ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ (GBV) ສາມາດທຳລາຍສຸຂະພາບທາງຮ່າງກາຍ ແລະ ສຸຂະພາບຈິດ ລວມທັງ ກຽດສັກສີຂອງຜູ້ທີ່ປະສົບກັບຄວາມຮຸນແຮງ. ຄວາມຮຸນແຮງດັ່ງກ່າວສົ່ງຜົນກະທົບຕະຫຼອດຊີວິດ ແລະ ຍຶດສິດທິຂອງຜູ້ຖືກເຄາະຮ້າຍຈາກການໃຊ້ຊີວິດທີ່ດີ. ແພດໝໍ ເປັນຜູ້ຕອບໂຕ້ຄວາມຮຸນແຮງ ຜູ້ທຳອິດ ເຊິ່ງມີຄວາມສຳຄັນຫຼາຍໃນການຟື້ນຟູຂອງຜູ້ຖືກເຄາະຮ້າຍ. ເພື່ອເປັນການເສີມສ້າງຄວາມສາມາດໃຫ້ແກ່ບັນດາແພດໝໍທີ່ຕອບໂຕ້ຄວາມຮຸນແຮງ ແລະ ຮັບປິ່ນປົວແມ່ຍິງ ແລະ ໄວໜຸ່ມຍິງ ທີ່ຖືກຄວາມຮຸນແຮງ, ກະຊວງສາທາລະນະສຸກ ໂດຍການສະໜັບສະໜຸນຈາກ ອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດການຜຶກອົບຮົມຄູຝຶກໃຫ້ແພດໝໍ ເປັນເວລາ 4 ວັນ.
ຢູ່ໃນ ສປປ ລາວ, ອີງຕາມບົດຄົ້ນຄວ້າ the National Survey on Women’s Health and Life Experiences - A Study on Violence Against Women 2014, ທີ່ໄດ້ຜະລິດໂດຍ ສູນສະຖິຕິແຫ່ງຊາດ LSB ແລະ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ NCAW, ໂດຍການສະໜັບສະໜຸນຈາກ ອົງການ UNFPA ແລະ ຄູ່ຮ່ວມງານອື່ນໆ ສະແດງໃຫ້ເຫັນວ່າ ແມ່ຍິງ ໜຶ່ງໃນສາມ ຄົນ ເຄີຍປະສົບກັບຄວາມຮຸນແຮງທາງກາຍ, ທາງເພດ ແລະ ທາງຈິດອາລົມ ຈາກຄູ່ຮັກ ຢ່າງໜ້ອຍໜຶ່ງຄັ້ງໃນຊີວິດ. ຢ່າງໃດກໍ່ຕາມ, ບົດຄົ້ນຄ້ວາດັ່ງກ່າວຍັງຊີ້ໃຫ້ເຫັນວ່າ ເຄິ່ງໜຶ່ງຂອງແມ່ຍິງທີ່ຖືກຄວາມຮຸນແຮງ ບໍ່ໄດ້ແຈ້ງຄວາມ ຫຼື ຊອກຫາການຊ່ວຍເຫຼືອ ເນື່ອງຈາກ ຄວາມອັບອາຍ ແລະ ຄວາມຢ້ານກົວສັງຄົມລັງກຽດ.
ດຣ ຄຳຜິວ ງາມເສນາ ເປັນໝໍຢູ່ໂຮງໝໍແມ່ ແລະ ເດັກ ໄດ້ 30ປີ, ນາງໄດ້ຮັບຄົນເຈັບ ທີ່ຖືກຄວາມຮຸນແຮງ ທີ່ມາຊອກການການຊ່ວຍເຫຼືອ ແລະ ການດູແລ. ນາງກ່າວວ່າ ນາງໄດ້ໃຫ້ “ການດູແລສຸຂະພາບທັນທີ ລວມທັງການຊ່ວຍເຫຼືອ ດ້ານຈິດຕະວິທະຍາ ແລະ ການປິ່ນປົວຂັ້ນຕົ້ນໃຫ້ກັບແມ່ຍິງທີ່ຖືກຄວາມຮຸນແຮງ”.
