Go Back Go Back
Go Back Go Back
Go Back Go Back

ເລື່ອງລາວຊີວິດຮັກ ທີ່ມາຄຽງຄູ່ກັບສິດທິ ແລະ ທາງເລືອກ ໃນ ສປປ ລາວ

ເລື່ອງລາວຊີວິດຮັກ ທີ່ມາຄຽງຄູ່ກັບສິດທິ ແລະ ທາງເລືອກ ໃນ ສປປ ລາວ

Story

ເລື່ອງລາວຊີວິດຮັກ ທີ່ມາຄຽງຄູ່ກັບສິດທິ ແລະ ທາງເລືອກ ໃນ ສປປ ລາວ

calendar_today 09 February 2024

ນາງ ວຽງສະໄໝ ແລະ ທ້າວ ນຸກເກີ ທັງສອງໂຊກດີ ທີ່ໄດ້ພົບຄູ່ຮັກ © UNFPA Lao PDR/Khen Keovilay
ນາງ ວຽງສະໄໝ ແລະ ທ້າວ ນຸກເກີ ທັງສອງໂຊກດີ ທີ່ໄດ້ພົບຄູ່ຮັກ ທັງໄດ້ຮັບການສະໜັບສະໜູນທາງດ້ານສິດທິ ແລະ ທາງເລືອກ ທີ່ໂຮງໝໍ ທີ່ສະໜັບສະໜູນໂດຍອົງການ UNFPA ທີ່ນະຄອນຫຼວງວຽງຈັນ, ສປປ ລາວ © UNFPA Lao PDR/Khen Keovilay

ທີ່ນະຄອນຫຼວງວຽງຈັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ – “ພວກເຮົາໂຊກດີ ທີ່ໄດ້ພົບກັນ ແລະ ເປັນຄູ່ຮັກກັນ,” ນາງວຽງສະໄໝ ກ່າວເຖິງສາມີໃໝ່ຂອງນາງ ທ້າວ ນຸກເກີ. ເລື່ອງລາວຄວາມຮັກຂອງພວກເຂົາທັງສອງ ຈະບໍ່ສວຍງາມດັ່ງໃນນິຍາຍເຊັ່ນນີ້ ຖ້າພວກເຂົາບໍ່ໄດ້ຮັບຂໍ້ມູນທີ່ຖືກຕ້ອງ ເພື່ອວາງແຜນຊີວິດຕາມທີ່ພວກເຂົາຕ້ອງການ.

 

ຕ້ອງຂອບໃຈການບໍລິການຈາກ ໂຮງໝໍແກ້ວອຸດົມ ແຂວງວຽງຈັນນາງ ວຽງສະໄໝ ກ່າວວ່າ: ພວກເຮົາໂຊກດີ ທີ່ພວກເຮົາສາມາດວາງແຜນອະນາຄົດຂອງພວກເຮົາໄດ້ຢ່າງປອດໄພ ແລະ ມີໂອກາດໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບການຄຸມກຳເນີດ ແລະ ສະຫວັດດີການຂອງພວກເຮົາ.

 

ຄູ່ຮັກຄູ່ນີ້ ໄດ້ຮັບຜົນປະໂຫຍດຈາກໂຄງການທີ່ສະຫນັບສະຫນູນໂດຍ UNFPAເຊິ່ງເປັນອົງການສະຫະປະຊາຊາດ ທີ່ສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເປັນອົງກອນທີ່ຮັບປະກັນໃຫ້ມີເສັ້ນທາງການສົ່ງຕໍ່ສໍາລັບຄູ່ຮັກ ເພື່ອໃຫ້ເຂົາເຈົ້າໄດ້ຮັບຄໍາແນະນໍາກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນການວາງແຜນຄອບຄົວການຄຸມກໍາເນີດ ແລະ ການຈົດທະບຽນພົນລະເມືອງ. ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ລຸກຊໍາບວກ ແລະ ໄດ້ສ້າງຂຶ້ນຮ່ວມກັນ ໂດຍກະຊວງພາຍໃນ ແລະ ກະຊວງສາທາລະນະສຸກຂອງ ສປປ ລາວ.

