You are here

ການບໍລິການສຸຂະພາບທາງໂທລະສັບເຮັດໃຫ້ມີຄວາມສະດວກໃນການເຊື່ອມຕໍ່ກັບຄົນເຈັບ ແລະ ການໃຫ້ຄໍາປຶກສາແກ່ເຂົາເຈົ້າ. ພວກເຮົາຍັງສາມາດໝັ້ນໃຈໄດ້ວ່າພວກເຂົາຖືກນຳສົ່ງໄປໂຮງໝໍ ທັນເວລາໃນກໍລະນີສຸກເສີນ. ນອກຈາກນັ້ນ, ການບໍລິການສຸຂະພາບທາງໂທລະສັບ ຍັງເປັນວິທີທີ່ດີທີ່ຈະສືບຕໍ່ໃຫ້ບໍລິການດ້ານສຸຂະພາບໃນໄລຍະ COVID-19 ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ ແລະ ການແຜ່ເຊື້ອ. ກ່າວໂດຍທ່ານໝໍ ຈຸນອຸມຶນ.

 

ທ່ານໝໍ ຈຸນອຸມຶນ ອາຍຸ 32 ປີ, ຜູ້ຊ່ຽວຊານປະສູດພະຍາດຍິງ  ຢູ່ໂຮງໝໍແຂວງເຊກອງ, ໄດ້ເຂົ້າຮ່ວມການຝຶກອົບຮົມກ່ຽວກັບ ການບໍລິການສຸຂະພາບທາງໂທລະສັບ ໂດຍກົມບຸກຄະລາກອນການແພດ, ກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ UNFPA.

 

ພາຍໃນເດືອນທັນວາ ປີ 2021 ໄດ້ມີຜູ້ໃຫ້ບໍລິການດ້ານສຸຂະພາບຕື່ມອີກ 152 ຄົນຈາກແຂວງເຊກອງ, ໄຊຍະບູລີ, ຜົ້ງສາລີ ແລະ ແຂວງວຽງຈັນ ທີ່ເຂົ້າຮ່ວມການຝຶກອົບຮົມດັ່ງກ່າວ. ຜູ້ໃຫ້ບໍລິການດ້ານສຸຂະພາບດັ່ງກ່າວແມ່ນໄດ້ເຮັດວຽກຢູ່ໃນສູນກັກກັນ ແລະ ສະຖານທີ່ແຍກປ່ຽວນັບຕັ້ງແຕ່ການລະບາດຂອງ COVID-19. ການຝຶກອົບຮົມໄດ້ສຸມໃສ່ການນໍາໃຊ້ ການບໍລິການສຸຂະພາບທາງໂທລະສັບ ເປັນແນວທາງໃນການໃຫ້ບໍລິການທີຈຳເປັນພື້ນຖານ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ, ແລະ ໄວໜຸ່ມ (RMNCAH), ລວມທັງຂໍ້ມູນການປົກປ້ອງ ແລະ ການປ້ອງກັນ COVID-19 ໃນສະຖານທີ່ບໍລິການເຫຼົ່ານັ້ນ.

 

ກອງປະຊຸມແບບມີສ່ວນຮ່ວມນີ້ ລວມມີລະບົບການສົ່ງຕໍ່, ການບໍລິການວາງແຜນຄອບຄົວ, ການບັນທຶກເອກະສານ, ການຝາກທ້ອງ, ການເກີດລູກ, ການເບິ່ງແຍງຫຼັງເກີດ, ສຸຂະພາບຈິດ, ແລະ ທັກສະການໃຫ້ຄໍາປຶກສາ, ລວມທັງການສະແດງບົດບາດສົມມຸດ.

