You are here

ທີ່ນະຄອນຫຼວງວຽງຈັນ, ວັນທີ 05 ກັນຍາ 2022. ມື້ນີ້, ແສງຈັນ, ເຊວ, ມອນ, ລອຍ ແລະ ພູວຽງ: ຊາວໜຸ່ມ 5 ຄົນຈາກເມືອງເຊໂປນ, ແຂວງສະຫວັນນະເຂດ ທີ່ໄດ້ເຂົ້າຮັບການຝຶກອົບຮົມເປັນເວລາ 3 ເດືອນ ທີ່ໂຮງແຮມ ຄຣາວພລາຊາ ໄດ້ສຳເລັດຕາມຫລັກສູດຢ່າງຈົບງາມ. ເຂົາເຈົ້າໄດ້ເຂົ້າຮຽນຢູ່ວິທະຍາໄລເຕັກນິກປາກປ່າສັກ ເພື່ອຮຽນວິຊາຊີບໃນການກະກຽມຜະລິດຕະພັນອາຫານ ແລະ ຮຽນຮູ້ວິທີການດໍາເນີນໂຄງການຜູ້ປະກອບການຂະໜາດນ້ອຍ. ທະນາຄານລາວ ຝລັ່ງ (BFL) ໄດ້ຈັດຝຶກອົບຮົມດ້ານການບັນຊີຂັ້ນພື້ນຖານໃຫ້ແກ່ເຂົາເຈົ້າ. ນອກຈາກນີ້, ເຂົາເຈົ້າຍັງໄດ້ໄປຍ້ຽມຢາມ ສູນໄວໜຸ່ມນະຄອນຫຼວງວຽງຈັນ ເພື່ອຮຽນຮູ້ກ່ຽວກັບການບໍລິການສຸຂະພາບຈະເລີນພັນ, ສຸຂະພາບທາງເພດ ເຊິ່ງລວມມີການໃຫ້ຄຳປຶກສາສາຍດ່ວນແກ່ໄວໜຸ່ມ. ເມື່ອເຂົາເຈົ້າຈົບແລ້ວ ແລະ ມີຄວາມພ້ອມທີ່ຈະສ້າງ ລາຍຮັບ ໂດຍການຂາຍອາຫານ, ເຄື່ອງດື່ມ, ແປຮູບຜະລິດຕະພັນໝາກກ້ວຍ ແລະອື່ນໆ ຂອງຕົນເອງໃນເມືອງເຊໂປນ.

ຂໍ້ລິເລີ່ມນີ້ໄດ້ຈັດຂຶ້ນຍ້ອນການຮ່ວມມືລະຫວ່າງກອງທຶນປະຊາກອນຂອງສະຫະປະຊາຊາດ (UNFPA) ແລະ ໂຮງແຮມຄຣາວ ພລາຊາ ເປັນສ່ວນໜຶ່ງຂອງການເຮັດວຽກຂອງ UNFPA ກັບກະຊວງສຶກສາທິການ ແລະ ກິລາ (ສສກ) ພາຍໃນ “ລະບົບນິເວດຂອງນາງນ້ອຍ”  ຂອບວຽກຂອງນາງນ້ອຍ ມີສ່ວນຮ່ວມກັບພາກສ່ວນກ່ຽວຂ້ອງ ແລະ ຄູ່ຮ່ວມມືຕ່າງໆ ລວມທັງພາກເອກະຊົນເພື່ອການພັດທະນາເສດຖະກິດແບບຍືນຍົງໃນ ສປປ ລາວ, ໂດຍສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ ໄວໜຸ່ມຍິງ.

