You are here

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ຈະຈັດຕັ້ງປະຕິບັດໃນເດືອນ ມີນາ ປີ 2025. ການສຳຫຼວດພົນລະເມືອງດັ່ງກ່າວ ໄດ້ໃຫ້ພາບລວມຂອງຈຳນວນພົນລະເມືອງທັງໝົດ, ສະພາບສັງຄົມ ແລະ ຊີວິດ ການເປັນຢູ່ ລວມທັງພົນລະເມືອງທີ່ດຳລົງຊີວິດຢູ່ໃນເຂດທີ່ເຂົ້າເຖິງໄດ້ຍາກ ແລະ ຫ່າງໄກສອກຫຼີກ.

ເພື່ອຮັບປະກັນວ່າການສຳຫຼວດທົດລອງມີຄວາມສຳເລັດນັ້ນ, ສູນສະຖິຕິແຫ່ງຊາດ ໄດ້ປະສານສົມທົບກັບກະຊວງທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງມະຫາຊົນ ທາງດ້ານຄວາມຕ້ອງການບຸກຄະລາກອນຄື: ກະຊວງພາຍໃນ, ກະຊວງສຶກສາທິການ ແລະ ກິລາ, ສູນກາງສະຫະພັນແມ່ຍິງ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ຕະຫຼອດໄລຍະດຳເນີນການທົດລອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ, ແຕ່ວັນທີ 27 ພຶດສະພາ ຫາ ວັນທີ 16 ມິຖຸນາ 2024 ນີ້, ໂດຍໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານວິຊາການ ແລະ ງົບປະມານຈາກ  ອົງການ UNFPA ແລະ ຄູ່ຮ່ວມພັດທະນາສຳຄັນໄດ້ແກ່ ລັດຖະບານອົດສະຕຣາລີ, ສະຫະລັດອາເມຣິກາ ແລະ ສປປ ຈີນ. ການທົດລອງໃນຄັ້ງນີ້ ບໍ່ພຽງແຕ່ເປັນການທົດລອງການເກັບກຳຂໍ້ມູນພາກສະໜາມເທົ່ານັ້ນ, ແຕ່ເປັນການທົດລອງການສຳຫຼວດ ທີ່ຈັດຕັ້ງປະຕິບັດທຸກຂະບວນການ ແລະ ຂັ້ນຕອນຂອງການສຳຫຼວດທັງໝົດ ຄືກັນກັບການສຳຫຼວດໃຫຍ່.  ການທົດລອງການສຳຫຼວດພົນລະເມືອງ ຈະໄດ້ດຳເນີນຢູ່ເຂດສຳຫຼວດທີ່ໄດ້ຄັດເລືອກໃນ 4 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງ ຫົວພັນ, ແຂວງ ບໍ່ແກ້ວ ແລະ ແຂວງ ເຊກອງ ໃນໄດ້ກ່າວມາຂ້າງເທິງ.

ພະນັກງານພາກສະຫນາມ ເຊິ່ງປະກອບດ້ວຍ ນັກເດີນສຳຫຼວດ ແລະ ນັກກວດກາ ຫຼາຍກວ່າ 100​ ຄົນ ຈະໄດ້ລົງໄປຢ້ຽມຢາມຄົວເຮືອນປະຊາຊົນໃນເຂດສຳຫຼວດທີ່ຖືກຄັດເລືອກ. ໂດຍພະນັກງານພາກສະໜາມຈະນຸ່ງຊຸດເຄື່ອງ ແບບການສຳຫຼວດ ແລະ ຖືບັດປະຈຳຕົວນັກເດີນສຳຫຼວດ ແລະ ນັກກວດກາ.