 

ໃນໄລຍະທີ່ຜ່ານມາ, ກະຊວງສາທາລະນະສຸກ ແລະ ອົງການ UNFPA  ໄດ້ຈັດອົບຮົມໃຫ້ແກ່ຜູ້ໃຫ້ບໍລິການດ້ານສຸຂະພາບ  ຈາກ 6 ແຂວງພາກກາງ ແລະ ພາກໃຕ້ ເມື່ອມີຈຳນວນແຮງງານເພດຍິງກັບຄືນບ້ານເພີ່ມຂຶ້ນສູງ. ການສ້າງຂີດຄວາມສາມາດນີ້ ແລະ ການສະໜອງ ອຸປະກອນ ການບໍລິການສຸຂະພາບທາງໂທລະສັບ  ໄດ້ປະກອບສ່ວນໃນການຮັບປະກັນການຕອບສະໜອງ ແລະ ຄວາມຕໍ່ເນື່ອງຂອງການບໍລິການ RMNCAH ໃນຂະນະທີ່ປ້ອງກັນຜູ້ໃຫ້ບໍລິການສຸຂະພາບ ແລະ ຄົນເຈັບໃຫ້ປອດໄພໃນໄລຍະທີ່ມີການລະບາດ.

 

ການນຳໃຊ້ການບໍລິການ RMNCAH ທີ່ຈຳເປັນທາງດ້ານດິຈິຕອລ ໄດ້ທົດລອງໃນປີ 2020 ແລະ ໄດ້ເຫັນຜົນຕອບຮັບທີ່ດີ ເນື່ອງຈາກຫຼາຍກວ່າ 80% ຂອງປະຊາກອນລາວມີໂທລະສັບມືຖື (ການສຳຫຼວດພົນລະເມືອງ, 2015); ນະວັດຕະກໍານີ້ເຮັດໃຫ້ຄົນເຈັບ ແລະ ຜູ້ໃຫ້ບໍລິການດ້ານສຸຂະພາບໃກ້ຊິດກັນກວ່າແຕ່ກ່ອນ. ມັນສະໜອງການຊ່ວຍເຫຼືອໄວ ແລະ ທັນທີທັນໃດແກ່ແມ່ຍິງ, ໂດຍສະເພາະໃນເວລາທີ່ວິກິດການ.

 

ການໃຫ້ການບໍລິການ RMNCAH ທີ່ສຳຄັນໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ເປັນສິ່ງທ້າທາຍອັນໃຫຍ່ຫຼວງໃນ ສປປ ລາວ. ແມ່ຍິງຫຼາຍຄົນຢູ່ໃນເຂດຫ່າງໄກສອກຫຼີກ ບໍ່ສາມາດເຂົ້າເຖິງສະຖານທີ່ບໍລິການສຸຂະພາບ ຫຼື ມີຄວາມຫຍຸ້ງຍາກໃນການເຂົ້າເຖິງ ເນື່ອງຈາກໄລຍະທາງໄກ ແລະ ຂາດການຂົນສົ່ງ, ແລະ ອື່ນໆ. ການປິດເມືອງ ແລະ ຜົນກະທົບທີ່ກີດຂວາງການບໍລິການ RMNCAH ເນື່ອງຈາກ COVID-19 ໄດ້ເຮັດໃຫ້ສະຖານະການຮ້າຍແຮງຂຶ້ນ.

 

ພະຍາດໂຄວິດ 19 ຍັງໄດ້ກີດຂວາງຄວາມຄືບໜ້າຂອງຕົວຊີ້ວັດເຊັ່ນ: ການນໍາໃຊ້ຢາຄຸມກໍາເນີດທີ່ຫຼຸດລົງ 15% ໃນປີ 2021, ເຮັດໃຫ້ຈໍານວນການຖືພາທີ່ບໍ່ຕ້ອງການເພີ່ມຂຶ້ນ, ແມ່ຍິງທີ່ຊອກຫາການດູແລຫຼັງການລຸລູກເພີ່ມຂຶ້ນ ຍ້ອນອາການສົນຂອງການລຸລູກທີ່ບໍ່ປອດໄພ ແລະ ການເກີດລູກກ່ອນກຳນົດຍັງເພີ່ມຂຶ້ນເນື່ອງຈາກການຫຼຸດລົງຂອງການເຂົ້າເຖິງການດູແລກ່ອນເກີດ. ບໍລິການສຸຂະພາບທາງໂທລະສັບ ເຊື່ອມຕໍ່ແມ່ຍິງກັບຜູ້ໃຫ້ບໍລິການດ້ານສຸຂະພາບ ທຸກທີ່ທູກເວລາທີ່ເຂົາຕ້ອງການ.

