You are here

ທີ່ສະຫວັນນະເຂດ, 15 ທັນວາ 2020, ກະຊວງແຜນການແລະການລົງທືນ (MPI) ແລະ ແຂວງສະຫວັນນະເຂດໂດຍໄດ້ຮັບການສະ ໜັບສະໜູນ ຈາກອົງການສະຫະປະຊາຊາດກອງທຶນເພື່ອປະຊາກອນ (UNFPA) ໄດ້ດຳເນີນການເປີດ ແລະ ເຜີຍແຜ່ຢ່າງເປັນທາງການ ນະໂຍບາຍແຫ່ງຊາດ ດ້ານປະຊາກອນແລະການພັດທະນາ (NPDP 2019-2030). ມີຜູ້ແທນແຂວງ ຈຳ ນວນ 57 ທ່ານທີ່ມາຈາກ 6ແຂວງ: ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ເຊກອງ ແລະ ອັດຕະປື ແລະ ພະແນກການທີ່ກ່ຽວຂ້ອງ ແລະ ນັກຮຽນນັກສຶກສາໃນແຂວງສະຫວັນນະເຂດເຂົ້າຮ່ວມ.

 

ກົມແຜນການຂອງ ກະຊວງແຜນການ ແລະ ການລົງທຶນເຊິ່ງເປັນຜູ້ນຳພາ ແລະ ປະສານງານໃນຂະບວນການປັບປຸງ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ (NPDP) ໂດຍເອົາບັນຫາດ້ານປະຊາກອນພິຈາລະນາແລະປະສົມປະສານເຂົ້າໃນນະໂຍບາຍ. ການປັງປຸງນະໂຍບາຍດັ່ງກ່າວແມ່ນອີງໃສ່ຜົນຂອງການປະເມີນຜົນ ແລະ ວິເຄາະສະພາບ ແລະ ບັນຫາຂອງປະຊາກອນໃນປະເທດ.  

 

ນະໂຍບາຍປະຊາກອນ ແລະ ການພັດທະນາສະບັບປັບປຸງນີ້ ຊີ້ໃຫ້ເຫັນວິທີການ ແລະ ມາດຕະການຕ່າງໆທີ່ລັດຖະບານລາວມີຄວາມຕັ້ງໃຈເພື່ອແກ້ໄຂບັນຫາປະຊາກອນ ພ້ອມຍັງເປັນການສະໜອງ ກາລະໂອກາດເພື່ອການຮ່ວມມືກັບຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດເພື່ອເລັ່ງລັດການຈັດຕັ້ງປະຕິບັດຄວາມໝາຍໝັ້ນຂອງກອງປະຊຸມສາກົນວ່າດ້ວຍປະຊາກອນແລະການພັດທະນາ( ICPD25) ແລະ ວາລະການພັດທະນາແບບຍືນຍົງ 2030.

 

ສປປ ລາວ ໄດ້ໃຫ້ ຄຳໝັ້ນສັນຍາ ຕໍ່ກອງປະຊຸມສາກົນວ່າດ້ວຍປະຊາກອນແລະການພັດທະນາ( ICPD25) ເພື່ອປັງປຸງຄຸນນະພາບຂອງຂໍ້ມູນເພື່ອສະໜອງໃນການວາງແຜນແຜນພັດທະນາແຫ່ງຊາດ, ຂໍ້ມູນແມ່ນສິ່ງທີ່ຂາດບໍ່ໄດ້ທີ່ຈະສຸມໃສ່ພື້ນທີ່ ແລະ ເຂດທີ່ຈຳເປັນທີ່ຕ້ອງການສະໜັບສະໜູນ ທາງດ້ານຍຸດທະສາດເພື່ອວາງແຜນການລະດົມທຶນການສະໜັບ ສະໜູນດ້ານເຕັກນິກ ແລະ ວິທີການໃນຕໍ່ໜ້າໃນການວາງແຜນຂອງຂະແໜງການ ຫຼື ຫຼາຍພາກສ່ວນທີ່ປະກອບສ່ວນໃຫ້ບັນລຸຜົນສຳເລັດຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 9 (9th NSEDP)

 

