You are here

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA), ອົງການ UN-Habitat ທີ່ໄດ້ຮັບການປະກອບສ່ວນດ້ານທຶນຮອນຈາກ ລັດຖະບານຍີ່ປຸ່ນ ໄດ້ເປີດ "ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ" ແຫ່ງໃໝ່ ແຫ່ງຢ່າງເປັນທາງການທີ່ ແຂວງບໍລິຄໍາໄຊ ແລະ ຈຳປາສັກ ເຊິ່ງທັງສອງແຫ່ງແມ່ນສູນປົກປ້ອງແຫ່ງທີ ແລະ ຂອງ ສປປ ລາວ ທີ່ຖືກສ້າງຂຶ້ນມາເພື່ອອໍານວຍຄວາມສະດວກໃຫ້ການຊ່ວຍເຫຼືອແກ່ຜູ້ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ ໂດຍການສະໜອງບ່ອນຢູ່ອາໄສຊົ່ວຄາວໃຫ້ຄຳປຶກສາຊ່ວຍເຫຼືອທາງດ້ານຈິດໃຈດ້ານກົດໝາຍ ແລະ ສະໜອງການຝຶກອົບຮົມວິຊາຊີບ. ນອກນີ້ ພະນັກງານຂອງສູນຍັງສາມາດສົ່ງຕໍ່ຜູ້ໄດ້ຮັບຜົນກະທົບໃຫ້ໄປການບໍລິການເພີ່ມເຕີມດ້ານສຸຂະພາບ ແລະ ຍຸຕິທຳພາຍໃນແຂວງ ແລະ ໃນທົ່ວປະເທດ.

 

ແມ່ຍິງ ໃນ ຄົນ ໃນທົ່ວໂລກໄດ້ປະສົບກັບບັນຫາຄວາມຮຸນແຮງທາງຮ່າງກາຍ ຫຼື ທາງເພດເຊິ່ງກົງກັນກັບຂໍ້ມູນແຫ່ງຊາດໃນປີ 2014 ທີ່ພົບວ່າມີແມ່ຍິງ ໃນ ຄົນ ໃນ ສປປ ລາວ ເຄີຍປະສົບກັບບັນຫາຄວາມຮຸນແຮງທາງຮ່າງກາຍທາງເພດ ແລະ/ຫຼື ອາລົມ ຈາກຄູ່ຮັກຂອງຕົນ. ການສໍາຫຼວດແຫ່ງຊາດຍັງສະແດງໃຫ້ເຫັນວ່າມີແມ່ຍິງພຽງແຕ່ 10 ໃນ 100 ຄົນ ທີ່ກ້າຈະອອກມາລາຍງານບັນຫາເຫຼົ່ານີ້ ແລະ ມີພຽງແຕ່ ໃນ 100 ຄົນ ເທົ່ານັ້ນທີ່ຈະໄປຊອກຫາການ ຊ່ວຍເຫຼືອ.

ທ່ານ ນາງ ອາລີ ວົງໜໍ່ບຸນທໍາ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ກ່າວວ່າ“ໃນຕໍ່ໜ້າ ສູນນີ້ຈະຫັນເປັນສູນໃຫ້ການຊ່ວຍເລືອ ທາງດ້ານສັງຄົມ ຕາມມາດຕະຖານການຊ່ວຍເຫຼືອຜູ້ເຄາະຮ້າຍຈາກຄວາມຮຸນແຮງທາງດ້ານສັງຄົມ (Social SOP) ແລະ SOP ອື່ນໆ ເປັນຕົ້ນແມ່ນ ມາດຕະຖານການຊ່ວຍເຫຼືອຜູ້ເຄາະຮ້າຍຈາກຄວາມຮຸນແຮງທາງສຸຂະພາບ (Health SOP) ແລະ SOP ອື່ນໆ ທີ່ກ່ຽວຂ້ອງ, ຂ້າພະເຈົ້າເຊື່ອໝັ້ນວ່າ ການນໍາແຂວງຈະໄດ້ໃຫ້ການຊີ້ນໍາ, ຊຸກຍູ້ຕິດຕາມ, ປະສານງານກັບຂະແໜງສາທາ ເພື່ອໃຫ້ມີການປະຈໍາການໃນການຊ່ວຍເຫຼືອດ້ານສຸຂະພາບທີ່ຈໍາເປັນແກ່ແມ່ຍິງ ແລະ ເດັກຍິງ ທີ່ໄດ້ຮັບຄວາມຮຸນແຮງ, ຄົ້ນຄວ້າໃຫ້ມີການປະຈໍາການຂອງເຈົ້າໜ້າທີ່ຕໍາຫຼວດ ເພື່ອຮັບປະກັນຄວາມປອດໄພໃນໄລຍະການພັກພິງຊົ່ວຄາວຢູ່ສູນແຫ່ງນີ້ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍທາງດ້ານຂະບວນຍຸຕິທໍາ.”

