Go Back Go Back
Go Back Go Back
Go Back Go Back

ບົດບັນຍາຍຮ່ວມ ໂດຍຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ, ຫວຽດນາມ ແລະຫົວໜ້າອົງການ UNFPA ປະເທດໄທ

ບົດບັນຍາຍຮ່ວມ ໂດຍຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ, ຫວຽດນາມ ແລະຫົວໜ້າອົງການ UNFPA ປະເທດໄທ

Press Release

ບົດບັນຍາຍຮ່ວມ ໂດຍຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ, ຫວຽດນາມ ແລະຫົວໜ້າອົງການ UNFPA ປະເທດໄທ

calendar_today 22 August 2024

ASEAN side event
Joint Opinion Editorial by UNFPA Representatives in Lao PDR, and Viet Nam and Country Director of UNFPA Thailand

ບົດ​ບັນ​ຍາຍ​ຮ່ວມ ​ໂດຍ​ຜູ້​ຕາງ​ໜ້າ ອົງການ UNFPA ປະ​ຈຳ ສ​ປ​ປ ລາວ, ຫວຽດ​ນາມ ແລະຫົວໜ້າອົງການ UNFPA ປະເທດໄທ

ທ່ານ ດຣ. ບາກທິຢໍ ກາດີເຣິບ, ທ່ານ ແມັດທິວ ແຈກສັນ, ທ່ານ ດຣ. ຈູລີຕ້າ ໂອນາບານໂຈ

"ເປີດທຸກປະຕູ: ການຮຽກຮ້ອງຮ່ວມກັນ ເພື່ອຊ່ວຍເຫຼືອຜູ້ລອດຊີວິດ ຈາກຄວາມຮຸນແຮງທາງເພດ ໃນອາຊີຕາເວັນອອກສຽງໃຕ້"

 

ໃນອາຊີຕາເວັນອອກສຽງໃຕ້, ຍັງມີມາດຕະຖານທາງບົດບາດຍິງ-ຊາຍແບບດັ້ງເດີມທີ່ຝັງເລິກ ມັກຈະກຳນົດໃຫ້ແມ່ຍິງ ແລະ ເດັກຍິງເປັນຜູ້ເບິ່ງແຍງຜູ້ອື່ນ, ກໍໃຫ້ເກີດຄວາມບໍ່ສົມດຸນລະຫວ່າງບົດບາດຍິງ-ຊາຍ ທັງຄວາມຮັບຜິດຊອບໃນຄົວເຮືອນ ແລະ ບົດບາດທາງສັງຄົມ. ອັກຄະຕິທາງເພດທີ່ຝັງເລິກນີ້, ຄຽງຄູ່ໄປກັບການແຈກຢາຍວຽກເບິ່ງແຍງຜູ້ອື່ນ ໂດຍບໍ່ໄດ້ຮັບຄ່າຈ້າງ ຢ່າງບໍ່ເທົ່າທຽມ, ຊຸກຍູ້ໃຫ້ສິ່ງທ້າທາຍທີ່ແມ່ຍິງຕ້ອງປະເຊີນຮ້າຍແຮງຂຶ້ນ, ເຊິ່ງເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການທີ່ຖືກຂົ່ມເຫງ ແລະ ສືບຕໍ່ເປັນວົງຈອນຂອງຄວາມບໍ່ສະເໝີພາບ ແລະ ການເພິ່ງພາທາງເສດຖະກິດຕໍ່ໄປ. ເມື່ອເວລາຜ່ານໄປ, ຄວາມເປັນເອກະລາດ ແລະ ອຳນາດການຕັດສິນໃຈຂອງແມ່ຍິງກໍຖືກທຳລາຍ, ເຮັດໃຫ້ເພີ່ມຄວາມສ່ຽງຕໍ່ຄວາມຮຸນແຮງໃນຄອບຄົວ - ເຊິ່ງເປັນວິກິດການໃນທົ່ວໂລກ ທີ່ຖືກເຊື່ອງໄວ້ຢ່າງເປີດແປນ.

