າງເປັນປົກກະຕິ ແລະ ທັນເວລາໂດຍບຸກຄະລາກອນການແພດ ໄດ້ປະກອບສ່ວນຫຼຸດຜ່ອນການຕາຍຂອງແມ່ໃນແຂວງຫຼວງພະບາງ.
ການຂໍຄໍາປຶກສາແບບໜ້າຕໍ່ໜ້າ ແມ່ນມີອັດຕາຄົງທີ່ທຽບໃສ່ປີຜ່ານມາ.
ທີ່ເມືອງຫຼວງພະບາງ, ການບໍລິການທາງໂທລະສັບ ເຮັດໃຫ້ອັດຕາການຂໍຄໍາປຶກສາ ເພີ່ມຂຶ້ນ 72% ໃນປີ 2021.