You are here

ນິວຢອກ, ວັນທີ 12 ພະຈິກ 2020 -- ໃນຂະນະທີ່ການແຜ່ລະບາດຂອງ COVID-19 ຍັງສືບຕໍ່ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ສຸຂະພາບ ແລະ ເສດຖະກິດຂອງບັນດາປະເທດທົ່ວໂລກ. ບັນດາລັດຖະບານ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ສະຖາບັນການເງິນສາກົນຕ່າງໆ ແລະ ພາກເອກະຊົນ ຕ່າງກໍກ້າວເຂົ້າມາສະ ໜັບສະໜູນທາງການເມືອງ ແລະ ການເງິນແລະສະໜັບໜຸນ ຕໍ່ກັບບັນດາໂຄງການທີ່ປົກປ້ອງສຸຂະພາບ ແລະ ສິດທິຂອງແມ່ຍິງ ແລະ ເດັກນ້ອຍຍິງໃນປະເທດທີ່ກໍາລັງພັດທະນາ.

ໜຶ່ງປີທີ່ຜ່ານມາ, ໃນກອງປະຊຸມສາກົນໄນໂຣບີ ວ່າດ້ວຍປະຊາກອນ ແລະ ການພັດທະນາຄົບຮອບ 25 ປີ (Nairobi Summit on ICPD25), ບັນດາປະເທດທົ່ວໂລກໄດ້ເຕົ້າໂຮມກັນ ເພື່ອໃຫ້ຄໍາໝັ້ນໝາຍໃນການຢຸດຕິອັດຕາການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້, ການຄຸມກໍາເນີດທີ່ຍັງບໍ່ບັນລຸຕາມຄວາມຕ້ອງການ ແລະ ຄວາມຮຸນແຮງບົນພຶ້ນຖານທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍ ເປັນຕົ້ນ ການແຕ່ງງານໃນໄວເດັກ ແລະ ການຂະໝິບອະໄວຍະວະເພດຍິງ (female genital mutilation) ພາຍໃນປີ 2030. ໂດຍໃນກອງປະຊຸມດັ່ງກ່າວ ແມ່ນມີຜູ້ເຂົ້າຮ່ວມກວ່າ 8,000 ທ່ານຈາກ 170 ປະເທດທີ່ໄດ້ໃຫ້ກວ່າ1,250 ຄໍາໝັ້ນໝາຍທາງດ້ານການເງິນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບການສະໜັບສະໜຸນສຸຂະພາບ ແລະ ສິດທິທາງເພດ ແລະ ການຈະເລີນພັນ. 

 

ມື້ນີ້ ອົງການ UNFPA, ອົງການສະຫະປະຊາຊາດ ທີ່ຮັບຜິດຊອບກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໄດ້ລາຍງານວ່າ ບັນດາລັດຖະບານທີ່ເປັນຜູ້ໃຫ້ທຶນຫຼັກນັ້ນ ແມ່ນໄດ້ມີການສະໜອງທຶນຢ່າງສະໝໍ່າສະເໝີ ຕາມທີ່ພວກເຂົາໄດ້ໃຫ້ຄໍາໝັ້ນສັນຍາໄວ້ໃນໄນໂຣບິແລ້ວ. ແລະ ບາງລັດຖະບານກໍໄດ້ມອບໃຫ້ເກີນມູນຄ່າທີ່ພວກເຂົາສັນຍາໄວ້ນໍາອີກ, ມັນສະແດງໃຫ້ເຫັນເຖິງຄວາມຕັ້ງໃຈທີ່ແນ່ວແໜ້ນເພື່ອຮັບປະກັນສິດທິຂອງແມ່ຍິງ ແລະ ເດັກນ້ອຍໃນເວລາທີ່ມີຄວາມຈໍາເປັນທີ່ສຸດແບບນີ້. 

