You are here

"ຈົດນັບທຸກຄົນ, ເພາະທຸກຄົນມີສິດຖືກນັບ"

ວັນທີ 17 ພະຈິກ 2022, ນະຄອນຫຼວງວຽງຈັນ, ສປປ ລາວ - ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ (MPI), ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນຂອງ (UNFPA), ໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງຄັ້ງທີ 3 ເພື່ອກະກຽມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ງປະເທດ ຄັ້ງທີ 5 (PHC).

ສູນສະຖິຕິແຫ່ງຊາດ ໄດ້ນໍາສະເໜີຂໍ້ມູນພາກສ່ວນກ່ຽວຂ້ອງຮັບຮູ້ກ່ຽວກັບແຜນການກະກຽມ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025, ເຊິ່ງລວມມີຂໍ້ມູນກ່ຽວກັບງົບປະມານຄາດຄະເນ, ນະວັດຕະກໍາການເກັບກໍາຂໍ້ມູນແບບດິຈິຕອນ ພ້ອມທັງກອບເວລາ. ກອງ​ປະ​ຊຸມ​ໄດ້​ເຊື້ອເຊີນ​ບັນ​ດາ​ຄູ່​ຮ່ວມ​ງານທີ່​ສຳ​ຄັນ​ຄື: ອົງ​ການ​ພັດ​ທະ​ນາ​ສາ​ກົນ​ຂອງ​ສະ​ຫະ​ລັດອາເມລິກາ (USAID), ທະ​ນາ​ຄານ​ໂລກ (WB), ຜູ້ຕາງໜ້າ​ຈາກ​ພາກ​ລັດ, ຄູ່​ຮ່ວມ​​ພັດ​ທະ​ນາ, ສະ​ຖານ​ທູດ, ອົງການຈັດຕັ້ງສາກົນ ແລະ ພາກ​ເອ​ກະ​ຊົນ.

ທ່ານ ຄໍາເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນວາລະກ່າວເປີດກອງປະຊຸມວ່າ: “ໂດຍເຫັນ​ໄດ້​ຄວາມໝາຍຄວາມ​ສຳຄັນ​ດັ່ງກ່າວ ລັດຖະບານແຫ່ງ ສປປ ລາວ ມີຄວາມມຸ້ງໝັ້ນຢ່າງສູງ ສືບຕໍ່ຈັດ​ຕັ້ງ​ປະຕິບັດ​ ການ​ສຳ​ຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ປີ 2025 ແລະ ໄດ້ເປັນເຈົ້າການ ໃນການປະສານສົມທົບກັບທຸກພາກສ່ວນ ເພື່ອດຳເນີນການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດການສຳຫຼວດດັ່ງກ່າວ ໃຫ້ສຳເລັດຕາມວັດຖຸປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ການສຳຫຼວດ ຄັ້ງ V ນີ້ ແມ່ນສຳຄັນຫຼາຍເຊິ່ງຈະໄດ້ນຳໃຊ້ ເປັນພື້ນຖານຕີລາຄາຜົນສຳເລັດ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຄັ້ງທີ X ກໍຄືການບັນລຸການ ຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030”.

ທຶນມະນຸດ ແລະ ສະຫວັດດີການຂອງມະນຸດ ເປັນຊັບສິນທີ່ລໍ້າຄ່າທີ່ສຸດສຳລັບການພັດທະນາແບບຍືນຍົງ. ດັ່ງນັ້ນ, ຂໍ້ມູນປະຊາກອນທີ່ຖືກຕ້ອງ, ທັນເວລາ ແລະ ມີການແບ່ງຕາມເພດ, ອາຍຸ ແລະ ເຂດຕາມກຸ່ມ ຈະເປັນເຄື່ອງມືສໍາຄັນໃນການຕິດຕາມສະຖານະຂອງທຶນມະນຸດ ແລະ ຄວາມຄືບໜ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານ​ ນາງ ຊາຣາ ເຊເກນເນັສ, ຜູ້​ປະສານ​ງານ​ອົງການສະຫະ​ປະຊາ​ຊາດ, ​ໄດ້ກ່າວ​ຕື່ມ​ວ່າ: “ການ​ສ້າງ​ ​ແລະ ​ນຳ​ໃຊ້ຂໍ້ມູນ​ໃຫ້ໄດ້​ດີຂຶ້ນກ​ວ່າເກົ່າ ​ເປັນ​ສິ່ງ​ສຳຄັນ​ຕໍ່​ອະນາຄົດ​ຂອງ​ພວກ​ເຮົາ. ພວກ​ເຮົາໄດ້​ນຳ​ເອົາ​ການ​ສະ​ໜັບ​ສະ​ໜູນ​ແບບລວມສູນຈາກອົງການ​ສະ​ຫະ​ປະ​ຊາ​ຊາດ​ ​ມາສູ່​ລະ​ບົບ​ນິ​ເວດ​ຂໍ້​ມູນ​ໃນລາວ ເພື່ອ​ແນ​ໃສ່​ບັນ​ລຸເປົ້າໝາຍ ພັດທະນາແບບຍືນຍົງ (SDGs). ພວກເຮົາກຳລັງສະໜັບສະໜູນຄູ່ຮ່ວມງານ ໃນ ສປປ ລາວ ໃນການຂະຫຍາຍທ່າແຮງໃນການນຳໃຊ້ຂໍ້ມູນ ເພື່ອການຕັດສິນໃຈທີ່ດີກວ່າ ພ້ອມທັງສາມາດໃຫ້ການສະໜັບສະໜູນໃຫ້ທັງແກ່ປະຊາກອນ ແລະ ໂລກໄດ້ດີຂຶ້ນກວ່າເກົ່າ. ຂໍ້ມູນທີ່ມີຢ່າງຕໍ່ເນື່ອງ ເປັນຕົວຢ່າງຂອງການນຳໃຊ້ຂໍ້ມູນຈາກການສໍາຫຼວດໃຫຍ່ ແລະ ແຫຼ່ງຂໍ້ມູນອື່ນໆ ເພື່ອຕິດຕາມສະຖານະການຂອງກຸ່ມທີ່ມີຄວາມສ່ຽງທີ່ສຸດ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກຍິງໃນ ສປປ ລາວ, ເພື່ອຮັບປະກັນສິດທິ, ກຽດສັກສີ ແລະ ສະຫວັດດີການຂອງເຂົາເຈົ້າທ່າມກາງສະພາບການຫຍຸ້ງຍາກ ແລະ ທີ່ທ້າທາຍ”.

