ທ້າວ ສິນນາລາດ ປະດິດ, ເຊິ່ງຮູ້ຈັກກັນດີໃນນາມ "ບິກ", ເຊິ່ງເປັນຕົວແທນໃຫ້ແກ່ພະລັງຂອງຄວາມອົດທົນ ແລະ ການປ່ຽນແປງ. ພຽງອາຍຸແຕ່ 18 ປີ, ໄດ້ກາຍມາເປັນຜູ້ນຳໄວໜຸ່ມຈາກນະຄອນຫຼວງວຽງຈັນ, ສປປ ລາວ, ລາວໄດ້ຈຸດປະກາຍຄວາມຫວັງ ແລະ ເປັນຜູ້ສະໜັບສະໜູນວຽກງານການວາງແຜນຄອບຄົວ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢ່າງຫ້າວຫັນ.
ການເດີນທາງຂອງທ້າວບິກ ເປັນຫຼັກຖານໃນການຫັນຂໍ້ຫຍຸ້ງຍາກໃຫ້ກາຍເປັນໂອກາດໃນການປ່ຽນແປງ. ລາວເວົ້າວ່າ, "ຂ້ອຍຢາກເປັນແບບຢ່າງໃຫ້ຄົນອື່ນໆ - ເພື່ອສະແດງໃຫ້ເຫັນວ່າການເປັນໂຕຂອງຕົນເອງ ແລະ ເຊື່ອໃນຕົວເອງທຸກຢ່າງກໍເປັນໄປໄດ້, ເຖິງແມ່ນວ່າຈະມີອຸປະສັກກໍຕາມ," ລາວສະທ້ອນໃຫ້ເຫັນໃນເສັ້ນທາງຂອງຕົນເອງ.
ຊີວິດໃນໄວເດັກ, ທ້າວບິກ ໄດ້ພົບພໍ້ກັບອຸປະສັກຫຼາຍປະການ. ລາວເກີດຈາກພໍ່ແມ່ໄວລຸ້ນທີ່ບໍ່ມີຄວາມພ້ອມ, ບໍ່ມີການວາງແຜນ, ຫຼັງຈາກຄວາມສໍາພັນຂອງພໍ່ແມ່ແຕກແຍກ ລາວກໍໄດ້ຖືກລ້ຽງດູໂດຍແມ່ຕູ້. ເຖິງແມ່ນວ່າແມ່ຕູ້ຈະລ້ຽງລາວສຸດຄວາມສາມາດຂອງນາງ ແຕ່ທ້າວບິກ ກໍຂາດຄວາມຈໍາເປັນພື້ນຖານ ແລະ ຍັງພົບພໍ້ກັບຄວາມຫຍຸ້ງຍາກໃນການສືບຕໍ່ຮຽນໜັງສື.
ນອກຈາກອຸປະສັກຕ່າງໆທີ່ລາວພົບພໍ້ໃນຊີວິດ ລາວຍັງໄດ້ປະເຊີນກັບຄວາມໂດດດ່ຽວ ແລະ ບັນຫາດ້ານສຸຂະພາບຈິດ, ຄອບຄົວຂອງລາວບໍ່ຍອມຮັບລາວທີ່ເປັນຄົນຫຼາກຫຼາຍເພດ (LGBTQ+ ). ທ້າວບິກຈື່ໄດ້ວ່າ “ຂ້ອຍຕັ້ງຄຳຖາມກັບຕົນເອງສະເໝີວ່າ ເປັນຫຍັງຂ້ອຍຕ້ອງອົດທົນກັບຊີວິດທີ່ເຈັບປວດໂດຍບໍ່ມີພໍ່ແມ່ຢູ່ຄຽງຂ້າງ, ເປັນຫຍັງພໍ່ແມ່ຂອງຂ້ອຍຈຶ່ງບໍ່ສະໜັບສະໜູນຂ້ອຍ ຫຼື ເປັນທີ່ເພິ່ງພາໃຫ້ຂ້ອຍຄືກັບຄອບຄົວອື່ນໆ.”