 ນະໂບາຍ NPDP ແມ່ນມີຄວາມສຳຄັນຫຼາຍໃນການວິເຄາະສະພາບ ແລະ ສະໜອງວິທີໃນການແກ້ໄຂບັນດາສິ່ງທ້າທາຍທີ່ປະເທດປະເຊີນ ແລະ ໝູນໃຊ້ທ່າແຮງທີ່ສຳຄັນຂອງການປັນຜົນດ້ານປະຊາກອນ( ຜົນປະໂຫຍດດ້ານປະຊາກອນ). ສປປ ລາວແມ່ນຢູ່ໃນໄລຍະຕົ້ນຂອງການປ່ຽນແປງດ້ານປະຊາກອນ ຍ້ອນວ່າ ສ ປປລາວ ກຳລັງກ້າວເຂົ້າສູ່ໄລຍະເວລາ 20 ປີ ເຊິ່ງແມ່ນໄລຍະທີ່ມີອັດຕາສ່ວນຂອງປະຊາກອນໄວອອກແຮງງານ(ເຮັດວຽກ)ຫລາຍທີ່ສຸດ ແລະ ມີກຸ່ມປະຊາກອນກຸ່ມເອືື່ອຍອິງໜ້ອຍກວ່າ (ເຊັ່ນ: ຜູ້ທີ່ມີອາຍຸຕ່ໍ່າກວ່າ 15 ປີ ແລະ ຜູ້ທີ່ມີອາຍຸ 65 ປີ ຂື້ນໄປ).ພົນລະເມືອງກຸ່ມອາຍຸເຮັດວຽກຈະສືບຕໍ່ເພີ່ມຂື້ນຈາກ 62 ເປີເຊັນໃນປີ 2015 ເຖິງ 69ເປີເຊັນ ຂອງພົນລະເມືອງທັງໝົດ ໃນປີ 2030. ແຂວງສະຫວັນນະເຂດກໍ່ ຈະມີປະຊາກອນທີ່ມີອາຍຸເຮັດວຽກຫຼາຍທີ່ສຸດໃນປີ 2030. ຄຸນລັກສະນະເຫຼົ່ານີ້ເຮັດໃຫ້ ສປປ ລາວມີໂອກາດທີ່ເປັນເອກະລັກສຳລັບໂອກາດດັ່ງກ່າວ ຖ້າມີການວາງແຜນທີ່ດີແຕ່ຍັງມີຄວາມທ້າທາຍບາງຢ່າງເຊັ່ນຄວາມຕ້ອງການໃນການສະໜອງການຈ້າງງານ ແລະ ການລົງທືນໃສ່ຊັບພະຍາກອນມະນຸດ (ດ້ານສາທາລະນະສຸກການສຶກສາເຕັກໂນໂລຢີ ແລະ ອື່ນໆ).

 

“ ປະເທດຂອງພວກເຮົາມີປະຊາກອນໜຸ່ມນ້ອຍບຫຼາຍກ່ວາ 60% ຂອງປະຊາກອນທັງໝົດ ແລະ ທ່າອ່ຽງດັ່ງກ່າວຈະແກ່ຍາວເປັນເວລາຫຼາຍກວ່າສອງທົດສະວັດ. ນີ້ແມ່ນໂອກາດທີ່ດີ ສຳລັບສປປ ລາວ ທີ່ຈະເພີ່ມທະວີການຂະຫຍາຍຕົວທັງການພັດທະນາເສດຖະກິດ ແລະ ສັງຄົມສະນັ້ນ ພວກເຮົາຕ້ອງລົງທຶນດຽວນີ້ໃສ່ການສຶກສາສຸຂະພາບ ແລະ ການພັດທະນາວິຊາຊີບຂອງໄວໜຸ່ມ ແລະ ໄວໜຸ່ມ ຂອງພວກເຮົາດັ່ງນັ້ນພວກເຂົາຈະເປັນພະນັກງານທີ່ມີທັກສະ, ຄວາມຊຳນານ ແລະ ມີສຸຂະພາບດີ, ມີຄວາມຮັບຜິດຊອບສູງຕໍ່ປະເທດຊາດ ແລະ ປະກອບສ່ວນໃສ່ການພັດທະນາຊຸມຊົນ.ໂດຍສະເພາະແມ່ນໄວໜຸ່ມຍິງໃນເຂດຊົນນະບົດ ຕ້ອງໄດ້ເພີ່ມຄວາມເອົາໃຈໃສ່” ກ່າວໂດຍທ່ານ ກະລຸນາ ນັນທະວົງດວງສີຮອງຫົວໜ້າກົມແຜນການ, ກະຊວງແຜນການແລະ ການລົງທຶນ.

