You are here

ນະຄອນຫຼວງວຽງຈັນ, ວັນທີ 24 ສິງຫາ 2021 - ກະຊວງສຶກສາທິການ ແລະ ກິລາ, ຮ່ວມມືກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ແລະ ອົງການ KOICA ປະຈໍາ ສປປ ລາວ, ໄດ້ ເຜີຍແຜ່ປຶ້ມຄູ່ມືກິດຈະກຳເຕົ້າໂຮມເດັກຊາຍ ເພື່ອສົ່ງເສີມບົດບາດຍິງ - ຊາຍ ທີ່ເປັນພາກສ່ວນໜຶ່ງຂອງກິດຈະກຳເຕົ້າໂຮມກຸ່ມເດັກຍິງນາງນ້ອຍ.

 

ອາສາສະໝັກເພື່ອນສອນເພື່ອນເພດຊາຍ 126 ຄົນ ຈາກ 63 ບ້ານຂອງເມືອງນາໝໍ້, ແຂວງອຸດົມໄຊ ຈະໄດ້ຮັບການເຝິກອົບຮົມໂດຍການນຳໃຊ້ປຶ້ມຄູ່ມືເຫຼັ້ມນີ້. ເຂົາເຈົ້າຈະນຳພາການເຕົ້າໂຮມເດັກຊາຍຢູ່ໃນບ້ານຂອງເຂົາເຈົ້າ ແລະ ຈະມີໄວໜຸ່ມຊາຍ ແລະ ປະຊາຊົນໃນໝູ່ບ້ານ ປະມານ 6,000 ຄົນຈະໄດ້ຮັບຜົນປະໂຫຍດຈາກໂຄງການນີ້. ປື້ມຄູ່ມືດັ່ງກ່າວໄດ້ພັດທະນາ ໂດຍກະຊວງສຶກສາທິການແລະກິລາ ແລະ ອົງການ UNFPA ໂດຍການສະໜັບສະໜູນຈາກອົງການ KOICA ຢູ່ ສປປ ລາວ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາໂດຍກະຊວງສຶກສາທິການແລະກິລາ ແລະ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA)  ໂດຍຜ່ານວິທີການມີສ່ວນ ແລະ ກໍໄດ້ຮັບການຮັບຮອງໂດຍ ກະຊວງສຶກສາທິການ ແລະ ກິລາ.

 

ທ່ານ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຂ້າພະເຈົ້າຂໍກ່າວສະແດງຄວາມຂອບໃຈໃຫ້ແກ່ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາ ສປປ ລາວ (KOICA) ສໍາລັບການສະໜັບສະໜູນໃນການພັດທະນາ ແລະ ເຜີຍແຜ່ຄູ່ມືການມີສ່ວນຮ່ວມຂອງເດັກຊາຍ. ຂ້າພະເຈົ້າຍັງຂໍສະແດງຄວາມຂອບໃຈ ໃນການຊ່ວຍເຫຼືອຕະຫຼອດຫຼາຍປີທີ່ຜ່ານມາ ສຳລັບການຈັດຕັ້ງປະຕິບັດກິດຈະກຳເຕົ້າໂຮມກຸ່ມເດັກຍິງນາງນ້ອຍ. ການຈັດຕັ້ງປະຕິບັດກິດຈະກຳເຕົ້າໂຮມເດັກຊາຍ ແມ່ນມີຄວາມສຳຄັນຫຼາຍເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃຫ້ບັນລຸຜົນ.