ຖ້າຫາກພໍ່ແມ່ຂອງຂ້ອຍຮູ້ຈັກການຄຸມກຳເນີດ ແລະ ເຂົ້າເຖິງການວາງແຜນຄອບຄົວ, ບາງທີຂ້ອຍອາດຈະບໍ່ໄດ້ພົບພໍ້ກັບຄວາມຫຍຸ້ງຍາກແບບນີ້.
ຈຸດຫັນປ່ຽນໄດ້ເກີດຂຶ້ນເມື່ອ ພີ່ນ້ອງ ເກີດຄວາມເຫັນໃຈຈຶ່ງໄດ້ກ້າວເຂົ້າມາສະໜັບສະໜູນການສຶກສາຂອງລາວ, ເຊິ່ງເຮັດໃຫ້ທ້າວບິກໄດ້ຮຽນຈົບຊັ້ນມັດທະຍົມປາຍ. ການຊ່ວຍເຫຼືອນີ້ໄດ້ເຮັດໃຫ້ລາວມີຄວາມປາດຖະໜາທີ່ຢາກຈະຊ່ວຍຄົນອື່ນທີ່ປະເຊີນກັບສະຖານະການທີ່ຄ້າຍຄືກັນ ຫຼື ຮ້າຍແຮງກວ່າທີ່ລາວເຄີຍພົບມາ. ໃນຕອນອາຍຸ 14 ປີ, ທ້າວບິກ ໄດ້ເລີ່ມເປັນອາສາສະໝັກສົ່ງເສີມຄວາມຮູ້ກ່ຽວກັບການວາງແຜນຄອບຄົວ ແລະ ການເຂົ້າເຖິງການຄຸມກຳເນີດ, ໂດຍມີຄວາມມຸ່ງໝັ້ນທີ່ຈະປ້ອງກັນບໍ່ໃຫ້ຄົນອື່ນພົບກັບຄວາມລຳບາກເຊັ່ນດຽວກັນກັບທີ່ລາວພົບພໍ້ຜ່ານມາ.
ໂດຍຜ່ານການເຮັດວຽກກັບສະມາຄົມສົ່ງເສີມສຸຂະພາບຄອບຄົວ (PFHA), ທີ່ໄດ້ຮັບສະໜັບສະໜູນຈາກອົງການ UNFPA, ທ້າວບິກ ໄດ້ກາຍເປັນຜູ້ນໍາໃນໄວໜຸ່ມທີ່ສໍາຄັນໃນການທັບມ້າງສິ່ງກີດຂວາງໃນການເຂົ້າເຖິງການຄຸມກໍາເນີດ. ລາວເວົ້າວ່າ "ການຄຸມກໍາເນີດແມ່ນເຄື່ອງມືທີ່ສໍາຄັນໃນການແກ້ໄຂບັນຫາການຖືພາທີ່ບໍ່ໄດ້ວາງແຜນ ແລະ ບັນຫາຄວາມສໍາພັນ", ໂດຍເນັ້ນໜັກເຖິງຄວາມຈຳເປັນໃນການຂ້າມຜ່ານສິ່ງກີດຂວາງທາງວັດທະນະທໍາ ແລະ ສົ່ງເສີມການວາງແຜນຄອບຄົວ. “ຖ້າພໍ່ແມ່ຂອງຂ້ອຍຮູ້ຈັກ ແລະ ເຂົ້າເຖິງການບໍລິການວາງແຜນຄອບຄົວ, ບາງທີຂ້ອຍອາດຈະບໍ່ໄດ້ປະເຊີນກັບຄວາມຫຍຸ້ງຍາກແບບນີ້. ພວກເຂົາສາມາດວາງແຜນສໍາລັບຊີວິດຂ້ອຍ ເມື່ອພວກເຂົາມີຄວາມພ້ອມທີ່ຈະມີລູກແທ້ໆ ແລະ ການເດີນທາງຂອງຂ້ອຍອາດຈະແຕກຕ່າງໄປຈາກນີ້.”
