You are here

​ເພື່ອ​ໂຕ້ຕອບຕໍ່​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ອົງການສະຫະປະຊາຊາດກອງ​ທຶນ​ສໍາລັບປະຊາກອນ​ (UNFPA), UN-HABITAT ແລະ​ ອົງການ​ສາກົນ​ເພື່ອ​ການ​ອົບ​ພະຍົບ (IOM) ໄດ້​ຮ່ວມມືກັນ​ຈັດ​ຕັ້ງ​ປະຕິບັດໂຄງການ“ການປົກປ້ອງ ແລະ ໃຫ້ບໍລິການສຳລັບ ຜູ້ຕັ້ງພູມລຳເນົາໃໝ່, ຜູ້ອົບພະຍົບ ແລະ ໄວໜຸ່ມ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ ເພື່ອຕອບໂຕ້ພະຍາດໂຄວິດ-19 ໃນ ສປປ ລາວ” ໂດຍໄດ້ຮັບການສະໜັບສະໜູນທຶນຈາກ ອົງການຮ່ວມມືເພື່ອການພັດທະນາສະວິດ (SDC), ພາຍໃຕ້ ການປະສານງານຂອງກະຊວງແຜນການ ແລະ ການລົງທຶນ.

ຜ່ານການຈັດຕັ້ງປະຕິບັດຢູ່ ແຂວງຈໍາປາສັກ ແລະ ສະຫວັນນະເຂດ ຕັ້ງແຕ່ປີ 2021, ອົງການ ສປຊ ທັງສາມ ພ້ອມທັງ​ຄູ່​ຮ່ວມ​ງານ​ຈາກພາກ​ລັດ ສາມາດເຂົ້າເຖິງຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ 800,000 ຄົນ (ປະມານ 300,000 ຄົນ ທີ່ເປັນກຸ່ມທີ່ໄດ້ຮັບການຊ່ວຍເຫຼືອໂດຍກົງ ທີ່ມີແມ່ຍິງ 190,000 ຄົນ ລວມທັງຜູ້ເຄື່ອນຍ້າຍທີ່ກັບມາ, ແຮງງານເຄື່ອນຍ້າຍພາຍໃນ, ຜູ້ຕົກຄ້າງ ຫຼື ຜູ້ລອດຊີວິດຈາກການຄ້າມະນຸດ, ກໍລະນີຜູ້ທີ່ຖືກສົ່ງກັບຈາກປະເທດໄທ, ໄວໜຸ່ມ ແລະ ຊາວໜຸ່ມ, ຜູ້ລອດຊີວິດຈາກຄວາມຮຸນແຮງບົນພື້ນຖານທາງເພດ, ແມ່ຍິງ ແລະ ຊາຍ) ​ຜ່ານຂະບວນການດໍາເນີນງານ​ໃນ​ປີ 2021. ອີງໃສ່ຄວາມຊ່ຽວຊານສະເພາະຂອງຕົນເອງ, ແຕ່ລະພາກສ່ວນກ່ຽວຂ້ອງ ໄດ້ດໍາເນີນກິດຈະກໍາທີ່ມີນະວັດຕະກໍາຫຼາຍຢ່າງເພື່ອສະຫນັບສະຫນູນຊາວຫນຸ່ມ ແລະ ຊຸມຊົນທີ່ມີຄວາມສ່ຽງ. ອົງການ UN-Habitat ໄດ້ສໍາເລັດການປະເມີນຄວາມສ່ຽງ ເຊິ່ງເປັນຂໍ້ມູນອັນສໍາຄັນໃຫ້ບັນດາຄູ່ຮ່ວມໂຄງ​ກາ​ນ​ ໃນການລະບຸຊຸມຊົນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ. ອົງການ UNFPA ໃຫ້ການສະຫນັບສະຫນູນດ້ານວິຊາການໃຫ້ຄູ່ຮ່ວມງານ ໂຄງການເພື່ອຮັບປະກັນການວາງແຜນ ແລະ ການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມບົດບາດຍິງຊາຍ. ຜ່ານການຮ່ວມມືຈາກຫຼາຍກວ່າ 20 ພາກສ່ວນ,  ບັນດາຄູ່ຮ່ວມງານສາມາດປະກອບສ່ວນຈາກຄວາມຊ່ຽວຊານສະເພາະຂອງຕົນເອງໄດ້. 

ການສະຫນັບສະຫນູນດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ສຸຂະພາບຈິດ ແລະ ຈິດຕະ-ສັງຄົມໃຫ້ໄວຫນຸ່ມ

ໃນລະຫວ່າງປີ 2021, ມີໄວໜຸ່ມຫຼາຍກວ່າ 54,000 ຄົນ (ຍິງ 46,325 ຄົນ) ໄດ້ຮັບການບໍລິການດ້ານສຸຂະພາບຈະເລີນພັນ ໂດຍຜູ້ໃຫ້ບໍລິການທີ່ຜ່ານການເຝິກອົບຮົມ ເຊິ່ງໃຫ້ບໍລິການແບບບໍ່ຕັດສິນ ພ້ອມທັງຮັກສາຄວາມລັບ. ພ້ອມນັ້ນ ຜູ້​ໃຫ້​ບໍ​ລິ​ການຍັງ​ໄດ້​ໃຫ້ບໍລິການຜ່ານໂທລະສັບໂທລະ​ສັບ​ມື​ຖື ​ເພື່ອຮັບປະກັນການເຂົ້າເຖິງ​ຜູ້​ທີ່​ບໍ່​ສາ​ມາດ​ມາ​ ໃຊ້ບໍລິການຢູ່ສະຖານທີ່ບໍລິການ. ​

"ມັນເປັນຫົວຂໍ້ທີ່ລະອຽດອ່ອນ, ສະນັ້ນພວກເຮົາຕ້ອງຮັບປະກັນການຮັກສາຄວາມລັບ ແລະ ເຄົາລົບການຕັດສິນໃຈ ຂອງພວກເຂົາ. ພວກເຮົາສະໜອງຂໍ້ມູນກ່ຽວກັບພະຍາດຕິດຕໍ່ທາງເພດສຳພັນ ແລະ ວິທີການວາງແຜນຄອບຄົວ ເພື່ອໃຫ້ເຂົາເຈົ້າເຂົ້າໃຈ ແລະ ຕັດສິນໃຈໄດ້ຈາກຂໍ້ມູນທີ່ຮັບຮູ້” ທ່ານ ນາງ ກິດຕິຄູນ ເຕັງສຸລິວັນ, ພະນັກງານສາທາລະນະສຸກເມືອງໄກສອນ, ແຂວງສະຫວັນນະເຂດ, ຜູ້ທີ່ໄດ້ຮັບການເຝິກອົບຮົມກ່ຽວກັບ ການບໍລິການທີ່ເປັນມິດຕໍ່ເຍົາວະຊົນ ແລະ ໄວໜຸ່ມ (AYFS). ​ທ່ານນາງ​ ກິດຕິຄຸນ ກ່າວຕື່ມ​ວ່າ ສະຖານ​ບໍລິການຂັ້ນ​ເມືອງ ​ມີໄວ​ໜຸ່ມ​ເຂົ້າມາຮັບການບໍລິການໂດຍ​ສະ​ເລ່ຍ 10 ຄົນ​ຕໍ່​ວັນ.

ໜຶ່ງໃນຜູ້ມາຮັບບໍລິການ ແມ່ນ ນາງ ກົງນາງ ໄຊຍະລາດ, ນາງກ່າວວ່າ “ໃນເບື້ອງຕົ້ນຂ້ອຍຮູ້ສຶກອັບອາຍ ທີ່ຈະເວົ້າ ເລື່ອງນີ້ [ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ], ແຕ່ຜູ້ໃຫ້ບໍລິການສະແດງຄວາມເປັນມິດຫຼາຍ, ແລະ ມັນເຮັດໃຫ້ຂ້ອຍຮູ້ສຶກສະບາຍໃຈທີ່ຈະເວົ້າກັບລາວ. ຂ້ອຍໄດ້ຮຽນຮູ້ວິທີປ້ອງກັນຕົນເອງ ແລະ ປ້ອງກັນການຖືພາ ທີ່ບໍ່ໄດ້ວາງແຜນ .”

