ບົດຄວາມເຫັນ ໂດຍ ທ່ານ ນາງ. ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳລາວ.
ສານຕໍ່ຄຳໝາຍໝັ້ນ “ຍຸດຕິຄວາມບໍ່ສະເໝີພາບ ດ້ານສິດທິ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ”
ປີນີ້ເປັນຂີດໝາຍທີ່ສຳຄັນຂອງການສະເຫຼີມສະຫຼອງກອງປະຊຸມສາກົນວ່າດ້ວຍປະຊາກອນໂລກ ແລະ ການພັດທະນາຄົບຮອບ 30 ປີ, ການສະເຫຼີມສະຫຼອງນີ້ແມ່ນກ່ຽວກັບປະຊາຊົນ; ຜືນຜ້າຂະໜາດໃຫຍ່ ຂອງແຕ່ລະບຸກຄົນປະກອບກັນສ້າງເປັນໂລກ ແລະ ເປັນດ່ັງບ້ານທີ່ມີປະຊາກອນທີ່ຫຼາກຫຼາຍ ເຖິງ 7.6 ລ້ານຄົນ ທີ່ກໍ່ໃຫ້ເກີດເປັນປະເທດທີ່ສວຍງາມແຫ່ງນີ້.
ເມື່ອສາມສິບປີກ່ອນ, ໃນກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ລັດຖະບານທົ່ວໂລກ ໄດ້ຕົກລົງເຫັນດີວ່າສິດທິ ແລະ ສຸຂະພາບຈະເລີນພັນ ແມ່ນພື້ນຖານຂອງການພັດທະນາທົ່ວໂລກ ເຊິ່ງປູທາງໄປສູ່ຄວາມກ້າວໜ້າຫຼາຍທົດສະວັດທີ່ຮັບຮູ້ ມີສິດທິ ແລະ ທາງເລືອກຫຼາຍກວ່າເກົ່າ.
ໃນປີ 1994, ສປປ ລາວ ເປັນໜຶ່ງລັດຖະບານທີ່ໄດ້ນໍາເອົາແຜນດຳເນີນງານ ອັນສຳຄັນນີ້ຢູ່ກອງປະຊຸມ ICPD ທີ່ ໄຄໂຣ. ລັດຖະບານລາວໄດ້ພັດທະນານະໂຍບາຍວ່າດ້ວຍປະຊາກອນ ແລະ ການພັດທະນາແຫ່ງຊາດ, ຍຸດທະສາດ, ກົດໝາຍ, ແຜນງານທີ່ກ່ຽວຂ້ອງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ເດັກຍິງ, ຜູ້ຊາຍ ແລະ ເດັກຊາຍ. ໜ້າທີ່ຫຼັກຂອງລັດຖະບານຕົ້ນຕໍແມ່ນໄດ້ສຸມໃສ່ການເອົາຄົນເປັນໃຈກາງຂອງການພັດທະນາ.
ໃນເດືອນຕຸລາ 2023, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຖະແຫຼງການລະດັບຊາດໃນກອງ ປະຊຸມລະດັບຊາດ ຄັ້ງທຳອິດ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (NCPD 2023). ສິ່ງດັ່ງກ່າວໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການເລັ່ງລັດຈັດຕັ້ງປະຕິບັດ ແຜນດຳເນີນງານ ຂອງກອງປະຊຸມ ICPD ແລະ ນະໂຍບາຍປະຊາກອນ ແລະ ການພັດທະນາແຫ່ງຊາດໂດຍຜ່ານ ຄຳແນະນຳ ຍຸດທະສາດ 14 ຂໍ້.
ອັດຕາປົກຄຸມການຄຸມກໍາເນີດ ຂອງແມ່ຍິງໃນໄວຈະເລີນພັນທີ່ແຕ່ງງານແລ້ວ (15-49 ປີ) ເພີ່ມຂຶ້ນຈາກ 42% ໃນປີ 2012 ມາເປັນ 54.1% ໃນປີ 2017.
ເນື່ອງຈາກມີການປັບປຸງດ້ານສາທາລະນະສຸກ ແລະ ສຸຂະອະນາໄມ, ອາຍຸຍືນສະເລ່ຍໄດ້ເພີ່ມຂຶ້ນຈາກ 55 ປີ ໃນປີ 1994 ເຊິ່ງເປັນປີທີ່ມີການຮັບຮອງ ICPD, ມາເປັນ 68.5 ປີໃນປີ 2020.
