You are here

ວັນທີ 7 ເມສາ 2022, ນະຄອນຫຼວງວຽງຈັນ - ລັດຖະບານຍີ່ປຸ່ນໄດ້ສະໜອງທຶນຈໍານວນ 833.333 ໂດລາສະຫະລັດ ໃຫ້ແກ່ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ເພື່ອຈັດຕັ້ງປະຕິບັດໂຄງການ: ມືອງທີ່ປອດໄພກວ່າ: ການ​ແຊກ​ແຊງ​ເພື່ອຕ້ານ​ການ​ແຜ່​ລະ​ບາດ​ຂອງພະຍາດCOVID-19 ໃນຊຸມຊົນ ໃນ ສ​ປ​ປ ລາວ, ແນໃສ່ວຽກງານນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ ແລະ ການປົກປ້ອງຊຸມຊົນທີ່ມີຄວາມສ່ຽງ. ພິທີເປີດ​ໂຄງການມື້​ນີ້ ຈັດ​ທີ່ຫ້ອງການ​ສະ​ຫະ​ປະ​ຊາ​ຊາດ ໂດຍການ​ເຂົ້າ​ຮ່ວມ​ຂອງພະນະທ່ານ ໂຄບະຢະຊິ ເຄັນອິຈິເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວພະນະທ່ານ ປອ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວທ່ານ ນາງ ມາຣຽມ ເອຄານຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວທ່ານ ດຣ. ອາວີ ຊາກາ, ທີ່ປຶກສາເຂດອາຊີຕາເວັນອອກຂອງອົງການສະຫະປະຊາຊາດເພື່ອການຕັ້ງຖິ່ນຖານຂອງມະນຸດ (UN-Habitat)ພ້ອມທັງຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງການຕ່າງປະເທດ.

 

ໃນບົດກ່າວເປີດກອງປະຊຸມພະນະທ່ານ ປອ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນອົງການ UNFPA, UN-Habitat ແລະ ຄູ່ຮ່ວມງານອື່ນໆທີ່ໄດ້ໃຫ້ການສະໜັບສະໜູນວຽກງານການປົກປ້ອງແມ່ຍິງ ແລະ ເດັກຍິງ ໃນລາວ. ທ່ານ ປອ ນາງ ອິນລາວັນ ກ່າວວ່າ ການຮ່ວມມືນີ້ໄດ້ໃຫ້ຊ່ວຍໃຫ້ຜູ້ລອດຊີວິດຈາກຄວາມຮຸນແຮງ ກໍ່ຄື ແມ່ຍິງ ແລະ ເດັກຍິງ ໄດ້ເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳ, ຮັບປະກັນໃຫ້ເຂົາເຈົ້າມີຄວາມປອດໄພໃນສະຖານທີ່ພັກຫຼົບໄພ ແລະ ພ້ອມທັງໃຫ້ການຊ່ວຍເຫຼືອດ້ານສຸຂະພາບຈິດ ແລະ ຈິດໃຈສັງຄົມ ”.

 

ໂຄງການດັ່ງກ່າວມີເປົ້າໝາຍເພື່ອປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ລວມໄປເຖິງຜູ້ລອດຊີວິດຈາກຄວາມຮຸນແຮງປະມານ 500 ຄົນ, ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ປະມານ 3.000 ຄົນ,  ແລະ ຜູ້ໃຫ້ບໍລິການ 100 ຄົນໄດ້ຮັບການເສີມສ້າງຂີດຄວາມສາມາດ. ການຊ່ວຍເຫຼືອແມ່ນຜ່ານການສະໜອງສິ່ງອໍານວຍຄວາມສະດວກຕ່າງໆດ້ານນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ, ປັບປຸງບູລະນະສູນທີ່ພັກຫຼົບໄພ, ສູນຈໍາກັດບໍລິເວນ ແລະ ສູນປິ່ນປົວ, ໃຫ້ການສະໜັບສະໜູນທີ່ຄໍານຶງເຖິງຄວາມສະເໝີພາບຍິງຊາຍ ແລະ ປັບປຸງພື້ນທີ່ທີ່ເປັນມິດກັບແມ່ຍິງ. ໂຄງການດັ່ງກ່າວ ສຸມໃສ່ 11 ແຂວງເປົ້າໝາຍຄື (ໄຊຍະບູລີ, ສະຫວັນນະເຂດ, ບໍລິຄຳໄຊ, ຈຳປາສັກ, ເຊກອງ, ສາລະວັນ, ຄຳມ່ວນ, ອັດຕະປື, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງວຽງຈັນ).
ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ  ກ່າວວ່າ: ຍີ່ປຸ່ນເປັນຜູ້ສະໜັບສະໜູນທີ່ເຂັ້ມແຂງຂອງລາວ ໃນການຕອບໂຕ້ກັບພະຍາດ COVID-19 ແລະ ໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນ ສ ປປ ລາວ. ຂ້າພະ​ເຈົ້າຍິນດີໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຍີ່ປຸ່ນ​ຈະ​ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ​ແກ່​ ສ ປປ ລາວ ​ໃນ​ຫຼາຍ​ຂົງ​ເຂດ, ​ລວມທັງ​ການ​ຕອບ​ໂຕ້​ຕໍ່ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແມ່ຍິງ. ຍີ່ປຸ່ນ​ ​ໃນ​ຖານະ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ລາວ ​ຂໍຍຶດໝັ້ນການ​ສະໜັບສະໜູນຂອງພວກເຮົາ ແລະ ຂໍ ​ສືບຕໍ່ເຈດຈໍານົງໃນການສະໜັບສະໜູນ ​ໂດຍການຮ່ວມມືຢ່າງສະໜິດ​ແໜ້ນ​ກັບຄູ່​ຮ່ວມ​ພັດທະນາ ແລະ ປະຊາຄົມສາກົນ.

