You are here

ວັນທີ 16 ເດືອນກຸມພາ ປີ 2022ທີ່ນະຄອນຫຼວງວຽງຈັນ - ພະນະທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ມາຣຽມ ເອ ຄານ, ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ລົງນາມ ແຜນວຽກ (CPAP) ສໍາລັບແຜນດຳເນີນງານຮອບວຽນໃໝ່ (2022-2026), ຫຼັງຈາກສຳເລັດພິທີເປີດແຜນດຳເນີນງານຮອບວຽນທີ 7 ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ UNFPA ໃນເດືອນທີ່ຜ່ານມາ.

 

ແຜນວຽກ (CPAP) ແມ່ນເອກະສານສຳລັບການຈັດຕັ້ງປະຕິບັດຂອງ ແຜນດຳເນີນງານຮອບວຽນໃໝ່ (2022-2026) ເຊິ່ງຮັບຮອງໂດຍຄະນະອຳນວຍການໃຫຍ່ຂອງອົງການ UNFPA ໃນເດືອນກັນຍາ ປີ 2021. ແຜນວຽກ (CPAP) ສຸມໃສ່ 4 ຂົງເຂດບູລິມະສິດ ເຊັ່ນ: 1). ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິ; 2). ໄວໜຸ່ມ ແລະ ເຍົາວະຊົນ; 3). ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມອາດສາມາດໃຫ້ແມ່ຍິງ,ແລະ 4). ຂໍ້ມູນ ແລະ ການປ່ຽນແປງດ້ານປະຊາກອນແຜນວຽກ (CPAP) ຈະເລັ່ງການຈັດຕັ້ງປະຕິບັດໃນ 4 ຂົງເຂດບູລິມະສິດດັ່ງກາວ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິດ້ານຈະເລີນພັນສຳລັບທຸກຄົນ. 

 

ແຜນດຳເນີນງານຮອບວຽນທີ 7 ແມ່ນອີງໃສ່ບົດຮຽນທີ່ໄດ້ຖອດຖອນຈາກແຜນກຳເນີນງານຮອບວຽນທີ່ຜ່ານມາ ແລະ ນຳໃຊ້ຂໍ້ມູນຈາກການສຶກສາປະຊາກອນ ສປປ ລາວ 2030, ແລະ ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ IX, ປະຕິບັດຕາມຄວາມໝາຍໝັ້ນຂອງລັດຖະບານຕໍ່ກອງປະຊຸມສາກົນກ່ຽວກັບການພັດທະນາປະຊາກອນ ຄັ້ງທີ 25 (ICPD25)ແລະ ກອບການຮ່ວມມືດ້ານການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (UNSDCF).

 

ກະລຸນາເຂົ້າໄປທີ່ https://lao.unfpa.org/en ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການສະໜັບສະໜຸນຂອງອົງການ UNFPA ຕໍ່ ສປປ ລາວ. 

 

***************

UNFPA ແມ່ນອົງການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງສະຫະປະຊາຊາດເຮັດວຽກໃນ 150 ກວ່າ ປະເທດ ລວມທັງ ສປປ ລາວເພື່ອບັນລຸຜົນເຮັດໃຫ້ການຕາຍຂອງແມ່ກາຍເປັນ 0, ຄວາມຕ້ອງການໃນການວາງແຜນຄອບ ຄົວທີ່ບໍ່ໄດ້ຕອບສະໜອງກາຍເປັນ 0, ແລະ ການອີງໃສ່ເພດຍິງ-ຊາຍໃຫ້ກາຍເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ພອນໄຊ ສິດທິຣາດວົງສາ

ຜູ້ຮັບຜິດຊອບຕິດຕາມກວດກາ ແລະ ປະເມີນຜົນອົງການ UNFPA ປະຈໍາ ສປປລາວ 

sithirajvongsa@unfpa.org  

ນາງ ວັນລີ ລໍກ່ວາງມິງ

ຜູ້ຮັບຜິດຊອບວຽກງານດ້ານການສື່ສານ ແລະ ການເປັນຄູ່ຮ່ວມງານອົງການ UNFPA ປະຈໍາ ສປປລາວ

lorkuangming@unfpa.org