ການສະໜອງການບໍລິການສຸຂະພາບໃຫ້ແກ່ຜູ້ຖືກຄວາມຮຸນແຮງບົນພື້ນຖານທາງເພດ ຢູ່ ສປປ ລາວ ແມ່ມີຄວາມທ້າທາຍ ຍ້ອນວ່າ ມາຮອດປະຈຸບັນ ຍັງບໍ່ທັນມີ ຄູ່ມື ການຮັບຄົນເຈັບທີ່ສະແດງຮ່ອງຮອຍຖືກຄວາມຮຸນແຮງ. ດຣ ຄຳຜິວ ໄດ້ອະທີິບາຍວ່າ “ການທີ່ຈະເບິ່ງອອກວ່າແມ່ຍິງ ຖືຄວາມຮຸນແຮງ ຫຼື ແມ່ຍິງ ທີ່ສົງໄສວ່າຖືກຄວາມຮຸນແຮງ ແມ່ນຍາກຫຼາຍ ຍ້ອນພວກເຮົາຍັງບໍ່ທັນມີຄູ່ມື ທີ່ຊ່ວຍແນະນຳໃນການສັງເກດ ແລະ ຮັບມືກັບກໍລະນີເຫຼົ່ານີ້.”
ເພື່ອເປັນແກ້ໄຂບັນຫາດັ່ງກ່າວ, ໃນບໍ່ດົນມານີ້ ອົງການ UNFPA ໄດ້ສະໜັບສະໜຸນ ກະຊວງສາທາລະນະສຸກ ເພື່ອປັບຄູ່ມື ການດູແລສຸຂະພາບໃຫ້ແກ່ແມ່ຍິງທີ່ຖືກຄວາມຮຸນແຮງທາງເພດ ທີ່ສ້າງຂຶ້ນໂດຍ ອົງການ ອະນາໄມໂລກ. ການປັບຄູ່ມື ທີ່ໄດ້ຮັບການສະໜັບສະໜຸນຈາກອົງການ UNFPA ຈະເປັນຄູ່ມືແຫ່ງຊາດສະບັບທຳອິດ ໃນການຮັບມື ແລະ ປິ່ນປົວ ຄົນເຈັບທີ່ຖືກຄວາມຮຸນແຮງ. ການຝຶກອົບຮົມ 4 ວັນ ນີ້ ແມ່ນຈັດຂຶ້ນຢູ່ທີ່ ກະຊວງສາທາລະນະສຸກ ໃນເດືອນ ກໍລະກົດ ເຊິ່ງໄດ້ຝຶກໃຫ້ ຄູຝຶກ 13 ທ່ານ ລວມມີ ຄູຝຶກທີ່ເປັນເເພດຊາຍ 5 ທ່ານ ໂດຍນຳໃຊ້ຄູ່ມຶດັ່ງກ່າວ.
ດຣ ຄຳຜິວ ໄດ້ເຂົ້າຮ່ວມການຝຶກອົບຮົມດັ່ງກ່າວ ແລະ ກ່າວວ່າ "ຄູ່ມືນີ້ ມີຄວາມສົມບູນແບບ ແລະ ຊ່ວຍໃຫ້ພວກເຮົາສາມາດສັງເກດ ແລະ ຮັບມືກັບກໍລະນີຜູ້ຖືກຄວາມຮຸນແຮງ, ແລະ ໄດ້ແນະນຳການບົງມະຕິ ແລະ ການປິ່ນປົວ ລວມທັງ ສຸຂະພາບທາງຈິດ ແລະ ຈິດຕະວິທະຍາສັງຄົມ, ການບັນທຶກຂໍ້ມູນ ເຊິ່ງ ຈະໄດ້ນຳໃຊ້ເປັນຫຼັກຖານ ເພື່ອແນະນຳໃຫ້ແມຍິງທີ່ຖືກຄວາມຮຸນແຮງ ໄດ້ເຂົ້າເຖິງກົດໝາຍ ແລະ ຄວາມຍຸດຕິທຳ ແລະ ຮັບປະກັນວ່າເຂົາເຈົ້າສາມາດຮຽກຮ້ອງສິດທິຂອງເຂົາເຈົ້າໄດ້.”
