You are here

ນະຄອນຫຼວງວຽງຈັນ, ວັນທີ 1 ຕຸລາ 2021 - ແຮງງານເຄື່ອນຍ້າຍແມ່ຍິງ ແລະ ໄວໜຸ່ມຍິງປະມານ 12,000 ຄົນທີ່ຢູ່ໃນສູນກັກກັນໃນ 5 ແຂວງພາກໃຕ້ຂອງລາວຈະໄດ້ຮັບຊຸດສຸຂາພິບານ ແລະ ອະນາໄມທີ່ຈໍາເປັນ, ເຊິ່ງລວມມີໜ້າກາກອະນາໄມ, ສະບູ່, ໜ້າກາກອະນາໄມທີ່ສາມາດນຳມາໃຊ້ຄືນໄດ້, ເຄື່ອງປ້ອງກັນແມງໄມ້, ໝາກຫວີດ, ເຈວລ້າງມື ແລະ ສິ່ງອື່ນໆທີ່ເປັນຜະລິດຕະພັນທີ່ຈໍາເປັນຕໍ່ສຸຂານາໄມເພື່ອປັບປຸງຄວາມສະອາດ, ສະໜັບສະໜູນການປ້ອງກັນ ແລະ ປົກປ້ອງການຕິດເຊື້ອພະຍາດລະບາດໂຄວິດ-19 (COVID-19) ຕື່ມອີກ. ໃນສະຖານະການທີ່ປ່ຽນແປງຢ່າງໄວວານີ້, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ອົງການແພລນສາກົນ (Plan International) ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບເຈົ້າໜ້າທີ່ລັດຖະບານທີ່ກ່ຽວຂ້ອງເພື່ອແຈກຢາຍຊຸດເຄື່ອງສຸຂານາໄມ ແລະ ສຸຂາພິບານຢູ່ສະຖານທີ່ຕ່າງໆ.

 

ການຮ່ວມມືຂອງອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ອົງການແພລນສາກົນ (Plan International) ໄດ້ມີການຮ່ວມມືກັນເພື່ອສະໜັບສະໜູນຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂອງລັດຖະບານແຫ່ງ ສປປ ລາວ ໃນການປົກປ້ອງແມ່ຍິງ ແລະ ເດັກຍິງລວມເຖິງການປັບປຸງການປ້ອງກັນການລະບາດຂອງພະຍາດໂຄວິດ-19  ຢູ່ພາຍໃນສູນຈຳກັດບໍລິເວນຂອງ 5 ແຂວງທາງພາກໃຕ້ຂອງລາວ. ການຮ່ວມມືດັ່ງກ່າວໄດ້ກວມເອົາການປະກອບສ່ວນໂດຍຜ່ານທາງອົງການແພລນສາກົນ (Plan International) ທີ່ສົ່ງຜ່ານທາງເຄືອຂ່າຍຂອງການຮ່ວມມືອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໃນບັນດາຄູ່ຮ່ວມງານ ແລະ ການບໍລິການຕ່າງໆເປັນຈໍານວນ 145,000 ໂດລາສະຫະລັດ. ສິ່ງເຫຼົ່ານີ້ຍັງຄົງໄດ້ຮັບການສືບຕໍ່ຈັດຕັ້ງປະຕິບັດຜ່ານການຮ່ວມມືກັນລະຫວ່າງ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ອົງການແພລນສາກົນ (Plan International) ເຊິ່ງໄດ້ຖືກສ້າງຕັ້ງຂຶ້ນເປັນຢ່າງດີໃນການສະໜັບສະໜູນໂຄງການພາຍໃຕ້ແຜນງານ ນາງ ນ້ອຍ ແລະ ລະບົບນິເວດ ນາງ ນ້ອຍ.