ໃນໄລຍະ 5 ປີຜ່ານມາ, ບັນດາຄວາມພະຍາຍາມໃນການສ້າງຄວາມຮັບຮູ້ຂອງປະຊາຊົນ, ການນໍາພາຂອງລັດຖະບານທີ່ເຂັ້ມແຂງ ແລະ ການລົງທຶນຢ່າງຫຼວງຫຼາຍໃນການປ້ອງກັນຄວາມຮຸນແຮງຕໍ່ແມ່ຍິງ, ໄດ້ສົ່ງຜົນໃຫ້ການ ຍອມຮັບ/ ຄວາມອົດທົນຕໍ່ຄວາມຮຸນແຮງພາຍໃນຄອບຄົວໃນ ສປປ ລາວ ມີອັດຕາທີ່ຫຼຸດລົງຢ່າງຫຼວງຫຼາຍ.
ປະເທດລາວເຮົາເຫັນໄດ້ເຖິງຄວາມຄືບໜ້າທີ່ພົ້ນເດັ່ນໃນການເຂົ້າເຖິງການດູແລສຸຂະພາບຈະເລີນພັນຂອງ ແມ່ຍິງຜ່ານການບໍລິການ ເຊິ່ງໃນນັ້ນ ລວມມີການວາງແຜນຄອບຄົວ, ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ ແລະ ການໃຫ້ບໍລິການແກ້ໄຂບັນຫາຄວາມຮຸນແຮງບົນພື້ນຖານທາງເພດ.
ປັດຈຸບັນ ສປປ ລາວ ແມ່ນຢູ່ກາງໄລຍະການຫັນປ່ຽນທາງດ້ານປະຊາກອນ. ອັດຕາການເກີດທີ່ຫຼຸດລົງຢ່າງ ຕໍ່ເນື່ອງເຊິ່ງ ແມ່ນ 2.3 ຕໍ່ແມ່ຍິງໜຶ່ງຄົນ ແລະ ອັດຕາອາຍຸຍືນສະເລ່ຍທີ່ເພີ່ມຂຶ້ນ ແມ່ນເປັນປັດໃຈທີ່ສໍາຄັນຕໍ່ການປ່ຽນແປງທາງດ້ານປະຊາກອນນີ້.
ປະຊາກອນໄດ້ເພີ່ມຈາກ 6.7 ລ້ານຄົນໃນປີ 2015 ມາເປັນ 7.68 ລ້ານຄົນ ໂດຍສະເລ່ຍໃນປີ 2023 ແລະ ຄາດວ່າຈະຮອດ 8.3 ລ້ານຄົນໃນປີ 2030 ເຊິ່ງເປັນການເພີ່ມຂຶ້ນເກືອບ 1 ລ້ານຄົນພາຍໃນ 7 ປີ.
ປະຊາກອນໃນ ສປປ ລາວ ຈະສືບຕໍ່ເພີ່ມຂຶ້ນໄປຈົນຮອດປີ 2069.
ປະຊາກອນໃນໄວເຮັດວຽກຄາດວ່າຈະກວມເອົາ 66,5% ຂອງຈຳນວນປະຊາກອນທັງໝົດໃນປີ 2030 ແລະ ຈະມີອັດຕາສູງສຸດຮອດ 69% ໃນປີ 2050.
ປະຊາກອນໃນປັດຈຸບັນເກືອບເຄິ່ງໜຶ່ງແມ່ນມີອາຍຸຕ່ຳກວ່າ 25 ປີ. ພວກເຮົາຕ້ອງລົງທຶນໃສ່ການພັດທະນາ ຄວາມອາດສາມາດຂອງປະຊາກອນໃນໄລຍະຍາວ, ເຊິ່ງລວມມີການສຶກສາ, ການຈ້າງງານ ແລະ ການສ້າງຄວາມເຂັ້ມແຂງ ເພື່ອສາມາດຮັບຮູ້ຜົນປະໂຫຍດທາງດ້ານປະຊາກອນໃນໄລຍະ “ຂະຫຍາຍໂຕຂອງ ປະຊາກອນໜຸ່ມ”.
ສະນັ້ນ, ການລົງທຶນໃນໄວໜຸ່ມ ຈຶ່ງມີຄວາມໝາຍສຳຄັນຕໍ່ການເຕີບໂຕ ແລະ ການພັດທະນາເສດຖະກິດຂອງລາວ.
ໃນນີ້, ການຮັບຮູ້ຜົນປະໂຫຍດທາງດ້ານປະຊາກອນ ແລະ ທ່າແຮງໃນການຂະຫຍາຍຕົວທາງດ້ານເສດຖະກິດ ໂດຍສະເພາະແມ່ນການບັນລຸດ້ານສິດທິການຈະເລີນພັນຂອງໄວໜຸ່ມ ແລະ ການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດທີ່ມີຄຸນນະພາບ. ທັງນີ້ກໍເພື່ອເສີມຂະຫຍາຍໂອກາດ ແລະ ສິດໃຫ້ແກ່ຄົນໜຸ່ມ.
