You are here

ໃນຂະນະ ທີ່ ນະຄອນຫຼວງວຽງຈັນເຂົ້າສູ່ຊ່ວງໄລຍະລ໋ອກດາວຍ້ອນໂຄວິດ-19, ດຣ ຢາ ພູມາລິໂນ ໄດ້ຖາມຕົວເອງວ່າ: ໃນນາມເປັນຄົນລາວຄົນຫນຶ່ງຂ້ອຍຈະສາມາດເປັນຫນຶ່ງໃນບຸກຄົນທີ່ກ້າຫານໄດ້ແນວໃດ? ເພື່ອຕອບຄຳຖາມນີ້, ຂ້ອຍໄດ້ຄິດເຖິງວ່າ ມີຫຍັງແດ່ທີ່ຄົນຍັງມີຄວາມຕ້ອງການຄວາມຈໍາເປັນຢ່າງຕໍ່ເນື່ອງ ເຖິງແມ່ນວ່າຢູ່ໃນຊ່ວງລະບາດຂອງໂຄວິດ 19 ແລະ ໃນໄລຍະລ໋ອກດາວ. ແມ່ນແລ້ວ, ພວກເຂົາຕ້ອງການເຂົ້າເຖິງການບໍລິການທີ່ມີຄຸນະພາບ, ໂດຍສະເພາະກຸ່ມຄົນທີ່ເປັນເຍົາວະຊົນ, ໄວຫນຸ່ມ ແລະ ເດັກຍິງ”.

 

ດຣ ຢາ ພູມາລິໂນ ເປັນຫນຶ່ງໃນຜູ້ໃຫ້ບໍລິການທາງສຸຂະພາບ ແລະ ເປັນຫົວຫນ້າສູນສຸຂະພາບ ແລະ ພັດທະນາແມ່ຍິງ ແລະ ໄວໜຸ່ມ ນະຄອນຫລວງ (VYC) ທີ່ ທາງອົງການ ສະຫະປະຊາຊາດ ກອງທຶນ ປະຊາກອນ (UNFPA) ໃຫ້ການສະໜັບສະໜູນເພື່ອສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິຂອງເຍົາວະຊົນ ແລະ ໄວໜຸ່ມໃນ ສປປ. ລາວ, ມາຟັງແມ່ນເລື່ອງລາວຂອງ ດຣ. ຢາ ແລະ ຄວາມໝາຍໝັ້ນຕັ້ງໃຈ ຂອງລາວໃນການປົກປ້ອງເຍົາວະຊົນ ແລະ ໄວໜຸ່ມລາວ ໃນຊ່ວງໄລຍະການແພ່ລະບາດ ຂອງ ໂຄວິດ 19.

 

 

ເມື່ອໂຄວິດ-19ເລີ່ມແຜ່ລະບາດ, ມີການເພີ້ມຂື້ນຢ່າງໄວວາ ໃນການເຂົ້າເຖິງການບໍລິການຂອງພວກເຮົາໃນກຸ່ມເຍົາວະຊົນ ແລະ ໄວຫນຸ່ມ,  ຈາກການທີ່ເຂົາເຈົ້າໂທເຂົ້າມາສາຍດ່ວນ ແລະ ສົ່ງຂໍ້ຄວາມທາງອອນໄລ ເຟດບຸກ (FACEBOOK) ຫາສູນໄວຫນຸ່ມຂອງພວກເຮົາ ໂດຍຄໍາຖາມສ່ວນຫລາຍແລ້ວ ແມ່ນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ລວມທັງຂໍ້ມູນທີ່ກ່ຽວຂ້ອງກັບພະຍາດໂຄວິດ -19. ຍ້ອນເຫດການດັ່ງກ່າວນີ້ໄດ້ເຮັດໃຫ້ທາງ ທິມງານຂອງພວກເຮົາເຫັນໄດ້ວ່າ ການບໍລິການທີ່ພວກເຮົາໄດ້ໃຫ້ເຂົາເຈົ້ານີ້ແມ່ນມີຄວາມຈໍາເປັນ ແລະ ສຳຄັນແນວໃດ ຕໍ່ກັບເຍົາວະຊົນ ແລະ ໄວຫນຸ່ມ ໃນຈໍານວນຫລາຍແສນຄົນ ຢູ່ໃນນະຄອນຫລວງວຽງຈັນ.