ທ່ານ ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງຫນ້າອົງການ UNFPA ກ່າວວ່າ: "ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນໜຶ່ງວຽກງານທີ່ໃຊ້ເວລາ, ຊັບຊ້ອນ ແລະ ໃຫຍ່ທີ່ສຸດໃນປະເທດ. ເຊິ່ງຈະຕ້ອງໄດ້ຮັບ ການຈັດຕັ້ງປະຕິ ບັດໂດຍຜ່ານການຊ່ວຍເຫຼືອທີ່ເປັນບຸລິມະສິດ. ການ​ທົດລອງສຳ​ຫຼວດ​ພົນລະເມືອງ ແມ່ນ​ຈຸດ​ພົ້ນ​ເດັ່ນ​ທີ່​ສຳ​ຄັນ ​ເນື່ອງຈາກຈະຊ່ວຍໃຫ້ສາມາດ​ທົດ​ສອບ​ບັນ​ດາ​ອົງ​ປະ​ກອບ​ຕ່າງໆ​ຂອງ​ການສຳຫຼວດພົນລະເມືອງ​ໄດ້ແກ່: ແບບ​ສອບ​ຖາມ, ການກະກຽມບຸກຄະລາກອນເກັບກຳຂໍ້ມູນ, ແຜນ​ການ​ໂຄສະນາ​ພ້ອມ​ທັງ​ສ້າງຄວາມ​ເຂົ້າ​ໃຈ ແລະ ການ​ຮ່ວມ​ມື​ຂອງ​ພົນ​ລະ​ເມືອງ”.

ນັກເດີນສຳຫຼວດ ​ຈະ​ຖາມ​ຄຳ​ຖາມ​ກັບຫົວ​ໜ້າ​ຄົວ​ເຮືອນ ​ກ່ຽວ​ກັບ​ຜູ້​ຢູ່​ອາ​ໄສ​ປົກ​ກະ​ຕິ ແລະ​ ຄຸນລັກ​ສະ​ນະ​ດ້ານ​ພົນ​ລະ​ເມືອງ ແລະ ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ພວກເຂົາ. ຈະມີຫຼາຍຄໍາຖາມກ່ຽວກັບອາຍຸ, ສະຖານະພາບການແຕ່ງງານ, ສາສະໜາ, ພາສາ, ຄວາມຫຍຸ້ງຍາກດ້ານໜ້າທີ່ການ, ສະຖານທີ່ຢູ່ອາໄສຜ່ານມາ ແລະ ປັດຈຸບັນ, ການສຶກສາ, ການຈ້າງງານ, ຈໍານວນລູກທີ່ເກີດ ແລະ ການເສຍຊີວິດພາຍໃນຄົວເຮືອນ. ນັກເດີນສຳຫຼວດ ​ຍັງ​ຈະ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ທີ່​ຢູ່​ອາ​ໄສ, ສິ່ງ​ຂອງເຄື່ອງໃຊ້ຕ່າງໆໃນ​​ຄົວເຮືອນ ແລະ ກິດ​ຈະ​ກຳ​ທາງດ້ານກະ​ສິ​ກຳ. ທຸກຄົນທີ່ຢູ່ປະຈຳໃນຄົວເຮືອນປະກອບມີ ເດັກນ້ອຍ, ເດັກແດງ, ຜູ້ໃຫຍ່, ຜູ້ສູງອາຍຸ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານໜ້າທີ່ການ ແມ່ນຈະຕ້ອງໄດ້ຈົດນັບໃນການທົດລອງສໍາຫຼວດພົນລະເມືອງ. ທຸກຄົນມີຄວາມສໍາຄັນ ແລະ ທຸກຄົນໃນຄົວເຮືອນແມ່ນຕ້ອງຈົດນັບເຂົ້າ! ໃນຕອນທ້າຍຂອງການສໍາພາດ, ນັກເດີນສຳຫຼວດ ຈະຕິດສະຕິກ ເກີຢູ່ຂ້າງປະຕູເຮືອນ, ເພື່ອຊີ້ບອກເຖິງຜົນສໍາເລັດຂອງການທົດລອງເກັບກຳຂໍ້ມູນ ຂອງເຮືອນຫຼືທີ່ຢູ່ອາໄສທີ່ຢູ່ໃນເຂດສຳຫຼວດນັ້ນ.

ນັກເດີນສຳຫຼວດ ຈະເກັບກຳຂໍ້ມູນຂອງຄົວເຮືອນໂດຍນຳໃຊ້ແທັບເລັດ ແລະ ຈະຮັບປະກັນວ່າຂໍ້ມູນທີ່ບັນທຶກ ໄວ້ຈະຖືກເກັບຮັກສາເປັນຄວາມລັບຢ່າງດີ. ໂດຍຂໍ້ມູນທີ່ເກັບກໍາແມ່ນພຽງແຕ່ເພື່ອຈຸດປະສົງທາງສະຖິຕິເທົ່ານັ້ນ ແລະ ຈະບໍ່ຖືກສົ່ງຕໍ່ ຫຼື ເຜີຍແຜ່. ຄາດ​ວ່າ​ຈະ​ມີ​ເກືອບ 25,000 ຄົວ​ເຮືອນ​ທີ່ຈະລົງໄປ​ຢ້ຽມ​ຢາມ​ໃນ​ລະ​ຫວ່າງ 3 ອາ​ທິດ​ ໃນ​ເດືອນ​ພຶດ​ສະ​ພາ - ເດືອນ​ມິ​ຖຸ​ນາ ປີ 2024.