 

ຄໍາໝັ້ນສັນຍາທີ່ເກີດຂຶ້ນໃນໄນໂຣບິ ແມ່ນມີຄວາມສໍາຄັນຍິ່ງກວ່າເວລາໃດໆຜ່ານມາ, ມັນບໍ່ໄດ້ເຮັດໃຫ້ຄວາມມຸ່ງໝັ້ນທະເຍີທະຍານຂອງພວກເຮົາຫຼຸດລົງ, ແຕ່ COVID-19 ຍິ່ງເຮັດໃຫ້ຈຸດສຸມ ແລະ ການແກ້ໄຂບັນຫາຂອງພວກເຮົານັ້ນຊັດເຈນຫຼາຍຂຶ້ນ, ຄໍາເວົ້າຈາກ Dr. Natalia Kanem, ຜູ້ອໍານວຍການອົງການ UNFPA.

ປະຊາຊົນ, ພາກສ່ວນເອກະຊົນ, ສະຖາບັນການສຶກສາ ແລະ ພາກສ່ວນອື່ນໆ ກໍໄດ້ຮວມແຮງກັນຕໍ່ກັບບັນຫາໃນລະດັບທີ່ບໍ່ເຄີຍມີມາກ່ອນ, ໂດຍມີຄໍາໝັ້ນສັນຍາມູນຄ່າ 8 ພັນລ້ານໂດລ້າສະຫະລັດຕໍ່ກັບການລົບລ້າງອັດຕາການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນສູນ, ລົບລ້າງການວາງແຜນຄອບຄົວທີ່ບໍ່ເປັນໄປຕາມຄວາມຕ້ອງການໃຫ້ເປັນສູນ, ລົບລ້າງຄວາມຮຸນແຮງບົນພຶ້ນຖານທາງເພດໃຫ້ເປັນສູນ ແລະ ລົບລ້າງການປະຕິບັດທີ່ເປັນອັນຕະລາຍ ພາຍໃນປີ 2030. ບັນດາລັດຖະບານຍັງໄດ້ປະກາດຄໍາໝັ້ນສັນຍາອື່ນໆທີ່ສໍາຄັນ ເຊິ່ງປະກອບມີດັ່ງນີ້:

  • ຈໍານວນ 425 ລ້ານປອນ (ປະມານ 552 ລ້ານໂດລ້າສະຫະລັດ) ຈາກສະຫະລາຊະອະນາຈັກອັງກິດ ໃຫ້ແກ່ອົງການ UNFPA ເພື່ອຊ່ວຍເຫຼືອໃນການເພີ່ມຈໍານວນປະລິມານຢາຄຸມກໍາເນີດ; 
  • ຈໍານວນກວ່າ 11  ພັນລ້ານໂຄຣນນອກແວ (ປະມານ 1.2 ພັນລ້ານໂດລ້າສະຫະລັດ) ຈາກປະເທດນອກແວ ເພື່ອວຽກງານກ່ຽວກັບສຸຂະພາບ ແລະ ສິດທິທາງເພດ ແລະ ການຈະເລີນພັນ ໃນການພັດທະນາ ແລະ ການແກ້ໄຂບັນຫາທາງດ້ານມະນຸດສະທໍາໃນລະຫວ່າງປີ 2019 ຫາ 2025;
  • ຈໍານວນ 20 ລ້ານເອີໂຣ (ປະມານ 23 ລ້ານໂດລ້າສະຫະລັດ) ຈາກປະເທດເຢຍລະມັນ ເພື່ອວຽກງານກ່ຽວກັບສຸຂະພາບ ແລະ ສິດທິທາງເພດ, ແລະ ໄດ້ມອບຈໍານວນ 30 ລ້ານເອີໂຣ (ປະມານ 35 ລ້ານໂດລ້າສະຫະລັດ) ສຳລັບອົງການ UNFPA ໃນການຕອບໂຕ້ຕໍ່ການແຜ່ລະບາດຂອງ COVID-19;
  • ຈໍານວນ 29 ລ້ານເອີໂຣ (ປະມານ 34 ລ້ານໂດລ້າສະຫະລັດ) ຈາກສະຫະພາບເອີຣົບ ສຳລັບສຸຂະພາບ ແລະ ສິດທິທາງເພດ ແລະ ການຈະເລີນພັນຂອງໄວໜຸ່ມ;
  • ຈໍານວນ 100 ລ້ານໂຄຣນເດນມາກ (ປະມານ 16 ລ້ານໂດລ້າສະຫະລັດ) ຈາກປະເທດເດນມາກ ໃຫ້ແກ່ອົງການ UNFPA ຕໍ່ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. 
  •  