 

ແຮງງານເຄື່ອນຍ້າຍທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະບາດໂຄວິດ-19 ຫຼາຍທີ່ສຸດທີ່ຈະໄດ້ກັບຄືນສູ່ 5 ແຂວງ, ກໍຄື ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ. ເຖິງຢ່າງໃດກໍຕາມ, ເປັນທີ່ຄາດການກັນວ່າແຮງງານເຄື່ອນຍ້າຍລາວສ່ວນໃຫຍ່ທີ່ອາໄສຢູ່ໃນປະເທດໄທຈະກັບຄືນມາ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນເວລາດຽວກັນຖ້າຫາກອີງຕາມການຄາດການດັ່ງກ່າວ, ຈະມີຈຳນວນແຮງງານເຄື່ອນຍ້າຍປະມານ 15,000-18,000 ຄົນ ທີ່ຈະຜ່ານລົບຄັດກອງ - ສະຖານທີ່ຈຳກັດບໍລິເວນທຸກໆສອງອາທິດ. ສິ່ງສຳຄັນແມ່ນຕ້ອງມີການສະໜອງການບໍລິການທີ່ຈຳເປັນຢ່າງຕໍ່ເນື່ອງສຳລັບແມ່ຍິງ ແລະ ເດັກຍິງ, ລວມເຖິງການຕອບສະໜອງສຸຂະພາບຂອງແມ່ຖືພາ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການບໍລິການເພື່ອປົກປ້ອງແມ່ຍິງ ແລະ ເດັກຍິງ. ການແຈກຢາຍສິ່ງຂອງທີ່ຈຳເປັນຈະຕ້ອງເລີ່ມດໍາເນີນທັນທີເພື່ອຕອບສະໜອງຕໍ່ຈຳນວນແຮງງານເຄື່ອນຍ້າຍເພດຍິງຈຳນວນຫຼວງຫຼາຍທີ່ຢູ່ພາຍໃນບັນດາແຂວງດັ່ງກ່າວ ທີ່ມີການດຳເນີນການຈຳກັດບໍລິເວນ.

 

ທ່ານ ນາງ ອິນວາລັນ ແກ້ວບຸນພັນ, ປະທານສະຫະພັນແມ່ຍິງລາວ, ໄດ້ຕ້ອນຮັບການສະໜັບສະໜູນ ແລະ ການສະໜອງເຄື່ອງໃຊ້ທີ່ຈຳເປັນໃຫ້ກັບແຮງງານເຄື່ອນຍ້າຍທີ່ກັບຄືນມາໂດຍການຮ່ວມມືລະຫວ່າງອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ອົງການແພລນສາກົນ (Plan International), ທ່ານ ໄດ້ກ່າວຕື່ມອີກວ່າ: ເຄື່ອງໃຊ້ເຫຼົ່ານີ້ແມ່ນມີຄວາມຈໍາເປັນທີ່ສຸດທີ່ຈະຊ່ວຍເບິ່ງແຍງສຸຂະພາບ ແລະ ຍັງມີຄວາມຈໍາເປັນໃນການປົກປ້ອງແມ່ຍິງ ແລະ ເດັກຍິງໂດຍສະເພາະແມ່ນແຮງງານເຄື່ອນຍ້າຍທີ່ເປັນແມ່ຍິງທີ່ຢູ່ໃນບໍລິເວນສູນກັກກັນຢູ່ທາງພາກໃຕ້ຂອງ ສປປ ລາວ ເຊິ່ງເປັນບັນດາແຂວງທີ່ໄດ້ຜົນກະທົບໜັກທີ່ສຸດຈາກການລະບາດຂອງພະຍາດໂຄວິດ-19. ສະຫະພັນແມ່ຍິງລາວ ມີຄວາມຍິນດີຫຼາຍຕໍ່ກັບການຮ່ວມມືໃນຄັ້ັງນີ້, ແລະ ຂ້າພະເຈົ້າຂໍຂອບໃຈຢ່າງທີ່ສຸດຕໍ່ກັບ ການຮ່ວມມືລະຫວ່າງອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ແລະ ອົງການແພລນສາກົນ (Plan International) ທີ່ໄດ້ມີການສະໜັບສະໜູນສະຫະພັນແມ່ຍິງລາວເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ເປັນບູລິມະສິດຂອງແມ່ຍິງ ແລະ ໄວໜຸ່ມຍິງ.

