You are here

ວັນທີ 22 - 25 ກຸມພາ 2022, ທີ່ແຂວງຈໍາປາສັກ - ຫຼັງຈາກໄດ້ເຂົ້າຮ່ວມການສ້າງຂີດຄວາມສາມາດຈາກຜູ້ຊ່ຽວຊານດ້ານ ຄວາມຮຸນແຮງບົນພື້ນຖານທາງເພດ ຈາກອົງການ UNFPA, ພະນັກງານສະຫະພັນແມ່ຍິງລາວ (ສສຍລ) ທີ່ມີໜ້າທີ່ຮັບຜິດຊອບກ່ຽວກັບການປະຕິບັດວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການຕ້ານການໃຊ້ຄວາມຮຸນແຮງ ມີຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບການສະໜອງວິທີການແກ້ໄຂບັນຫາ.
 

ທ່ານ ນາງ ແອ່ນແກ້ວ ຄຳວົງສາຫົວໜ້າໜ່ວຍງານປົກປ້ອງ ຈາກສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ ກ່າວວ່າ ຜ່ານມາພວກເຮົາກໍໄດ້ຮູ້ຫຼາກຫຼາຍທິດສະດີກ່ຽວກັບ ເພດບົດບາດຍິງຊາຍ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແຕ່ບັນດາກິດຈະກຳ ແລະ ກໍລະນີສຶກສາຈາກການຝຶກອົບຮົມຄັ້ງນີ້ ໄດ້ຊ່ວຍໃຫ້ຂ້າພະເຈົ້າ ມີຄວາມເຂົ້າໃຈແຈ້ງຂຶ້ນໃນການປະຕິບັດຕົວຈິງໃນຊຸມຊົນ”. ສະຫະພັນແມ່ຍິງລາວ  ສະຫນອງການປົກປ້ອງ ແລະ ການຊ່ວຍເຫຼືອຜູ້ຖືກໃຊ້ຄວາມຮຸນແຮງ ແລະ ປະຈຸບັນໄດ້ເພີ່ມຊ່ອງທາງການໃຫ້ຄໍາປຶກສາແກ່ຜູ້ຖືກໃຊ້ຄວາມຮຸນແຮງຢູ່ຂັ້ນແຂວງ ໃຫ້ເຂົ້າເຖິງການບໍລິການໄດ້ສະດວກກວ່າເກົ່າ ໂດຍສະເພາະ ການໃຫ້ຄໍາປຶກສາແບບເຄື່ອນທີ່.

UNFPA ພັດທະນາຄູ່ມືການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃນການປ້ອງກັນຕອບໂຕ້ ແລະ ການບໍລິການລົງຊຸມຊົນ ທີ່ຈັດຕັ້ງປະຕິບັດໂດຍສະຫະພັນແມ່ຍິງລາວ. ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກອົງການ SDC, ອົງການ UNFPA ໄດ້ທົດລອງນໍາໃຊ້ຄູ່ມືການຝຶກອົບຮົມສະບັບນີ້ ດ້ວຍການຈັດຝຶກອົບຮົມກັບໃຫ້ພະນັກງານ ສະຫະພັນແມ່ຍິງລາວ ຈໍາວນ 23 ຄົນ (ຍິງ 20 ຄົນຊາຍ ຄົນ) ຈາກນະຄອນຫຼວງວຽງຈັນອັດຕະປືສະຫວັນນະເຂດ ແລະ ຈໍາປາສັກ ໃນລະຫວ່າງວັນທີ 22-25 ກຸມພາ 2022. ຜ່ານການຝຶກອົບຮົມ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈ ກອບແນວຄວາມຄິດກ່ຽວກັບສາຍພົວພົວພັນອໍານາດ (power relations)ຫຼັກການ ແລະ ທັກສະສໍາລັບການສະໜັບສະໜູນດ້ານສຸຂະພາບຈິດ ແລະ ສະພາບຈິດໃຈສັງຄົມກົນໄກສົ່ງຕໍ່ ແລະ ການເຮັດໃຫ້ຜູ້ຊາຍ ແລະ ເດັກຊາຍມີສ່ວນຮ່ວມໃນກິດຈະກໍາລົງຊຸມຊົນ. 

