You are here

ຂ້າພະເຈົ້າ ຮູ້ສຶກເສຍໃຈຫຼາຍເມື່ອໄດ້ຍິນຂ່າວຫຼ້າສຸດທີ່ກ່ຽວກັບແມ່ຍິງຖືພາອາຍຸ 28ປີ ທີ່ເສຍຊີວິດຈາກເຊື້ອພະຍາດໂຄວິດ-19 ທີ່ແຂວງຈຳປາສັກ. ເຫດການອັນເສົ້າສະຫຼົດໃຈໃນຄັ້ງນີ້ ໄດ້ເຮັດໃຫ້ພວກເຮົານຶກເຖິງວິທີທີ່ພະຍາດໂຄວິດ-19 ໄດ້ກະທົບແມ່ຍິງແລະເດັກຍິງຢ່າງບໍ່ສົມສ່ວນ. ການຕອບໂຕ້ຕໍ່ພະຍາດໂຄວິດ-19 ໂດຍເອົາແມ່ຍິງເປັນຈຸດສູນກາງຈະສາມາດຊ່ວຍຊີວິດຂອງພວກເຂົາໄດ້.

 

ໃນທົ່ວໂລກ, ຈຳນວນການເສຍຊີວິດຂອງແມ່ຍິງຈາກສາເຫດທີ່ສາມາດປ້ອງການໄດ້ແລະກ່ຽວຂ້ອງກັບການຖືພາແລະການເກີດແມ່ນມີຈຳນວນຫຼາຍກວ່າ 800ຄົນ ໃນທຸກໆມື້, ເຖິງຈະມີຕົວເລກສະແດງແບບນັ້ນ ແມ່ຍິງຈຳນວນຫຼາຍກວ່າເຄິ່ງທົ່ວໂລກຍັງຖືກປະຕິເສດໃນການໃຊ້ສິດໃນການຕັດສິນໃຈເລື່ອງສຸຂະພາບທາງເພດແລະການຈະເລີນພັນ, ລວມເຖິງສິດໃນການເຂົ້າຫາບໍລິການຮັກສາສຸຂະພາບ. ແມ່ຍິງຫຼາຍກວ່າສ້ອງຮ້ອຍລ້ານຄົນ ແມ່ນມີຄວາມຕ້ອງການຢາກນຳໃຊ້ການຄຸມກຳເນີດແຕ່ບໍ່ສາມາດເຂົ້າເຖິງການບໍລິການດັ່ງກ່າວໄດ້.

 

ໃນປະເທດລາວ, ເຖິງວ່າຈະມີຄວາມຄືບໜ້າ, ແຕ່ອັດຕາການຕາຍຂອງແມ່ຍັງຢູ່ໃນລະດັບທີ່ສູງຢູ່ທີ່ 185 ຕໍ່ 100,000ຄົນ ໃນປີ 2017. ປະເທດລາວຍັງມີອັດຕາການຖືພາໃນໄວເດັກສູງທີ່ສຸດໃນພູມີພາກ, ຕົວເລກການເກີດລູກໃນກຸ່ມເດັກຍິງຖືພາທີ່ອາຍຸ 15-19ປີ ແມ່ນມີຢູ່ທີ່ 83/1,000ຄົນ. ໃນເວລາດຽວກັນ, ຈຳນວນແມ່ຍິງທີ່ບໍ່ສາມາດເຂົ້າເຖິງການຄຸມກຳເນີດຕາມທີ່ຕົນເອງຕ້ອງການແມ່ນມີຢູ່ 14% ໃນກຸ່ມແມ່ຍິງທີ່ແຕ່ງງານແລ້ວ ແລະ 75% ໃນກຸ່ມແມ່ຍິງທີ່ຍັງບໍ່ໄດ້ແຕ່ງງານ, ເພີ່ມເຕີມຄື ອັດຕາເດັກຍິງອາຍຸ 15-17ປີ ທີ່ໄດ້ອອກໂຮງຮຽນແມ່ນຢູ່ທີ່ 4 ໃນ 10 ຄົນ.