ດຣ ດາວດວງຈັນ ບູລົມມະວົງ, ຫົວໜ້າພະແນກຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ຫ້ອງການກະຊວງສາທາລະນະສຸກ, ໄດ້ຍິນດີຕໍ່ການປັບຄູ່ມືດັ່ງກ່າວ ແລະ ນາງ ກ່າວວ່າ “ຄູ່ມືນີ້ ມີຄວາມສຳຄັນຫຼາຍຕໍ່ແພດໝໍ ໃຫ້ໃຫ້ເຂົ້າໃຈກ່ຽວກັບຂະບວນການປິ່ນປົວ ແລະ ດູແລສຸຂະພາບ ໃຫ້ແກ່ແມ່ຍິງທີ່ຖືກຄວາມຮຸນແຮງ.”
ທ່ານນາງ ມາຣຽມ ເອ ຄານ ໄດ້ສະແດງຄວາມຍິນດີມາຍັງກະຊວງສາທາລະນະສຸກ ຕໍ່ກັບຄູ່ມືດັ່ງກາວ. ນາງກ່າວວ່າ “ແພດໝໍ ເປັນພະນັກງານດ່ານໜ້າ ເປັນຜູ້ທຳອິດ ທີ່ໃຫ້ການຊ່ວຍເຫຼືອແກ່ແມ່ຍິງທີ່ຖືກຄວາມຮຸນແຮງ. ການຝຶກອົບຮົມນີ້ຈະຊ່ວຍກະກຽມແພດໝໍດ້ວຍຄວາມຮູ້ ແລະ ທັກສະໃນການຮັບກໍລະນີຄົນເຈັບທີ່ຖືກຄວາມຮຸນແຮງ ໄດ້ຢ່າງມີຄວາມໝັ້ນໃຈ, ວ່ອງໄວ ແລະ ເປັນລະບົບ ທີ່ຖືກຕາມມາດຕະຖານສາກົນ.”
ໃນຂະນະທີ່ ຄູ່ມືດັ່ງກ່າວ ເປັນບາດກ້າວສຳຄັນ, ແຕ່ຍັງມີຄວາມຫຍຸ້ງຍາກ ສຳລັບຜູ້ຖືກຄວາມຮຸນແຮງ ໃນການຮັບການຊ່ວຍເຫຼືອທີ່ຈຳເປັນ. ການປະສານງານລະຫວ່າງຂະແໜງການຍັງມີຄວາມຈຳກັດ ເຊິ່ງເຮັດໃຫ້ ຜູ້ຖືກຄວາມຮຸນແຮງບໍ່ສາມາດໄດ້ຮັບການຊ່ວຍເຫຼືອທີ່ມີຄຸນະພາບດີ. ດຣ ຄຳຜິວ ຍັງອະທິບາຍວ່າ “ຫຼັງຈາກທີ່ໄດ້ສຳເລັດການປິ່ນປົວຜູ້ຖືກຄວາມຮຸນແຮງແລ້ວ, ຂ້າພະເຈົ້າຢາກໃຫ້ໝັ້ນໃຈວ່າ ເຂົາເຈົ້າສາມາດເຂົ້າເຖິງຄວາມຍຸດຕິທຳ ແລະ ຮຽກຮ້ອງສິດທິຂອງເຂົາເຈົ້າໄດ້. ແຕ່ຢ່າງໃດກໍ່ຕາມ, ລະບົບການສົ່ງຕໍ່ທີ່ມີການປະສານງານທີ່ດີ ແມ່ນຍັງບໍ່ທັນເປັນບົບເທື່ອ.”