ເພາະສະນັ້ນ, ການລົງທຶນທີ່ພຽງພໍ ເປັນສິ່ງສຳຄັນ ແລະ ຈຳເປັນເພື່ອໃຫ້ສາມາດສະໜອງຄວາມ ຕ້ອງການທີ່ເພີ່ມຂື້ນດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄຸນນະພາບ.
ອີງໃສ່ງານຄົ້ນຄວ້າວິໄຈໃຫ້ເຫັນວ່າ ຜົນທີ່ໄດ້ຮັບກັບຄືນຈາກການລົງທຶນໃສ່ ການວາງແຜນຄອບຄົວທີ່ອີງໃສ່ສິດທິຈະສາມາດຫລຸດອັດຕາການຖືພາບໍ່ຕັ້ງໃຈ, ສົ່ງເສີມການສືບຕໍ່ການສຶກສາ, ເພີ່ມການສ້າງລາຍຮັບຕະຫລອດຊີວິດຂອງແມ່ຍິງ ແລະ ເພີ່ມການປະກອບສ່ວນໃນກຳລັງການຜະລິດຂອງແມ່ຍິງຫລາຍຂຶ້ນ.
ເຊັ່ນຕົວຢ່າງ, ໃນກາງສັດຕະວັດທີ 20 ປະຕູແຫ່ງໂອກາດດ້ານປະຊາກອນໃນອາຊີ (ມະເລເຊຍ, ສິງກະໂປ), GDP ເພີ່ມຂື້ນຢ່າງສຳຄັນ, ປະກອບສ່ວນເຂົ້າໃນດ້ານເສດຖະກິດ ທີ່ເອີ້ນວ່າເສດຖະກິດມະຫັດສະຈັນ. ສະພາບດັ່ງກ່າວໃນອາຊີ ແມ່ນຍ້ອນການປະກອບສ່ວນດ້ານກຳລັງແຮງງານຂອງເພດຍິງທີ່ເພີ່ມຂື້ນຢ່າງຢືນຢົງ.
ອີງໃສ່ຕົວຢ່າງຂອງການລົງທຶນ ແລະ ການວິເຄາະທີ່ດຳເນີນການຢູ່ ສປປລາວ, ທຸກ 1 ໂດລາທີ່ລົງທຶນເຂົ້າໃນ ວຽກງານວາງແຜນຄອບຄົວ, ແມ່ນໄດ້ສ້າງຜົນປະໂຫຍດໃຫ້ຄອບຄົວ ແລະ ສັງຄົມ ເຊິ່ງຄາດຄະເນວ່າຈະໄດ້ຮັບຜົນປະໂຫຍດຕອບແທນມາປະມານ 33 ໂດລາ.
ເຖິງວ່າຈະມີຜົນສໍາເລັດຢ່າງຫຼວງຫຼາຍ, ແຕ່ຍັງມີຄວາມແຕກໂຕນທາງດ້ານພູມສັນຖານ, ຕົວເມືອງ-ຊົນນະບົດ, ເສດຖະກິດ-ສັງຄົມ ແລະ ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ທີ່ຍັງເປັນອຸປະສັກຮ້າຍແຮງຕໍ່ການກ້າວໄປສູ່ເປົ້າໝາຍ ICPD ແລະ SDGs.
ດັ່ງນັ້ນ, ເຖິງເວລາແລ້ວທີ່ພວກເຮົາຕ້ອງຫັນປ່ຽນມາສຸມໃສ່ກຸ່ມທີ່ຢູ່ເບື້ອງຫຼັງທີ່ສຸດເພື່ອແກ້ໄຂບັນຫາຄວາມແຕກໂຕນ ແລະ ບໍ່ສະເຫມີພາບເຫຼົ່ານີ້.
