You are here

ວັນທີ 4 ເດືອນພະຈິກ ປີ 2021, ນະຄອນຫຼວງວຽງຈັນ - ລັດຖະບານລາວ ໄດ້ຮັບຜົນສໍາເລັດໃນການຜັນຂະຫຍາຍ​​ແຜນປະຕິ ບັດງານແຫ່ງຊາດຄັ້ງທີ 2 ວ່າດ້ວຍການສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ (2021-2025) (EVAW NAP) ແລະ ແຜນປະຕິບັດງານແຫ່ງຊາດຄັ້ງທີ 4 ວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ. (2021-2025) (NAP GE) ເຂົ້າໃນແຜນການຂອງທັງໝົດ 18 ແຂວງ ແລະ 17 ກະຊວງ/ຂະແໜງການທີ່ກ່ຽວຂ້ອງ, ພ້ອມທັງ​ອົງການທຽບເທົ່າກະຊວງ (ສໍານັກງານນາຍົກລັດຖະມົນຕີ, ທະນາຄານແຫ່ງ ສປປ ລາວ), 8 ອົງການຈັດຕັ້ງມະຫາຊົນ​ (ເຊັ່ນ: ສຍ​ລ​, ສູນກາງຊາວໜຸ່ມ​, ສະຫະພັນກຳມະບານລາວ, ຫ້ອງວ່າການສູນກາງພັກ, ສະຖາບັນການເມືອງ​ ແລະ ການປົກ ຄອງແຫ່ງຊາດ, ຯລຯ​), ແລະ 2 ອົງການຍຸຕິທໍາ​, (ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ). ພາຍໃຕ້ການນຳພາຂອງ ຄຊກມດ, ດ້ວຍການສະໜັບສະໜູນດ້ານວິຊາການຈາກອົງການ UNFPA ແລະ ການສະໜັບສະໜູນດ້ານການເງິນຈາກອົງການ KOICA, ພະນັກງານລັດ 780 ກວ່າຄົນ ທີ່ມີພາລະບົດບາດໃນການຮ່າງ ແລະ ຈັດຕັ້ງປະຕິບັດແຜນງານຂັ້ນແຂວງ, ກະຊວງ ແລະ ຂະແໜງການ ໄດ້ຈັດ 8 ກອງປະຊຸມແບບທາງໄກ​ຕະລອດໄລຍະ​ເວລາ 3 ອາທິດ, ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຕ່າງໆຢູ່​​ຂັ້ນທ້ອງຖິ່ນ​​ຂອງ​ປະ​ເທດ​​ໃຫ້​ສອດຄ່ອງ​ກັບກອບ​​ນະ​ໂຍບາຍ​ແຫ່ງ​ຊາດ.

ແຜນ​​​ດຳ​ເນີນ​ງານ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ລັດຖະບານ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພຶດສະພາ ປີ 2021 ແລະ ມີດໍາລັດ​ຂອງ​ນາຍົກລັດຖະມົນຕີ​ວ່າ​ດ້ວຍ​ການ​ປະຕິບັດ​ແຜນການຕ່າງໆ​​ອອກມາໃນ​ເດືອນ​ກັນຍາ ປີ 2021. ກອງ​ປະຊຸມ​ການປຜັນຂະ ຫຍາຍ​​​ເຫຼົ່າ​ນີ້​ແມ່ນເພື່ອຮັບປະກັນ​ການຫັນ​ນະ​ໂຍບາຍດັ່ງກ່າວເຂົ້າໃນການດໍາເນີນການຢ່າງເປັນຮູບປະທໍາ​​​​. ​ໃນ​ບັນດາກອງ​ປະ ຊຸມເຫຼົ່ານີ້, ການ​ນຳ​ຂັ້ນ​ແຂວງ ​ແລະ ​ແຕ່ລະ​ກະຊວງ​ໄດ້ນໍາ​ສະ​ເໜີ​ແຜນການ ​ແລະ ກົນ​ໄກ​ການ​ດຳ​ເນີນ​ງານຂອງຕົນ ​ລວມທັງ​ບັນດາຕົວ​ຊີ້​ວັດ​ສຳຄັນ, ຈຸດໝາຍ, ກິດຈະກຳ, ກອບການ​ປະສານ​ງານ ​ແລະ ​​ການ​ຕິດຕາມ​ກວດກາ.

