You are here

ວັນທີ 30 ສິງຫາ 2022, ນະຄອນຫຼວງວຽງຈັນ - ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ (ຄຊກມດ) ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໂດຍໄດ້ຮັບການ ສະໜັບສະໜູນດ້ານທຶນຮອນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາ ສ ປປ ລາວ (KOICA) ໄດ້​ຈັດ​ກອງ​ປະ​ຊຸມ​ເພື່ອຮັບຮອງ ແລະ ເຜີຍແຜ່ກ່ຽວກັບ ''ມາດຕະຖານການດໍາເນີນງານ ການຄຸ້ມຄອງ, ການປະສານງານ ແລະ ເສັ້ນທາງການສົ່ງຕໍ່ແມ່ຍິງ ແລະ ເດັກຍິງ ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ”.

ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຈັດຂື້ນຮ່ວມກັບພາກ​ສ່ວນ​ກ່ຽວຂ້ອງ​ຈາກ​ບັນດາ​ຂະ​ແໜງ​ການ​ຄື: ສາທາລະນະ​ສຸກ, ສັງຄົມ, ຍຸຕິ​ທຳ ​ແລະ ຕຳຫຼວດ ​ແລະ ບັນດາ​ກະຊວງ​​ກ່ຽວຂ້ອງ ​ພ້ອມທັງຄູ່​ຮ່ວມ​​ພັດທະນາ ທີ່​ຮັບຜິດຊອບວຽກ​ງານ​ຕອບ​ໂຕ້​ຄວາມ​ຮຸນ​ແຮງ​ບົນພື້ນຖານທາງ​ເພດ.

ມາດຕະຖານການດໍາເນີນງານ (SOP) ການປະສານງານສະບັບນີ້ ແມ່ນໝາກຜົນຂອງການປຶກສາຫາລື ດ້ານວິຊາການຢ່າງເຂັ້ມຂຸ້ນ ລະຫວ່າງທຸກຂະແຫນງການທີ່ກ່ຽວຂ້ອງ ພາຍໃຕ້ການນໍາພາຂອງ ຄຊກມດ. ມາດຕະຖານການດໍາເນີນງານນີ້ ແມ່ນສອດຄ່ອງກັບ ຊຸດບໍລິການທີ່ຈໍາເປັນສໍາລັບ ແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງ ທີ່ໄດ້ຮັບການຍອມຮັບໃນລະດັບສາກົນ. ການສ້າງມາດຕະຖານດັ່ງກ່າວ ເປັນບາດກ້າວອັນສຳຄັນຂອງ ສປປ ລາວ ໃນການຮັບປະກັນໃຫ້ທຸກຂະແໜງການໃນການປະສານງານ ແລະ ຮ່ວມມືກັນ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ.

ຜົນການສຳຫລວດຂອງ ສປປ ລາວ ກໍ່ຄ້າຍຄືກັນກັບຜົນການການສຳຫລວດວາມຮຸນແຮງຕໍ່ແມ່ຍິງໃນທົ່ວໂລກ ຄື ຜົນການສຳຫລວດຄວາມຮຸນແຮງຕໍ່ແມ່ຍິງໃນລາວ ປີ 2014 ກໍ່ສະແດງໃຫ້ເຫັນວ່າ ແມ່ຍິງ 1 ໃນ 3 ຄົນ ໃນຊີວິດຂອງເຂົາເຈົ້າ ເຄີຍປະສົບກັບຄວາມຮຸນແຮງຢ່າງໜ້ອຍໜຶ່ງປະເພດ (ທາງກາຍ, ທາງເພດ ຫຼື ອາລົມຄວາມຮູ້ສຶກ). ຢ່າງໃດກໍ່ຕາມ, ມີພຽງແຕ່ປະມານ 10% ຂອງຜູ້ລອດຊີວິດລາຍງານ ຫຼື ຊອກຫາການຊ່ວຍເຫຼືອເຊັ່ນ ຈາກ ສຸກສາລາ, ອົງການຊ່ວຍເຫຼືອແມ່ຍິງ, ຫຼື ຕໍາຫຼວດ.

ການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງໃນລາວ ຍັງບໍ່ທັນເປັນລະບົບ ແລະ ບໍ່ໄດ້ຢູ່ໃນຂັ້ນສະຖາບັນ. ຜ່ານມາແມ່ນນຳໃຊ້ວິທີການແກ້ໄຂແບບກະແຈກກະຈາຍ ແລະ ເປັນມາດຕະການແກ້ໄຂບັນຫາສະເພາະໜ້າ ເພາະຍັງບໍ່ມີກົນໄກການແກ້ໄຂທີ່ເປັນມາດຕະຖານ ແລະ ຮັບປະກັນການບໍລິການ ການຊ່ວຍເຫຼືອມີຄຸນນະພາບ.

ການສ້າງມາດຕະຖານການດໍາເນີນງານນີ້ ແມ່ນເພື່ອໃຫ້ທຸກພາກສ່ວນກ່ຽວຂ້ອງນຳໃຊ້.  ມາດຕະຖານການປະສານງານສະບັບນີ້ ມີຄວາມສໍາສໍາຄັນຕໍ່ກັບການສ້າງຄວາມເຂັ້ມແຂງໃຫ້ລະບົບການບໍລິການ ແລະ ເປັນກອບວຽກ ສໍາລັບຂະແຫນງການຕ່າງໆໃນການເຮັດວຽກງານຂອງຕົນເອງ ທັງສາຍຕັ້ງ ແລະ ສາຍຂວາງ. ຊຶ່ງຫມາຍຄວາມວ່າ, ເມື່ອເຄາະຮ້າຍ/ຜູ້ລອດຊີວິດຕ້ອງການການຊ່ວຍເຫຼືອ ແລະ ຕັດສິນໃຈ ຍ່າງເຂົ້າຂໍຄວາມຊ່ວຍເຫຼືອຈາກພາກສ່ວນໃດໜຶ່ງ ບໍ່ໄດ້ຖືວ່າເປັນ "ປະຕູທີ່ຜິດ" - ບໍ່ວ່າຈະເປັນໂຮງຫມໍ, ຫ້ອງການສະຫະພັນແມ່ຍິງລາວ, ທີ່ພັກທີ່ປອດໄພ, ໂທຫາສາຍດ່ວນຂອງສະຫະພັນແມ່ຍິງລາວ  ຫຼື ໄປຫາສະຖານີຕໍາຫຼວດທີ່ໃກ້ທີ່ສຸດ. ຫຼັງຈາກມີການເຜີຍແຜ່ມາດຕະຖານການປະສານງານນີ້ ຈະເຮັດໃຫ້ຜູ້ໃຫ້ບໍລິການຂອງທຸກຂະແໜງການສາມາດສະຫນອງການດູແລ, ການບໍລິການ ແລະ ຊ່ວຍເຫຼືອ ຕາມພາລະບົດບາດຂອງຕົນ.  ພ້ອມດຽວກັນນັ້ນ ຜູ້ໃຫ້ບໍລິການຍັງຈະໄດ້ຮັບການຝຶກອົບຮົມ ເພື່ອສົ່ງຕໍ່ຜູ້ເຄາະຮ້າຍ/ຜູ້ລອດຊີວິດໃຫ້ຂະແຫນງການອື່ນທີ່ໃຫ້ບໍລິການ ແລະ ການຊ່ວຍເຫຼືອຜູ້ຖືກຄວາມຮຸນແຮງ.