ຕົວຢ່າງເຊັ່ນ: ສປປ ລາວ, ທີ່ມີແມ່ຍິງຈຳນວນເກືອບ 1/3 ໄດ້ປະເຊີນກັບ ຄວາມຮຸນແຮງທາງດ້ານຮ່າງກາຍ, ທາງເພດ, ຫຼື ທາງດ້ານຈິດໃຈ ຈາກຄູ່ຮັກ/ຜົວ ໃນຕະຫຼອດຊີວິດຂອງພວກເຂົາ, ເຊິ່ງສະທ້ອນໃຫ້ເຫັນເຖິງຮູບແບບລະດັບພາກພື້ນ ແລະ ທົ່ວໂລກ ທີ່ຝັງຢູ່ໃນມາດຕະຖານທາງດ້ານສັງຄົມ ແລະ ບົດບາດຍິງ-ຊາຍ. ສະພາບ​ການ​ຂອງ​ຫວຽດນາມ​ກໍ​ມີ​ຄວາມ​ຫຍຸ້ງຍາກ​ເຊັ່ນ​ກັນ: ການ​ສຶກສາ​ລະດັບ​ຊາດ ​ປີ ​​2019 ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ​ພົບ​ວ່າ ເກືອບ 2/3 (63%) ຂອງ​ແມ່ຍິງ​ທີ່​ເຄີຍ​ແຕ່ງງານ ​ໄດ້​ປະສົບ​ກັບ​ຄວາມ​ຮຸນ​ແຮງ, ໂດຍອັດຕາ 90,4% ບໍ່​ເຄີຍ​ຂໍ​ຄວາມ​ຊ່ວຍ​ເຫຼືອເລີຍ. ຄ່າໃຊ້ຈ່າຍທາງດ້ານເສດຖະກິດຂອງຄວາມຮຸນແຮງດັ່ງກ່າວ ກວມເອົາ 1.81% ຂອງຍອດລວມຜະລິດຕະພັນພາຍໃນ (GDP) ຂອງຊາດໃນປີ 2018. ໃນປະເທດໄທ, ເຖິງວ່າຈະມີຄວາມຄືບຫນ້າ, ແຕ່ແມ່ຍິງ 44% ຍັງຄົງລາຍງານກ່ຽວກັບ ຄວາມຮຸນແຮງໃນຄູ່ຮັກ/ຜົວ, ເຊິ່ງຊີ້ໃຫ້ເຫັນສິ່ງທ້າທາຍທີ່ເກີດຂຶ້ນຢ່າງຕໍ່ເນື່ອງ. ແຕ່ລະສະຖິຕິລະດັບຊາດເຫຼົ່ານີ້ ເນັ້ນຢ້ຳເຖິງວິກິດການຄວາມຮຸນແຮງຕໍ່ແມ່ຍິງໃນທົ່ວໂລກທີ່ກວ້າງຂຶ້ນ, ຍ້ອນຄວາມບໍ່ສະເໝີພາບທີ່ຝັງເລິກ ແລະ ລະບົບທີ່ເປັນອຸປະສັກ.