 

ການລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມທ້າທາຍຂຶ້ນຕື່ມ, ລວມເຖິງວຽກງານການບໍລິການດ້ານສຸຂະພາບທາງແລະການຈະເລີນພັນ. ຄວາມຫຍຸ້ງຍາກທີ່ກະທົບຕໍ່ການບໍລິການດັ່ງກ່າວ ໄດ້ເຮັດໃຫ້ແມ່ຍິງແລະເດັກຍິງທຸກຄົນຕົກເປັນກຸ່ມຊ່ຽງສູງທີ່ຈະເກີດການຖືພາແບບບໍ່ໄດ້ວາງແຜນ, ຄວາມຮຸນແຮງບົນພື້ນຖານທາງເພດ(GBV), ການເສຍຊີວິດຂອງແມ່, ການແຕ່ງງານກ່ອນໄວທີ່ສົມຄວນ ແລະ ການອອກໂຮງຮຽນ.

 

ເນື່ອງຈາກວ່າຂໍ້ມູນ, ຊັບພະຍາກອນ ແລະ ບໍລິການຕ່າງໆໄດ້ປ່ຽນຈຸດສຸມໄປທີ່ການລະບາດຂອງພະຍາດໂຄວິດ-19, ຄວາມຕ້ອງການພິເສດຂອງແມ່ຍິງກໍຕ້ອງໄດ້ຮັບການປົກປ້ອງໂດຍສະເພາະໃນດ້ານສຸຂະພາບທາງເພດແລະການຈະເລີນພັນ ເຊິ່ງຕ້ອງໄດ້ຮັບການປົກປ້ອງຈາກມາດຕະການການຕັດແຫຼ່ງທຶນແລະການຫຼຸດຈຳນວນຂອງພະນັກງານ. ມັນເປັນທາງດຽວທີ່ເຮົາຈະສາມາດຮັກສາແລະດຳເນີນການນຳໃຊ້ສິດທິຂອງປະຊາກອນທີ່ມີຈຳນວນຢູ່ 50%. ນີ້ແມ່ນປີ 2021 ແລະ ເຮົາຕ້ອງສຶກສາບົດຮຽນຈາກໄພພິບັດທີ່ເຄີຍເກີດຂຶ້ນໃນອະດີດ ແລະ ອອກແບບມາດຕະການຕອບສະໜອງທີ່ເໝາະສົມສຳລັບແມ່ຍິງແລະເດັກຍິງ, ທີ່ເປັນກຸ່ມຊ່ຽງ, ຢ່າງສອດຄ່ອງ.

 

ເຊິ່ງເຮົາຕ້ອງເລີ່ມຈາກການຮັກສາແລະໃຫ້ໝັ້ນໃຈວ່າ ການບໍລິການແລະການໃຫ້ຂໍ້ມູນດ້ານສຸຂະພາບທາງເພດແລະການຈະເລີນພັນ, ການບໍລິການດ້ານການປົກປ້ອງແລະຕອບສະໜອງຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ ຍັງສາມາດນຳໃຊ້ໄດ້ຕະຫຼອດເວລາ, ແລະຢູ່ທຸກໆສະຖານທີ່ການໃຫ້ບໍລິການທົ່ວປະເທດໂດຍສະເພາະໃນຊ່ວງວິກິດຄັ້ງນີ້. ມັນຍັງສະແດງໃຫ້ເຫັນທາງພວກເຮົາໄດ້ໃສ່ໃຈປົກປ້ອງການເປັນຢູ່ຂອງບຸກຄະລາກອນແພດເພດຍິງ, ເພາະ 70% ຂອງແພດໝໍ, ພະຍາບານ ແລະ ແພດພະດຸງຄັນທັງໝົດແມ່ນເປັນເພດຍິງ.

