You are here

ແຂວງສະຫວັນນະເຂດ, ວັນທີ 19 ກໍລະກົດ 2022 - ພິທີສະເຫຼີມສະຫຼອງວັນປະຊາກອນໂລກ ໃນຫົວຂໍ້ ຫົນທາງສູ່ຄວາມໝັ້ນຄົງດ້ານປະຊາກອນ: ສະໜັບສະໜູນສິດທິ ແລະ ທາງເລືອກສຳລັບທຸກຄົນ ໄດ້ຈັດຂຶ້ນໂດຍ    ກະຊວງແຜນການ ແລະ ການລົງທຶນ, ຜູ້ນໍາແຂວງສະຫວັນນະເຂດ ແລະ ອົງການສະຫະປະຊາຊາດກອງທຶນປະຊາກອນ (UNFPA) ແລະ ໄດ້ເນັ້ນຢໍ້າເຖິງການປ່ຽນແປງດ້ານປະຊາກອນຂອງ ສປປ ລາວ ແລະ ຄວາມສຳຄັນ ຂອງການວາງແຜນຄອບຄົວ.

 

ອົງການ UNFPA ຮ່ວມກັບທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ  ແລະ ທ່ານ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາພະແນກການແຂວງ, ກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສູນກາງຊາວໜຸ່ມລາວ, ສະຫະພັນແມ່ຍິງລາວ, ອົງການຈັດຕັ້ງທາງສັງຄົມ ແລະ ໄວໜຸ່ມລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປະຊາກອນໂລກ ພ້ອມທັງປຶກສາຫາລື ບັນດາປັດໄຈຫຼັກຂອງຄວາມ​ໝັ້ນຄົງດ້ານ​ປະຊາກອນ, ການ​ລົງທຶນ​ໃສ່​ໄວ​ໜຸ່ມ​ຍິງ, ​ແລະ ​ຜົນ​ໄດ້ຮັບ​ຈາກ​ການ​ລົງທຶນ​ໃນ​ການ​ວາງ​ແຜນ​ຄອບຄົວ.

ການຂະຫຍາຍຕົວຂອງປະຊາກອນໃນ ສປປ ລາວ ໄດ້ປ່ຽນແປງໂຄງສ້າງ ແລະ ການແຈກຢາຍປະຊາກອນຂອງແຕ່ລະພາກໃນລາວ ສົ່ງຜົນກະທົບຕໍ່ທຸກຂະແໜງການສັງຄົມ ໂດຍສະເພາະໃນດ້ານການສຶກສາ, ສາທາລະນະສຸກ ແລະ ສັງຄົມ. ອີງ​ຕາມ​ທ່າ​ອ່ຽງ​ໃນ​ປະຈຸ​ບັນ, ປະ​ຊາ​ກອນ​ໃນລາວ ​ຄາດ​​ວ່າ​ຈະ​ເພີ່ມ​ຂຶ້ນ​ເກືອບ 1 ລ້ານ​ຄົນ ແລະ ຮອດ 8,1 ລ້ານ​ຄົນ​ໃນ​ປີ 2030. ກຸ່ມອາຍຸທີ່ມີອັດຕາສ່ວນສູງທີ່ສຸດ ແມ່ນປະຊາກອນໃນເກນອາຍຸເຮັດວຽກ ແລະ ເພດຍິງໃນໄວຈະເລີນພັນ 15 ຫາ 49 ປີ. ສະນັ້ນ ການລົງທຶນດ້ານສຸຂະພາບ, ຄວາມສະເໝີພາບ ແລະ ການປະຕິບັດສິດທິມະນຸດໃສ່ຜູ້ທີ່ເຂົ້າສູ່ໄວເຮັດວຽກແມ່ນວຽກງານທີ່ຮີບດ່ວນ ເພື່ອໃຫ້ ສ ປປ ລາວ ສາມາດສວຍໃຊ້ໂອກາດ ແລະ ເພີ່ມພູນຜົນໄດ້ຮັບຈາກການປັນຜົນທາງດ້ານປະຊາກອນ.