 

ໃນໄລຍະວິກິດການລະບາດຂອງພະຍາດໂຄວິດ-19, ການມີສ່ວນຮ່ວມທີ່ຕອບສະໜອງຕໍ່ຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍຈໍາເປັນທີ່ຈະຕ້ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໄດ້ມີການເຂົ້າເຖິງ, ໂດຍສະເພາະແມ່ນເດັກຍິງ ແລະ ແມ່ຍິງທົ່ວປະເທດເພື່ອປ້ອງກັນຄວາມຮຸນແຮງທາງຮ່າງກາຍ ແລະ ຈິດໃຈເພື່ອສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບການຈະເລີນພັນ, ສຸຂະພາບຈິດ ແລະ ສະຫວັດດີພາບທາງສັງຄົມ. ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ມີການຮ່ວມມືກັບສະຫະພັນແມ່ຍິງລາວ, ອົງການແພລນສາກົນ (Plan International) ແລະ ຄູ່ຮ່ວມພັດທະນາຈາກພາກສ່ວນອື່ນໆເພື່ອຮັບປະກັນຄວາມເອົາໃຈໃສ່ເພີ່ມຕື່ມແລະ ມາດຕະການທີ່ສາມາດຕອບສະໜອງຕໍ່ບົດບາດຍິງ-ຊາຍ ແມ່ນໄດ້ຖືກຈັດຕັ້ງປະຕິບັດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 COVID-19.

 

ທ່ານ ນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ UNFPA ປະຈໍາ ສປປ ລາວ, ກ່າວວ່າ,“ ພວກເຮົາມີຄວາມຍິນດີທີ່ໄດ້ມີການຮ່ວມມືກັບອົງການແຜນການສາກົນ Plan International ເຊິ່ງເປັນອົງການທີ່ມີປະສິດທິພາບ ແລະ ສາມາດຕອບສະໜອງໄດ້ຢ່າງວ່ອງໄວຕໍ່ກັບຄວາມຕ້ອງການຂອງແຮງງານເພດຍິງທີ່ກັບຄືນມາ. ການປະກອບສ່ວນໂດຍອົງການແພລນສາກົນຈະປົກປ້ອງແມ່ຍິງ ແລະ ເດັກຍິງໃຫ້ອາໄສຢູ່ຢ່າງປອດໄພ ແລະ ມີສຸຂະພາບແຂງແຮງດີ. ໃນຂະນະດຽວກັນ, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ UNFPA ໄດ້ອອກແຈ້ງການຄູ່ມືແນະນໍາພາກປະຕິບັດທີ່ຄູ່ຮ່ວມງານ ແລະ ຂະແໜງການຕ່າງໆສາມາດນໍາໃຊ້ເຂົ້າໃນການສະໜັບສະໜູນການຮັບປະກັນການຕອບສະໜອງຕໍ່ກັບແມ່ຍິງ ແລະ ເດັກຍິງໃນການຕໍ່ສູ້ກັບພະຍາດລະບາດໂຄວິດ-19.”

 

“ໃນທຸກສະຖານະການສຸກເສີນ, ມັນມີຄວາມຈຳເປັນຢ່າງຍິ່ງທີ່ຕ້ອງໄດ້ໃຫ້ບູລິມສິດແກ່ຄວາມຈຳເປັນສະເພາະຂອງເພດຍິງ ແລະ ຜູ້ທີ່ດ້ອຍໂອກາດ. ສະນັ້ນ ພວກເຮົາຍິນດີຢ່າງຍິ່ງທີ່່ໄດ້ຈັດຫາອຸປະກອນຈຳນວນໜຶ່ງເພື່ອສະໜັບສະໜູນລັດຖະບານ ແລະ UNFPA ໂດຍສະເພາະແມ່ນເຄື່ອງສຸຂາພິບານ ເພື່ອປ້ອງກັນຕົນເອງຈາກພະຍາດໂຄວິດ-19 ໃຫ້ແກ່ແຮງງານເພດຍິງ ທີ່ກັບມາຈາກປະເທດໄທ. ພວກເຮົາຍັງຄົງຈະສືບຕໍ່ການສະໜັບສະໜູນຄວາມພະຍາຍາມຮ່ວມກັນໃນການຕໍ່ສູ້ກັບພະຍາດໂຄວິດ-19 ຢູ່ໃນປະເທດລາວ, " ກ່າວໂດຍ ທ່ານ ຊູໂມ ບຣາທາ ກູຫາ, ຜູ້ອໍານວຍການຂອງອົງການແພລນສາກົນ ປະຈໍາ ສປປ ລາວ (Plan International Laos).

