Go Back Go Back
Go Back Go Back
Go Back Go Back

ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ 2021-2030

ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ  2021-2030
ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ  2021-2030

Publisher

Number of pages

66

Author

Lao Youth Union

Publication

ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ 2021-2030

Publication date

16 December 2021

Download Icon

ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ໄດ້ຮັບການຮ່າງຂຶ້ນເປັນຄັ້ງທໍາອິດໃນປະຫວັດ ສາດ ສປປ ລາວ ແລະ ເປັນຍຸດທະສາດທີ່ສໍາຄັນຫຼາຍ ເພາະວ່າປະເທດລາວມີຈໍານວນປະຊາກອນໜຸ່ມກວມເອົາອັດຕາສ່ວນຫຼາຍຂອງພົນລະເມືອງ ແລະ ເປັນກໍາລັງແຮງງານຕົ້ນຕໍໃນທຸກຂົງເຂດວຽກງານໃນສັງຄົມ. ຍຸດທະສາດສະບັບນີ້ ແມ່ນໄດ້ອີງໃສ່ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບປັບປຸງປີ 2019, ຜົນຂອງການວິເຄາະສະພາບຊາວໜຸ່ມ-ເຍົາວະຊົນ ໃນປີ 2014 ແລະ ອີງໃສ່ແຜນຍຸດທະສາດ 5 ປີ ຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ໄດ້ລິເລີ່ມການສົນທະນາເພື່ອສ້າງຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ໃນປີ 2016. ບົດລາຍງານດ້ານວິຊາການ, ເອກະສານ ແລະ ຂໍ້ມູນຈາກແຫຼ່ງຕ່າງໆທີ່ມີຢູ່ແລ້ວ ໄດ້ຖືກນໍາມາທົບທວນ, ໄດ້ເກັບກໍາຂໍ້ມູນເພື່ອກໍານົດບັນຫາ, ຄວາມຕ້ອງການຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ໄດ້ນໍາພາຂະບວນການສ້າງຍຸດທະສາດການຍຸດທະສາດການພັດທະນາ ຊາວໜຸ່ມ, ເຍົາວະຊົນລາວ ປີ (2021-2030) ພັດທະນາຊາວໜຸ່ມ, ເຍົາວະຊົນລາວ (2021-2030) ໂດຍຜ່ານກອງປະຊຸມປຶກສາຫາລືລະດັບວິຊາການ ແລະ ລະດັບຊາດຫຼາຍຄັ້ງ.