 

ທ່ານນາງ ມາຣຽມ ເອຄານ ກ່າວວ່າ: ໂຄງການນີ້ມາຮອດຈຸດທີ່ສໍາຄັນ, ຂ້າພະເຈົ້າຂໍຂອບໃຈລັດຖະບານຍີ່ປຸ່ນສຳລັບການປະກອບສ່ວນຄັ້ງນີ້ ທີ່ບໍ່ແມ່ນພຽງແຕ່ເພື່ອຕອບໂຕ້ຕໍ່ການລະບາດຂອງພະຍາດ COVID-19 ແຕ່ຍັງເປັນການປູທາງໃຫ້ ສປປ ລາວ ໄດ້ຫັນເປັນຕົວເມືອງຢ່າງວ່ອງໄວແບບກ້າວກະໂດດ. ການ​ສະໜັບສະໜູນຄັ້ງ​ໃໝ່​ນີ້​ຈະ​ປົກ​ປ້ອງ​​ສຸຂະພາບ ​ແລະ ຊີວິດ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ​ທີ່ມີຄວາມສ່ຽງນັບ​ພັນ​ຄົນໃນ​ຊຸມ​ປີ​ຕໍ່ໜ້າ.

 

ໂຄງການດັ່ງກ່າວມີ 2 ອົງປະກອບຕົ້ນຕໍຄື: 1). ສະຫນອງການປົກປ້ອງ ແລະ ການບໍລິການທາງສັງຄົມສໍາລັບແມ່ຍິງ ແລະ ເດັກຍິງ, ລວມທັງປະຕິບັດມາດຕະການຄວາມປອດໄພທີ່ຄໍານຶງເຖິງບົດບາດຍິງຊາຍ ສໍາລັບສູນຈໍາກັດບໍລິເວນ, ສູນປິ່ນປົວ ແລະ ທີ່ພັກຫຼົບໄພ. ພ້ອມນີ້ ອົງປະກອບທີ 1 ຍັງມີ​ເປົ້າ​ໝາຍ​ສ້າງ​ທີ່ພັກຫຼົບໄພໃໝ່ 3 ​ແຫ່ງ ​ແລະ ປັບປຸງ​ທີ່ພັກຫຼົບໄພ​​ທີ່​ມີ​ຢູ່​ແລ້ວ 2 ແຫ່ງ ​ເພື່ອ​ເປັນພື້ນທີ່ທີ່​​ປອດ​ໄພ​ໃຫ້​ແກ່​ແມ່ຍິງ ​ແລະ ເດັກຍິງຜູ້​ລອດ​ຊີວິດ​ຈາກ​​ຄວາມ​ຮຸນ​ແຮງ ​ແລະ ​ແມ່ຍິງ​ທີ່​ດ້ອຍ​ໂອກາດ. ອົງປະກອບທີ 2) ສະໜອງສິ່ງອໍານວຍຄວາມສະດວກຕ່າງໆດ້ານນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ/ໂຄງລ່າງພື້ນຖານ ແລະ ປັບປຸງບູລະນະຕຶກສູນຈໍາກັດບໍລິເວນ/ສູນປິ່ນປົວ, ບັນດາສູນຢູ່ຊຸມຊົນ ແລະ ຊຸມຊົນທີ່ມີຄວາມສ່ຽງ.

 

ໂຄງການດັ່ງກ່າວຍັງປະກອບສ່ວນເຂົ້າໃນການປະຕິບັດຊຸດບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງ ທີ່ປະສົບກັບຄວາມຮຸນແຮງ, ເປັນຄື່ອງມືແນະນໍາທີ່ນໍາໃຊ້ໃນທົ່ວໂລກທີ່ໄດ້ກໍານົດການບໍລິການທີ່ຈໍາເປັນສໍາລັບຂະແໜງສາທາລະນະສຸກ, ການບໍລິການສັງຄົມ, ຕໍາຫຼວດ ແລະ ຍຸຕິທໍາທີ່ຈະສະຫນອງໃຫ້ແມ່ຍິງ ແລະ ເດັກຍິງທຸກຄົນທີ່ມີປະສົບກັບຄວາມຮຸນແຮງບົນພື້ນຖານທາງເພດ. ຊຸດບໍລິການທີ່ຈໍາເປັນນີ້ ໄດ້ຮັບການສະຫນັບສະຫນູນຈາກຜູ້ໃຫ້ທຶນຈໍານວນຫຼາຍ, ລວມທັງ DFAT, ລັດຖະບານອັງກິດ, ອົງການ SDC ແລະ KOICA.

 

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

 

ທ່ານ ນາງ ສີສຸວັນ ວໍຣະບຸດ,  ຫົວໜ້າແຜນງານບົດບາດຍິງ-ຊາຍ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ (UNFPA)

Email: vorabouth@unfpa.org  

 

ທ່ານ ນາງ ວັນລີ ລໍກວງມິງ

ຜູ້ຮັບຜິດຊອບດ້ານການສື່ສານ ແລະ ການຮ່ວມມື

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: lorkuangming@unfpa.org