 

ທີມງານຂອງພວກເຮົາໄດ້ຕັດສິນໃຈຕົກລົງເຫັນດີກັນ ຢ່າງໄວວາ ວ່າພວກເຮົາຈະສືບຕໍ່ໃຫ້ບໍລິການ ແລະ ມາປະຈໍາການທຸກມື້ ເພື່ອຮັບປະກັນວ່າ ບໍ່ມີເຍົາວະຊົນ ແລະ ໄວໜຸ່ມຜູ້ໃດ ຖຶກປະຖິ້ມໄວ້ໃນເບື້ອງຫລັງ. ທຸກໆຄວາມກັງວົນ ແລະ ຄວາມຢ້ານກົວທີ່ພວກເຮົາມີໃນຕອນຕົ້ນກ່ຽວກັບ ການລະບາດ ຂອງ ພະຍາດ ໂຄວິດ 19 ແມ່ນໄດ້ຈາງຫາຍໄປຈາກພວກເຮົາ.

 

ຂ້ອຍມີຄວາມພາກພູມໃຈຫຼາຍຕໍ່ທີມງານຂອງຂ້ອຍ, ສິ່ງທີ່ຂ້ອຍເຮັດໄດ້ກໍຄື ໃຫ້ກຳລັງໃຈພວກເຂົາ ແລະ ສະແດງຄວາມຂອບໃຈໃນແຕ່ລະມື້. ພວກເຂົາເດີນທາງໄກຈາກບ້ານເພື່ອມາເຮັດວຽກ,ສ່ຽງຊີວິດຂອງເຂົາເພື່ອຄົນອື່ນ. ແລະ ທີ່ສຳຄັນທີ່ສຸດ ພວກເຮົາດີໃຈໃນສິ່ງທີ່ພວກເຮົາກຳລັງເຮັດນີ້ ແມ່ນເພື່ອເຍົາວະຊົນ ແລະ ໄວໜຸ່ມ ໂດຍສະເພາະ ເພື່ອເຍົາວະຊົນ ແລະ ໄວຫນຸ່ມຍິງ. ການຮ່ວມມືກັບອົງການ UNFPA ແມ່ນເປັນການສະໜັບສະໜຸນດ້ານຍຸດທະສາດ, ການສະຫນັບສະຫນູນການເງິນ ແລະ ດ້ານວິຊາການ, ເຊິ່ງໄດ້ຊ່ວຍໃຫ້ພວກເຮົາສາມາດສະໜອງການຂໍ້ມູນຂ່າວສານ ແລະ ການບໍລິການ ທາງດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ຕະຫຼອດເວລາລວມທັງໃນໄລຍະການລະບາດຂອງໂຄວິດ-19 ແລະ ພ້ອມທັງຮັບປະກັນຄວາມປອດໄພຂອງທີມງານພວກເຮົາໂດຍການສະໜອງອຸປະກອນປ້ອງກັນຕ່າງໆ ແລະ ໃຫ້ຄຳແນະນຳຢ່າງໃກ້ຊິດ

 