ເພື່ອເປັນການສ້າງການປະສານງານຫຼາຍຂະແໜງການ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ແລະ ສະຫະພັນແມ່ຍິງ ດ້ວຍການສະໜັບສະໜຸນຈາກ ອົງການ UNFPA, ກຳລັງສ້າງລະບົບກົນໄກການປະສານງານແຫ່ງຊາດ ແລະ ລະບົບສົ່ງຕໍ່ສຳລັບກໍລະນີຄວາມຮຸນແຮງບົນພື້ນຖານທາງເພດ ທີ່ຈະເສື່ອມຕໍ່ ຂະແໜງການສາທາລະນະສຸກ ກັບ ຂະແໜງການສັງຄົມ, ຍຸດຕິທຳ ແລະ ຕຳຫຼວດ. ພາຍໃຕ້ໂຄງການຂອງອົງການ UNFPA ໃນການຈັດຕັ້ງປະຕິບັດ ຊຸດບໍລິການຈຳເປັນສຳລັບແມ່ຍິງ ແລະ ໄວໜຸ່ມຍິງທີ່ຖືກຄວາມຮຸນແຮງ (ESP), ທີ່ໄດ້ຮັບທຶນຈາກ Australia DFAT, ແລະ ການຈັດຕັ້ງປະຕິບັດ ຊຸດບໍລິການຈຳເປັນສຳລັບແມ່ຍິງ ແລະ ໄວໜຸ່ມຍິງທີ່ຖືກຄວາມຮຸນແຮງ (ESP) ໃນຂອບເຂດທີ່ກ້ວາງກວ່າ ແມ່ນໄດ້ຮັບການສະໜັບສະໜຸນຈາກບັນດາຄູ່ຮ່ວມພັດທະນາ ລວມມີ DFAT, KOICA, UK and SDC.
ສຳລັບບົດບາດຂອງຂະແໜງການສາທາລະນະສຸກ, ດຣ ດາວດວງຈັນ ກ່າວວ່າ ແພດໝໍຕ້ອງໄດ້ຮູ້ກ່ຽວກັບການດູແລ ກ່ອນ ແລະ ຫຼັງດູແລ ຜູ້ທີ່ຖືກຄວາມຮຸນແຮງ: "ອີງຕາມຄູ່ມືດັ່ງກ່າວ, ພວກເຮົາໄດ້ແຕ້ມພາບເຄືອຄ່າຍການຊ່ວຍເຫຼືອ ແລະ ລະບົບສົ່ງຕໍ່ ໂດຍການເສື່ອມຕໍ່ ກະຊວງສາທາລະນະສຸກ, ສະຫະພັນແມ່ຍິງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ສານປະຊາຊົນສູງສຸດ. ສະນັ້ນ, ພວກເຮົາຕ້ອງຮັບປະກັນວ່າແມ່ຍິງໄດ້ເຂົ້າເຖິງລະບົບການຊ່ວຍເຫຼືອທີ່ເຕັມສ່ວນ ແລະ ສິດທິຂອງເຂົາເຈົ້າໄດ້ຮັບການປົກປ້ອງເປັນຢ່າງດີ", ນາງກ່າວຕື່ມ.
ໃນແຜນຕໍ່ໜ້າ, ດຣ ດາວດວງຈັນ ເນັ້ນວ່າ “ຫຼັງຈາກທີ່ສຳລເັດການຝຶກອົບຮົມຄັ້ງນີ້ແລ້ວ, ພວກເຮົາຈະລົງໄປທົດລອງຕົວຈິງຢູ່ໂຮງໝໍແຂວງສະຫວັນນະເຂດ ທີ່ມີສູນປົກປ້ອງ ທີ່ຈັດຕັ້ງປະຕິບັດໂດຍ ສະຫະພັນແມ່ຍິງ, ແລະ ພວກເຮົາຈະເບິ່ງວ່າ ການປະຕິບັດໂຕຈິງຈະເປັນໄປແນວໃດ.” ນອກຈາກນັ້ນ, ຍັງມີແຜນທີ່ຈະລົງຈັດຝຶກອົບຮົມໃຫ້ ແພດໝໍ ຢູ່ສະຖານທີ່ບໍລິການທັງໝົດ ໃນຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໂດຍນຳໃຊ້ຄູ່ມືດັ່ງກ່າວ.
For more information please contact:
Oulayvanh Sayarath
National Program Analyst
UNFPA Laos
Vanly Lorkuangming
Communications and Partnerships Analyst
UNFPA Laos