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງຫນ້າອົງການ UNFPA ກ່າວວ່າ, “ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຕ້ອງການໃຫ້ມີການວາງແຜນ, ການເງິນ ແລະ ການຕິດຕາມທີ່ທັນການ ແລະ ຖືກຕ້ອງ. ການຊັກຊ້າໃນການລະດົມທຶນຈະມີຜົນກະທົບຢ່າງຫຼວງຫຼາຍຕໍ່ການປະຕິບັດການສໍາຫຼວດ ແລະ ຂັດຂວາງການເຂົ້າເຖິງຂໍ້ມູນທີ່ມີຄຸນນະພາບ, ເຊິ່ງເຮັດໃຫ້ຈໍາກັດທາງເລືອກໃນການຕັດສິນໃຈ ແລະ ນະໂຍບາຍທີ່ອີງໃສ່ຂໍ້ມູນ. ໂດຍຮ່ວມກັບສູນສະຖິຕິແຫ່ງຊາດ ພວກເຮົາໄດ້ວາງແຜນໄວ້ເປັນຢ່າງດີ ແລະ ຕອນນີ້ພວກເຮົາຂໍການມີສ່ວນຮ່ວມຢ່າງຫ້າວຫັນຈາກພາກສ່ວນກ່ຽວຂ້ອງທີ່ສຳຄັນ, ລວມທັງສື່ມວນຊົນ, ເພື່ອປະຕິບັດຕາມຕາຕະລາງການສໍາຫຼວດ ແລະ ຍຶດໝັ້ນໃນການສະໜັບສະໜູນການສຳຫຼວດຄັ້ງນີ້. ອົງການ UNFPA ຈະນໍາເອົາປະສົບການ ແລະ ຊ່ຽວຊານຈາກທົ່ວໂລກ ແລະ ພາກພື້ນເຂົ້າມາ ແລະ UNFPA ກໍ່ໄດ້ເຊື້ອເຊີນຄູ່ຮ່ວມງານ ມາປະກອບສ່ວນ ແລະ ຊຸກຍູ້ໃນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025”.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ແມ່ນໜຶ່ງກິດຈະກໍາຂະໜາດໃຫຍ່ ແລະ ມີຄວາມສະຫຼັບຊັບຊ້ອນທີ່ສຸດຂອງປະເທດ ເຊິ່ງເປັນກິດຈະກໍາທີ່ນັບພົນລະເມືອງທຸກຄົນ ຜ່ານການດໍາເນີນກິດຈະກໍາຕາມລໍາດັບຢ່າງເຄັ່ງຄັດ. ສະນັ້ນ, ຄວາມຊັກຊ້າໃນການຈັດຕັ້ງປະຕິບັດກິດຈະກໍາໃດໜຶ່ງ ກໍ່ຈະມີຜົນກະທົບຕໍ່ການດໍາເນີນກິດຈະກໍາອື່ນຕາມລຳດັບ. ສະນັ້ນ, ທຸກໆຂະແໜງການ ແລະ ທຸກໆຄົນຮຽກຮ້ອງໃຫ້ມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນຂະບວນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ.

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່ປະສານງານໄດ້ທີ່:

laos.office@unfpa.org