ASEAN side event - Lao PDR

ລັດຖະບານ​ແຫ່ງ ສປປ ລາວ, ຫວຽດນາມ, ​ໄທ, ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ອົງການ UNFPA ​ແລະ ບັນດາ​ຄູ່​ຮ່ວມ​ງານ ລວມເຖິງ ອົງການ UN Women, UNDP, WHO, UNODC, ລັດຖະບານ ສ.​ເກົາຫຼີ ຜ່ານ ອົງການ KOICA, ອົດ​ສະ​ຕາ​ລີ (DFAT) ​ແລະ ຍີ່ປຸ່ນ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ ໃນການຕໍ່ສູ້ກັບຄວາມຮຸນແຮງບົນພື້ນຖານທາງເພດ, ໂດຍຜ່ານການຈັດໃຫ້ມີ ຖົງເຄື່ອງໃຊ້ທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງ ທີ່ລອດຊີວິດຈາກຄວາມຮຸນແຮງ ເຊິ່ງເປັນມາດຕະຖານຄຳ ລະດັບໂລກ ໃນການແກ້ໄຂຂັ້ນສະຖາບັນ ຕໍ່ກັບຄວາມຮຸນແຮງບົນພື້ນຖານທາງເພດ. ທັງ 3 ປະເທດອາຊຽນ, ມີການຈັດຕັ້ງລະບົບການຊ່ວຍເຫຼືອແບບຄົບວົງຈອນເຊັ່ນ: ສູນບໍລິການປະຕູດຽວ ຫຼື ສູນຊ່ວຍເຫຼືອສຸກເສີນ (Crisis Centers) ໄດ້ຮັບການສ້າງຕັ້ງຂຶ້ນຢູ່ໃນໂຮງໝໍ ຫຼື ພາຍໃນຂະແໜງການສັງຄົມຕ່າງໆ ແລະ ມາດຕະຖານການດຳເນີນງານທີ່ກົມກຽວກັນ ໄດ້ຮັບການພັດທະນາ ໂດຍກວມເອົາຂະແໜງການ ສາທາລະນະສຸກ, ສັງຄົມ, ຍຸຕິທຳ ແລະ ຕຳຫຼວດ, ພ້ອມທັງຄວາມພະຍາຍາມໃນການເສີມສ້າງ ເບີໂທສາຍດ່ວນ ສຳລັບຜູ້ລອດຊີວິດ. ນອກຈາກນັ້ນ, ການເຊື່ອມສານການບໍລິການຕ່າງໆ ເຂົ້າກັບລະບົບຫຼັກປະກັນສຸຂະພາບຢ່າງຖົ່ວໜ້າ ຂອງປະເທດໄທຢ່າງຕໍ່ເນື່ອງ ກໍແມ່ນບາດກ້າວທີ່ສຳຄັນ ເພື່ອຮັບປະກັນວ່າຜູ້ລອດຊີວິດທັງຫມົດ ຈະໄດ້ຮັບການຊ່ວຍເຫຼືອຕາມທີ່ພວກເຂົາຕ້ອງການ ໂດຍບໍ່ມີອຸປະສັກທາງດ້ານການເງິນ.

ຄວາມ​ຄືບ​ໜ້າ​ອັນ​ພົ້ນ​ເດັ່ນ ​ຂອງ ສປປ ລາວ, ຫວຽດນາມ ​ແລະ ​ໄທ ​ເປັນສິ່ງພິສູດ​ເຖິງ​ຫຼັກ​ໝັ້ນ​ອັນແຂງແກ່ນຂອງ​ລັດຖະບານ ​ແລະ ການ​ນຳ​ໃຊ້​ຢ່າງ​ເປັນ​ລະບົບ​ຂອງ ​ການ​ຮ່ວມ​ມື​ ​ໃຕ້-​ໃຕ້ 3 ຝ່າຍ. ວິທີການນີ້ໄດ້ພິສູດວ່າເປັນຕົວແບບທີ່ມີປະສິດຕິພາບ ໃນການແກ້ໄຂຄວາມຮຸນແຮງບົນພື້ນຖານທາງເພດ ໂດຍຜ່ານການແບ່ງປັນຄວາມຮູ້, ຊັບພະຍາກອນ ແລະ ການປະຕິບັດທີ່ເປັນນະວັດຕະກໍາ. ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ດັ່ງກ່າວນີ້ ​ໄດ້​​ຮວບຮວມເອົາ​ຈິດວິນຍານຂອງ​ອາ​ຊຽນ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ເປັນ​ເຈົ້າພາບ​ ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ກຳມະການ​ ວ່າດ້ວຍສະຖານະພາບຂອງ​ແມ່ຍິງ ​ຄັ້ງ​ທີ 68 ທີ່​ຜ່ານ​ມາ, ມີການ​ພົບ​ປະ​ແລກປ່ຽນ​ການ​ສຶກສາ​ ແບບເຊິ່ງໜ້າ ​ແລະ ​ແບບ​ອອນລາຍ, ການ​ຢ້ຽມຢາມ​ສະຖານ​ທີ່​ຮ່ວມກັນ ​ແລະ ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ​ ສໍາລັບກິດຈະກໍາ 16 ວັນ ​ແຫ່ງ​ການ​ເຄື່ອນ​ໄຫວ ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງບົນພື້ນຖານ​ທາງ​ເພດ, ເຊິ່ງ​ຖືກ​ກຳນົດຂຶ້ນ​ພ້ອມກັນທົ່ວໂລກ ໃນ​ທຸກໆ​ປີ.