 

ນັບແຕ່ຕົ້ນປີ 2023 ເປັນຕົ້ນມາມີຄູ່ຮັກຫຼາຍກວ່າ 500 ຄູ່ ເຊັ່ນດຽວກັນກັບ ວຽງສະໄໝ ແລະ ນກເກີ ທີ່ໄດ້ຮັບຜົນປະໂຫຍດຈາກການໃຫ້ຄໍາປຶກສາແບບບໍ່ມີການຈໍາແນກ ອີກທັງຮັກສາຂໍ້ມູນເປັນຄວາມລັບ. ໂຄງການດັ່ງກ່າວໄດ້ດໍາເນີນການທົດລອງຢູ່ແຂວງວຽງຈັນ ແລະ ປັດຈຸບັນໄດ້ຂະຫຍາຍໄປອີກ 14 ແຂວງໂດຍໄດ້ນຳໃຊ້ແຫຼ່ງທຶນເພີ່ມເຕີມພາຍໃຕ້ການສະໜັບສະໜູນຈາກບັນດາຄູ່ຮ່ວມງານ ກໍຄື ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ແລະ ອົງການ KOFIH.

Ms Viengsamai and Mr Nouker found love in each other – and are lucky to have found support with their rights and choices at a UNFPA-supported clinic in Vientiane, Laos People’s Democratic Republic © UNFPA Lao PDR/Khen Keovilay
ໂຮງໝໍເມືອງ ແກ້ວອຸດົມ ຜ່ານມາໄດ້ຊ່ວຍເຫຼືອ  ຄູ່ຮັກ 500 ຄູ່ ນັບຕັ້ງແຕ່ສ້າງຕັ້ງຂຶ້ນ, ໄດ້ຮັບການສະໜັບສະໜູນຈາກອົງການUNFPA ແລະ ໄດ້ຮັບທຶນຈາກປະເທດລຸກຊໍາບວກ
 

ໃນອາທິດທີ່ຜ່ານມາ ຄະນະຜູ້ແທນຈາກ ລຸກຊໍາບວກ ໄດ້ໄປຢ້ຽມຢາມໂຮງໝໍເພື່ອໄປພົບເຫັນເປັນພະຍານຢ່າງປະຈັກຕາ ເຖິງຜົນກະທົບອັນດີຈາກການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວ ຕໍ່ກັບປະຊາຊົນໃນລາວ. ທ້າວ ນຸກເກີ ໄດ້ກ່າວຕໍ່ໜ້າ ພະນະທ່ານ Xavier Bettel, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນສະມາຊິກລັດຖະສະພາ ຂອງ ລຸກຊໍາບວກວ່າ " ຍິ່ງພວກເຮົາໄດ້ຮຽນຮູ້ຫຼາຍຢ່າງຜ່ານການໃຫ້ຄໍາປຶກສາສໍາລັບຄູ່ຮັກພວກເຮົາຍິ່ງມີຄວາມເຂັ້ມແຂງ ແລະ ຫມັ້ນໃຈຫຼາຍຂຶ້ນເທົ່ານັ້ນ". “ໃນລະຫວ່າງການໄປໂຮງໝໍມື້ນີ້ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບວິທີການຄຸມກໍາເນີດທີ່ມີປະສິດທິຜົນໄລຍະຍາວເຊິ່ງພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ຈະພິຈາລະນານໍາໃຊ້ ຫຼັງຈາກພວກເຮົາໄດ້ລູກຄົນທໍາອິດ. ນອກນັ້ນ, ພວກເຮົາຍັງໄດ້ຮຽນຮູ້ກ່ຽວກັບໂພຊະນາການ ແລະ ການດູແລສຸຂະພາບທີ່ຈຳເປັນໃນເວລາຖືພາ.

 

ທ່ານ Bettel ກ່າວຕື່ມວ່າ "ການລົງທຶນທີ່ດີທີ່ສຸດ ທີ່ປະເທດໃດໜຶ່ງສາມາດເຮັດໄດ້ແມ່ນການລົງທຶນໃນຄົນ ກໍຄືື ໃນດ້ານສະຫວັດດີການສຸຂະພາບ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ." ການຮັບປະກັນການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ແລະ ສິດທິທາງເພດຂອງໄວໜຸ່ມ ແມ່ນພື້ນຖານສໍາຄັນເພື່ອບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ ພ້ອມທັງເປັນການວາງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ແລະ ນີ້ ກໍຄືເຫດຜົນທີ່ລຸກຊໍາບວກໄດ້ເປັນຜູ້ສະໜັບສະໜຸນມາດົນນານ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກຂອງລາວຮ່ວມກັບ UNFPA.” 