ຂໍ້ມູນ ການສໍາຫຼວດດັດສະນີໝາຍສັງຄົມລາວຍົກໃຫ້ເຫັນວ່າ:
- ການຖືພາຂອງໄວໜຸ່ມຍັງຄົງສູງຫຼາຍເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ. ການສຶກສາມີບົດບາດ ສໍາຄັນໃນທີ່ນີ້; ເດັກຍິງທີ່ບໍ່ມີການສຶກສາມີອັດຕາການເກີດລູກສູງກວ່າ 8 ເທົ່າຂອງເດັກຍິງທີ່ມີການສຶກສາທີ່ສູງກວ່າ
- ແມ່ຍິງ 1 ໃນ 3 ອາຍຸ 20-24 ປີໄດ້ແຕ່ງງານກ່ອນອາຍຸ 18 ປີ
- ມີພຽງແຕ່ປະມານ 18% ເທົ່ານັ້ນທີ່ຕັດສິນໃຈດ້ວຍຕົນເອງກ່ຽວກັບການນໍາໃຊ້ການຄຸມກໍາເນີດ ແລະ ມີພຽງແຕ່ 45% ເທົ່ານັ້ນທີ່ສາມາດຕັດສິນໃຈດ້ວຍຕົນເອງກ່ຽວກັບການດູແລສຸຂະພາບ (ເປົ້າໝາຍ SDG 5.6.1).
ພວກເຮົາຕ້ອງໄດ້ຜະລິດຂໍ້ມູນສະຖິຕິແຍກເພດ ໂດຍແຍກຕາມປັດໃຈຫຼັກໆເຊັ່ນ: ດ້ານວັດທະນະທຳ, ຊົນເຜົ່າ, ພາສາ, ຄວາມພິການ, ສະຖານະການເຄື່ອນຍ້າຍ, ຄວາມມັກໃນດ້ານເພດ ແລະ ເອກະລັກດ້ານບົດບາດ-ຍິງຊາຍ ເພື່ອທີ່ສາມາດກຳນົດບໍ່ປະປ່ອຍຜູ້ໄດໄວ້ຂ້າງຫລັງ.
ການນໍາໃຊ້ຂໍ້ມູນຫລັກຖານ ເພື່ອເຂົ້າໃຈດີຂື້ນ ແລະ ຫລຸດຜ່ອນຄວາມແຕກໂຕນກັນນັ້ນ ພວກເຮົາຕ້ອງໄດ້ກຳນົດເປັນບູລິມະສິດໃນຊຸມປີຂ້າງໜ້າ.
ຊັບພະຍາກອນທີ່ລ້ຳຄ່າທີ່ສຸດຂອງພວກເຮົາ ໃນການເຂົ້າເຖິງກຸ່ມຄົນທີ່ດ້ອຍໂອກາດຜ່ານການດູແລສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ເອົາໃຈໃສ່ດ້ານວັດທະນະທຳ ແລະ ຄວາມເໝາະສົມນັ້ນ ແມ່ນວຽກຜະດຸງຄັນ.
ຜະດຸງຄັນມີບົດບາດສໍາຄັນໂດຍການໃຊ້ຄວາມຊໍານານ ແລະ ຄວາມຮູ້ທ້ອງຖິ່ນຂອງເຂົາເຈົ້າ ເພື່ອຮັບປະກັນ ການເກີດລູກທີ່ປອດໄພ ແລະ ຜົນໄດ້ຮັບສຸຂະພາບທີ່ດີກວ່າສໍາລັບແມ່ ແລະ ເດັກ. ການລົງທຶນໃສ່ວຽກງານຜະດຸງຄັນ ແມ່ນການລົງທຶນທີ່ສຳຄັນເພື່ອໃຫ້ສາມາດເຂົ້າເຖິງກຸ່ມຊົນເຜົ່າ ແລະ ຮັບປະກັນວຽກງານເບິ່ງແຍງສຸຂະພາບແມ່ ແລະ ສຸຂະພາບຈະເລີນພັນມີສະໜອງໃຫ້ຢ່າງພຽງພໍ.
ແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາຮຽກຮ້ອງໃຫ້ມີຂໍ້ມູນທີ່ຖືກຕ້ອງ, ເຊື່ອຖືໄດ້, ທັນເວລາ, ສອດຄ່ອງດ້ານວັດທະນະທໍາ, ຕາມມາດຕະຖານສາກົນ, ລວມທັງຂໍ້ມູນສະຖິຕິດ້ານ ບົດບາດ-ຍິງຊາຍ ແລະ ຊົນເຜົ່າສະເພາະ.
ຂໍ້ມູນສະຖິຕິແຍກຕາມອາຍຸ, ເຂດທີ່ຢູ່ ແລະ ສະຖານະພາບດ້ານເສດຖະກິດສັງຄົມແມ່ນສໍາຄັນສໍາລັບ ການກໍານົດຜູ້ທີ່ຖືກປ່ອຍປະ. ຕໍ່ກັບບັນຫາດັ່ງກ່າວນີ້, ການສຳຫຼວດປະຊາກອນ ແລະ ທີ່ຢູ່ອາໄສທີ່ຈະດຳເນີນການໃນອີກໄວໆນີ້ ແມ່ນມີຄວາມສຳຄັນຫລາຍ.