ທ່ານ ນາງ ມາຽມ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ, ກ່າວວ່າ: ອີກບໍ່ເຖິງ 8 ປີ ກໍ່ຈະຮອດປີ 2030, ເຊິ່ງແມ່ນກຳນົດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ການເລັ່ງລັດເພື່ອຫັນປ່ຽນຊີວິດຂອງແມ່ຍິງ ແລະ ເດັກຍິງ ແລະ ການເຂົ້າໄປໃຫ້ເຖິງກຸ່ມຄົນທີ່ຖືກປະໄວ້ຂ້າງຫຼັງໄກສຸດ. ​ເມື່ອ​ບຸກຄົນກໍ່ຄືແມ່ຍິງ ​ແລະ ​ເດັກ​ຍິງ​ມີເອກະລາດໃນການນໍາໃຊ້ຮ່າງງາຍຂອງຕົນເອງ, ​ແຫຼ່ງທຶນ​ມະນຸດ​ຂອງ​ປະ​ເທດ​ກໍ່ຈະເຂັ້ມແຂງ ​ແລະ ສາມາດ​ປະກອບສ່ວນ​ຊຸກຍູ້ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ ແລະ ສັງຄົມ.

 

ສປປ ລາວ ມີອັດຕາດັ່ງຕໍ່ໄປນີ້ສູງ:  ການປະລະໂຮງຮຽນຊັ້ນມັດທະຍົມຕອນຕົ້ນ, ການແຕ່ງງານໃນໄວເດັກ, ການເກີດລູກກ່ອນໄວ, ຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ໄດ້ຮັບການຕອບສະໜອງ. ການແຜ່ລະບາດຂອງພະຍາດ COVID-19 ຍິ່ງເຮັດໃຫ້ຕົວຊີ້ວັດເຫຼົ່ານີ້ມີອັດຕາສູງຂຶ້ນ ໂດຍສະເພາະໃນກຸ່ມຜູ້ທີ່ມີຄວາມສ່ຽງທີ່ສຸດ. UNFPA ຈະຮ່ວມມືກັບທຸກຄົນທີ່ມີຄວາມຕັ້ງໃຈລົງທຶນໃນການເສີມສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງ ລວມທັງຜູ້ຊາຍ ແລະ ເດັກຊາຍເພື່ອສົ່ງເສີມຄວາມເປັນຊາຍທີ່ດີ, ປະຕິເສດຄວາມຮຸນແຮງບົນພື້ນຖານທາງເພດ ແລະ ຍອມຮັບຄວາມສະເຫມີພາບ ແລະ ຄວາມເທົ່າທຽມ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນກ່າວວ່າ: ການຮັບປະກັນສິດທິສໍາລັບທຸກຄົນແມ່ນຄວາມຮັບຜິດຊອບຂອງຄອບຄົວ, ຄູອາຈານ, ຊຸມຊົນ ແລະ ຄູ່ຮ່ວມງານຂອງທຸກໆຄົນ. ກະຊວງແຜນການ ແລະ ການລົງທຶນ ເຮັດວຽກຢ່າງໃກ້ຊິດກັບອົງການ UNFPA ເພື່ອຮັບປະກັນການບໍລິການທີ່ເປັນມິດກັບໄວໜຸ່ມໃຫ້ໄດ້ຖືກຈັດຕັ້ງປະຕິບັດຢູ່ທົ່ວທຸກແຫ່ງທີ່ສະໜອງຂໍ້ມູນ ແລະ ການເບິ່ງແຍງທີ່ຄົບຖ້ວນ, ເຊິ່ງເປັນສ່ວນຫນຶ່ງຂອງຄໍາໝັ້ນສັນຍາແຫ່ງຊາດ ຂອງ ສປປ ລາວ.