ຢູ່ ສປປ ລາວ, ການວາງແຜນຄອບຄົວແມ່ນມີຄວາມຈຳເປັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ການໂຄສະນາປຸກລະດົມຂອງທ້າວບິກ ແມ່ນມີຄວາມສຳຄັນຫຼາຍ. ທ່ານ ດຣ. ບັກທີຢໍ ຄາດີເລິບ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ອະທິບາຍວ່າ “ການວາງແຜນຄອບຄົວທີ່ປອດໄພ ແລະ ສະໝັກໃຈເປັນສິດທິພື້ນຖານຂອງມະນຸດ”.
ການລົງທຶນໃສ່ການວາງແຜນຄອບຄົວ ບໍ່ພຽງແຕ່ແມ່ນບັນຫາສິດທິມະນຸດເທົ່ານັ້ນ, ແຕ່ຍັງແມ່ນການເຄື່ອນໄຫວຍຸດທະສາດເພື່ອພັດທະນາປະເທດຊາດ. ການວິເຄາະກໍລະນີການລົງທຶນໃນປີ 2022 ສຳລັບ ສປປ ລາວ ເປີດເຜີຍໃຫ້ຮູ້ວ່າ ທຸກໆຄັ້ງທີ່ລົງທຶນໜຶ່ງໂດລາສະຫະລັດ ເຂົ້າໃນການວາງແຜນຄອບຄົວ, ຄອບຄົວ ແລະ ສັງຄົມ ຈະໄດ້ຮັບຜົນຕອບແທນຄືນ 33.6 ໂດລາສະຫະລັດ. ທ່ານ ດຣ. ບັກທີຢໍ ຄາດີເລິບ ກ່າວຕື່ມອີກວ່າ "ການວາງແຜນຄອບຄົວ ຊ່ວຍໃຫ້ເດັກຍິງສືບຕໍ່ເຂົ້າໂຮງຮຽນ, ເຮັດໃຫ້ແມ່ຍິງເຂົ້າຮ່ວມໃນກໍາລັງແຮງງານ, ຫຼຸດຜ່ອນຄວາມທຸກຍາກໃນຄົວເຮືອນ, ປັບປຸງໂພຊະນາການ, ແລະ ຫຼຸດຜ່ອນຄວາມບໍ່ສະເຫມີພາບ."
ການວາງແຜນຄອບຄົວໂດຍອີງໃສ່ສິດທິພື້ນຖານ ໃຫ້ຜົນປະໂຫຍດດ້ານສຸຂະພາບ, ສັງຄົມ, ແລະ ເສດຖະກິດສໍາຄັນສໍາລັບແມ່ຍິງ, ເດັກຍິງ, ແລະ ຊຸມຊົນທັງໝົດ.
ການລົງທຶນໃສ່ການວາງແຜນຄອບຄົວ ບໍ່ພຽງແຕ່ແມ່ນບັນຫາສິດທິມະນຸດເທົ່ານັ້ນ, ແຕ່ຍັງແມ່ນການເຄື່ອນໄຫວຍຸດທະສາດເພື່ອພັດທະນາປະເທດຊາດ. ການວິເຄາະກໍລະນີການລົງທຶນໃນປີ 2022 ສຳລັບ ສປປ ລາວ ເປີດເຜີຍໃຫ້ຮູ້ວ່າ ທຸກໆຄັ້ງທີ່ລົງທຶນໜຶ່ງໂດລາສະຫະລັດ ເຂົ້າໃນການວາງແຜນຄອບຄົວ, ຄອບຄົວ ແລະ ສັງຄົມ ຈະໄດ້ຮັບຜົນຕອບແທນຄືນ 33.6 ໂດລາສະຫະລັດ. ທ່ານ ດຣ. ບັກທີຢໍ ຄາດີເລິບ ກ່າວຕື່ມອີກວ່າ "ການວາງແຜນຄອບຄົວ ຊ່ວຍໃຫ້ເດັກຍິງສືບຕໍ່ເຂົ້າໂຮງຮຽນ, ເຮັດໃຫ້ແມ່ຍິງເຂົ້າຮ່ວມໃນກໍາລັງແຮງງານ, ຫຼຸດຜ່ອນຄວາມທຸກຍາກໃນຄົວເຮືອນ, ປັບປຸງໂພຊະນາການ, ແລະ ຫຼຸດຜ່ອນຄວາມບໍ່ສະເຫມີພາບ."