ການສ້າງຕັ້ງສູນປົກປ້ອງເຫຼົ່ານີ້ ແມ່ນນອນຢູ່ໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ວ່າດ້ວຍການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ (2021-2026), ແລະ ປະຕິບັດຕາມຄໍາໝັ້ນສັນຍາຂອງ ລັດຖະບານລາວ ໃນ  ICPD ເພື່ອລົບລ້າງ ຄວາມຮຸນແຮງບົນພື້ນຖານທາງເພດພາຍໃນປີ 2030. ນອກນີ້ ສູນດັ່ງກ່າວຍັງເປັນຜົນສໍາເລັດອັນສໍາຄັນຂອງໂຄງການ "ເມືອງປອດໄພ" ທີ່ຈັດຕັ້ງປະຕິບັດໂດຍ UNFPA ຮ່ວມກັບ ລັດຖະບານ ສປປ ລາວ ແລະ UN-HABITAT.

 

 

ພະນະທ່ານ ເຄັນອິຈິ ໂຄບາຢາຊິເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວກ່າວວ່າ “ຜົນສໍາເລັດຂອງການສ້າງ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກ ເປັນຂີດໝາຍສໍາຄັນຂອງ ໂຄງການແຕ່ຢ່າງໃດກໍ່ຕາມ ເຮົາຍັງຕ້ອງສືບຕໍ່ສຸມໃສ່ວຽກງານດັ່ງກ່າວ. ຫາກເມື່ອໃດທີ່ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຍັງຄົງຢູ່ພວກເຮົາຕ້ອງສືບຕໍ່ແກ້ໄຂມັນ.”

ນອກຈາກ ການປະກອບສ່ວນອັນສຳຄັນຈາກປະຊາຊົນຍີ່ປຸ່ນແລ້ວເຈົ້າແຂວງບໍລິຄຳໄຊ ແລະ ແຂວງຈໍາປາສັກ ຍັງໄດ້ສະແດງຄວາມເປັນເຈົ້າການ ແລະ ຄວາມມຸ່ງໝັ້ນໃນການປົກປ້ອງສິດຂອງແມ່ຍິງ ແລະ ເດັກຍິງ ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງໂດຍການຈັດສັນທີ່ດິນອຸປະກອນ ແລະ ບຸກຄະລາກອນ ໃຫ້ແກ່ ​ສູນປົກປ້ອງທັງ​ສອງແຫ່ງ.

ທ່ານ ປອ. ກອງແກ້ວ ໄຊສົງຄາມເຈົ້າແຂວງ ບໍລິຄໍາໄຊ ກ່າວວ່າ“ຂ້າພະເຈົ້າ ຕີລາຄາສູງຕໍ່ການເອົາໃຈໃສ່ຂອງຂັ້ນເທິງ ທີ່ເຫັນໄດ້ຄວາມສໍາຄັນທີ່ຈໍາເປັນ ຈະຕ້ອງມີສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກຍິງແຫ່ງນີ້, ເນື່ອງຈາກວ່າ ປັດຈຸບັນສະພາບຂອງສັງຄົມມີຫຼາຍເຫດການທີ່ໜ້າເປັນຫ່ວງ ໂດຍສະເພາະແມ່ນຄວາມຮຸນແຮງ ເປັນຄວາມສ່ຽງຕໍ່ແມ່ຍິງຫຼາຍ. ບັນດາໜ້າວຽກດັ່ງກ່າວ ສຸດທີ່ມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ຕໍ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກ. ພວກເຂົາສາມາດເຂົ້າເຖິງການບໍລິການໄດ້ວ່ອງໄວ ໃນແຕ່ລະດ້ານ ແລະ ຍັງເຂົ້າເຖິງຂະບວນການຍຸຕິທໍາທີ່ຖືກຕ້ອງຕາມຂະບວນການ, ແມ່ຍິງຈະເຂັ້ມແຂງ ແລະ ມີທາງເລືອກທີ່ຖືກຕ້ອງຕາມສິດທິ ທີ່ເຂົາຈະຕ້ອງໄດ້ຮັບຢ່າງແທ້ຈິງ.”