ໃນເດືອນກັນຍາ, ປີ 2020, ອົງການ UNFPA ໄດ້ສ້າງຕັ້ງຄະນະກໍາມະການລະດັບສູງ ເພື່ອຮັບປະກັນວ່າທຸກຄໍາໝັ້ນສັນຍາທີ່ໃຫ້ໃນກອງປະຊຸມສາກົນໄນໂຣບິ (Nairobi Summit) ນັ້ນຈະຖືກປະຕິບັດຕາມທິດທາງທີ່ຖືກຕ້ອງ ເຖິງຈະຢູ່ໃນສະພາບການແຜ່ລະບາດ COVID-19. ໂດຍການເປັນປະທານຂອງທ່ານ Jakaya Kikwete, ອະດີດປະທານປະເທດສາທາລະນະລັດທານຊາເນຍ ແລະ ທ່ານ Michaëlle Jean, ອະດີດຜູ້ວ່າການລັດແຄນນາດາ, ເຊິ່ງຄະນະກໍາມະການຈະເປັນຜູ້ໃຫ້ຄໍາຊີ້ນໍາ ເພື່ອໃຫ້ຄວາມມຸ່ງໝັ້ນທີ່ເກີດຂຶ້ນທີ່ໄນໂຣບິນັ້ນ ໄດ້ສືບຕໍ່ປະຕິບັດ ທີ່ພາໃຫ້ນໍາໄປສູ່ໂລກແຫ່ງສິດທິ ແລະ ທາງເລືອກໃຫ້ແກ່ທຸກຄົນ. 

ສປປ ລາວມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງຕໍ່ຄໍາໝັ້ນສັນຍາໃນ ICPD25ທ່ານນາງ ມາຣຽມ ເອ.ຄານ, ຜູ້ຕາງໜ້າອົງການ UNFPA ປະຈໍາລາວ ໄດ້ເວົ້າວ່າ: ອົງການ UNFPA ມີຄວາມປິຕິຍິນດີທີ່ຈະມີການພັດທະນາ ແລະ ເພີ່ມທະວີການຮ່ວມມືກັບລັດຖະບານ, ການຮ່ວມມືສອງຝ່າຍ, ພາກສ່ວນເອກະຊົນ ແລະ ປະຊາຊົນເພື່ອຮັບປະກັນສິດທິໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍເຖິງແມ່ນວ່າຈະຢູ່ໃນສະພາບການ COVID-19. ແມ່ຍິງ ແລະ ເດັກນ້ອຍຍິງແມ່ນຊັບພະຍາກອນມະນຸດເຖິງ 50 ສ່ວນຮ້ອຍຂອງ ສປປ ລາວ ທີ່ຖືເປັນກຸ່ມທີ່ຈໍາເປັນຕໍ່ກັບການພັດທະນາແບບຍືນຍົງຂອງປະເທດລາວ.”

 

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

 

ທ່ານ ພອນໄຊ ສິດທິຣາຊວົງສາ

ຜູ້ຮັບຜິດຊອບຕິດຕາມ ແລະ ປະເມີນຜົນ ແຜນງານພັດທະນາປະຊາກອນອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ

ອີເມລ: sithirajvongsa@unfpa.org

************

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.