You are here

ວັນທີ 26 ເດືອນຕຸລາ ປີ 2021, ທີ່ນະຄອນຫຼວງວຽງຈັນ - ບັນດານັກຂ່າວ ຈາກຫຼາຍສຳນັກຂ່າວ ແລະ ພະນັກງານຮັບຜິດຊອບວຽກງານສື່ສານ ຈາກກະຊວງ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ປຶກສາຫາລື ກ່ຽວກັບບົດບາດຂອງສື່ມວນຊົນໃນການບັນຄຳໝັ້ນໝາຍຂອງລັດຖະບານ ຕໍ່ກອງປະຊາຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ເຊິ່ງມີຄວາມສຳຄັນໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ SDGs ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 9. ກອງປະຊຸມໜຶ່ງມື້ດັ່ງກ່າວຈັດຂຶ້ນໂດຍອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໂດຍຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງສາທາລະນະສຸກ.

 

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ກັບບັນດານັກຂ່າວ ຕໍ່ຄວາມສຳຄັນຂອງບັນຫາສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການໃຊ້ຄວາມຮຸນແຮງທາງເພດ, ການພັດທະນາ ແລະ ປະຊາກອນ ເຊິ່ງເປັນຈຸດໃຈກາງຂອງ ICPD ລວມທັງຜົນກະທົບຂອງພະຍາດໂຄວິດ19 ໃນຂົງເຂດດັ່ງກ່າວ. ກອງປະຊຸມດັ່ງກ່າວຍັງເປັນການປຶກສາຫາລື ແລະ ເສີມສ້າງການຮ່ວມມື ກັບສື່ມວນຊົນໃນການສົ່ງເສີມ ແລະ ເລັ່ງລັດການຈັດຕັ້ງປະຕິບັດ ICPD ແລະ ສິທີການ ນາງນ້ອຍ ເພື່ອບັນລຸກອບແຜນງານນາງນ້ອຍ ໃນປີ  2030.

 

ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວ ໃນພິທີເປີດກອງປະຊຸມ ກ່ຽວກັບຄວາມສຳຄັນຂອງການຈັດຕັ້ງປະຕິບັດ ຄຳໝັ້ນໝາຍ ICPD. ນາງກ່າວວ່າ: ຄຳໝັ້ນໝາຍດັ່ງກ່າວແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ (NSEDP) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).ນາງຍັງສະເແດງຄວາມຂອບໃຈມາຍັງອົງການ UNFPA ແລະ ອົງການຈັດຕັ້ງສາກົນອື່ນໆ ໃນການຈັດຕັ້ງປະຕິບັດຄຳໝັ້ນໜາຍ ICPD. “ໃນຄະນະທີ່ພວກເຮົາໄດ້ສ້າງຄວາມຄືບໜ້າ, ແຕ່ກໍ່ຍັງມີສິ່ງທ້າທາຍຫຼາຍ ໂດຍສະເພາະແມ່ນ ການລະບາດຂອງພະຍາດ ໂຄວິດ-19 ທີ່ອາດເຮັດໃຫ້ການຈັດຕັ້ງປະຕິບັດຊ້າລົງ. ສະນັ້ນ, ພວກເຮົາຕ້ອງເຮັດວຽກຮ່ວມກັນກັບທຸກໆຂະແໜງການ ລວມທັງ ສື່ມວນຊົນ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ແລະ ບັນລຸເປົ້າໝາຍທີ່ຕັ້ງໄວ້ ໃນອີກ ສິບປີຂ້າງໜ້າ,ນາງກ່າວເພີ່ມ.

 

ທ່ານນາງ ມາຣຽມ ເອ ຄານ, ຜູ້ຕາງໜ້າອົງການ UNFPA  ປະຈຳ ສປປ ລາວ ໄດ້ກ່າວເຖິງຄວາມຮີບດ່ວນໃນການຕອບໂຕ້ຜົນກະທົບຈາກການລະບາດຂອງພະຍາດໂຄວິດ19. ນາງກ່າວວ່າ: ພາຍໃຕ້ການນຳຂອງ ກະຊວງແຜນການ ແລະ ການລົງທຶນ,ອົງການ UNFPA ກຳລັງກະກຽມແຜນສະໜັບສະໜຸນການພັດທະນາ ສປປ ລາວ ປີ 2022-2026, ເຊິ່ງສອດຄ່ອງກັບບູລິມະສິດຂອງ ສປປ ລາວ ລວມທັງ ການໂຕ້ຕອບການລະບາດຂອງພະຍາດ ໂຄວິດ19. ວິທີການນະວັດຕະກຳໃໝ່ແມ່ນມີຄວາມຕ້ອງການເພື່ອແກ້ໄຂສິ່ງທ້າທາຍ ເຊິ່ງບໍ່ພຽງແຕ່ຮັກສາຄວາມຄືບໜ້າ ແຕ່ຍັງເລັ່ງລັດເພື່ອສາມາດບັນລຸເປົ້າໝາຍໃຫ້ໄດ້.

 

ນາງກ່າວຕື່ມວ່າ: ສື່ມວນຊົນມີບົດບາດສຳຄັນໃນການປັບທັດສະນະຂອງປະຊາຊົນ. ສື່ມວນຊົນຍັງມີບົດບາດສຳຄັນໃນການສົ່ງເສີມສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໂດຍການເຜີຍແຜ່ຂໍ້ມຸນຂ່າວສານກ່ຽວກັບການບໍລິການສຸຂະພາບທີ່ຖືກຕ້ອງ.  ວິທີແກ້ໄຂ ແລະ ນະວັດຕະກຳໃໝ່ ທີ່ກ່ຽວກັບ ICPD25 ໄດ້ລວມເຂົ້ມໃນແຜນພັດທະນາເສດຖະກິດສັງຄົມ, ນະໂຍບາຍດ້ານປະຊາກອນ, ແຜນຈັ້ດຕັ້ງປະຕິບັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ຄັ້ງທີ 4 ແລະ ແຜນຈັດຕັ້ງປະຕິບັດເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ແຜນຂະແໜງການສາທາລະນະສຸກ, ຍຸດທະສາດວ່າດ້ວຍສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກເກີດໃໝ່, ຍຸດທະສາດວ່າດ້ວຍການພັດທະນາໄວໜຸ່ມ ແລະ ເຍົາວະຊົນ, ແລະ ອື່ນໆ.  

