Go Back Go Back
Go Back Go Back

ສູນກາງສະຫະພັນແມ່ຍິງລາວ, UNFPA ແລະ ອົດສະຕຮາລີ ເສີມຂະຫຍາຍ ຄຳໝາຍໝັ້ນ ໃນການຊ່ວຍເຫຼືອຜູ້ ລອດຊິວິດ ຈາກຄວາມຮຸນແຮງບົນພື້ນຖານທາງເພດ ໃນ ສປປ ລາວ

ສູນກາງສະຫະພັນແມ່ຍິງລາວ, UNFPA ແລະ ອົດສະຕຮາລີ ເສີມຂະຫຍາຍ ຄຳໝາຍໝັ້ນ ໃນການຊ່ວຍເຫຼືອຜູ້ ລອດຊິວິດ ຈາກຄວາມຮຸນແຮງບົນພື້ນຖານທາງເພດ ໃນ ສປປ ລາວ

News

ສູນກາງສະຫະພັນແມ່ຍິງລາວ, UNFPA ແລະ ອົດສະຕຮາລີ ເສີມຂະຫຍາຍ ຄຳໝາຍໝັ້ນ ໃນການຊ່ວຍເຫຼືອຜູ້ ລອດຊິວິດ ຈາກຄວາມຮຸນແຮງບົນພື້ນຖານທາງເພດ ໃນ ສປປ ລາວ

calendar_today 20 February 2025

ສູນກາງສະຫະພັນແມ່ຍິງລາວ, UNFPA ແລະ ອົດສະຕຮາລີ ເສີມຂະຫຍາຍ ຄຳໝາຍໝັ້ນ ໃນການຊ່ວຍເຫຼືອຜູ້ ລອດຊິວິດ ຈາກຄວາມຮຸນແຮງບົນພື້ນຖານທາງເພດ ໃນ ສປປ ລາວ
ສູນກາງສະຫະພັນແມ່ຍິງລາວ, UNFPA ແລະ ອົດສະຕຮາລີ ເສີມຂະຫຍາຍ ຄຳໝາຍໝັ້ນ ໃນການຊ່ວຍເຫຼືອຜູ້ ລອດຊິວິດ ຈາກຄວາມຮຸນແຮງບົນພື້ນຖານທາງເພດ ໃນ ສປປ ລາວ

ແຂວງບໍ່ແກ້ວ, ສປປ ລາວ - ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າ ໂດຍ ສູນກາງສະຫະພັນແມ່ຍິງລາວ, ອົງການ UNFPA ແລະ ລັດຖະບານ ອົດສະຕຣາລີ ໃນວັນທີ 20 ກຸມພາ ໄດ້ລົງຢຽ້ມຍາມ ແຂວງບໍ່ແກ້ວ ເພື່ອກວດກາຄວາມຄືບໜ້າ ການດຳເນີນງານ ຂອງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍທີ່ມີໜ້າທີ່ໃຫ້ການຊ່ວຍເຫຼື ຜູ້ລອດຊິວິດຈາກຄວາມຮຸນແຮງ ບົນພື້ນຖານ ທາງເພດ ໃນ ສປປ ລາວ. ການຢຽ້ມຢາມຄັ້ງນີ້ ເປັນການຢນຢັນຄືນການເປັນຄູ່ຮວມມື ລະຫວ່າງ ສູນກາງສະຫະພັນແມ່ຍິງລາວ, ອົງການ UNFPA ແລະ ອົດສະຕຮາລີໃນ ການສົງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ກໍ່ຄືເສີມຂະຫຍາຍກົນໄກ ຕອບໂຕຄວາມ ຮຸນແຮງບົນພື້ນຖານທາງເພດ.

