You are here

ວັນທີ 23 ສິງຫາ 2022, ນະຄອນຫຼວງວຽງຈັນ - ສູນກາງສະຫະພັນແມ່ຍິງລາວ (LWU) ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໂດຍໄດ້ຮັບການ ສະໜັບສະໜູນດ້ານທຶນຮອນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາ ສ ປປ ລາວ (KOICA) ໄດ້​ຈັດ​ກອງ​ປະ​ຊຸມ​ເພື່ອຮັບຮອງ ແລະ ເຜີຍແຜ່ກ່ຽວກັບ '' ມາດຕະຖານການດໍາເນີນການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອອັນຈໍາເປັນທາງດ້ານສັງຄົມສໍາລັບແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງ ໃນ ສປປ ລາວ”.

ມາດຕະຖານການດໍາເນີນງານ (SOP) ພາກສັງຄົມ ໄດ້ຜັນຂະຫຍາຍມາຈາກ ມາດຕະຖານສາກົນ, ໂດຍສະເພາະແມ່ນຊຸດບໍລິການທີ່ຈຳເປັນສຳລັບແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງ ແລະ ຍັງເປັນ 1 ໃນ 3 ມາດຕະຖານການດຳເນີນງານ (SOP) ທີ່ໄດ້ຮັບການຮັບຮອງຈາກລັດຖະບານສຳລັບການຕອບສະໜອງຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທີ່ໄດ້ຮັບການສະໜັບສະໜູນໂດຍອົງການ UNFPA. ສຳລັບຂະແໜງສາທາລະນະສຸກ ແລະ ການປະສານງານ ແລະ ສົ່ງຕໍ່ ແມ່ນໄດ້ຮອງຮັບແລ້ວໃນປີນີ້.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ , ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມທັງເປັນ ຮອງປະທານຜູ້ປະຈຳການຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ກ່າວວ່າ: “ການເຮັດວຽກກ່ຽວກັບການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງນັ້ນ ພວກເຮົາຈໍາເປັນຕ້ອງມີນິຕິກໍາລຸ່ມກົດໝາຍທີ່ສອດຄ່ອງກັບມາດຕະຖານສາກົນ ເພື່ອເປັນບ່ອນອີງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຮູ້, ເຫັນ ແລະ ເຄື່ອນໄຫວວຽກງານດັ່ງກ່າວ  ສາມາດໃຫ້ການ ຊ່ວຍເຫຼືອ, ປົກປ້ອງ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ໄດ້ຢ່າງທັນການ ແລະ ເປັນລະບົບຍິ່ງຂຶ້ນ”

ທ່ານ​ນາງ Hye Reen Park ຮອງ​ຜູ້​ອຳ​ນວຍການ​ອົງການ KOICA ປະຈຳສປປ ລາວ ກ່າວ​ວ່າ “ເອກະສານມາດຕະຖານການດໍາເນີນງານ(SOP)  ພາກສັງຄົມ ​ແມ່ນ​ມີ​ຄວາມ​ໝາຍ​ຄວາມສຳຄັນຫລາຍຕໍ່ການ​ຮັບປະກັນ​ໃຫ້​ແມ່ຍິງ ​ແລະ ເດັກ​ຍິງ​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ຄວາມ​ຮຸນ​ແຮງ​ໄດ້​ເຂົ້າ​ເຖິງ​ການ​ບໍລິການ​ຊ່ວຍ​ເຫຼືອ​​ເຊັ່ນ: ດ້ານສັງຄົມສົງເຄາະ, ດ້ານການໃຫ້ຄໍາປຶກສາ, ດ້ານທີ່ພັກເຊົາຊົ່ວຄາວທີ່ປອດໄພ, ດ້ານການເບິ່ງແຍງດູແລເດັກ, ດ້ານການແພດ, ດ້ານກົດໝາຍ, ດ້ານເສດຖະກິດ, ດ້ານການສຶກສາ ແລະ ຝຶກອົບຮົມວິຊາຊີບ ແລະ ການຊ່ວຍເຫຼືອກັບຄືນສູ່ຄອບຄົວ ແລະ ສັງຄົມໄດ້.”

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: “ມາດຕະຖານການດຳເນີນງານສະບັບນີ້ ຈະໄດ້ມີການຜັນຂະຫຍາຍຢູ່ໃນບັນດາແຂວງຕ່າງໆໃນ ສປປ ລາວ, ທີ່ຈະສ້າງຄວາມເຂັ້ມແຂງທາງດ້ານການບໍລິການ ເພື່ອໃຫ້ແມ່ຍິງມີຄວາມກ້າຫານໃນການເຂົ້າເຖິງບໍລິການໄດ້ດີຂຶ້ນ. UNFPA ສືບຕໍ່ເສີມສ້າງລະບົບ ແລະ ຄວາມອາດສາມາດໃຫ້ແກ່ບັນດາກະຊວງ ແລະ ຜູ້ຮັບຜິດຊອບວຽກງານຕ້ານການໃຊ້ຄວາມຮຸນແຮງ, ໂດຍການຈັດຕັ້ງປະຕິບັດກອບແຜນງານທີ່ຍືນຍົງ. ຄວາມຕັ້ງໃຈທີ່ມີລະບົບ ແລະ ຮອບດ້ານດັ່ງກ່າວ ຄວນຖືກນຳໃຊ້ໂດຍຜູ້ຮັບຜິດຊອບທັງໝົດໃນລາວ ທີ່ມີສ່ວນຮ່ວມໃນວຽກງານຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ" .

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

ທ່ານນາງ ສີສຸວັນ ວໍຣະບຸດ 

ຫົວໜ້າແຜນງານບົດບາດຍິງ-ຊາຍ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: vorabouth@unfpa.org

 

ວິກທໍເຣຍ ດາທ໌

ຊ່ຽວຊານແຜນງານຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ, ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

Email: dart@unfpa.org

 

ວັນນະແສງ ອິນສານ

ຫົວໜ້າໜ່ວຍງານສື່ສານ ແລະ ການຮ່ວມມື, ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

Email: insal@unfpa.org