 

ໃນຂະນະທີ່ ການບໍລິການສຸຂະພາບທາງໂທລະສັບ ເປັນບາດກ້າວທີ່ທີ່ສໍາຄັນໃນການຕອບໂຕ້ການລະບາດຂອງພະຍາດ COVID-19 ຂອງຂະແໜງການສາທາລະນະສຸກ, ມັນກໍ່ຮຽກຮ້ອງໃຫ້ມີການປັບປຸງເພື່ອຜັນຂະຫຍາຍໃຫ້ກວມເອົາແມ່ຍິງໄວຈະເລີນພັນທຸກຄົນໃ, ໂດຍສະເພາະກຸ່ມທີ່ມີຄວາມສ່ຽງ ແລະ ຜູ້ດ້ອຍໂອກາດ. ພວກເຮົາຕ້ອງຄຳນຶງເຖິງຜູ້ທີ່ບໍ່ມີໂທລະສັບມືຖື ຫຼື ສະມາດໂຟນ, ແລະ ກຸ່ມຊົນເຜົ່າທີ່ບໍ່ໄດ້ເວົ້າພາສາລາວ ເຊັ່ນຕົວຢ່າງ: ຢູ່ແຂວງເຊກອງ ແມ່ນມີຫຼາຍຊົນເຜົ່າ, ກ່າວໂດຍທ່ານໝໍ ຈຸນອຸມຶນ, ເຊິ່ງໄດ້ສະເໜີໃຫ້ສ້າງເຄື່ອງມື ແລະ ຊ່ອງທາງສື່ສານທີ່ຫຼາກຫຼາຍເພື່ອຜ່ານຜ່າສິ່ງກີດຂວາງດ້ານພາສາ.

 

ໂດຍການຮັບຮູ້ເຖິງການປັບປຸງ, ການບໍລິການສຸຂະພາບທາງໂທລະສັບ ສ່ອງແສງເຖິງອະນາຄົດຂອງການບໍລິການຈຳເປັນພື້ນຖານ RMNCAH ໃນຊຸມຊົນໃນທຸກສະຖານະການບໍ່ວ່າຈະມີຫຼືບໍ່ມີວິກິດກໍ່ຕາມ. ການລົງທຶນເພີ່ມເຕີມແມ່ນມີຄວາມຈຳເປັນ ເພື່ອສະໜັບສະໜູນກະຊວງສາທາລະນະສຸກ ໃນການຂະຫຍາຍການບໍລິການສຸຂະພາບທາງໂທລະສັບ ໄປສູ່ບັນດາແຂວງອື່ນໆ, ເພື່ອໃຫ້ແມ່ຍິງ ແລະ ໄວໜຸ່ມຍິງສາມາດເຂົ້າເຖິງການບໍລິການສຸຂະພາບທີ່ຈຳເປັນພື້ນຖານ, ບໍ່ພຽງແຕ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ເທົ່ານັ້ນ, ແຕ່ຍັງລວມທັງໄລຍະສະພາບນໍ້າຖ້ວມຕາມລະດູການ ແລະ ສຳລັບເຂດທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງ. ອົງການUNFPA ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ກະຊວງສາທາລະນະສຸກ ເພື່ອຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄຸນນະພາບຢ່າງທົ່ວເຖິງ.

 

***************

UNFPA ແມ່ນໜ່ວຍງານດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງອົງການສະຫະປະຊາຊາດ, ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າໝາຍການເສຍຊີວິດຂອງແມ່ໃຫ້ເປັນສູນ, ຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ໄດ້ຮັບການຕອບສະໜອງໃຫ້ເປັນສູນ, ແລະ ຄວາມຮຸນແຮງທາງເພດໃຫ້ເປັນສູນ.

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ນາງ ສິລິພອນ ສະກຸນຄູ ຜູ້ປະສານງານໂຄງການ SRH

UNFPA ສປປ ລາວ

ອີເມວ: ssakulku@unfpa.org

 

ນາງ ວັນລີ ລໍກ່ວາງມິງ

ນັກວິເຄາະດ້ານການສື່ສານ ແລະ ການຮ່ວມມື

UNFPA ສປປ ລາວ

ອີເມວ: lorkuangming@unfpa.org