ໃນລະວ່າງ ການຢຽ້ມຢາມ, ປະທານ ສູນກາງສະຫະພັນແມ່ຍິງລາວ, ຜູ້ຕາງໜ້າ ອົງການ UNFPA, ຮອງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ໄດ້ພົບປະສົນທະນາກັບພະນັກງານຂອງສູນ ແລະ ຜູ້ໃຫ້ບໍລິການ, ເປັນສັກຂີພະຍານ ຜົນສຳເລັດຂອງການດຳເນີນງານພາຍໃນສູນ ໃນນັ້ນລວມມີ ການສະໜອງທີຢູ່ອາໄສທີ່ປອດໄຟ, ການຮັກສາສຸຂະພາບ, ໃຫ້ຄຳປຶກສາທາງດ້ານຈິດໃຈ, ການຊ່ວຍເຫຼືອທາງດ້ານກົດໝາຍ, ການຝືອົບຮົບວີຊາຊີບແນໃສ່ໃຫ້ຜູ້ລອດຊິວິດ ສ້າງຊວິດຄນໃໝ່. ຜູ້ເຄາະຮ້າຍຈາກຄວາມຮຸນແຮງບົດພື້ນຖານທາງເພດຍັງໄດ້ບອກເລົ່າປະສົບການຊວິດ, ຊີ້ໃຫ້ເຫັນວາສູນ ແຫ່ງນີ້ໄດ້ສ້າງຄວາມເຂັ້ມແຂງໃຫ້ພວກເຂົາ, ເຮັດໃຫ້ເຂົາເຈົ້າມີຄວາມໝັ້ນໃຈ, ເປັນເຈົ້າຕົນເອງ ແລະ ມີກຽດສັກສີ.

BOKEO

ການຮ່ວມມືລະຫວ່າງ ສູນກາງສະຫະພັນແມ່ຍິງລາວ, UNFPA ແລະ ອົດສະຕຮາລີ ໄດ້ກາຍເປັນກົນໄກໃນການສ້າງຄວາມ ເຂັ້ມແຂງໃຫ້ການປະສານງານຕອບໂຕຄວາມຮຸນແຮງບົນພື້ນຖານທາງເພດ, ຮັບປະກັນໃຫ້ຜູ້ລອດຊິວິດໄດ້ຮັບການ ຊ່ວຍເຫຼືອຮອບດ້ານ ໂດຍຜ່ານການສ້າງຄວາມເຂັ້ມແຂງຄວາມອາສາມາດໃຫ້ກັບສູນ, ສ້າງກົນໄກປະສານງານ ແລະ ລະບົບເສັ້ນທາງການສົ່ງຕໍ່ການຊ່ວຍເຫຼືອຜູ້ເຄາະຮ້າຍ. ການຮ່ວມມື ຍັງແນໃສ ສ້າງມາດຕະການປ້ອງກັນ ໂດຍການສົງເສີມ ການມີສ່ວນຮ່ວມຂອງເພດຊາຍ, ສະມາຊິກຊຸມຊົນ ເຂົ້າໃນວຽກງານ ຕໍ່ຕ້ານຄ່ານິຍົມ ແລະ ການປະພຶດທີເປັນອັນຕະລາຍ. 

ຄະນະຜູ້ແທນທີ່ລົງເຄືອນໄຫຢູ່ແຂວງ ບໍແກ້ວ ຍັງໄດ້ປຶກສາຫາລື ກຽວກັບການສືບຕໍ່ເປັນຄູ່ຮ່ວມ ແລະ ການຮ່ວມມືໃນ 4 ປີ ຂ້າງໜ້າໃນຫຼາຍຂົງເຂດລວມໄປເຖິງການຂະຫຍາຍຕາໜ່າງບໍລິການໃຫ້ຜູ້ປະສົບເຄາະຮ້າຍ, ການເສີມຂະຫຍາຍການປະສານ ງານຂອງຫຼາຍພາກສ່ວນ ແລະ ສົງເສີມການມີສ່ວນຮ່ວມຂອງເພດຊາຍໃນວຽກງານຕ້ານຄວາມຮຸນແຮງທາງເພດ. ນອກຈາກນີ້ ຄະນະຜູເແທນ ຍັງພາກັນຄົນຄວາ ໃຫ້ການຊ່ວຍເຫຼືອວຽກງານສຳຫຼວດລະດັບຊາດກຽ່ວກັບ ຄວາມຮຸນແຮງຕໍ່ແມ່ຍິງຄັ້ງທີ  2. ການສຳຫຼວດຄັ້ງທໍາອິດ ແມ່ນຈັດຂຶ້ນໃນປິ 2014. ການສຳຫຼວດຄັ້ງໃໝ່ຈະເປັນບ່ອນອງໃຫ້ມີການກຳນົດມາດຕະການ ຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ໃນອນາຄົດ.