ໂດຍຄໍານຶງເຖິງຄວາມຕ້ອງການໃນການບໍລິການທາງໄກ ແລະ ແບບດິຈິຕອນ, ອົງການ UNFPA ຍັງໄດ້ສ້າງສາຍດ່ວນເພື່ອໃຫ້ການຊ່ວຍເຫຼືອທຸກມື້ຕະຫຼອດ 24 ຊົ່ວໂມງ, ແລະ ຜ່ານມາ ມີໄວໜຸ່ມ 9,623 ຄົນ (ຍິງ 5,080) ໄດ້ຕິດຕໍ່ຫາສາຍດ່ວນ ໃຫ້ຄຳປຶກສາ ທີ່ດຳເນີນໂດຍສູນໄວໜຸ່ມວຽງຈັນ (VYC), ສະຫະພັນແມ່ຍິງ (LWU) ແລະ ສູນກາງຊາວໜຸ່ມ (LYU). ນອກຈາກການບໍລິການສາຍດ່ວນແລ້ວ, ຍັງໄດ້ມີການຈັດກິດຈະກໍາໃນຊຸມຊົນ ແລະ ເຂົ້າເຖິງຜູ້ໄດ້ຮັບຜົນປະໂຫຍດຫຼາຍກ່ວາ 16,000 ຄົນ.

ປັບປຸງພື້ນຖານໂຄງລ່າງພື້ນຖານ ແລະ ການບໍລິການ ນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ (WASH) ເພື່ອປ້ອງກັນພະຍາດໂຄວິດ-19

ໃນປີ 2021, ອົງການ UN-Habitat ໄດ້ປັບປຸງໂຄງລ່າງພື້ນຖານ ແລະ ການບໍລິການນໍ້າສະອາດທີ່ຕອບສະໜອງຕໍ່ວຽກງານບົດບາດຍິງຊາຍ  ຢູ່ສູນຈໍາກັດບໍລິເວນ 7 ແຫ່ງ ຢູ່ມືອງສອງຄອນ ແຂວງສະຫວັນນະເຂດ ແລະ ອີກ 4 ແຫ່ງຢູ່ເມືອງໂພນທອງ ແລະ ເມືອງປະທຸມພອນ ແຂວງຈຳປາສັກ.

“ກ່ອນການຊ່ວຍເຫຼືອຂອງອົງການ UN-Habitat, ພວກເຮົາພົບບັນຫາກ່ຽວກັບນໍ້າສະອາດ ແລະ ສຸຂາພິບານຫຼາຍຢ່າງ. ນີ້ແມ່ນ​ໂຄງການ​ທຳ​ອິດ​ທີ່​ໄດ້​ເຮັດການ​ສຳ​ຫຼວດຢ່າງລະອຽດ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ນ້ຳສະອາດ ແລະ ສຸຂະ​ອະນາ​ໄມ ​ເຊັ່ນ: ລະບົບ​ນ້ຳ, ຖັງ​ເກັບ​ນ້ຳ, ອ່າງ​ລ້າງ​ມື, ອຸປະກອນລ້າງ​ມື ​ແລະ ຫ້ອງ​ນ້ຳ ​ໃຫ້​ແກ່​ຜູ້​ທີ່​ມາ​ພັກ​ຢູ່​ສູນ​ຈໍາກັດບໍລິເວນ​ ເພື່ອ​ຕ້ານ​ພະຍາດ​ໂຄ​ວິດ-19” ກ່າວໂດຍ ທ່ານ ວຽງ​ສະ​ໄມ ​ໄກສະ​ຫວັດ​ດີ, ຫົວໜ້າ​ສູນຫຼັກ 21 ​ແຂວງ​ຈຳປາ​ສັກ.

ຂີດຄວາມສາມາດຂອງພະນັກງານຢູ່ບັນດາສູນ ໂຮງໝໍແຂວງ ແລະ ໂຮງໝໍພາກສະໜາມກໍ່ໄດ້ຮັບການເສີມຂະຫຍາຍ ເພື່ອປັບປຸງການປະຕິບັດນໍ້າສະອາດ. ການປັບປຸງສິ່ງອໍານວຍຄວາມສະດວກ ແລະ ລະບົບນໍ້າສະອາດເຫຼົ່ານີ້ຈະສືບຕໍ່ເຂົ້າຮອດຊຸມຊົນໃນປີຂ້າງຫນ້າ.