ນອກຈາກນີ້, ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງຂໍ້ມູນສະຖິຕິຈະຊ່ວຍໃຫ້ປະເທດສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ຄົນຮຸ່ນໜຸ່ມຂອງຕົນ ແລະ ນໍາໃຊ້ທຶນດ້ານໂອກາດທີ່ສຳຄັນທາງດ້ານປະຊາກອນທີ່ມີຢູ່.
ທ້າຍສຸດນີ້, ເພື່ອແກ້ໄຂບັນດາສິ່ງທ້າທາຍ, ການຕິດຕາມ ແລະ ເລັ່ງລັດໃຫ້ມີກ້າວໜ້າ, ພວກເຮົາ ຕ້ອງການໃຫ້ມີ ຄະນະກຳມະການປະສານງານລະດັບຊາດກ່ຽວກັບປະຊາກອນ ແລະ ການພັດທະນາໃນລະດັບ ທີ່ຊີ້ນຳທີ່ມີປະສິດທິຜົນ ແລະ ອຳນວຍຄວາມສະດວກໃຫ້ແກ່ວຽກງານຂອງຂະແໜງສາທາລະນະສຸກ, ຂະແໜງສຶກສາ, ບົດບາດ-ຍິງຊາຍ, ດ້ານຂໍ້ມູນສະຖິຕິເພື່ອການພັດທະນາ, ການຈ້າງງານ ແລະ ການລົງທຶນ ເປັນຕົ້ນ.
ບໍ່ສາມາດເປັນໄປໄດ້ທີ່ຈະມີພຽງພາກສ່ວນດຽວ ຫຼື ຄົນດຽວທີ່ຈະສ້າງການປ່ຽນແປງທີ່ຫຍິ່ງໃຫ່ຍໃຫ້ແກ່ແມ່ຍິງ ແລະ ເດັກຍິງຢູ້ຊຸມຊົນໄດ້, ມັນຮຽນຮ້ອງໃຫ້ມີການເຮັດວຽກຮ່ວມກັນເພື່ອຊ່ວຍໃຫ້ເຂົາເຈົ້າແກ້ໄຂ ແລະ ຜ່ານຜ່າຄວາມ ຫຍຸ້ງຍາກ ແລະ ບັນລຸຄວາມອາດສາມາດທີ່ບົ່ມຊ້ອນຂອງເຂົາເຈົ້າ.
ລັດຖະບານແຫ່ງສປປ ລາວ ແລະ ອົງການ UNFPA, ເຊື່ອວ່າຜ່ານຄວາມພະຍາຍາມ ແລະ ເຮັດວຽກຮ່ວມ ກັນຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງສັງຄົມ, ພວກເຮົາຈະສາມາດ ເປີດໂອກາດໃຫ້ແມ່ຍິງ, ຊາຍ, ເດັກຊາຍ ແລະ ເດັກຍິງໃນທົ່ວປະເທດໄດ້.
ພວກເຮົາກຳລັງກ້າວໄປຂ້າງໜ້າ, ພວກເຮົາຄວນຈື່ສະເໝີວ່າ ພາລະກິດຮ່ວມກັນຂອງພວກເຮົາຕ້ອງສຸມໃສ່ ກຸ່ມຄົນທີ່ດ້ອຍໂອກາດ ແລະ ມີຄວາມອ່ອນແອທີ່ສຸດ.
ການປະຕິບັດເຊັ່ນນີ້ຈະຊ່ວຍໃຫ້ເຮົາສ້າງອະນາຄົດ ທີ່ທຸກຄົນສາມາດຈະເລີນກ້າວໜ້າໄດ້ບໍ່ວ່າຈະຢູ່ໃນສະຖານະພາບໃດກໍ່ຕາມ.
_____
ກ່ຽວກັບອົງການ UNFPA:
ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແມ່ນອົງການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ຂອງສະຫະປະຊາຊາດ ຢູ່ ສປປ ລາວ, ອົງການ UNFPA ເຮັດວຽກເພື່ອຮັບປະກັນວ່າທຸກໆການຖືພາແມ່ນເກີດຈາກຄວາມຕ້ອງການ, ການເກີດລູກທຸກໆຄັ້ງແມ່ນປອດໄພ ແລະ ຄວາມສາມາດຂອງໄວໜຸ່ມທຸກຄົນແມ່ນຖືກເຮັດໃຫ້ບັນລຸໄດ້. ສຳລັບຂໍ້ມູນເພີ່ມເຕີມກະລຸນາເຂົ້າໄປເບິ່ງທີ່ https://lao.unfpa.org/en ຫຼື ຕິດຕໍ່t: laos.office@unfpa.org