 

ການປັບປຸງນະໂຍບາຍປະຊາກອນແຫ່ງຊາດນີ້ NPDP ແມ່ນໄດ້ນຳໃຊ້ຂໍ້ມູນທີ່ໄດ້ວິເຄາະສະພາບການຂອງປະຊາກອນການລວມເອົາຜົນໄດ້ຮັບຂອງແຜນຂອງຂະແໜງການຮັບຜິດຊອບຢ່າງຈະແຈ້ງເຂົ້າໃນນະໂຍບາຍການລວມເອົາປະເດັນທີ່ອາດເກີດຂື້ນໃໝ່ພ້ອມທັງແນວຄວາມຄິດຂອງ " ການປັນຜົນດ້ານປະຊາກອນ"ເຊິ່ງໃນເນັ້ນໜັກ ເຖິງຄວາມ ຈຳເປັນ ແລະ ຮີບດ່ວນຂອງການລົງທືນໃສ່ການສຶກສາ ແລະ ຝຶກອົບຮົມຊາວໜຸ່ມ, ການປົກປ້ອງສັງຄົມທີ່ຄົບຖວ້ນ ແລະ ຮອບດ້ານ ສຳລັບຜູ້ສູງອາຍຸການຫຼຸດການຕາຍຂອງເດັກເກີດໃໝ່ເດັກອາຍຸຕໍ່າກວ່າ ປີ ແລະ ການຕາຍຂອງແມ່ການປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບຈະເລີນພັນໂດຍສະເພາະແມ່ນໄວໜຸ່ມບັນລຸຄວາມສະເໝີ ພາບລະຫວ່າງຍິງ - ຊາຍຍຸດຕິ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ GBV, ການປະຕິບັດທີ່ເປັນອັນຕະລາຍແລະ ຫຼຸດຜ່ອນຄວາມແຕກໂຕນທາງດ້ານເສດຖະກິດ - ສັງຄົມ ລະຫວ່າງຊົນນະບົດ ແລະ ຕົວເມືອງ.

 “ນະໂຍບາຍນີ້ມີຄວາມ ສຳ ຄັນຫຼາຍ ເຊິ່ງເປັນທິດທາງ ແລະ ຂໍ້ມູນທີ່ຈະແຈ້ງເພື່ອໃຫ້ແຂວງຂອງພວກເຮົາ ກໍ່ຄືແຂວງອື່ນໆ ເຂົ້າໃຈ ແລະ ສຸມການລົງທຶນໃສ່ການພັດທະນາມະນຸດໂດຍສະເພາະໃນຂົງເຂດການສຶກສາສາທາລະນະສຸກ ແລະ ການສ້າງຄວາມເຂັ້ມທາງດ້ານທັກສະ ແລະ ຄວາມຊຳນານໃຫ້ແກ່ ຊາວໜຸ່ມ. ຂັ້ນແຂວງ ແລະ ເມືອງຈຳເປັນຕ້ອງຫັນເອົານະໂຍບາຍນີ້ໃຫ້ເປັນແຜນງານທີ່ເປັນຮູບປະທຳ ແລະ ສາມາດປະຕິບັດຕົວຈິງ ແລະ ຮັບປະກັນວ່າທຸກເປົ້າ  ໝາຍທີ່ວາງໄວ້ແມ່ນສາມາດບັນລຸໄດ້ຕາມກຳນົດເວລາ ແລະ ບໍ່ປະປ່ອຍປະຜູ້ໄດໄວ້ຂ້າງຫລັງ “ ກ່າວໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງແຂວງສະຫວັນນະເຂດ.

 

ທ່ານນາງ. ມາຣຽມ ເອ ຄານ, ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ  “ ຕົ້ນທຶນທາງດ້ານມະນຸດ ແມ່ນຂື້ນກັບການລົງທືນໃນການສຶກສາໃນລຳດັບສູງກວ່າການສຶກສາຊັ້ນປະຖົມການລົງທືນໃສ່ດ້ານສາທາລະນະສຸກລວມທັງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ນີ້ແມ່ນຄວາມຈິງໂດຍສະເພາະແມ່ນຈຸດເລີ່ມຕົ້ນດ້ານທ່າແຮງດ້ານເສດຖະກິດຂອງແມ່ຍິງ ແລະ ເດັກຍິງ.ນະໂຍບາຍປະຊາກອນຊ່ວຍໃຫ້ຜູ້ວາງແຜນສາມາດເອົາໃຈໃສ່ໂດຍຖືເອົາຄົນເປັນສູນກາງ ໃນການວາງແຜນ, ແຜນງົບປະມານ ແລະ ຮັບປະກັນການລົງທືນທີ່ຖືກຕ້ອງໃນດ້ານສາທາລະນະສຸກ ແລະການສຶກສາ.”

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

 

ທ່ານ ພອນໄຊ ສິດທິຣາຊວົງສາ

ຜູ້ຮັບຜິດຊອບຕິດຕາມ ແລະ ປະເມີນຜົນ ແຜນງານພັດທະນາປະຊາກອນອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ

ອີເມລ: sithirajvongsa@unfpa.org

 

 

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

 

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.