ນອກຈາກນັ້ນ ໂຄງການຮ່ວມຍັງໄດ້ສະໜັບສະໜູນ 430 ຄົວເຮືອນ ຢູ່ສູນທີ່ພັກຫຼົບໄພ ຢູ່ຄ້າຍດົງບາກ ແລະ ສະໜາມໄຊ ແຂວງ ອັດຕະປື ເພື່ອປັບປຸງວຽກງານອະນາໄມ, ສະຫວັດດີການ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ການເຄື່ອນຍ້າຍທີ່ປອດໄພ, ການພັດທະນາທັກສະ ແລະ ການເຂົ້າເຖິງການເຮັດວຽກສໍາລັບຜູ້ອົບພະຍົບທີ່ກັບຄືນ ແລະ ຊຸມຊົນຂອງເຂົາເຈົ້າ

ອົງການ IOM ໄດ້ໃຫ້ການສະໜັບສະໜູນຜູ້ອົບພະຍົບຫຼາຍກວ່າ 7,000 ຄົນ (ຍິງ 3,721 ຄົນ) ແລະ ສະມາຊິກຊຸມຊົນ 15,000 ຄົນໃນແຂວງຈໍາປາສັກ ແລະ ສະຫວັນນະເຂດ ດ້ວຍການສະໜອງຂໍ້ມູນການເຄື່ອນຍ້າຍທີ່ປອດໄພ, ການພັດທະນາທັກສະ ແລະ ການສະໜັບສະໜູນການຈ້າງງານ.

ໂດຍຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜູ້ຍົກຍ້າຍຖິ່ນຖານຢູ່ສູນຈໍາກັດບໍລິເວນທີ່ແຂວງຈຳປາສັກ, ໄດ້ຮັບຖົງເຄື່ອງໃຊ້ທີ່ຈໍາເປັນຊ່ວງການຈໍາກັດບໍລິເວນ.

ທ່ານ ວຽງສະໄໝ ໄກສະຫວັດດີ, ຫົວໜ້າສູນຈໍາກັດບໍລິເວນຫຼັກ 21 ແຂວງຈໍາປາສັກ ກ່າວວ່າ: ຂໍ້ມູນທີ່ກ່ຽວຂ້ອງກັບການເຄື່ອນຍ້າຍຢ່າງປອດໄພ ທີ່ໄດ້ສະໜອງໃຫ້ຜ່ານໂທລະໂຄ່ງພາຍໃນສູນຈໍາກັດບໍລິເວນໃນແຕ່ລະວັນ ແມ່ນເປັນປະໂຫຍດຫຼາຍ ເພື່ອໃຫ້ເຂົາເຈົ້າ ເຂົ້າໃຈ ກ່ຽວກັບການເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ ແລະ ເພື່ອຫຼີກລ່ຽງຄວາມສ່ຽງຈາກການຄ້າມະນຸດ ແລະ ການຂູດຮີດແຮງງານ. ” 

ຜູ້ໄດ້ຮັບຜົນປະໂຫຍດຢູ່ແຂວງຈຳປາສັກ ແລະ ສະຫວັນນະເຂດ ໄດ້ເຂົ້າເຖິງຊຸດຂໍ້ມູນກ່ຽວກັບການເຄື່ອນຍ້າຍ ທີ່ປອດໄພ, ພະຍາດໂຄວິດ-19, ແລະ ການສະໜັບສະໜູນການຈ້າງງານ ທັງໜ້າຕໍ່ໜ້າ, ຜ່ານວິທະຍຸ ແລະ ໂທລະໂຄ່ງ, ແລະ ສື່ສິ່ງພິມ. ການຝຶກອົບຮົມສີມືແຮງງານແມ່ນໄດ້ຈັດຂຶ້ນໂດຍອົງການຈັດຕັ້ງທາງສັງຄົມ, ສູນແສງສະຫວ່າງ ແລະ ອົງການບ້ານຈຸດສຸມສາກົນ (VFI) ເພື່ອກະກຽມແຮງງານເຄື່ອນຍ້າຍ ສໍາລັບການມີວຽກເຮັດງານທໍາໃນ ສປປ ລາວ ແລະ ຕ່າງປະເທດ.

ແຜນ​ງານ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ ​ມີ​ກຳ​ນົດ​ໃຫ້​ສຳ​ເລັດ​ໃນ​ເດືອນ​ກັນ​ຍາ ປີ 2022.