 

ຄູ່ຮັກຄູ່ນີ້ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະເທດລຸກຊໍາບວກທີ່ໃຫ້ການສະໜັບສະໜູນໂຄງການດັ່ງກ່າວ ແລະ   ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວິທີການທີ່ມີຫົວຄິດປະດິດສ້າງ ເຊັ່ນ: ການໃຫ້ບໍລິການທາງໂທລະສັບ ແລະ ການລົງໃຫ້ບໍລິການຊຸມຊົນແບບເຄື່ອນທີ່ ເພື່ອຮັບປະກັນໃຫ້ຄູ່ຮັກ ຄູ່ຜົວເມຍ ແລະ ໄວໜຸ່ມໄດ້ຮັບຂໍ້ມູນການວາງແຜນຄອບຄົວ ແລະ ຂໍ້ມູນດ້ານສຸຂະພາບທາງເພດ ແລະ ສຸຂະຈະເລີນພັນ ລວມໄປເຖິງ ການສະໜັບສະໜູນທີ່ເຂົາເຈົ້າຕ້ອງການ.

 

ໄວໜຸ່ມຫຼາຍຄົນບໍ່ສາມາດໄປສຸກສາລາໄດ້ສະນັ້ນ ການບໍລິການຕ້ອງໄປຫາເຂົາເຈົ້າໃຫ້ເຖິງທີ່. ຄູ່ຮັກຫຼາຍຄູ່ທີ່ຢູ່ກິນຮ່ວມກັນ ຍັງບໍ່ມີຄວາມຮູ້ກ່ຽວກັບການຄຸມກໍາເນີດ ຫຼື ກ່ຽວກັບຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າເອງ. ພວກເຂົາເຫຼົ່ານີ້ຄວນຈະໄດ້ຮັບຜົນປະໂຫຍດດັ່ງທີ່ພວກເຮົາເຄີຍໄດ້ຮັບຜ່ານມາ,” ນຸກເກີ ກ່າວ.

 

ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ທ່ານ ດຣ. ບາກທິຢໍ ຄາດິເຣິບ ກ່າວວ່າ: "ການໃຫ້ຄໍາປຶກສາຄູ່ຮັກບໍ່ພຽງແຕ່ເຮັດໃຫ້ເຂົາເຈົ້າສາມາດເລືອກ ແລະ ຕັດສິນໃຈໄດ້ຢ່າງເສລີ ແລະ ມີຄວາມຮັບຜິດຊອບໃນຈໍານວນລູກໄລຍະຫ່າງການມີລູກ ແລະ ເວລາໃນການມີລູກເທົ່ານັ້ນແຕ່ຍັງສຸມໃສ່ເສີມສ້າງທັກສະດ້ານການສື່ສານການແກ້ໄຂບັນຫາ ແລະ ຄວາມຂັດແຍ່ງພາຍໃນຄອບຄົວຂອງພວກເຂົາ ພ້ອມທັງເສີມສ້າງຄຸນຄ່າສ່ວນບຸກຄົນ ເຊັ່ນ ການສະຫນັບສະຫນູນ ແລະ  ການເຄົາລົບເຊິ່ງກັນ ແລະ ກັນ ແລະ ການບໍ່ຍອມຮັບຄວາມຮຸນແຮງ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລຸກຊໍາບວກ ໄດ້ໄປຢ້ຽມຢາມໂຮງໝໍເມືອງ ແກ້ວອຸດົມ. ທ່ານກ່າວວ່າ "ການລົງທຶນທີ່ດີທີ່ສຸດທີ່ປະເທດໃດໜຶ່ງສາມາດເຮັດໄດ້ແມ່ນການລົງທຶນໃນຄົນ, ລວມທັງໃນດ້ານສະຫວັດດີການ, ສຸຂະພາບ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ" © UNFPA Lao PDR/Khen Keovilay