ການຮັບປະກັນ ຄວາມປອດໄພ ແລະ ຊວີດການເປັນຢູ່ຂອງ ແມ່ຍິງ ແລະ ເດັກຍິງ ບໍ່ພຽງແຕ່ເປັນວຽກບລິມະສິດ ແຕ່ຍັງເປັນ ຄວາມຮັບຜິດຊອບ. ອົດສະຕຮາລີ ພາກພູມໃຈທີໄດ້ໃຫ້ການຊ່ວຍເຫຼຶອຕໍ່ຄວາມພະຍາຍາມຂອງ ສປປ ລາວ ໃນການສ້າງຄວາມເຂັ້ມແຂງຕໍ່ວຽກງານປ້ອງກັນຄວາມຮຸນແຮງບົນພຶ້ນຖານທາງເພດ, ຮັບປະກັນໃຫ້ຜູ້ລອດ ຊວິດທຸກຄົນສາມາດ ເຂົ້າເຖິງການປົກປ້ອງ ກໍ່ຄືການບໍລິການທີຈຳເປັນ,” ກ່າວໂດຍ ທ່ານນາງ ເບັນນິຕາ ຊຳເມີວິວ, ຮອງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ.

BOKEO

ແຂວງ ບໍແກ້ວ ຕັ້ັງຢູຈຸດຍຸດທະສາດ, ຄຽງຄູ່ກັນນີ້ ໂອກາດທາງເສດຖະກິດ ເປັນສິງດຶງດູດໃຫ້ນັກທອງທຽວ ເດີນທາງເຂົ້າມາ ຢ້ຽມາມ ແລະ ດຳເນີນທຸລະກິດ. ໃນທາງກັບກັນ, ໂອກາດເຫຼົ່ານີ້ໄດ້ ເຮັດໃຫ້ ແມ່ຍິງທັງພາຍໃນ ແລະ ຕ່າງປະເທດ ຕົກຢູ່ໃນ ຄວາມສຽງໃນການປະເຊີນກັບຄວາມຮຸນແຮງ, ເປັນເຍືອຂອງການຄ້າມະນຸດ, ການຄຸກຄາມທາງເພດ ແລະ ຄວາມຮຸນແຮງບົນ ພື້ນຖານທາງເພດ ແລະ ການຖືກກົດຂີຂູດຮດ.