 

ການຈັດຕັ້ງແຜນງານ ICPD ແມ່ນມີຄວາມໂດດເດັ່ນໃນການຮັບຮູ້ສິດທິ, ສຸຂະພາບຈະເລີນພັນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ. ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ລົງນາມໃນ ICPD ແລະ ໃຫ້ຄຳໝັ້ນໝາຍວ່າ ຈະຢຸດຕິອັດຕາການເສຍຊີວິດຂອງແມ່, ຢຸດຕິຄວາມຕ້ອງການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງ, ຢຸດຕິການໃຊ້ຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍອື່ນໆ.

 

ນັບແຕ່ປີກາຍນີ້ເປັນຕົ້ນມາ, ການລະບາດຂອງພະຍາດໂຄວິດ19 ໄດ້ສ້າງສິ່ງທ້າທາຍຢ່າງຫຼວງຫຼາຍ ເຊັ່ນ: ການລົບກວນການບໍລິການສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກເກີດໃໝ່ ແລະ ສຸຂະພາບໄວໜຸ່ມ (RMNCAH), ອີງຕາມການປະເມີນຜົນກະທົບຂອງພະຍາດໂຄວິດ19 ສະແດງໃຫ້ເຫັນວ່າ ຄວາມສ່ຽງຕໍ່ການເສຍຊີວິດຂອງແມ່ ແລະ ການຖືພາແບບບໍ່ຕັ້ງໃຈ ລວມທັງ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ການແຕ່ງງານແຕ່ໄວເດັກ ແລະ ການຖືພາໃນໄວໜຸ່ມ ເພີ່ມຂຶ້ນ ເນື່ອງຈາກການອອກໂຮງຮຽນໄດ້ເພີ່ມຂຶ້ນຍ້ອນໂຮງຮຽນປິດ.  ຜົນກະທົບເຫຼົ່ານີ້ໄດ້ກີດຂວາງຄວາມຄືບໜ້າໃນການບັນລຸເປົ້າໝ ICPD ພາຍໃນປີ 2030.

 

ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ກ່າວເຖິງ ຄວາມສຳຄັນຂອງການສືບຕໍ່ໃຫ້ການບໍລິການ ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກເກີດໃໝ່ ແລະ ສຸຂະພາບໄວໜຸ່ມ (RMNCAH) ໂດຍການນຳໃຊ້ນະວັດຕະກຳໃໝ່ເຊັ່ນ ການບໍລິການສຸຂະພາບທາງໂທລະສັບ ທີ່ໄດ້ຂະຫຍາຍໃຫ້ບໍລິການຢູ່ ຫົກແຂວງ. ທ່ານ ຍັງຮັບຮູ້ບົດບາດທີ່ສຳຄັນຂອງສື່ມວນຊົນ ໃນການສົ່ງເສີມສຸຂະພາບແມ່ ແລະ ເດັກ ລວມທັງສຸຂະພາບຈະເລີນພັນ. ທ່ານກ່າວວ່າ: ສື່ມວນຊົນສາມາດເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ປະຊາຊົນ ດ້ວຍການເຜີຍແຜ່ຂໍ້ມູນຂ່າວສານທີ່ຖຶກຕ້ອງ ແລະ ຜັກດັນໃຫ້ເຂົາເຈົ້າໄດ້ນຳໃຊ້ບໍລິການສຸຂະພາບ.

 

ກ່ຽວກັບ ICPD

ກອງປະຊຸມວ່າດ້ວຍປະຊາກອນ ແລະ ການພັດທະນາ(ICPD) ໄດ້ຖືກຈັດຂຶ້ນໃນປີ 1994 ຢູ່ ຄາຍໂຣ, ເຊິ່ງໄດ້ນຳເອົາສິດທິ, ສຸຂະພາບຈະເລີນພັນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງຊາຍ ໃຫ້ຢູ່ໃນຈຸດໃຈກາງຂອງການພັດທະນາແບບຍືນຍົງ.  ສປປ ລາວ ໄດ້ລົງນາມໃນ ICPD ແລະ ໄດ້ຢືນຢັນຄຳໝັ້ນໝາຍ ໃນ ICPD25 ທີ່ ນາຍໂຮບີ ໃນປີ 2019. ອ່ານເພີ່ມເຕີມໄດ້ທີ່: https://www.unfpa.org/icpd

 

************

ອົງການ UNFPA ເປັນອົງການສະຫະປະຊາຊາດ ທີ່ເຮັດວຽກກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ເຮັດວຽກຢູ່ 150 ປະເທດ ລວມທັງ ສປປ ລາວ ເພື່ອບັນລຸ ອັດຕາການເສຍຊີວິດຂອງແມ່ໃຫ້ເປັນ 0, ຄວາມຕ້ອງການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0 ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດໃຫ້ເປັນ 0.

 

 

ຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

 

ນາງ ວັນລີ ລໍກວ່າງມີງ,

ຜູ້ຮັບຜິດຊອບວຽກງານສື່ສານ ແລະ ການຮ່ວມມື

ອົງການ UNFPA ປະຈຳ ສປປ ລາວ

lorkuangming@unfpa.or