ASEAN side event - Viet Nam

ໃນ​ອາທິດ​ນີ້, ​​ກອງ​ປະຊຸມ​ສຸດ​ຍອດການ​ນຳ​ແມ່ຍິງ​ອາ​ຊຽນ ຄັ້ງ​ທີ 3 ໃນ​ຫົວ​ຂໍ້​: ເສີມ​ຂະຫຍາຍ​ເສດຖະກິດ​ການເບິ່ງແຍງ ​​ສູ່​ປະຊາ​ຄົມ​ອາ​ຊຽນ ຫຼັງ​ປີ 2025”, ສປປ ລາວ, ​ໄທ ແລະ ຫວຽດນາມ ຈະ​ສົມທົບກັນເຂົ້າຮ່ວມອີກຄັ້ງ ​ໃນ​ກອງປະຊຸມເສີມ​ທີ່​ມີ​ຫົວ​ຂໍ້​ວ່າ: ບໍ່​ມີປະຕູໃດທີ່​ຜິດ” : ແບ່ງ​ປັນ​ການ​ປະ​ຕິ​ບັດ​ທີ່​ດີ​ ກ່ຽວ​ກັບ​ການ​ປະ​ສານ​ງານແກ້ໄຂ ຄວາມຮຸນແຮງບົນພື້ນຖານທາງເພດ​, ການ​ປົກ​ປ້ອງ​, ການ​ບໍ​ລິ​ການ​ດ້ານສັງ​ຄົມ​ (ສົງເຄາະ), ເສັ້ນ​ທາງ​ການ​ສົ່ງ​ຕໍ່ ​ແລະ​ ການ​ຕອບ​ສະ​ຫນອງ​ຂອງລະ​ບົບ​ສຸ​ຂະ​ພາບ​”​. ພ້ອມ​ກັນ​ນັ້ນ, ພວກ​ເຂົາ​ຈະ​ຮ່ວມກັນສະ​ເໜີ​ຄຳ​​ແນະນຳຕົວຈິງ​ ແກ່​ຜູ້​ເຂົ້າ​ຮ່ວມຫຼາຍກວ່າ 200 ​ຄົນ ​ໂດຍ​ອີງ​ໃສ່​ຜົນ​ສຳ​ເລັດ​ຂອງ​ຕົນ ​ໃນ​ການ​ປະຕິບັດ​ມາດ​ຕະຖານການດຳເນີນ​ງານ ​ທີ່​ສອດຄ່ອງ​ກັບ​ມາດຕະຖານ​ສາກົນ ​ເພື່ອ​ຮັບປະກັນ​ໃຫ້​ຜູ້​ລອດ​ຊີວິດ​ຈາກ​ຄວາມ​ຮຸນ​ແຮງ​ ໄດ້​ຮັບ​ການ​ເບິ່ງແຍງ ​ແລະ ການ​ຊ່ວຍເຫຼືອ​ທີ່​ຈຳ​ເປັນ ​ທີ່ພວກ​ເຂົາ​​ຕ້ອງການ ​ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ ​ບັນດາ​ອົງການຕ່າງໆ ​ທັງໃນຂັ້ນສູນກາງ ​ແລະ ທ້ອງຖິ່ນ.