ຄຳໝາຍໝັ້ນ FP2030, ເຊິ່ງໄດ້ເປີດຕົວໃນເດືອນມີນາ ປີ 2024, ຄຳໝາຍໝັ້ນນີ້ ເປັນບາດກ້າວອັນສຳຄັນຕໍ່ກັບການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນສາກົນກ່ອນປີ 2030 ໃນ ສປປ ລາວ. ຄໍາໝັ້ນສັນຍານີ້ ແນໃສ່ເສີມຂະຫຍາຍການນຳໃຊ້ຢາຄຸມກຳເນີດ ແລະ ຮັບປະກັນການບໍລິການທີ່ເປັນມິດກັບໄວໜຸ່ມ, ຫຼຸດຜ່ອນຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ຖືກສະໜອງໃນເຍົາວະຊົນ ແລະ ໄວໜຸ່ມໃຫ້ໄດ້ 12% ກ່ອນປີ 2030. ນອກຈາກນັ້ນ, ການມີຢາຄຸມກຳເນີດ ແລະ ອຸປະກອນສຳລັບສຸຂະອະນາໄມໃຫ້ເພີ່ມຂຶ້ນຈາກ 53% ເປັນ 100%.
ເຖິງແມ່ນວ່າເປົ້າໝາຍຈະສູງ ແຕ່ມັນກໍສາມາດບັນລຸໄດ້. ການເພີ່ມການລົງທຶນໃຫ້ໄດ້ 16.7 ລ້ານໂດລາສະຫະລັດກ່ອນປີ 2030 ສາມາດສ້າງຜົນຕອບແທນໄດ້ເຖິງ 560 ລ້ານໂດລາສະຫະລັດ, ປ້ອງກັນການຖືພາໂດຍບໍ່ໄດ້ຕັ້ງໃຈເກືອບ 1 ລ້ານຄົນ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດໂດຍຜ່ານການມີສ່ວນຮ່ວມຂອງກໍາລັງແຮງງານ ແລະ ການສຶກສາເພີ່ມຂຶ້ນ.
ທ້າວບິກ ແລະ ໝູ່ເພື່ອນທີ່ເປັນຜູ້ນໍາຊາວຫນຸ່ມຢູ່ສະມາຄົມ PFHA ພ້ອມທີ່ຈະປະກອບສ່ວນເຂົ້າໃນເປົ້າຫມາຍ FP2030 ເຫຼົ່ານີ້. ເບິ່ງໄປຂ້າງໜ້າ, ຈິນຕະນາການຂອງທ້າວບິກ ຕໍ່ກັບອະນາຄົດທີ່ການສຶກສາສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໄດ້ເຊື່ອມເຂົ້າໃນຫຼັກສູດຂອງໂຮງຮຽນໃນທົ່ວປະເທດ. ລາວເວົ້າວ່າ "ການໃຫ້ຂໍ້ມູນທັນເວລາ ແລະ ມີຄຸນນະພາບສາມາດປ່ຽນແປງຊີວິດໄດ້, “ຂ້າພະເຈົ້າຫວັງວ່າຈະໄດ້ເຫັນການເຂົ້າຮ່ວມຂອງຊຸມຊົນຢ່າງກວ້າງຂວາງໃນການສົ່ງເສີມສິດທິ ແລະ ທາງເລືອກ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ. ບັນຫານີ້ຕ້ອງເປັນບູລິມະສິດຂອງບັນດາຄູ່ຮ່ວມງານ ແລະ ຜູ້ໃຫ້ທຶນ, ຮັບປະກັນວ່າການຕັດສິນໃຈໃນມື້ນີ້ຈະນຳໄປສູ່ອະນາຄົດອັນສົດໃສຂອງປະຊາຊົນ ແລະ ປະເທດຊາດ.”