ອົງການUNFPA ໄດ້ສະຫນັບສະຫນຸນຊ່ວຍເຫລືອ ທາງດ້ານງົບປະມານ ແກ່ ສະຖານທີ່ການບໍລິການສຸຂະພາບທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ ຢູ່ໃນລາວ ລວມທັງ ຄລີນິກໄວຫນຸ່ມ(VYC), ເຄື່ອງມືການສື່ສານ IEC, ການເຊື່ອມສານ ການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວຫນຸ່ມ ເຂົ້າໃນນະໂຍບາຍແຫ່ງຊາດສຳລັບການບໍລິການແບບເຊື່ອມສານ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃຫ່ມ, ເດັກນ້ອຍ ແລະ ໄວໜຸ່ມ, ຍົກລະດັບຜູ້ໃຫ້ບໍລິການດ້ານສຸຂະພາບ, ໃຫ້ການບໍລິການ ດ້ານຂໍ້ມູນຂ່າວສານ ແລະ ການບໍລິການ ດ້ານສຸຂະພາບທາງເພດ ແລະ ຈະເລີນ ແບບເຄື່ອນທີ່ໃນຊຸມຊົນ ເພື່ອໃຫ້ການບໍລິການດັ່ງກ່າວນີ້ໄປຮອດໄປເຖິງຜູ້ທີ່ເຮັດວຽກໃນໂຮງຈັກໂຮງງານ, ຮັບປະກັນການໃຫ້ຄໍາປຶກສາແກ່ເຍົາວະຊົນ ແລະ ໄວໜຸ່ມ ຢ່າງເປັນມິດ-ປິດລັບ ພ້ອມທັງໃຫ້ບໍລິການ ສາຍດ່ວນ ເຊິ່ງກວມເອົາ ການໃຫ້ຂໍ້ມູນ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ສຸຂະພາບຈິດ ແລະ ການຊ່ວຍເຫລືອຈິດຕະວິທະຍາທາງສັງຄົມ. ການມີການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແມ່ນເປັນສິ່ງສຳຄັນ ທີ່ເຮັດໃຫ້ບັນລຸດ້ານການບໍລິການທາງສຸຂະພາບທີ່ມີຄຸນນະພາບ ແລະ ເພື່ອຕອບສະຫນອງຕາມຄວາມຕ້ອງການທາງສຸຂະພາບ ແລະ ການພັດທະນາ ຂອງເຍົາວະຊົນ ແລະ ໄວໜຸ່ມ ໃນ ສປປ.ລາວ ແລະ ເພື່ອຫຼຸຸດຜ່ອນອັດຕາການຕາຍຂອງແມ່ ແລະ ຢຸດຕິ ຄວາມຕ້ອງການການວາງແຜນຄອບຄົວ ທີ່ບໍ່ເຂົ້າເຖິງໃນສປປ.ລາວ

 

ໃນປະເທດລາວ, ຫລາຍກວ່າເຄິ່ງໜຶ່ງຂອງປະຊາກອນແມ່ນມີອາຍຸຕໍ່າກວ່າ 25 ປີ ຕາມການສຳຫລວດພົນລະເມືອງປີ 2015. ການແຕ່ງງານແຕ່ອາຍຸຍັງນ້ອຍແມ່ນມີຢູ່ທົ່ວໄປ, ໂດຍສະເພາະໃນໝູ່ເດັກຍິງ. ປະຈຸບັນ 1 ໃນ 4 ຂອງເຍົາວະຊົນ ແລະ ໄວໜຸ່ມຍິງ ແຕ່ງງານໃນຊ່ວງອາຍຸ 15-19.  ອັດຕາການເກີດລູກຂອງເຍົາວະຊົນ ແລະ ໄວໜຸ່ມລາວ ແມ່ນສູງທີ່ສຸດໃນພາກພື້ນ ເຊິ່ງ 83 ຄົນຕໍ່1000 ຄົນ ອາຍຸ15-19 ປີ. ອັດຕາການປະລະການຮຽນຂອງເຍົາວະຊົນ ແລະ ໄວໜຸ່ມຍິງອາຍຸ 15-17 ປີແມ່ນ 41.8%. ສະນັ້ນ, ການເຮັດໃຫ້ມີການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມຢ່າງຕໍ່ເນື່ອງທີ່ເຂົ້າເຖິງໄດ້ ແມ່ນມີຄວາມສຳຄັນຫຼາຍໃນການຕອບສະໜອງຄວາມຕ້ອງການພວກເຂົາໃນເວລາເກີດວິກິດການ.