ດຣ ອິນລາວັນ ແກ້ວບຸນພັນ , ຮອງປະທານຄະນະປະຈຳການ ຄຊກມດ ທັງເປັນ ປະທາສູນກາງສະຫະພັນແມ່ຍິງລາວກ່າວວ່າ: “ມາດຕະຖານການປະສານງານສະບັບນີ້ ຂອງ ສປປ ລາວ ສະບັບນີ້ ເປັນກອບວຽກແນະນຳໃຫ້ຜູ້ບໍລິການ ຜູ້ເຄາະຮ້າຍ/ຜູ້ລອດຊີວິດຈາກຄວາມຮຸນແຮງໃນທົ່ວປະເທດ. ສິ່ງສໍາຄັນແມ່ນແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງ ຕິດຕໍ່ຂໍຄວາມຊ່ວຍເຫຼືອຈາກຜູ້ໃຫ້ບໍລິການ ມີຄວາມຮູ້ສຶກປອດໄພ ແລະ ເຄົາລົບ, ພ້ອມທັງມີທາງເລືອກ  ແລະ ໄດ້ຕັດສິນໃຈເລືອກການດູແລ ແລະ ການບໍລິການທີ່ພວກເຂົາຕ້ອງການດ້ວຍຕົວເຂົາເຈົ້າເອງ.”

ລັດຖະບານແຫ່ງ ສປປ ລາວ ໄດ້ສະໜັບສະໜູນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໂດຍຜ່ານ ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (2014), ​ແຜນ​ດໍາເນີນງານ​ແຫ່ງ​ຊາດເພື່ອ​ປ້ອງກັນ ​ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ (2021-2025), ແລະ ຄໍາໝາຍ​ໝັ້ນ​​ຕໍ່​ ກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ “ICPD25, ສົນທິສັນຍາສາກົນ ເພື່ອລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW), ເວທີການປະຕິບັດງານປັກກິ່ງ. 

ທ່ານນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: “ມາດຕະຖານການປະສານງານສະບັບນີ້ ໄດ້ເປັນກອບຊີ້ນຳການປະສານງານລະດັບຊາດ ໃຫ້ຄະນະຊີ້ນຳລະດັບສູງຈາກບັນດາກະຊວງຕົ້ນຕໍທີ່ສະໜອງການບໍລິການ ແລະ ການຊ່ວຍເຫຼືອ ສຳລັບຜູ້ຖືກຄວາມຮຸນແຮງ. ນອກນັ້ນມາດຕະຖານການປະສານງານສະບັບນີ້ ຍັງກຳນົດວິທີການສົ່ງຕໍ່ ສໍາລັບຜູ້ເຄາະຮ້າຍ/ຜູ້ລອດຊີວິດຈາກຄວາມຮຸນແຮງໄປສູ່ການບໍລິການອື່ນໆທີ່ມີຢູ່ ເຊັ່ນການຊ່ວຍເຫຼືອດ້ານການປິ່ນປົວທາງດ້ານສຸຂະພາບ, ດ້ານຈິດໃຈ - ສັງຄົມ, ການຊ່ວຍເຫຼືອຈາກພາກສ່ວນຕໍາຫຼວດ ແລະ ການຊ່ວຍເຫຼືອທາງດ້ານກົດຫມາຍ/ຍຸຕິທໍາ " .

ພາຍຫຼັງ​ການ​ຮັບຮອງ,​ ມາດຕະຖານການປະສານງານສະບັບນີ້ ຈະໄດ້ຖືກຈັດຕັ້ງປະຕິບັດໃນບັນດາ​ແຂວງ​ເປົ້າ​ໝາຍ ກ່ອນ​ຈະ​ຂະຫຍາຍໄປ​​ທົ່ວ​ປະ​ເທດ.

****************************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

ທ່ານນາງ ສີສຸວັນ ວໍຣະບຸດ. 

ຫົວໜ້າແຜນງານບົດບາດຍິງ-ຊາຍ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: vorabouth@unfpa.org

 

ທ່ານ ນາງ Fatima Zahra Benyahia

ຜູ້ຊ່ຽວຊານດ້ານການຮ່ວມມື ແລະນະວັດຕະກໍາ, 

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: fbenyahia@unfpa.org