 

ກິດຈະກຳເຕົ້າໂຮມກຸ່ມເດັກຍິງນາງນ້ອຍ ແມ່ນເປັນການເຂົ້າຮ່ວມທີ່ສຳຄັນ ພາຍໃຕ້ການຈັດຕັ້ງປະຕິບັດແຜນງານ ນາງນ້ອຍ ທີ່ມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມຍິງຜ່ານການສຶກສາອົບຮົມທັກສະຊີວິດ, ເຮັດໃຫ້ເຂົາເຈົ້າມີທັກສະທາງສັງຄົມ, ສຸຂະພາບ, ທັກສະໃນການຮັບຮູ້ ແລະ ເສດຖະກິດເພື່ອຊ່ວຍໃຫ້ພວກເຂົາສາມາດສະເເດງສັກກະຍະພາບຂອງພວກເຂົາໄດ້ຢ່າງເຕັມທີ່. ປະຈຸບັນໂຄງການນີ້ ແມ່ນກວມເອົາໄວໜຸ່ມຍິງປະມານ 1,800 ຄົນ ຈາກກຸ່ມຊົນເຜົ່າຕ່າງໆທີ່ຢູ່ໃນແຂວງ ອຸດົມໄຊ, ແຂວງ ສະຫວັນນະເຂດ ແລະ ແຂວງ ບໍ່ແກ້ວ. ນອກຈາກນີ້ແລ້ວ, ໂຄງການຍັງຊ່ວຍພວກເຂົາເຈົ້າໃຫ້ຕັດສິນໃຈໄດ້ຢ່າງຖືກຕ້ອງ. ດັ່ງນັ້ນ, ພວກເຂົາກໍຍັງຈະໄດ້ຮັບການສຶກສາ ແລະ ຫຼຸດຜ່ອນການແຕ່ງງານ ແລະ ຖືພາກ່ອນໄວອັນຄວນ ເພື່ອອະນາຄົດທີ່ດີຂອງເຂົາເຈົ້າໃນພາຍພາກໜ້າ.

 

ຂ້າພະເຈົ້າຂໍກ່າວສະແດງຄວາມຍິນດີຕໍ່ກັບ ກະຊວງສຶກສາທິການ ແລະ ກິລາ ສຳລັບປຶ້ມຄູ່ມືທີີ່ມີເນື້ອໃນສຳຄັນເຫຼັ້ມນີ້ ແລະ ຂໍຂອບໃຈອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາ ສປປ ລາວ (KOICA) ສຳລັບການສະໜັບສະໜູນ ໂດຍຜ່ານການມີສ່ວນຮ່ວມຂອງໄວໜຸ່ມຊາຍເພື່ອໃຫ້ກາຍເປັນສ່ວນໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ພວກເຮົາໄດ້ເຮັດວຽກເພື່ອເສີມສ້າງຄວາມເຂົ້າໃຈຂອງພວກເຂົາຕໍ່ກັບບົດບາດຍິງ-ຊາຍ, ຄວາມເປັນເພດຊາຍ, ກໍາລັງແຮງໃນການເຄື່ອນໄຫວເຊັ່ນດຽວກັນກັບບົດບາດ ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າໃນຄົວເຮືອນ ແລະ ສັງຄົມ. ປຶ້ມຄູ່ມືສະບັບນີ້, ໄດ້ອີງໃສ່ການປະຕິບັດທີ່ດີ, ແມ່ນໄດ້ຖືກປັງປຸງເພື່ອໃຫ້ເໝາະສົມກັບສະພາບຕົວຈິງໃນສັງຄົມລາວ., ກ່າວໂດຍ ທ່ານ ນາງ ມາຣຽມ ຄານ (Mariam A. Khan), ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປະຈໍາ ສປປ ລາວ.

 