ທ່ານນາງມາຣຽມ ເອ. ຄານ, ຜູ້ຕາງໜ້າອົງການ​ UNFPA ໄດ້ຊົມເຊີຍ ຄຊກມດ ໃນເຫດການສໍາຄັນນີ້ ໂດຍ​ກ່າວວ່າ: "ຄຊກມດ ແລະ ຄູ່ຮ່ວມງານມີຄວາມພະຍາຍາມຢ່າງໃຫ່ຍຫຼວງ​ເພື່ອຈັດວາງກອບນະໂຍບາຍແຫ່ງຊາດໃຫ້ສອດຄ່ອງກັບ​ມາດ ຕະຖານສາກົນສໍາລັບການ​ປ້ອງກັນ ແລະ ການປົກປ້ອງແມ່ຍິງ ແລະ ເດັກນ້ອຍ. ພະຍາດໂຄວິດ​-19 ໄດ້ເພີ່ມຄວາມຕ້ອງການໃຫ້ຈັດຕັ້ງປະຕິບັດ ​ແຜນການເຫຼົ່ານີ້ຢ່າງ​ຮີບດ່ວນຕື່ມອີກ​. ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາແຜນການດັ່ງກ່າວຢ່າງມີປະສິດທິຜົນຈະກ້າວໄປສູ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ; ການປົກປ້ອງແມ່ຍິງ ແລະ ເດັກຍິງຈາກຄວາມຮຸນແຮງ, ແລະ ການປັບປຸງການເຂົ້າເຖິງຜູ້ລອດຊີວິດຈາກຄວາມຮຸນແຮງ ຈົນໄປສູ່ການແກ້ໄຂ​ ແລະ ການບໍລິການທີ່ປະສານງານກັນຢ່າງ​ມີຄຸນນະພາບ.

ແຜນດຳເນີນງານແຫ່ງຊາດ 2 ສະບັບກ່ຽວກັບ GE ແລະ EVAW, ຊຶ່ງຈະປະຕິບັດໂດຍຜ່ານບັນດາແຂວງ ແລະ ບັນດາກະຊວງ, ຈະເປັນແຜນທີ່ເສັ້ນທາງແຫ່ງຊາດໃຫ້ແກ່ການດຳເນີນການ​ຂອງລັດຖະບານເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສະກັດກັ້ນ ແລະ ແກ້ໄຂ​ຄວາມຮຸນແຮງຕໍ່ແມ່ຍິງໃນໄລຍະ 5 ປີຕໍ່ໜ້າ. ແຜນດໍາເນີນງານເຫຼົ່ານັ້ນ​ໄດ້ສ້າງຂຶ້ນຈາກບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດທີ່ຜ່ານມາ, ແລະ ໄດ້ເຊື່ອມສານຄວາມມຸ່ງໝັ້ນ​ສາກົນຂອງລັດຖະບານລາວ ໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ລົບລ້າງ GBV, ລວມທັງພັນທະຕ່າງໆພາຍໃຕ້ CEDAW, ICPD25, ເວທີການປະຕິບັດການປັກກິ່ງ ແລະ SDGs.

ທ່ານນາງບັນດິດ ປະທຸມວັນ​, ຮອງປະທານ ຄຊກມດໄດ້ສະແດງຄວາມ​ຊົມເຊີຍບັນດາການນໍາໃນຄວາມພະຍາຍາມຮ່ວມມືຈົນມາເຖິງປັດຈຸບັນນີ້, ໄດ້ຊຸກຍູ້ໃຫ້ບັນດາຜູ້ຕາງໜ້າ​ສືບຕໍ່ເດີນຕາມເສັ້ນທາງນີ້, ແລະ ໄດ້ຮັບຮູ້ ແລະ ຊົມເຊີຍຕໍ່ການສະໜັບ​ສະໜູນ​ດ້ານວິຊາການຈາກອົງການ UNFPA ແລະ ການສະໜັບ​ສະໜູນ​ດ້ານການເງິນຈາກຄູ່ຮ່ວມພັດທະນາ. ທ່ານນາງບັນດິດ ປະທຸມວັນກ່າວວ່າ: ພວກເຮົາມີແຜນປະຕິບັດງານແຫ່ງຊາດແລ້ວ. ພວກເຮົາມີພັນທະມິດທີ່ເຂັ້ມແຂງລະຫວ່າງລັດຖະ ບານລາວ, ຄຊກມດ, ສລຍ ແລະ ອົງການ UNFPA. ພວກເຮົາໄດ້ຮັບການສະໜັບ​ສະໜູນ​ດ້ານການເງິນຈາກຫຼາກຫຼາຍຜູ້ໃຫ້ທຶນ​. ປະຈຸ​ບັນນີ້, ພວກ​ເຮົາ​ຈະ​ສຸມ​ໃສ່​ສືບ​ຕໍ່​ເຮັດວຽກໂດຍສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ແຂວງ, ອົງການ​ສະຫະ​ປະຊາ​ຊາດ, ຄູ່​ຮ່ວມ​ມື​ພັດທະນາ ​ແລະ NGO/CSOs ​ເພື່ອ​ເຮັດໃຫ້​ບັນດາ​ນະ​ໂຍບາຍ​ທີ່​ເຂັ້ມ​ແຂງ​ນີ້​ກາຍ​ເປັນ​ຮູບປະທໍາ​”.