***********************

ກ່ຽວກັບ UNFPA

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ກ່ຽວກັບ UN-Habitat

ອົງການສະຫະປະຊາຊາດ ເພື່ອການຕັ້ງຖິ່ນຖານ ຂອງມະນຸດ (UN-Habitat)  ເຮັດວຽກຢູ່ໃນຫຼາຍກວ່າ 90 ປະເທດເພື່ອສົ່ງເສີມການປ່ຽນແປງໃນຕົວເມືອງ ແລະ ການຕັ້ງຖິ່ນຖານຂອງມະນຸດໂດຍຜ່ານຄວາມຮູ້, ຄໍາແນະນໍາດ້ານນະໂຍບາຍ, ການຊ່ວຍເຫຼືອດ້ານວິຊາການ ແລະ ການລົງມືປະຕິບັດຜ່ານການຮ່ວມມື. ຢູ່ ໃນ ສປປ ລາວ, ວຽກງານຂອງ UN-Habitat ແມ່ນສຸມໃສ່ການບໍລິການພື້ນຖານ (ນ້ຳ ແລະ ສຸຂາພິບານ), ການພັດທະນາຕົວເມືອງ, ການປ່ຽນແປງດິນຟ້າອາກາດ, ການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຕອບໂຕ້ສຸກເສີນ.

ກ່ຽວກັບ IOM

ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ເປັນ​ອົງການ​ ສະຫະ​ປະຊາຊາດເຮັດວຽກໃນຂົງເຂດ ການເຄື່ອນຍ້າຍຖິ່ນຖານ ​ແລະ ເຮັດວຽກຢ່າງໃກ້ຊິດຮ່ວມກັບຄພາກສ່ວນກ່ຽວຂ້ອງຕົ້ນຕໍ​ທີ່​ສຳຄັນ​ຄື: ຄົນ​ອົບ​ພະຍົບ​ ແລະ​ ບັນດາ​ປະ​ເທດ​ພາຄີ - ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ຍ້າຍ​ທີ່​ມີ​ມະນຸດສະທຳ, ປອດ​ໄພ, ​ເປັນ​ລະບຽບຮຽບຮ້ອຍ. IOM ສະຫນອງການບໍລິການ ແລະ ຄໍາແນະນໍາໃຫ້ລັດຖະບານ ແລະ ຜູ້ອົບພະຍົບຈາກທັດສະນະແບບລວມສູນ, ລວມທັງການເຊື່ອມຕໍ່ກັບການພັດທະນາ, ເພື່ອເພີ່ມຜົນປະໂຫຍດແລະໂອກາດຂອງການເຄື່ອນຍ້າຍ ພ້ອມທັງຫຼຸດຜ່ອນສິ່ງທ້າທາຍ. IOM ສ້າງຕັ້ງຂຶ້ນໃນປີ 1951, ໃນປັດຈຸບັນມີຫຼາຍກ່ວາ 400 ສະຖານທີ່ພາກສະຫນາມໃນ 170 ປະເທດສະມາຊິກ ລວມທັງ ສປປລາວ. ໃນ ສປປລາວ IOM ໄດ້ດຳເນີນມາແຕ່ປີ 2001 ໂດຍມີຫ້ອງການຢູ່ນະຄອນຫຼວງວຽງຈັນ ແລະ ພະນັກງານພາກສະໜາມທີ່ປະຈຳຢູ່ແຂວງຈຳປາສັກ ແລະ ສະຫວັນນະເຂດ .

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ນາງ Zahra Benyahia

ຜູ້ຊ່ຽວຊານດ້ານການຮ່ວມມື ແລະ ນະວັດຕະກໍາ, 

ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ສປປ ລາວ

ອີເມວ: fbenyahia@unfpa.org 

 

ທ່ານ ນາງ Moe Mashiko

ຊ່ຽວຊານດ້ານການຄຸ້ມຄອງໂຄງການ, 

ອົງການສະຫະປະຊາຊາດ ເພື່ອການຕັ້ງຖິ່ນຖານ ຂອງມະນຸດ (UN-Habitat) ສປປ ລາວ

ອີເມວ: mashikom@un.org 

 

ທ່ານ ນາງ ກັນນິກາ ອິນທະຊຸມ

ຜູ້ຊ່ຽວຊານອາວຸໂສດ້ານການສື່ສານ, ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ສປປ ລາວ

ອີເມວ: kinthaxoum@iom.int