ທ່ານ ນາງ ມາຣຽມ ຄານ (Mariam Khan), ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: “ການຮ່ວມມືພາກເອກະຊົນ-ພາກລັດດ້ານນະວັດຕະກໍາ ລະຫວ່າງ ສສກ, UNFPA ແລະ ໂຮງແຮມຄຣາວພລາຊາ ເພື່ອສະໜັບສະໜູນ ເດັກຍິງນາງນ້ອຍ ໃນເສັ້ນທາງຂອງພວກເຂົາ ໄປສູ່ການສ້າງຄວາມເຂັ້ມແຂງທີ່ສະແດງໃຫ້ພວກເຮົາເຫັນຜົນຕອບແທນອັນຍິ່ງໃຫຍ່ຂອງການເຊື່ອມສານ ແລະ ຮ່ວມມືກັບພາກສ່ວນຕ່າງໆ ນີ້ແມ່ນສິ່ງຈຳເປັນສຳລັບການພັດທະນາແບບຍືນຍົງ”.

ສປປ ລາວ, ມີອັດຕາສ່ວນການແຕ່ງງານກ່ອນໄວອັນຄວນ ແລະ ອັດຕາການເກີດລູກຂອງໄວໜຸ່ມ ສູງທີ່ສຸດໃນອາຊຽນ. ເກືອບ 1 ໃນ 5 ຂອງໄວໜຸ່ມຍິງອາຍຸ 15-19 ປີໄດ້ແຕ່ງງານ ແລະ ຫຼາຍກວ່າ 1 ໃນ 10 ໄດ້ມີລູກແລ້ວ. ອັດຕາປະລະການຮຽນທີ່ເພີ້ມຂື້ນຍ້ອນ COVID-19, ເຮັດໃຫ້ໄວໜຸ່ມໄດ້ຮັບໂອກາດໃນການພັດທະນາຫຼຸດລົງ.

ທ່ານ ສີສະນາ ບຸບຜາ, ຫົວໜ້າ ກົມການສຶກສານອກໂຮງຮຽນ, ສສກ ກ່າວວ່າ: “ຜ່ານການຮ່ວມມືກັບ ອົງການ UNFPA, ສສກ ພວມ ດໍາເນີນໂຄງການແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມຍິງ ຢູ່ໃນບ້ານທຸກຍາກ. ພວກເຮົາສະໜັບສະໜູນເຂົາເຈົ້າໃຫ້ມີທັກສະຊີວິດ ແລະ ວິຊາຊີບ ເພື່ອຮັບປະກັນຊີວິດທີ່ດີຂຶ້ນ ແລະ ອະນາຄົດທີ່ດີກວ່າໃຫ້ແກ່ເຂົາເຈົ້າ ແລະ ຄອບຄົວ”.

ແຜນທຸລະກິດ “Journey to tomorrow” ທີ່ໂຮງແຮມຄຣາວພລາຊາຮັບຜິດຊອບເນັ້ນໜັກເຖິງບົດບາດຂອງພາກເອກະຊົນໃນການສະໜັບສະໜູນຄວາມພະຍາຍາມຂອງທ້ອງຖິ່ນ ເພື່ອສ້າງອະນາຄົດທີ່ຍືນຍົງຂອງປະຊາກອນ, ເພີ່ມໂອກາດໃນການພັດທະນາ ແລະ ຮັບປະກັນສຸຂະພາບຂອງແມ່ຍິງ ແລະ ໄວໜຸ່ມຍິງທີ່ມີຄວາມສ່ຽງ. ການສະໜັບສະໜູນຂອງໂຮງແຮມຄຣາວພລາຊາ ເປັນແບບຢ່າງທີ່ສາມາດສ້າງແຮງບັນດານໃຈໃຫ້ບໍລິສັດອື່ນໃນ ສປປ ລາວ ໄດ້.