ASEAN side event - Thailand

ບົດຮຽນຂອງ ສປປ ລາວ, ຫວຽດນາມ ແລະ ໄທ ແມ່ນຈະແຈ້ງຄື:

  • ຄວນຈະ "ບໍ່ມີປະຕູໃດທີ່ຜິດ" ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງ ໃນການຂໍຮັບການຊ່ວຍເຫຼືອທີ່ພວກເຂົາຕ້ອງການ, ບໍ່ວ່າພວກເຂົາຈະປິ່ນໜ້າໄປທາງໃດ.
  • ການລວມເອົາຊຸດຖົງເຄື່ອງໃຊ້ທີ່ຈຳເປັນ ເຂົ້າໃນກົດໝາຍ ແລະນະໂຍບາຍແຫ່ງຊາດ ແມ່ນມີຄວາມສຳຄັນ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດຢ່າງມີປະສິດຕິພາບ.
  • ການແກ້ໄຂຄວາມຮຸນແຮງບົນພື້ນຖານທາງເພດ ຮຽກຮ້ອງໃຫ້ມີວິທີການລວມໝູ່ ແລະຫຼາຍພາກສ່ວນທີ່ທ້າທາຍຕໍ່ມາດຕະຖານ ແລະໂຄງສ້າງທາງບົດບາດຍິງ-ຊາຍ ທີ່ເຮັດໃຫ້ເກີດຄວາມຮຸນແຮງ ໄປພ້ອມໆກັນ.
  • ການໃຫ້ບໍລິການບໍ່ພຽງພໍ; ພວກ​ເຮົາ​ຍັງ​ຕ້ອງ​ເຮັດ​ວຽກ​ເພື່ອ​ປ່ຽນ​ບັນ​ດາ​ ມາດຕະຖານ​ທາງ​ສັງ​ຄົມ, ຮັບ​ປະ​ກັນ​ວ່າ​ຜູ້​ລອດ​ຊີ​ວິດ​ຈະ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ ຫຼັງ​ຈາກ​​ຄວາມ​ຮຸນ​ແຮງ ແລະ​ສ້າງ​ຄວາມເຂັ້ມແຂງ ​ໃນການ​ປ້ອງ​ກັນ​ບໍ່​ໃຫ້​ມັນເກີດ​ຂຶ້ນ. ບາດກ້າວພື້ນຖານໃນການປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດ ແມ່ນຂຶ້ນກັບການຮັບຮູ້ ແລະເຫັນຄຸນຄ່າ ຂອງບົດບາດອັນສຳຄັນຂອງວຽກງານເບິ່ງແຍງຜູ້ອື່ນ, ສົມທົບກັບຄວາມພະຍາຍາມຢ່າງມີສະຕິ ເພື່ອແຈກຢາຍຄວາມຮັບຜິດຊອບເຫຼົ່ານີ້ຄືນໃໝ່ ຢ່າງສະເໝີພາບຫຼາຍຂຶ້ນ. ສິ່ງນີ້ເຮັດໃຫ້ເກີດຄວາມທ້າທາຍຕໍ່ບົດບາດຍິງ-ຊາຍແບບດັ້ງເດີມ ແລະການຮັບປະກັນຄວາມຮັບຜິດຊອບຮ່ວມກັນ ໂດຍມີທັງຜູ້ຊາຍ ແລະເດັກຊາຍ ທີ່ຕັ້ງໜ້າສະໜັບສະໜູນ ແລະຊ່ວຍເຫຼືອ ການເຂົ້າເຖິງຊັບພະຍາກອນ, ໂອກາດ ແລະ ການບໍລິການທີ່ສະເໝີພາບສຳລັບທຸກຄົນ, ບໍ່ວ່າຈະເປັນເພດໃດກໍຕາມ.