 

 

ໃນລະຫວ່າງການລ໋ອກດາວ, ມີການເພີ່ມຂື້ນ 28% ຂອງການໂທຜ່ານສາຍດ່ວນຂອງ ສູນໄວຫນຸ່ມ VYC. ເຍົາວະຊົນ ແລະ ໄວຫນຸ່ມຫລາຍກວ່າ 50,000 ຄົນໄດ້ເຂົ້າເຖິງຂໍ້ມູນຂ່າວສານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການປ້ອງກັນໂຄວິດ19 ໃນເດືອນເມສາ 2021. ມີເຍົາວະຊົນ ແລະ ໄວຫນຸ່ມຫຼາຍກວ່າ 16,300 ຄົນ ໄດ້ເຂົ້າເຖິງການບໍລິການທາງ ຄລີນິກດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ຂອງ VYC ແຕ່ເດືອນມັງກອນ ຫາ ເດືອນເມສາ 2021. ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການUNFPA, VYC ສາມາດສືບຕໍ່ໃຫ້ບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການຊ່ວຍເຫລືອ ດ້ານຈິດຕະວິທະຍາທາງສັງຄົມ ເພື່ອຕອບສະຫນອງຕາມຄວາມຕ້ອງການແກ່ເຍົາວະຊົນ ແລະ ໄວຫນຸ່ມລາວ ຢ່າງເຂັ້ມແຂງ ຜ່ານ ການໃຫ້ຄໍາປຶກສາທາງອອນລາຍ, ໂທລະສັບ ແລະ ການໃຫ້ການຊ່ວຍເຫລືອ ທາງການແພດແບບທາງໄກ(telemedicine).

 

ອົງການ UNFPA ຮ່ວມມືກັບລັດຖະບານລາວເພື່ອແກ້ໄຂບັນຫາສິ່ງທ້າທາຍຕ່າງໆທີ່ເປັນອຸປະສັກທາງດ້ານສຸຂະພາບໃນເຍົາວະຊົນ ແລະ ໄວໜຸ່ມ. ການຮັບປະກັນເຍົາວະຊົນ ແລະ ໄວໜຸ່ມ ສາມາດເຂົ້າເຖິງການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄຸນນະພາບໂດຍ ປາສະຈາກ ການຈຳ ແນກລັງກຽດ ເຊິ່ງແມ່ນໜຶ່ງໃນເສົາຄ້ຳ ຂອງ ເປົ້າໝາຍການພັດທະນາແບບຍືນຍົງ SDGs ແລະ ຄວາມຫນັກແຫນ້ນຕໍ່ຄໍາຫມັ້ນສັນຍາຂອງສປປລາວ ໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ICPD25.

 

ອົງການ UNFPA ໄດ້ສະໜັບສະໜູນ ໃນການຮັບປະກັນການບໍລິການຢ່າງຕໍ່ເນື່ອງໃນຂົງເຂດສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການພັດທະນາໄວໜຸ່ມ ໃນທຸກຊ່ວງເວລາ ລວມທັງເວລາສະຫງົບສຸກ, ເວລາທີ່ມີການແຜ່ລະບາດ ແລະ ເວລາທີ່ມີວິກິດການ ໂດຍຜ່ານການລະດົມການສະໜັບສະໜູນດ້ານວິຊາການ ແລະ ດ້ານງົບປະມານ ແລະ ການຮ່ວມມືກັບພາກສ່ວນອື່ນໆໃນການພັດທະນາ.

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ສຸກພັນສາ ສາຍສະຫມອນ

ຮັບຜິດຊອບແຜນງານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໃນເຍົາວະຊົນ ແລະ ໄວຫນຸ່ມ

ອີເມວ: saysamone@unfpa.org

 

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org