ໃນທົດສະວັດທີ່ຜ່ານມາຍ້ອນຄວາມໝາຍໝັ້ນຂອງລັດຖະບານລາວ ແລະ ການສະໜັບສະໜູນຈາກອົງການ UNFPA ແລະ ບັນດາຜູ້ໃຫ້ທຶນສຳຄັນເຊັ່ນ ປະເທດລຸກຊໍາບວກ, ເຊິ່ງເຮັດໃຫ້ສຸຂະພາບທາງເພດສຸຂະພາບຈະເລີນພັນ ແລະ ສຸຂະພາບແມ່ກໍໄດ້ຮັບການປັບປຸງການບໍລິການດ້ານສາທາລະນະສຸກມີຄວາມເຂັ້ມແຂງຜະລິດຕະພັນຄຸມກໍາເນີດກໍມີຫຼາຍຂຶ້ນ, ການລົງທຶນໃນການສ້າງຄວາມສາມາດ ສໍາລັບຜູ້ໃຫ້ບໍລິການດ້ານສຸຂະພາບ ແລະ ຜະດຸງຄັນ ກໍໄດ້ຊ່ວຍປ່ຽນທັດສະນະຄະຕິຕໍ່ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ດັ່ງນັ້ນອັດຕາສ່ວນຂອງປະຊາຊົນທີ່ພຶງພໍໃຈກັບການຄຸມກໍາເນີດທີ່ທັນສະໄຫມເພີ່ມຂຶ້ນຈາກພຽງແຕ່ຫຼາຍກວ່າ 60 ສ່ວນຮ້ອຍໃນປີ 2011 ເປັນເກືອບ 75 ສ່ວນຮ້ອຍໃນປີ 2023, ໃນຂະນະທີ່ຈໍານວນແມ່ຍິງຖືພາທີ່ມາຝາກທ້ອງຢ່າງຫນ້ອຍສີ່ຄັ້ງ ເພີ່ມຂຶ້ນເກືອບສອງເທົ່າຈາກ 37 ສ່ວນຮ້ອຍໃນປີ 2011 ເປັນ ຫຼາຍກວ່າ 71 ສ່ວນຮ້ອຍ ໃນປີ 2023.

 

ນາງ ວຽງ​ສະ​ໄໝ ກ່າວ​ຕື່ມ​ວ່າ: ພວກ​ເຮົາ​ແມ່ນ​ຮຸ່ນຄົນ​​ທີ່​ແຕກ​ຕ່າງ​ຈາກຮຸ່ນ​ພໍ່​ແມ່​ຂອງ​ພວກ​ເຮົາ, ດຽວນີ້ພວກເຮົາຮູ້ວ່າມີທາງເລືອກການຄຸມກຳເນີດ ແລະ ພວກເຮົາຄາດຫວັງໃຫ້ມີການບໍລິການເຫຼົ່ານີ້. ​ໃນ​ອະດີດພໍ່​ແມ່​ຂອງ​ພວກ​ເຮົາ​ມີ​ລູກ​ເຖິງ 8 ຄົນ ແລະ ມັນ​ຍາກຫຼາຍ​ທີ່​ຈະ​ໃຫ້​ຊີວິດທີ່ມີຄຸນນະພາບດີ​ໃຫ້​ການ​ສຶກສາໂພຊະນາການສະຫວັດດີ​ການ ​ແລະ ອະນາຄົດທີ່ດີ ໃຫ້​ແກ່​ລູກໆ​ທັງ​ໝົດໄດ້.” ລັດຖະບານປະເທດລຸກຊໍາບວກໝາຍໝັ້ນທີ່ຈະສືບຕໍ່ເປັນຜູ້ສະໜັບສະໜຸນທີ່ດີ ຕໍ່ວຽກງານທີ່ສ້າງຜົນກະທົບຂອງ UNFPA ໃນ ສປປ ລາວ ກໍ່ຄືໃນທົ່ວໂລກ ແລະ ສືບຕໍ່ລົງທຶນໃນດ້ານຊັບພະຍາກອນໂດຍສຸມໃສ່ພື້ນທີ່ ທີ່ມີຄວາມຕ້ອງການຫຼາຍທີ່ສຸດ.

***************

ເຜີຍແຜ່ຊໍ້າຄືນຈາກ: UNFPA HQ website