 

 

************

 

UNFPA

ອົງການ UNFPA, ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (United Nations Population Fund:UNFPA) ແມ່ນ ໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນການທາງເພດ ໃຫ້ເປັນ 0 .

 

ອົງການແພລນສາກົນ (Plan International)

ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ, ອົງການແພລນສາກົນ ປະຈຳ ສປປ ລາວ Plan International Laos ໄດ້ຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວດ້ານສາທາລະນະສຸກ ແລະ ການສຶກສາຢູ່ໃນໂຮງຮຽນເປົ້າໝາຍໃນແຂວງບໍ່ແກ້ວ, ອຸດົມໄຊ ແລະ ແຂວງສາລະວັນເພື່ອສົ່ງເສີມເດັກນ້ອຍໂດຍສະເພາະແມ່ນຄວາມກ້າໃນການປະກອບຄວາມຄິດເຫັນ, ຄວາມອາດສາມາດ ແລະ ຄວາມເປັນຜູ້ນໍາໃນການວາງແຜນສັງຄົມ ແລະ ການຕັດສິນໃຈກໍເປັນບູລິມະສິດຂອງເດັກຍິງ ແລະ ໄວໜຸ່ມຍິງ, ອົງການແພລນສາກົນ Plan International ຍັງໄດ້ມີການສົ່ງສົ່ງເສີມສິດທິ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ ຮ່ວມກັບນາຍບ້ານ, ພໍ່ແມ່ ແລະ ຄູອາຈານໃນຖານະເປັນຜູ້ປະກອບສ່ວນຊຸກຍູ້ເດັກຍິງເພື່ອສະໜັບສະໜູນການມີສ່ວນຮ່ວມ ແລະ ການນໍາພາຂອງພວກເຂົາ.

ອົງການແພລນສາກົນ Plan International ໄດ້ເຮັດວຽກຮ່ວມກັນກັບໜ່ວຍງານລະດັບຊາດ ແລະທ້ອງຖິ່ນໃນການຕ້ານກັບການລະບາດຈອງພະຍາດໂຄວິດ-19  COVID-19 ເພື່ອຮັບປະກັນວ່າເດັກນ້ອຍ, ໄວໜຸ່ມ ແລະ ຊາວບ້ານ, ໂດຍສະເພາະແມ່ນເັກຍິງຊົນເຜົ່າ ແລະ ຄົນພິການທາງຫູໄດ້ເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການປ້ອງກັນຕໍ່ພະຍາດລະບາດໂຄວິດ-19   COVID-19 ແລະ ໄດ້ມີການຕອບສະໜອງເຄື່ອງມືຂ້າເຊື້ອ ແລະ ຊຸດອະນາໄມ ຕັ້ງແຕ່ ເດືອນເມສາ ປີ 2020.

http://plan-international.org/laos 

https://www.facebook.com/planinlaos 

 

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

ທ່ານ ສີສຸວັນ ວໍລະບຸດ

ນັກວິເຄາະໂຄງການ - ຄວາມສະເໝີພາບລະຫວ່າງຍິງ -ຊາຍ, ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ.ລາວ

ອີເມລ: vorabouth@unfpa.org

 

ທ່ານ ນາງ ວັນລີ ລຳກວາງມິງ, ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມມື, ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ.ລາວ

ອີເມລ: lorkuangming@unfpa.org

 

ທ່ານ ນ້ອຍ ພຣົມສຸວັນ

ຜູ້ຈັດການດ້ານການສື່ສານ- ອົງການແພລນສາກົນ ປະຈຳ ສປປ ລາວ

ອີເມລ: : noy.promsouvanh@plan-international.org