ຄຳໝັ້ນສັນຍາອັນໜັກແໜ້ນຂອງ ສປປ ລາວ, ໄທ ແລະຫວຽດນາມ ຕໍ່ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD) ປີ 1994 ແລະວາລະການພັດທະນາແບບຍືນຍົງ (SDGs) ປີ 2030 ໄດ້ມີບົດບາດສຳຄັນໃນການຊຸກຍູ້ ຄຳໝັ້ນສັນຍາຢຸດຕິຄວາມຮຸນແຮງບົນພື້ນຖານທາງເພດ ແລະສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ. ​ໂດຍ​ເນັ້ນ​ໜັກ​ເຖິງ​ການ​ເຊື່ອມ​ໂຍງກັນ​ລະຫວ່າງ​ ຂະບວນການ​ດ້ານ​ປະຊາກອນ, ສິດທິ​ມະນຸດ, ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ, ທັງ 3 ​ປະ​ເທດ​​ໄດ້​ວາງ​ພື້ນຖານ​ນະ​ໂຍບາຍ ​ແລະ​ໂຄງການ​ທີ່​ແກ້​ໄຂ​ຕົ້ນ​ເຫດ​ຂອງ​ຄວາມ​ຮຸນ​ແຮງ​ບົນພື້ນຖານທາງເພດ ​ແລະການສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ ​ແລະ​ເດັກ​ຍິງ. ນີ້​ແມ່ນ​ບາດ​ກ້າວ​ສຳ​ຄັນ ​ເພື່ອ​ແນ​ໃສ່​ບັນ​ລຸ​ເປົ້າ​ໝາຍ​ຮ່ວມກັນ ໃນດ້ານ​ສັນ​ຕິ​ພາບ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ຄວາມ​ຍຸ​ຕິ​ທຳ​ທາງ​ສັງ​ຄົມ.

ASEAN side event

ໃນຂະນະທີ່ພວກເຮົາສືບຕໍ່ສ້າງມໍລະດົກຂອງ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD) ໃນໄລຍະ 30 ປີ, ມັນເປັນສິ່ງຈໍາເປັນທີ່ຈະຮັກສາຈຸດສຸມ ຢ່າງບໍ່ຢຸດຢັ້ງ ໃນການຢຸດຕິຄວາມຮຸນແຮງບົນພື້ນຖານທາງເພດ, ຢ່າງຫນ້ອຍທີ່ສຸດ ເນື່ອງຈາກຄ່າໃຊ້ຈ່າຍຂອງການບໍ່ປະຕິບັດຫຍັງເລີຍ ແມ່ນສູງເກີນໄປ - ບໍ່ພຽງແຕ່ໃນດ້ານເສດຖະກິດເທົ່ານັ້ນ ແຕ່ໃນຄວາມທຸກທໍລະມານຢ່າງຕໍ່ເນື່ອງຂອງແມ່ຍິງ ແລະເດັກຍິງ ຈຳນວນນັບບໍ່ຖ້ວນ ໃນບັນດາປະເທດອາຊຽນ ແລະທົ່ວໂລກ. ເມື່ອພວກເຮົາເຮັດວຽກຮ່ວມກັນ, ຮວມພະລັງຂ້າມຊາຍແດນ, ພວກເຮົາສາມາດທໍາລາຍວົງຈອນຂອງຄວາມຮຸນແຮງໄດ້ ແລະຮັບປະກັນວ່າ ປະຕູໃດກໍ່ຕາມທີ່ຜູ້ລອດຊີວິດຍ່າງມາເພື່ອຂໍຮັບການຊ່ວຍເຫຼືອ - ບໍ່ວ່າຈະເປັນໂຮງຫມໍ, ສູນໃຫ້ຄຳປຶກສາ / ສູນພັກເຊົາຊົ່ວຄາວ, ຫຼືສະຖານີຕໍາຫຼວດ - ກໍຈະແມ່ນປະຕູທີ່ຖືກຕ້ອງສຳລັບພວກເຂົາ.
 

Joint Opinion Editorial by UNFPA Representatives in Lao PDR, and Viet Nam and Country Director of UNFPA Thailand

Related Content

No content available.