You are here

ນະຄອນຫຼວງວຽງຈັນ - ວັນທີ 6 ກັນຍາ 2021 - ໃນເດືອນສິງຫາທີ່ຜ່ານມານີ້ ກະຊວງສາທາລະນະສຸກໂດຍການສະໜັບສະໜູນຈາກອົົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ເຝິກອົບຮົມພະນັກງານສາທາລະນະສຸກຈຳນວນ 42 ຄົນ ກ່ຽວກັບການໃຫ້ບໍລິການສຸຂະພາບທາງໂທລະສັບ ຢູ່ 6 ແຂວງ ຄື: ນະຄອນຫຼວງວຽງຈັນ, ຄໍາມ່ວນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ. ຢູ່ໃນບັນດາແຂວງທີ່ມີຊາຍແດນຕິດຈອດທາງພາກໃຕ້ ແມ່ນມີຈຳນວນແຮງງານລາວທີ່ເຄື່ອນຍ້າຍກັບຄືນປະເທດເປັນຈຳນວນຫຼາຍ, ຍ້ອນແນວນັ້ນ ຈິ່ງໄດ້ຈັດສັນໃຫ້ມີການບໍລິການສຸຂະພາບຂອງແມ່ ແລະ ສຸຂະພາບຈະເລີນພັນ ໃຫ້ກັບຜູ້ທີ່ກັບຄືນປະເທດເປັນຈໍານວນຫຼາຍໃນແຕ່ລະມື້.

 

ການສ້າງຂີດຄວາມສາມາດໃນຄັ້ງນີ້ເປັນ ເປັນການຫັນປ່ຽນຄວາມພະຍາຍາມທາງດ້ານການບໍລິການທາງໂທລະສັບເປັນຄັ້ງທໍາອິດ, ເຊິ່ງຜ່ານມາໄດ້ທົດລອງນຳໃຊ້ຢູ່ທີ່ ແຂວງ ຫຼວງພະບາງ ໃນປີ 2020 ແລະ ເຫັນວ່າໄດ້ຮັບຜົນຕອບຮັບເປັນຢ່າງດີ. ຢູ່ແຂວງຫຼວງພະບາງ, ຜະດຸງຄັນຢູ່ໃນສະຖາບັນສາທາລະນະສຸກໄດ້ຮັບການເຝິກອົບຮົມເພື່ອໃຫ້ການບໍລິການທາງດ້ານໂທລະສັບຕໍ່ກັບແມ່ຍິງໃນຊຸມຊົນໃນລະຫວ່າງມີການຈຳກັດບໍລິເວນພາຍໃນປະເທດ.

 

ໂດຍການຂະຫຍາຍແລະດັດປັບເນື້ອໃນຂອງການບໍລິການທາງໂທລະສັບ, ອົງການ UNFPA ແລະ ກະຊວງສາທາລະນະສຸກ ມີຈຸດປະສົງເພື່ອເຮັດໃຫ້ການສະໜອງບໍລິການມີຄວາມຕ້ອງການສູງ ໃຫ້ພຽງພໍສຳລັບແມ່ຍິງແລະເດັກຍິງ.

 

ເນື່ອງຈາກວ່າມີແຮງງານລາວຫຼາຍພັນຄົນທີ່ກັບມາຈາກປະເທດໄທໃນທຸກໆມື້ ສົ່ງຜົນໃຫ້ມີອັດຕາການຕິດເຊື້ອພະຍາດໂຄວິດທີ່ສູງຫຼາຍ, ເຊິ່ງເຂົາເຈົ້າເດີນທາງເຂົ້າມາໂດຍຜ່ານສູນຈຳກັດບໍລິເວນ ແລະ ສູນແຍກປ່ຽວ. ສະຖານທີ່ເຫຼົ່ານີ້ແມ່ນໄດ້ຈັດສັນໄວ້ເພື່ອຄວບຄຸມການແຜ່ລະບາດຂອງພະຍາໂຄວິດ-19, ແຕ່ການຈັດສັນການບໍລິການສຸຂະພາບທາງເພດ, ສຸຈະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ເຍົາວະຊົນໄວໜຸ່ມ (RMNCAH) ແມ່ນຍັງມີ ຈຳກັດ. ເພາະສະນັ້ນ ການບໍລິການທາງໂທລະສັບ ທາງດ້ານສຸຂະພາບສໍາລັບແມ່ຍິງແລະໄວໜຸ່ມແມ່ນມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດ.

 

ການບໍລິການສຸຂະພາບທາງໂທລະສັບ ແມ່ນເປັນຫຼາຍກ່ວາເຄື່ອງມືການບໍລິການ ມັນເປັນນະວັດຕະກຳໃໝ່ ແລະ ເປັນຄັ້ງທຳອິດທີ່ພວກເຮົາໄດ້ນຳໃຊ້ເຕັກນິກແບບນີ້ຢູ່ ສປປ ລາວ. ພວກເຮົາໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ເຫັນວ່າໄດ້ຮັບຜົນດີ. ໃນໄລຍະປິດເມືອງ, ແມ່ຍິງສາມາດສືບຕໍ່ຂໍຄຳປຶກສາກັບຜະດຸງຄັນໂດຍຜ່ານໂທລະສັບ. ການບໍລິການແບບໃໝ່ນີ້ໄດ້ຜົນດີຫຼາຍ ພວກເຮົາກໍ່ໄດ້ນຳໃຊ້ກັບແມ່ຍິງຢູ່ສະຖານທີ່ແຍກປ່ຽວນຳອີກ.”, ຫົວໜ້າກົມອະນາໄມແລະສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກກ່າວ.