 

ຫຼັງຈາກ 2 ປີທີ່ສູນກາງສະຫະພັນແມ່ຍິງລາວ ໄດ້ບໍລິການໃຫ້ຄໍາປຶກສາສ່ວນຫຼາຍ ແມ່ນຜ່ານໂທລະສັບສາຍດ່ວນທີ່ເປີດໃຫ້ບໍລິການທົ່ວ ສປປ ລາວ ທຸກວັນຕະຫຼອດ 24 ຊົ່ວໂມງ ໃນຊ່ວງໄລຍະການແຜ່ລະບາດຂອງ COVID-19, ປະຈຸບັນ  ສູນກາງສະຫະພັນແມ່ຍິງລາວ ກໍາລັງກະກຽມເພີ່ມທະວີກິດຈະກໍາການລົງຊຸມຊົນດ້ວຍຕົນເອງ ພ້ອມທັງໃຫ້ຄໍາປຶກສາແບບເຄື່ອນທີ່ແກ່ໝູ່ບ້ານທີ່ຢູ່ຫ່າງໄກສອກຫຼີກ. ທັງສອງກິດຈະກໍານີ້ສໍາຄັນ ຍ້ອນວ່າ ມັນອາດມີຜູ້ຖືກໃຊ້ຄວາມຮຸນແຮງພາຍໃນບ້ານທີ່ປະສົບກັບສິ່ງທ້າທາຍໃນການເຂົ້າເຖິງການບໍລິການການຕ້ານການໃຊ້ຄວາມຮຸນແຮງແຕ່ອາດຈະບໍ່ຮູ້ວ່າມີການບໍລິການຊ່ວຍເຫຼືອຫຍັງແນ່ອາດບໍ່ຮູ້ນໍາໃຊ້ເຄື່ອງມືເຕັກໂນໂລຊີ, ອາດບໍ່ມີທາງເລືອກໃນການເດີນທາງ ຫຼື ອາດບໍ່ມີຄວາມຮູ້ສຶກວ່າ ຍັງມີການບໍລິການຊ່ວຍເຫຼືອບໍ ຫຼື ຕົນມີຄວາມກ້າຫານທີ່ຈະເອົາຕົນເອງອອກສະຖານະການຄວາມຮຸນແຮງທີ່ເກີດຂຶ້ນ. ທ່ານ ນາງ ວຽງ​ສະ​ໝອນ ພະທິພັກຮອງປະທານສະຫະພັນແມ່ຍິງ ແຂວງສະຫວັນນະເຂດ ກ່າວ​ວ່າ: ການ​ໃຫ້​ຄຳ​ປຶກສາ​ເຄື່ອນທີ່ ໝາຍ​ຄວາມ​ວ່າ​ທຸກ​ຄົນ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ສາມາດ​ເຂົ້າ​ເຖິງ​ການ​ຊ່ວຍ​ເຫຼືອ​ດ້ານ​ສຸຂະພາບ​ຈິດ​ໄດ້”, ​ແລະ ພວກ​ເຮົາ​ຍັງ​ຈະ​ໃຊ້​ວິທີການນີ້​​ເພື່ອ​ໃຫ້​ຂໍ້​ມູນ​ກ່ຽວກັບກົດໝາຍທີ່ຕິດພັນກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເພື່ອ​ເພີ່ມ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ຊຸມ​ຊົນ”.

      

ການສ້າງຂີດຄວາມສາມາດແມ່ນແນໃສ່ 1) ເພີ່ມທັກສະ ແລະ ຄວາມຮູ້ໃຫ້ແກ່ບຸກຄະລາກອນຂອງສະຫະພັນແມ່ຍິງລາວ ແລະ 2) ສະໜອງເຄື່ອງມືໃຫ້ແກ່ສະມາຊິກໃນຊຸມຊົນໂດຍຜ່ານການລົງຊຸມຊົນ. ທ່ານ ໂພຄຳ ຈັນທະສອນ ຮອງຫົວໜ້າໜ່ວຍງານປົກປ້ອງ ຈາກ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ອະທິບາຍວ່າ ການຝຶກອົບຮົມດັ່ງກ່າວ ເປັນປະສົບການທີ່ດີຫຼາຍສຳລັບຂ້າພະເຈົ້າໃນຖານະທີ່ເປັນຜູ້ຊາຍຜູ້ໜຶ່ງ”, ເພາະມັນໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ເປັນສາເຫດຮາກເຫງົ້າຂອງຄວາມຮຸນແຮງຕໍ່ແມ່ຍິິງຄືແນວໃດ ແລະ ໃນຖານະຜູ້ສະໜັບສະໜູນທີ່ເປັນ​ຜູ້​ຊາຍຜູ້ໜຶ່ງ​ ລາວເອງຈະສາ​ມາດ​ປະກອບສ່ວນໃຫ້ມີການ​​ປ່ຽນ​ແປງໄດ້ແນວໃດ​.