ການປົກປ້ອງ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງ ເປັນາກຫົວໃຈສໍາຄັນຂອງການພັດທະນາ ສປປ ລາວ. ສູນປົກປ້ອງ ເປັນຫຼາຍກວ່າສະຖານທີ່ປອດໄພ ມັນເປັນສັນຍາລັກແຫ່ງຄວາມຫວັງ, ຄວາມທົນທານ ແລະ ຄຳໝາຍໝັ້ນ ຮ່ວມກັນຂອງລັດຖະບານ ແລະ ຄູ່ຮ່ວມງານໃນການຄໍ້າປະກັນໃຫ້ແມ່ຍິງ ແລະ ເດັກຍິງ ປອດໄພຈາກຄວາມຮຸນແຮງ. ຂະນະທີພວກເຮົາເຮັດວຽກມຸງໜ້າໃສ່ເປົ້າໝາຍເຮັດໃຫ້ຄວາມຮຸນແຮງເປັນສູນໃນປີ 2030, ພວກເຮົາ ມີຄວາມມຸງມາດປາດຖະນາ ໃນການສ້າງສູນປົກປ້ອງໃນທຸກແຂວງ. ໂດຍປະສົມປະສານກັບການກຳນົດມາດຕະຖານຂັ້ນຕອນດຳເນີນງານ ກຽວກັບຂັ້ນຕອນດຳເນີນງານ ທີ່ແນ່ໃສ່ໃຫ້ມີການປະສານສົມທົບການໃຫ້ບໍລິການດານສຸຂະພາບ, ສັງຄົມ ແລະ ຍຸດຕິທຳໄປພ້ອມກັນ, ການສ້າງຄວາມເຂັ້ມແຂງໃຫ້ວຽກງານປ້ອງກັນ, ພວກເຮົາໄດ້ສ້າງການຕອບໂຕແບຮອບດ້ານ ຕໍ່ຄວາມຮຸນ ແຮງບົນພື້ນຖານທາງເພດ, ໜຶ່ງໃນນັ້ນແມ່ນຮັບປະກັນໃຫ້ຜູ້ລອດຊວິດໄດ້ຮັບການປົກປ້ອງ, ດູແລສຸຂະພາບ ແລະ ຄວາມ ຍຸດຕິທຳທີພວກເຂົາສົມຄວນໄດ້ຮັບ ຂະນະທີພວກເຮົາພວມເຮັດວຽກ ປ້ອງກັນຄວາມ ຮຸນແຮງ ຕັ້ງແຕ່ຕົ້ນ." ກ່າວ ພະນະທ່ານ ທ່ານ ນາງ ອາລີ ວົງໜໍ່ບຸນທຳ, ປະທານສະຫະພັນແມ່ຍິງລາວ.

BOKEO

ໂດຍໄດ້ຮັບ ການສະໜັບສະໜນຈາກ ກະຊວງການຕ່າງປະເທດ ອົດສະຕຮາລີ, ການສ້າງຄວາມເຂັ້ມແຂງຂອງວຽກງານປ້ອງກັນ ແລະ ຕອບໂຕຄວາມຮຸນແຮງບົນພື້ນຖານທາງເພດ ໄດ້ມີບາດກ້າວໃໝ່ບໍ່ພຽງແຕ່ໃນ ແຂວງ ບໍ່ແກ້ວ ແຕ່ຍັງ ໃນຫຼາຍແຂວງ ທົ່ວປະເທດ. ການເປັນຄູ່ຮ່ວມ ເຮັດໃຫ້ພວກເຮົາສາມາດ ຂະຫຍາຍສູນປົກປ້ອງ ແລະໃຫ້ຄຳປຶກສາ, ແນ່ໃສ່ສະໜອງທີຢູ່ທີປອດໄພ, ການຊ່ວຍເຫຼືອດ້ານຈິດໃຈ ແລະ ຝືກອົບຮົມວິຊາຊີບ ໃຫ້ຜູ້ລອດຊວິດ. ມາດຕະຖານຂັ້ນຕອນດຳເນີນງານໄດ້ຖກຮັບຮອງ ແລະ ຈັດຕັ້ງປະຕິບັດ ເພື່ອປັບປຸງການປະສານງານ ຂອງຂະແໜງ ການສາທາ, ສັງຄົມ ແລະ ຍຸດຕິທຳ ຮັບປະກັນໃຫ້ມີການນຳ ໃຊ້ວິທີກາຈັດຕັ້ງປະຕິບັດທີ່ຖືເອົົາຜູ້ລອດຊວິດເປັນໃຈກາງ. ຄວາມພະຍາຍາມໃນການສ້າງຄວາມອາດສາມາດເຮັດໃຫ້ ຜູ້ສະໜອງບໍລິການມິຄວາມສາມາດສະໜອງຮັກສາສຸຂະພາບທີ່ມຄຸນະພາບ, ມີການໂຄສະນາທີດຶງດູດ ແລະ ສາມາດຈງໃຈໃຫ້ຊຸມຊົນປະກອບສ່ວນເຂົ້າໃນການປ້ອງກັນຄວາຮຸນແຮງບົນພື້ນຖານທາງເພດກ່ອນເຫດການຈະເກີດຂື້ນ. ສິງສຳຄັນ ອົດສະຕຮາລີ ໄດ້ຊ່ວຍສ້າງ ຄວາມເຂັ້ມແຂວງລະບົບແຫ່ງຊາດ, ຮັບປະກັນໃຫ້ມີຄວາມຍືນຍົງຂອງ ການບໍລິການກຽ່ວ ກັບຄວາມຮຸນແຮງບົນພື້ນຖານທາງເພດ ເຊິ່ງມັນຊ່ວຍໃຫ ສປປ ລາວ ປະຕິບັດຄຳໝາຍໝັ້ນ ທີຈະລົບລ້າງຄວາມຮຸນແຮງ ແລະ ສ້າງຄວາມເຂັ້ມແຂງໃຫ້ ແມ່ຍິງ ແລະ ເດັກຍິງ.