ທ່ານ ນາງ ພັດເທຣຍ ປູຫຍັດ (Patria Puyat), ຜູ້ຈັດການຂອງ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ສະແດງການສະໜັບສະໜູນຢ່າງເຕັມທີ່ວ່າ: “ປະເທດທີ່ມີປະຊາກອນໜຸ່ມນ້ອຍເຊັ່ນ ສປປ ລາວ, ທຸກຂະແໜງການຕ້ອງຢືນຢູ່ຄຽງຂ້າງຊາວໜຸ່ມ ເພື່ອຊ່ວຍໃຫ້ເຂົາເຈົ້າຮຽນຮູ້, ພັດທະນາທັກສະ, ໄດ້ຮັບໂອກາດໃໝ່ໃນການຮຽນຮູ້ ແລະ ເຕີບໃຫຍ່ ແລະ ກ້າວເຂົ້າສູ່ກໍາລັງແຮງງານທີ່ມີຄວາມໝັ້ນໃຈ, ມີແນວຄວາມຄິດທີ່ຍິ່ງໃຫຍ່ ແລະ ການສະໜັບສະໜູນທີ່ເຂັ້ມແຂງ. ພວກເຮົາດີໃຈຫຼາຍທີ່ໄດ້ຕ້ອນຮັບ ນາງນ້ອຍ ທີ່ ໂຮງແຮມຄຣາວພລາຊາ. ນີ້ແມ່ນພຽງແຕ່ການເລີ່ມຕົ້ນ”.

ໃນໄວໆນີ້, ຜູ້ເຂົ້າຮ່ວມການຝຶກອົບຮົມທັກສະວິຊາຊີບຊຸດທີສອງຈະມາຮອດໂຮງແຮມຄຣາວພລາຊາ. ໂຮງແຮມຄຣາວພລາຊາ ຈະສ້າງຄວາມສະດວກໃນການຈັດວາງຜະລິດຕະພັນ ແລະ ການເຂົ້າເຖິງຕະຫຼາດສໍາລັບໄວໜຸ່ມຍິງທັງໝົດ.

ທ່ານ ນາງ ແສ່ວ, ໜຶ່ງໃນບັນດາຜູ້ໃຫ້ຄຳປຶກສານາງນ້ອຍ ໄດ້ເວົ້າວ່າ: “ໝູ່ຂອງນ້ອງ ແລະ ນ້ອງໄດ້ຮຽນຮູ້ວິທີເຮັດອາຫານປະເພດຕ່າງໆ ທີ່ຄົນມັກສັ່ງຢູ່ຮ້ານອາຫານ. ດ້ວຍປະສົບການຂອງນ້ອງ, ຕອນນີ້ນ້ອງໝັ້ນໃຈທີ່ຈະເປີດຮ້ານອາຫານເອງ, ໂດຍໃຊ້ທັກສະ ແລະ ອຸປະກອນທີ່ ໂຮງແຮມຄຣາວພລາຊາ ທີ່ປະກອບໃຫ້ ແລະ ບວກກັບທັກສະ ແລະ ຄວາມຮູ້ພື້ນຖານດ້ານການບໍລິຫານການເງິນ ຂ້າພະເຈົ້າໄດ້ຮຽນຮູ້ຈາກທະນາຄານ BFL, ນ້ອງແນ່ໃຈວ່າ ຈະເຮັດໄດ້ດີ. ທີມງານໂຮງແຮມຄຣາວພລາຊາ ຊ່ວຍພວກເຮົາອອກແບບແຜນທຸລະກິດຮ່ວມກັນກັບພວກນ້ອງ ລວມທັງອອກແບບໂລໂກ້ເພື່ອເລີ່ມຕົ້ນກິດຈະກໍາສ້າງລາຍຮັບ ຫລື ເປີດຮ້ານຂອງພວກນ້ອງ”

***************
ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

 

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ສີວົງໄຊ ຈັງປິຕິກຸນ

ຜູ້ຮັບຜິດຊອບໂຄງການ - ສົ່ງເສີມສຸຂະພາບຈະເລີນພັນ, ອົງການ UNFPA ປະຈຳ ສປປ ລາວ

ອີເມວ: changpitikoun@unfpa.org

 

ທ່ານ ນາງ ຟາຕີມາ-ຊາຣາ ເບັນຢາເຮຍ ຊາໂບລນນີເຍ

ຜູ້ຊ່ຽວຊານດ້ານການຮ່ວມມື ແລະ ນະວັດຕະກໍາ, UNFPA ປະຈຳ ສປປ ລາວ

ອີເມວ: fbenyahia@unfpa.org