 

ອັດຕາການລະບາດຂອງພະຍາໂຄວິດ-19ທີ່ສູງ ແລະ ຜົນສະທ້ອນຈາກການແຍກປ່ຽວ ຫຼື ຈຳກັດບໍລິເວນຂອງຜູ້ທີ່ຢູ່ໃນການພົວພັນໃກ້ຊິດກັບເຂົາເຈົ້າ, ເຮັດໃຫ້ການບໍລິການຂອງຜະດຸງຄັນ ແລະ ຜູ້ໃຫ້ບໍລິການທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນອື່ນໆ ປະສົບກັບສິ່ງທ້າທາຍຫຼາຍປະການ. ບໍລິການທາງໂທລະສັບເປັນວິທີດຽວທີ່ຈະຮັບປະກັນໃຫ້ແມ່ຍິງໄດ້ຮັບການບໍລິການສຸຂະພາບທີ່ເຂົາເຈົ້າຕ້ອງການໃນຍາມວິກິດເຊັ່ນນີ້ ຢ່າງມີປະສິດທິພາບ. ຜູ້ໃຫ້ບໍລິການທາງດ້ານສຸຂະພາບທີ່ໄດ້ຮັບການເຝິກອົບຮົມ 42 ຄົນດັ່ງກ່າວນີ້ ຈະເຮັດວຽກຮ່ວມ ກັບຜະດຸງຄັນແລະແພດ-ໝໍເພື່ອໃຫ້ການຊ່ວຍເຫຼືອດ້ານການປິ່ນປົວເພີ່ມເຕີມ.

 

ແມ່ຍິງຈະໄດ້ຮັບການດູແລແລະການຊ່ວຍເຫຼືອຜ່ານ “ຄລີນິກ” ການບໍລິການທາງໂທລະສັບເຊິ່ງໃນນັ້ນຈະມີອຸປະກອນແລະຢາປິ່ນປົວທີ່ເລືອກສໍາລັບແມ່ຍິງ. ຜູ້ໃຫ້ບໍລິການດ້ານສຸຂະພາບທີ່ໄດ້ຮັບການເຝິກອົບຮົມຈະປະຕິບັດຕາມຄໍາແນະນໍາຂອງແພດ-ໝໍ ແລະ ຜະດຸງຄັນ. ໃນເບື້ອງຕົ້ນ, ຮ່ວມກັບກະຊວງສາທາລະນະສຸກ, ພວກເຮົາຈະຕັ້ງຄລີນິກ 30 ແຫ່ງໃນທົ່ວສູນຈຳກັດບໍລິເວນ ແລະ ສະຖານທີ່ແຍກປ່ຽວ 30 ແຫ່ງ.

 

ສະຖານະການຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນແມ່ນໜ້າເປັນຫ່ວງຫຼາຍເນື່ອງຈາກວ່າ ຈໍານວນຂອງຜູ້ຍ້າຍກັບຄືນປະເທດເພີ່ມສູງຂຶ້ນເລື້ອຍໆ. ເນື່ອງຈາກວ່າແມ່ຍິງແລະເດັກນ້ອຍອາຍຸຕໍ່າກວ່າຫ້າປີແມ່ນເປັນກຸ່ມທີ່ມີຄວາມສ່ຽງ, ສະນັ້ນ, ພວກເຮົາຈິ່ງຮ່ວມມືກັບອົງການ UNFPA ແລະ ຄູ່ຮ່ວມງານອື່ນໆ ເພື່ອສະໜອງການບໍລິການດູແລສຸຂະພາບທີ່ເຂົ້າເຖິງແມ່ແລະເດັກນ້ອຍຂອງພວກເຮົາ, ໂດຍບໍ່ປ່ອຍປະຜູ້ໃດຢູ່ຂ້າງຫຼັງ.”

 

ໃນທົ່ວໂລກ, ສະພາບຂອງການແຜ່ລະບາດຂອງພະຍາດ ໂຄວິດ-19 ຍັງເປັນບັນຫາອັນໃຫຍ່ຫຼວງຕໍ່ກັບລະບົບສາທາລະນະສຸກທີ່ມີບັນຫາຢູ່ແລ້ວ ເຊິ່ງແມ່ຍິງ, ເດັກຍິງມີຄວາມສ່ຽງສູງ. ການດູແລສຸຂະພາບຂອງແມ່ ແລະ ຄວາມຕ້ອງການຕໍ່ກັບການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນບໍ່ຄວນຖືກລະເລີຍຢ່າງເດັດຂາດ. ອົງການ UNFPA ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ເພື່ອບັນລຸຄຳໝາຍໝັ້ນຕໍ່ກັບ ICPD25 ເຮັດໃຫ້ການບໍລິການສຸຂະພາບທາງເພດ, ສຸຈະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ເຍົາວະຊົນໄວໜຸ່ມ (RMNCAH) ໃຫ້ເຂົ້າໄດ້ຢ່າງທົ່ວເຖິງ, ສະເໝີພາບ, ບໍ່ໄດ້ຮັບການລົບກວນ ໂດຍບໍ່ປ່ອຍປະຜູ້ໃດໄວ້ຂ້າງຫຼັງ, ໂດຍສະເພາະໃນເວລາເກີດວິກິດການ.

 

ສອບຖາມຂໍ້ມູນເພີ່ມເຕີມ:

ທ່ານ ນາງ ອຸໄລວັນ ໄຊຍະລາດ

ຜູ້ຮັບຜິດຊອບແຜນງານ, ອົງການ UNFPA ປະຈຳລາວ,

sayarath@unfpa.org

 

ທ່ານ ນາງ ວັນລີ ລໍກວາງມິງ

ຜູ້ຮັບປິດຊອບວຽກງານສື່ສານ ແລະ ຄູ່ຮ່ວມມື, ອົງການ UNFPA ປະຈຳລາວ

lorkuangming@unfpa.org