ນອກນັ້ນ ພະນັກງານຂອງສະຫະພັນແມ່ຍິງລາວຍັງໄດ້ຮຽນຮູ້ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງໃນຮູບແບບໃໝ່ເຊັ່ນ: ຄວາມຮຸນແຮງຕໍ່ແມ່ຍິງທີ່ນໍາໃຊ້ເທັກໂນໂລຊີ (technology-facilitated GBV) ແລະ ການຂູດຮີດ ແລະ ການລ່ວງລະເມີດທາງເພດ (SEA) ພາຍໃນຂະແໜງການຊ່ວຍເຫຼືອເອງເຊິ່ງຄວາມຮູ້ໃໝ່ນີ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດກໍານົດຕົວຜູ້ຖືກເຄາະຮ້າຍ-ຜູ້ລອດຊີວິດ ພ້ອມທັງໃຫ້ການຊ່ວຍເຫລືອເຂົາເຈົ້າ. ຜູ້ເຂົ້າຮ່ວມທ່ານໜຶ່ງຈາກສະຫະພັນແມ່ຍິງ ແຂວງ ອັດຕະປື ກ່າວວ່າ ໂດຍຜ່ານການຝຶກອົບຮົມຄັ້ງນີ້, "ຂ້າພະເຈົ້າເຂົ້າໃຈແລ້ວວ່າ ຄວາມແຕກຕ່າງດ້ານອໍານາດ ນໍາໄປສູ່ການຂູດຮີດ ແລະ ການລ່ວງລະເມີດທາງເພດໄດ້ແນວໃດ".

ຄູ່ມືການຝຶກອົບຮົມດັ່ງກ່າວສອດຄ່ອງກັບບັນດາຄໍາແນະນໍາ ແລະ ມາດຕະຖານສາກົນທີ່ກ່ຽວຂ້ອງເຊັ່ນ: ຊຸດການບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງທີ່ປະສົບກັບຄວາມຮຸນແຮງ ແລະ ຄໍາແນະນໍາສໍາລັບການບໍລິການກ່ຽວກັບຄວາມຮຸນແຮງ ຜ່ານໂທລະສັບມືຖື. ທ່ານ ຮອງປະທານສະຫະພັນແມ່ຍິງແຂວງ ຈໍາປາສັກ ໄດ້ໃຫ້ຄໍາເຫັນກ່ຽວກັບຄຸນຄ່າຂອງບັນດາຂໍ້ແນະນໍາຈາກສາກົນວ່າ: ບັນດາມາດຕະຖານສາກົນມີປະໂຫຍດຫຼາຍ ເຮັດໃຫ້ພວກເຮົາໄດ້ເຂົ້າໃຈຫຼັກການໃນການໃຫ້ການຊ່ວຍເຫຼືອຜູ້ຖືກໃຊ້ຄວາມຮຸນແຮງ ກໍຄື ພວກເຮົາຄວນຖືເອົາຄວາມປອດໄພຂອງຜູ້ຖືກໃຊ້ຄວາມຮຸນແຮງເປັນບູລິມະສິດ ແລະ ຍຶດຖືວິທີການທີ່ຖືເອົາຜູ້ຖືກໃຊ້ຄວາມຮຸນແຮງເປັນໃຈກາງ. ທ່ານໄດ້ກ່າວຕື່ມວ່າເຖິງແມ່ນວ່າຜ່ານມາ ເພິ່ນໄດ້ເຂົ້າຮ່ວມການຝຶກອົບຮົມກ່ຽວກັບ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຫຼາຍຄັ້ງແລ້ວເພິ່ນຍັງໄດ້ຮຽນຮູ້ສິ່ງໃຫມ່ຈາກການຝຶກອົບຮົມຄັ້ງນີ້! ທ່ານ ກ່າວຕື່ມວ່າ "ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງທີ່ນໍາໃຊ້ເຕັກໂນໂລຊີ ແມ່ນແນວຄວາມຄິດທີ່ໃຫມ່ຫຼາຍສໍາລັບຂ້າພະເຈົ້າ ແລະ ຂ້າພະເຈົ້າຈະເຜີຍແຜ່ຄວາມຮູ້ນີ້ຕໍ່ໃນຊຸມຊົນ".

ອົງການ UNFPA ແມ່ນ ໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

 

ທ່ານ ນາງ ສີສຸວັນ ວໍຣະບຸດ,  ຫົວໜ້າແຜນງານບົດບາດຍິງ-ຊາຍ.

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ (UNFPA)

Email: vorabouth@unfpa.org  

 

ທ່ານ ນາງ ວັນລີ ລໍກວງມິງ

ຜູ້ຮັບຜິດຊອບດ້ານການສື່ສານ ແລະ ການຮ່ວມມື

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: lorkuangming@unfpa.org