 

​ໃນ​ແຂວງ​ສະຫວັນ​ນະ​ເຂດ ຄວາມ​ຕ້ອງການ​ວາງ​ແຜນ​ຄອບຄົວ​ທີ່​ບໍ່​ໄດ້ຮັບການຕອບສະໜອງແມ່ນມີເຖິງ 18,6% ​ໃນ​​ແມ່ຍິງ​ທີ່​ແຕ່ງງານ​ແລ້ວ, ​ແລະ ມີ 32,1% ໃນ​ແມ່ຍິງ​ອາຍຸ 20-24 ປີ ​ແຕ່ງງານ​ກ່ອນ​ອາຍຸ 18 ປີ.

ທ່ານນາງ ຫລິງທອງ ແສງຕາວັນ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດກ່າວວ່າ: ສະຫວັນນະເຂດ ເປັນແຂວງທີ່ໃຫຍ່ທີ່ສຸດຂອງ ສປປ ລາວ ມີ 14 ເມືອງ ແລະ 1 ເມືອງ ແລະ 1024 ບ້ານ. 78% ຂອງປະຊາກອນແມ່ນອາໄສຢູ່ໃນເຂດຊົນນະບົດ. ພວກເຮົາເຊື່ອວ່າສິດ ແລະ ທາງເລືອກແມ່ນມີຄວາມສຳຄັນຕໍ່ອະນາຄົດຂອງປະຊາກອນ, ໂດຍສະເພາະໄວໜຸ່ມ ແລະ ແມ່ຍິງໃນໄວເຮັດວຽກ. ແຂວງສະຫວັນນະເຂດ ເປັນແຂວງທຳອິດທີ່ກຳນົດທິດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ICPD25.

 

ວັນປະຊາກອນໂລກແມ່ນໂອກາດທີ່ດີ ເພື່ອໃຫ້ຜູ້ນໍາຂັ້ນສູນກາງ ແລະ ແຂວງໄດ້ທົບທວນຄວາມຄືບຫນ້າຂອງຄໍາໝາຍຫມັ້ນຕໍ່ "ICPD25", ເພື່ອສຸມການລົງທຶນໃສ່ໃນຂໍ້ມູນ ແລະ ສ້າງຄວາມເຂັ້ມແຂງໃນການບໍລິການຜະດຸງຄັນ, ການວາງແຜນຄອບຄົວ, ເພດສຶກສາຮອບດ້ານ ແລະ ການຍຸດຕິຄວາມຮຸນແຮງທາງບົນພື້ນຖານທາງເພດ.

ຄະນະຜູ້ແທນໄດ້ລົງຢ້ຽມຢາມໂຄງການທີ່ຈັດຕັ້ງປະຕິບັດຮ່ວມກັນໂດຍ UNFPA ແລະ ລັດຖະບານລາວ. ໃນນັ້ນ ລວມມີໂຮງໝໍເມືອງທີ່ໃຫ້ບໍລິການສຸຂະພາບຈະເລີນພັນ, ໂຮງຮຽນຜະດຸງຄັນ ແລະ ສູນຝຶກອົບຮົມວິຊາຊີບເພື່ອ ພົບປະຄູສອນເພດສຶກສາຮອບດ້ານ, ໂຮງງານທີ່ສະໜອງການດູແລສຸຂະພາບທາງເພດ-ຈະເລີນພັນໃຫ້ແກ່ພະນັກງານໄວໜຸ່ມ ແລະ ການບໍລິການຊຸມຊົນເພື່ອໃຫ້ຄວາມຮູ້ແກ່ຜູ້ຊາຍກ່ຽວກັບບົດບາດຂອງຜູ້ຊາຍໃນທາງບວກເພື່ອສະໜັບ ສະໜູນຄວາມເປັນເອກະລາດທາງຮ່າງກາຍຂອງແມ່ຍິງ ແລະ ຊຸກຍູ້ໃຫ້ແມ່ຍິງຊອກຫາການບໍລິການວາງແຜນ ຄອບຄົວ.