ທ່ານນາງ ພອນສະຫຼີ ສຸກສະຫວັດ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ໄດ້ກ່າວວ່າ: “ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການສຳຫຼວດລະດັບຊາດ ທີ່ເປັນແຫຼ່ງຂໍ້ມູນໜຶ່ງດຽວທີ່ສຳຄັນໃນການປັບປຸງຖານຂໍ້ມູນພົນລະເມືອງແຫ່ງຊາດຂອງ ສປປ ລາວ ຕະຫຼອດໄລຍະ 10 ປີ ຜ່ານມາ. ເປັນຖານຂໍ້ມູນທີ່ຈະປະກອບດ້ວຍ ຂໍ້ມູນກ່ຽວກັບການຈະເລີນພັນ, ການເສຍຊີວິດ ແລະ ການເຄື່ອນຍ້າຍຂອງພົນລະເມືອງ, ລວມທັງຂໍ້ມູນລະອຽດກ່ຽວກັບຄຸນລັກສະນະຂອງພົນລະເມືອງ, ໂຄງປະກອບດ້ານອາຍຸ, ເພດ, ຊົນເຜົ່າ, ສາສະໜາ, ການຂື້ນທະບຽນການເກີດ, ການຖືບັດປະຈຳໂຕ-ສຳມະໂນຄົວ, ການສຶກສາ, ການປະກອບອາຊີບ, ເງື່ອນໄຂການດຳລົງຊີວິດ ແລະ ການເຂົ້າເຖິງການບໍລິການຕ່າງໆ. ການສຳຫຼວດດັ່ງກ່າວນີ້ຈະເປັນແຫຼ່ງຂໍ້ມູນ ເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ສະໜອງໃຫ້ແກ່ການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ວິໃສທັດຮອດ ປີ 2030, ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ, ການປັບປຸງນະໂຍບາຍທາງດ້ານພົນລະເມືອງ ກໍ່ຄືຍຸດທະສາດການພັດທະນາຊັບພະຍາ ກອນມະນຸດແຫ່ງຊາດ ຂອງ ສປປ ລາວ ແລະ ການຕິດຕາມແຜນງານທາງດ້ານພົນລະເມືອງ ໃນລະດັບຊາດ, ພາກພື້ນ ແລະ ສາກົນອີກດ້ວຍ. ໃນຂະນະທີ່ປະເທດລາວກ້າວໄປສູ່ສະຖານະພາບ ຜູ້ມີລາຍຮັບປານກາງ ໃນປີ 2026, ຂໍ້ມູນ ແລະ ຫຼັກຖານຈາກການສຳຫຼວດພົນລະເມືອງ ຈະມີຄວາມສຳຄັນເປັນຢ່າງຍິ່ງສຳລັບພາກລັດຖະບານ ແລະ ເອກະຊົນ ໃນການຕັດສິນໃຈໂດຍອີງໃສ່ຫຼັກຖານກ່ຽວກັບເສັ້ນທາງກ້າວໄປສູ່ການເຕີບໂຕຂອງເສດຖະກິດ ແລະ ການ ປ່ຽນແປງທີ່ດີ ໃນຂະນະທີ່ ບໍ່ໄດ້ປະປ່ອຍໃຜໄວ້ທາງຫລັງ”.

***

ອົງການ UNFPA ແມ່ນ ອົງການສະຫະປະຊາຊາດກອງທຶນ ສໍາລັບ ປະຊາກອນ ທີ່ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າຫມາຍເຮັດໃຫ້ການເສຍຊີວິດ ຂອງແມ່ເປັນສູນ, ການບໍ່ຕອບສະຫນອງຕໍ່ຄວາມຕ້ອງການ ສໍາລັບການວາງແຜນຄອບຄົວ ເປັນສູນ ແລະ ເຮັດໃຫ້ຄວາມ ຮຸນແຮງບົນພື້ນຖານທາງເພດເປັນສູນ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
laos.office@unfpa.org