You are here

ການວາງແຜນຄອບຄົວແບບທັນສະໄຫມມີທ່າອ່ຽງເພີ່ມຂຶ້ນ ກ່ອນຈະມີຄື້ນການແຜ່ລະບາດຂອງພະຍາດໂຄວິດ-19.

ມາດຕະການປິດເມືອງ (lockdown) ​ຈຳ​ກັດ​​ການເດີນທາງເພື່ອ​ເຂົ້າ​ເຖິງ​ການ​ບໍ​ລິ​ການ. ການບໍລິການທາງໂທລະສັບ ແລະ ການປຸກລະດົມໂຄສະນາ ຊ່ວຍເພີ່ມການເຂົ້າເຖິງການບໍລິການວາງແຜນຄອບຄົວໃນປີ 2021. ການວາງແຜນຄອບຄົວຫຼຸດລົງ, ເຊິ່ງສອດຄ່ອງກັບການເພີ່ມຂຶ້ນຂອງຈໍານວນການເກີດ.

ໃນປີ 2020 ແລະ ປີ 2021, ການໃຊ້ຢາຄຸມກຳເນີດຫຼຸດລົງ. ສິ່ງນີ້ສົ່ງຜົນໃຫ້ອັດຕາການລຸລູກທີ່ບໍ່ປອດໄພເພີ່ມຂຶ້ນຢ່າງຫຼວງຫຼາຍ. ເນື່ອງຈາກການເຂົ້າເຖິງຢາຄຸມກໍາເນີດມີຈໍາກັດ, ເຮັດໃຫ້ການຖືພາໂດຍບໍ່ໄດ້ຕັ້ງໃຈເພີ່ມຂຶ້ນ.

ເຫັນໄດ້ວ່າເຫດການດັ່ງກ່າວມີສາຍພົວພັນລະຫວ່າງການຄຸມກຳເນີດ ແລະ ຈໍານວນການລຸລູກທີ່ບໍ່ປອດໄພ.

ຫຼັງຈາກມີການເສີມສ້າງຜະດຸງຄັນທີ່ມີຄວາມຊໍານານງານຫຼາຍຂຶ້ນ, ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໃນຊຸມຊົນກໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຜະດຸງຄັນສາມາດໃຫ້ບໍລິການດ້ານການວາງແຜນຄອບຄົວ, ການຝາກທ້ອງ, ການດູແລລະຫວ່າງການເກີດ ແລະ ຫຼັງເກີດຢ່າງປອດໄພ. ສິ່ງເຫຼົ່ານີ້ແມ່ນການບໍລິການທັງໝົດທີ່ພວກເຮົາຮູ້ມາແຕ່ດົນນານແລ້ວວ່າ ສາມາດຫຼຸດຜ່ອນການເສຍຊີວິດຂອງແມ່ໄດ້.

ການບໍລິການທາງໂທລະສັບ ໄດ້ຖືກທົດລອງໃຊ້ຢູ່ແຂວງຫຼວງພະບາງ ເພື່ອປ້ອງກັນບໍ່ໃຫ້ການບໍລິການສຸຂະພາບທີ່ຈໍາເປັນຕ້ອງຢຸດຊະງັກ ເຊັ່ນ: ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກຫຼັງເກີດ, ເດັກ ແລະ ເຍົາວະຊົນ (SRMNCAH). ການ​ຕິດ​ຕາມ​​ແມ່​ຍິງ​ຖື​ພາ​ຢ່າງ​ເປັນ​ປົກ​ກະ​ຕິ ແລະ ທັນ​ເວ​ລາ​ໂດຍ​ບຸກຄະລາກອນການແພດ ​ໄດ້​ປະ​ກອບ​ສ່ວນ​ຫຼຸດ​ຜ່ອນ​ການ​ຕາຍ​ຂອງ​ແມ່​ໃນ​ແຂວງຫຼວງພະບາງ.

ການຂໍຄໍາປຶກສາແບບໜ້າຕໍ່ໜ້າ ແມ່ນມີອັດຕາຄົງທີ່ທຽບໃສ່ປີຜ່ານມາ.

ທີ່ເມືອງຫຼວງພະບາງ, ການບໍລິການທາງໂທລະສັບ ເຮັດໃຫ້ອັດຕາການຂໍຄໍາປຶກສາ ເພີ່ມຂຶ້ນ 72% ໃນປີ 2021.