EVAW NAP ໄດ້ເນັ້ນໜັກເຖິງ 3 ຂົງເຂດຫຼັກເພື່ອແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເຊັ່ນ: ການປ້ອງກັນ, ການແກ້ໄຂ​ແລະ ການປະສານງານ. NAP GE ໄດ້ໃຫ້ບຸລິມະສິດແກ່ດ້ານສຸຂະພາບຂອງແມ່ຍິງ ແລະ ດ້ານສຸຂະພາບຈະ ເລີນພັນ, ການມີສ່ວນຮ່ວມໃນ​ດ້ານນະໂຍບາຍ, ການສ້າງຄວາມເຂັ້ມແຂງ​ດ້ານເສດຖະກິດ, ການສຶກສາ, ການມີວຽກເຮັດງານທໍາ ແລະການປົກປ້ອງທາງສັງຄົມ.

ທ່ານຊັງກູນ ຄີມ​, ຜູ້ຮັກສາການຜູ້ອໍານວຍການປະຈໍາປະເທດຂອງອົງການ KOICA, ຍັງໄດ້ອອກຄໍາເຫັນ​ສະໜັບ​ສະໜູນ​ຂອງ ຕົນໂດຍກ່າວ​ວ່າ: "ອົງການ KOICA ໄດ້ສະໜັບ​ສະໜູນ​ການຜັນຂະຫຍາຍ​​ EVAW ເຂົ້າໃນວາລະການພັດທະນາແຫ່ງຊາດໃນ ສປປ ລາວ ໃຫ້​ເປັນໜຶ່ງ​ໃນບັນດາອົງປະກອບຫຼັກສໍາລັບໂຄງການຮ່ວມມືລະຫວ່າງອົງການ KOICA, ສລຍ, ອົງການ UNFPA/UNDP. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​​ຈະນໍາໄປສູ່​​ການເຮັດໃຫ້​​ແມ່​ຍິງທຸກຄົນ​​ໃນ ສ​ປ​ປ ລາວ​ສາ​ມາດ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ.

ການສ້າງ​, ການຜັນຂະຫຍາຍ​​ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດແມ່ນຢູ່ພາຍໃຕ້ວຽກງານທີ່ກວ້າງກວ່າຂອງອົງການ UNFPA/ຄຊກມດ/ສລຍ​ ໃນການຈັດຕັ້ງປະຕິບັດຊຸດບໍລິການທີ່ຈຳເປັນສຳລັບແມ່ຍິງ ແລະ ເດັກຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ (ESP), ໂດຍໄດ້ຮັບການສະໜັບສະໜູນຈາກຫຼາກຫຼາຍຄູ່ຮ່ວມພັດທະນາ.

******************************************************* ***********************

ແຕ່ວັນທີ 25 ເດືອນພະຈິກ ວັນທີ 10 ເດືອນທັນວາຂອງທຸກປີ​, ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ເຂົ້າຮ່ວມຂະບວນການເຄື່ອນໄຫວທົ່ວໂລກເພື່ອຢຸດຕິຄວາມຮຸນແຮງໂດຍອີງໃສ່​ເພດຍິງ-ຊາຍ, 16 ມື້​ຂອງການເຄື່ອນໄຫວຕ້ານຄວາມຮຸນແຮງໂດຍອີງໃສ່ເພດ​ຍິງ-ຊາຍ. ດັ່ງທີ່ໄດ້ສະຫຼອງ​ໃນ​ປີຜ່ານມາ, ອົງການ UNFPA ພວມ​ສະໜັບ​ສະໜູນ​ການປະສານງານ ແລະ ເຊື້ອເຊີນບັນດາໜ່ວຍ​ງານທີ່ສົນໃຈເຂົ້າຮ່ວມ 16DoA ເພື່ອຕິດຕໍ່ພົວພັນກັນ.

 

ສໍາລັບຂໍ້ມູນເພີ່ມເຕີມຈົ່ງ​ຕິດຕໍ່:

ທ່ານນາງ ວິໄລວັນ ບຸບຜານຸວົງ, ຮອງຫົວໜ້າຫ້ອງການກອງເລຂາ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ
ອີເມວ: boupphanouvong@gmail.com ໂທ: 020 55774475

ທ່ານນາງ ສີສຸວັນ ວໍລະບຸດ, ນັກວິເຄາະແຜນງານດ້ານບົດບາດຍິງ-ຊາຍຂອງອົງການ ​UNFPA ປະຈໍາລາວ​

ອີເມວ: voraboth@unfpa.org

ທ່ານນາງ ວັນລີ ລໍກ່ວາງ​ມີງ, ຜູ້ຮັບຜິດຊອບວຽກງານການສື່ສານ ແລະ ຄູ່ຮ່ວມງານ, ອົງການ UNFPA ປະຈໍາລາວ

ອີເມວ: lorkuangming@unfpa.org