ພາຍໃນເມືອງນາໝໍ້, ພວກເຮົາຍົກສູງເປົ້າໝາຍໃນການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມຍິງຜ່ານສະຖານທີ່ ທີ່ປອດໄພ ເເລະ ສ້າງເງື່ອນໄຂສຳລັບພວກເຂົາເພື່ອສ້າງລາຍໄດ້ໃຫ້ແກ່ຕົນເອງ. ມຸ່ງເນັ້ນເພື່ອຢຸດຢັ້ງການແຕ່ງງານ ແລະ ຖືພາກ່ອນໄວອັນຄວນ; ສ້າງເງື່ອນໄຂສະພາບແວດລ້ອມເພື່ອໃຫ້ເດັກຍິງໄດ້ຮັບການສຶກສາຢ່າງໜ້ອຍແມ່ນຈົນເຖິງຊັ້ນມັດທະຍົມຕົ້ນ. ດັ່ງນັ້ນ, ເພື່ອບັນລຸເປົ້າໝາຍເຫຼົ່ານີ້ ການມີສ່ວນຮ່ວມຂອງເດັກຊາຍແມ່ນມີຄວາມສຳຄັນຫຼາຍເພາະວ່າ ພວກເຂົາສາມາດປ່ຽນແປງບັນທັດຖານໃນສັງຄົມ ຕະຫຼອດເຖິງການປັບປຸງສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະເລີນພັນ ໂດຍສະເພາະແມ່ນຢູ່ໃນເຂດຊົນນະບົດ.ກ່າວໂດຍ ທ່ານ ຈອງ ຮີ ອິມ (Jeong Hee Im), ຜູ້ຕາງໜ້າອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາ ສປປ ລາວ (KOICA).

 

ນອກຈາກກິດຈະກຳເຕົ້າໂຮມກຸ່ມເດັກຍິງນາງນ້ອຍ, ອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາ ສປປ ລາວ (KOICA) ຍັງໄດ້ຮ່ວມມືກັບ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ເພື່ອສະໜັບສະໜູນລັດຖະບານໃນຫຼາຍຂົງເຂດວຽກງານ ເຊິ່ງປະກອບມີສຸຂະພາບແມ່ ແລະ ເດັກ ແລະ ວຽກງານຜະດຸງຄັນ, ຄວາມກ້າວໜ້າຂອງສິດທິແມ່ຍິງ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການປ້ອງກັນຄວາມຮຸນແຮງທາງເພດ.

 

ກ່ຽວກັບ UNFPA

ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (United Nations Population Fund:UNFPA) ແມ່ນອົງການສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດຂອງອົງການສະຫະປະຊາຊາດ ທີ່ເຮັດວຽກໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ເພື່ອບໍ່ໃຫ້ເກີດມີອັດຕາການຕາຍຂອງແມ່, ການຂາດການວາງແຜນຄອບຄົວ ແລະ ບໍ່ໃຫ້ເກີດການໃຊ້ຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍແກ່ແມ່ຍິງ ແລະ ເດັກຍິງ.

 

ກ່ຽວກັບ KOICA

ອົງການຮ່ວມມືສາກົນ ສ.ເກົາຫຼີ (Korea International Cooperation Agency: KOICA) ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ເມສາ ປີ 1991, ເປັນໜ່ວຍງານທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານເພື່ອຊຸກຍູ້ໃຫ້ແກ່ໂຄງການຊ່ວຍເຫຼືອຕ່າງໆ. ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ພະຍາຍາມຕໍ່ສູ້ກັບຄວາມທຸກຍາກ ແລະ ສະໜັບສະໜູນການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຂອງຄູ່ຮ່ວມມືໃນແຕ່ລະປະເທດຢ່າງຍືນຍົງ. ສະນັ້ນ, ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ສ້າງຕັ້ງຂຶ້ນເພື່ອຊ່ວຍຮັດແໜ້ນສາຍພົວພັນມິດຕະພາບກັບບັນດາປະເທດກຳລັງພັດທະນາໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

 

ສຳລັບຂໍ້ມູນເພີ່ມເຕີມກະລູນາຕິດຕໍ່ໄດ້ທີ່:

Syvongsay Changpitikoun

Programme Analyst - Adolescent Sexual and Reproductive Health, UNFPA Laos

changpitikoun@unfpa.org  

 

Vanly Lorkuangming

Communications and Partnerships Analyst, UNFPA Laos

lorkuangming@unfpa.org

 

Mr. Peexiong

Senior Specialist, KOICA

peexiong@gmail.com