 

ການລະບາດໃນຄັ້ງນີ້ໄດ້ພັກດັນໃຫ້ພວກເຮົາແລະກະຊວງສາທາລະນະສຸກ ໃຫ້ປະຍຸກຊອກຫາວິທີແບບໃໝ່ໃນການສືບຕໍ່ການໃຫ້ບໍລິການດ້ານສຸຂະພາບທາງເພດແລະການຈະເລີນພັນ. ການຈັດຕັ້ງການບໍລິການສຸຂະພາບຜ່ານໂທລະສັບມືຖືຄັ້ງທຳທີ່ໄດ້ດຳເນີນທີ່ແຂວງຫຼວງພະບາງ, ໃນຕອນນີ້ໄດ້ຖືກເອົາປັບນຳໃຊ້ໃນພື້ນທີ່ອື່ນໆລວມເຖິງສະຖານທີ່ກັກຕົວເພື່ອສະໜອງການບໍລິການທາງການແພດ. ມັນຍັງສ້າງຄວາມສາມາດໃຫ້ແກ່ແມ່ຍິງຖືພາແລະແມ່ຍິງທີ່ພວມລ້ຽງລູກໄດ້ເຂົ້າຂໍ້ມູນແລະການບໍລິການທີ່ກ່ຽວຂ້ອງ ໃນເວລາດຽວກັນກໍໄດ້ປ້ອງກັນພວກເຂົາແລະພະນັກງານແພດຈາກການຕິດເຊື້ອໄວຣັດ.

 

ຕ້ອງເຮັດວຽກນຳລັດຖະບານແລະຄູ່ຮ່ວມມືຢ່າງໃກ້ຊິດໃນດ້ານການປະເມີນຜົນກະທົບ, ເຊິ່ງອົງການ UNFPA ກໍໄດ້ແນະນຳເຖິງວິທີການຕອບສະໜອງຕໍ່ ເຫດການບົດບາດຍິງຊາຍ. ເຊິ່ງກໍລວມໄປເຖິງການສະໜອງວັດຖຸສະບຽງທີ່ມີຄວາມສຳຄັນຕໍ່ແມ່ຍິງແລະເດັກຍິງໃນສູນກັກບໍລິເວນ ໃນເວລາດຽວກັນເຮົາກໍເພີ່ມຈຳນວນຊົ່ວໂມງໃນການໃຫ້ບໍລິການສາຍດ່ວນຍ້ອນການເພີ່ມຂຶ້ນຂອງກໍລະນີຄວາມຮຸນແຮງໃນຄອບຄົວ ແລະ ຄວາມຮຸນແຮງແລະການລ່ວງລະເມີດອື່ນໆທີ່ກ່ຽວຂ້ອງກັບເພດ.

ການລະບາດຂອງພະຍາດໃນຄັ້ງນີ້ຍັງໄດ້ສ້າງຄວາມຕ້ອງການໃຫ້ເດັກນ້ອຍແລະໄວໜຸ່ມໃຫ້ສາມາດເຂົ້າເຖິງການບໍລິການດ້ານສຸຂະພາບຈິດ ແລະ ຈິດສັງຄົມ. ດັ່ງນັ້ນ, ພາຍໃຕ້ແຜນງານນາງນ້ອຍ, ອົງການ UNFPA ໄດ້ເຮັດວຽກນຳໄວໜຸ່ມ, ລັດຖະບານ, ແລະ ອົງກອນຊ່ວຍເຫຼືອສັງຄົມ ໃນການຈັດຕັ້ງການສອນເພດສຶກສາແບບຮັດກຸມທາງອອນລາຍ ແລະຂະຫຍາຍຂອບເຂດການສະໜອງການໃຫ້ຄວາມຊ່ວຍເຫຼືອດ້ານສຸຂະພາບຈິດແລະຈິດສັງຄົມ ໃຫ້ໄວຂຶ້ນເລື້ອຍໆ. ການໃຊ້ຊີວິດປົກກະຕິໃນຮູບແບບໃໝ່ ໝາຍເຖິງໄວໜຸ່ມຈະນຳໃຊ້ສື່ອອນລາຍຫຼາຍຂຶ້ນກວ່າເກົ່າ, ສະນັ້ນແລ້ວ, ການໃຫ້ຄຳປຶກສາແມ່ນຕ້ອງໄດ້ເຮັດຜ່ານສື່ອອນລາຍ, ແລະຕ້ອງເໝາະສົມກັບເວລາຂອງໄວໜຸ່ມ ແລະ ຍັງສາມາດໃຫ້ຄຳປຶກສາຜ່ານແອັບຄື ນ້ອຍຢາກຮູ້

 