 

ທ່ານ ວິໄລວົງ ບຸດດາຄໍາເຈົ້າແຂວງ ຈໍາປາສັກ ໃຫ້ຄໍາເຫັນວ່າ“ການສ້າງສູນຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງ ເຫັນວ່າມີຄວາມຈໍາເປັນຫຼາຍ ເພາະເປັນການສ້າງເງື່ອນໄຂໃຫ້ແມ່ຍິງ ແລະ ເດັກຍິງ ຜູ້ຖືກເຄາະຮ້າຍໃນທຸກປະເພດຂອງຄວາມຮຸນແຮງ ໄດ້ຮັບການປົກປ້ອງ - ຊ່ວຍເຫຼືອດ້ານກົດໝາຍ ງ່າຍຂຶ້ນ ແລະ ໄວຂຶ້ນທັງເປັນການປະກອບສ່ວນໃນການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບແມ່ຍິງເປັນການປະກອບ ສ່ວນໃນວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຂອງແຂວງຈໍາປາສັກ ຂອງພວກເຮົາ.”

ອົງການ UNFPA ແລະ ບັນດາຄູ່ຮ່ວມມື ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ບັນດາສູນທີ່ຕັ້ງຢູ່ ແຂວງບໍລິຄຳໄຊຈຳປາສັກອັດຕະປືສະຫວັນນະເຂດນະຄອນຫຼວງວຽງຈັນ ແລະ ບໍ່ແກ້ວ ໂດຍການສະໜອງການຝຶກອົບຮົມເພື່ອສ້າງຄວາມອາດສາມາດ ແລະ ເຜີຍແຜ່ SOPs ແກ່ພະນັກງານຜູ້ຮັບຜິດຊອບ ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງຜູ້ໄດ້ຮັບຜົນກະທົບຢ່າງແທ້ຈິງ. ແຕ່ເພື່ອເປັນການບັນລຸເປົ້າໝາຍຢ່າງແທ້ຈິງ ກໍ່ຄືການສ້າງສູນປົກປ້ອງໃນທົ່ວປະເທດ  ຮັບປະກັນການສະໜອງ​ບໍລິການ​ທີ່ມີມາດຕະຖານຈາກ ​ພະນັກງານ​ສາທາລະນະ​ສຸກສັງຄົມຕຳຫຼວດ ​ແລະ ຍຸຕິ​ທຳ​ ສູ່​​ແມ່ຍິງ ​ແລະ ​ເດັກ​ຍິງ​ທຸກ​ຄົນການລົງທຶນ ແລະ ທຶນຮອນເພີ່ມເຕີມຍັງຖືເປັນປັດໄຈທີ່ສໍາຄັນຢ່າງຍິ່ງ.

ທ່ານ ດຣ. ບາກທິຢໍ ຄາດິເຣີບຜູ້ຕາງໜ້າອົງການ UNFPA, ກ່າວວ່າ“ຄວາມສໍາຄັນຂອງສູນປົກປ້ອງເຫຼົ່ານີ້ ບໍ່ແມ່ນແຕ່ເປັນພຽງຕຶກອາຄານເທົ່ານັ້ນ ແຕ່ມັນໄດ້ສະແດງໃຫ້ເຫັນເຖິງຄໍາໝັ້ນສັນຍາອັນສໍາຄັນຈາກ ລັດຖະບານລາວ ໃນການປົກປ້ອງ ແລະ ສົ່ງເສີມສິດທິກຽດສັກສີ ແລະ ຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກຍິງ. ມັນສື່ໃຫ້ເຫັນເຖິງໂລກທີ່ແມ່ຍິງ ແລະ ເດັກຍິງສາມາດຮ້ອງຂໍຄວາມຊ່ວຍເຫຼືອໄດ້ຮັບຂວັນກໍາລັງໃຈ ແລະ ມີອະນາຄົດທີ່ປາສະຈາກຄວາມຮຸນແຮງ.”

***************

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດລວມທັງ ສປປ ລາວເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

laos.office@unfpa.org