30 ປີ ກ່ອນໜ້ານີ້, ຢູ່ທີ ກອງປະຊຸມສາກົນ ກຽວກັບປະຊາກອນ ແລະ ການພັດທະນາ (ICPD), ທັງໂລກໄດ້ໃຫ້ຄຳໝາຍໝັ້ນ ທີ່ຈະສົງເສີມ ສິດທິ ແລະ ກຽດສັກສີຂອງທຸກຄົນ. ມື້ນີ້ ສູນແຫ່ງນີ້ ແລະ ອີກ 5 ບ່ອນໃນແຂວງຕ່າງ ທົວປະເທດເປັນສັນຍາລັກ ຂອງຄຳໝາຍໝັ້ນຫຼົ່ານັ້ນ, ເປັນບ່ອນປິນປົວ, ຄວາມຫວັງ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ລອດຊວິດ. ຢູ່ເບືຶອງຫຼັງ ໂຕເລກສະຖິຕິ ແມ່ນ ແມ່ຍິງ, ເດັກຍິງ, ຄອບຄົວ ທີສູ້ຊົນເຮັດໃຫວິດປາດສະຈາກ ຄວາມຢ້ນກວ, ພວກເຮົາຕ້ອງສບຕໍ່ເຮັດວຽກຮ່ວມກັນ ເພື່ອທັບມ້າງວົງຈອນຂອງຄວາມຮຸນແຮງ, ສ້າງຄວາມເຂັ້ມແຂງໃຫ້ວຽກງານກວດກາ, ຮັບປະກັນໃຫ້ແມ່ຍິງທຸກຄົນ ແລະ ເດັກຍິງໃນ ສ ປປ ລາວສາມາດ ດຳລົງຊວິດ ດ້ວຍຄວາມປອດໄພ, ມີກຽດສັກສີ ແລະ ໂອກາດທີຈະມີຊິວິດດີຂື້ນໃນອນາຄົດ." ກ່າວໂດຍ ດຣ. ບາກທິຢໍ ກາດີເຣິບ ຜູ້ຕ່າງໜ້າ ອົງການ UNFPA ປະຈຳ ສ ປປ ລາວ.

BOKEO

ການລົງຢຽ້ມຢາມ ແຂວງບໍ່ແກ້ວ ຂອງຄະນະຜູ້ແທນ ຊີ້ໃຫ້ເຫັນຄວາມສຳຄັນຂອງ ຄຳໝາຍໝັ້ນຮ່ວມກັນຂອງ ອົງການ UNFPA, ສູນກາງສະຫະພັນແມ່ຍິງລາວ, ປະເທດອົດສະຕຮາລີ ໃນການຄໍ້າປະກັນວາ: ແມ່ຍິງ ແລະ ເດັກຍິງຈະບໍ່ຖືກປ່ອຍປະ ໄວ້ຂ້າງຫຼັງ. ສືບຕໍ່ເດີນໄປຂ້າງໜ້າ, ສືບຕໍ່ການລົງທນ ແລະ ການຮ່ວມມື ແລະ ຮັບປະກັນໃຫ້ ສ ປປ ລາວ ສາມາດບັນລຸພັນທະຕໍ່ ກອງປະຊຸມສາກົນ ກອງປະຊຸມສາກົນ ກຽວກັບປະຊາກອນ ແລະ ການພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.