ຂ້າພະເຈົ້າເຊື່ອວ່າການຮ່ວມມືແລະການເສີມສ້າງວຽກງານລະຫວ່າງກັນແລະກັນ, ໃນນັ້ນກໍຄືທຸກພາກສ່ວນທີ່ກ່ຽວຂ້ອງແລະຄູ່ຮ່ວມມື, ລວມໄປເຖິງ ບັນດາອົງກອນຊ່ວຍເຫຼືອສັງຄົມ, ທຸກໆຊຸມຊົນໃນພື້ນທີ່, ແລະ ຂະແໜງເອກະຊົນ, ຈະສາມາດສ້າງໂອກາດແລະວິທີແກ້ໄຂທີ່ສາມາດເຂົ້າເຖິງແມ່ຍິງແລະເດັກຍິງທຸກຄົນ, ບໍ່ວ່າເຂົາຈະຈຸດໃດກໍຕາມ. 

 

ພວກທ່ານບໍ່ຈຳເປັນຕ້ອງໃຫ້ຂ້າພະເຈົ້າເວົ້າເຖິງໂອກາດນີ້ເລີຍ ເພາະເວລານີ້ແມ່ນເວລາທີ່ດີທີ່ສຸດແລ້ວທີ່ພວກເຮົາຈະໄດ້ປັບປ່ຽນກຳລັງແຮງຂອງພວກເຮົາໄປສຸມໃສ່ໃນການປົກປ້ອງແມ່ຍິງແລະເດັກຍິງໃນທຸກໆສ່ວນແລະທຸກໆເຂດ.

 

ອົງການ UNFPA ປະຈຳ ສປປ.ລາວ ແມ່ນໄດ້ເຮັດວຽກນຳຄູ່ຮ່ວມມືທີ່ຫຼາກຫຼາຍແລະກວ້າງຂວາງ, ເພື່ອປັບແລະປະຍຸກແຜນໃຫ້ມີປະສິດທິພາບສູງທີ່ສຸດ. ຖ້າທ່ານມີຄວາມຄິດ, ໃຫ້ທ່ານສະເໜີມາໃຫ້ທາງເຮົາຮັບຮູ້ທັນທີ່, ຮ່ວມມືກັນແລ້ວພວກເຮົາສາມາດເຮັດໃຫ້ທຸກຢ່າງດີຂຶ້ນສຳລັບແມ່ຍິງແລະເດັກຍິງທຸກຄົນ!

 

ທ່ານ ນາງ ມາຣຽມ ເອ ຄານ ແມ່ນຜູ້ຕາງໜ້າຂອງອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ປະຈຳ ສ.ປ.ປ.ລາວ

 

ອົງການ UNFPA ແມ່ນໜຶ່ງໃນອົງການຂອງສະຫະປະຊາຊາດທີ່ເຮັດວຽກເພື່ອສົ່ງເສີມສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນ,ປະຕິບັດງານຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວເພື່ອບັນລຸອັດຕາການຕາຍຂອງແມ່ໃຫ້ເຫຼືອສູນທຸກຄອບຄົວຈະໄດ້ຮັບການວາງແຜນຄອບຄົວ ແລະ ບໍ່ໃຫ້ມີຄວາມຮຸນແຮງບົນພື້ນຖານທາງເພດເກີດຂຶ້ນ

 

ແຜນປະຕິບັດຂໍ້ຜູກມັດຈາກກອງປະຊຸມສາກົນກ່ຽວກັບການພັດທະນາປະຊາກອນ(ICPD) ແມ່ນຈຸດເສີມໃນການກ້າວໄປສູ່ການພັດທະນາແບບຍື່ນຍົງ. ລັດຖະບານແຫ່ງ ສ.ປ.ປ.ລາວ ໄດ້ໃຫ້ຄຳໝັ້ນສັນຍາໃນກອງປະຊຸມ ICPD25 ໃນການຢຸດຢັ້ງການຕາຍຂອງແມ່, ຢຸດຢັ້ງການທີ່ບໍ່ໄດ້ຮັບການວາງແຜນຄອບຄົວຕາມທີ່ຕ້ອງການ, ແລະ ຢຸດຢັ້ງຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການກະທຳທີ່ຮ້າຍແຮງອື່ນໆ.