Go Back Go Back
Go Back Go Back
Go Back Go Back

ເຊີນຍື່ນບົດຄັດຫຍໍ້ໃນຫົວຂໍ້: ສະຖານະພາບປັດຈຸບັນກ່ຽວກັບສຸຂະພາບ ແລະ ການພັດທະນາໄວໜຸ່ມ

ເຊີນຍື່ນບົດຄັດຫຍໍ້ໃນຫົວຂໍ້: ສະຖານະພາບປັດຈຸບັນກ່ຽວກັບສຸຂະພາບ ແລະ ການພັດທະນາໄວໜຸ່ມ

2023-09-25

Download Icon Download Icon

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ (ສສກ) ຮ່ວມກັບອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ໄດ້ມີຄວາມຍິນດີປະກາດ ກ່ຽວກັບກອງປະຊຸມປະຈໍາປີ ຄັ້ງທີ່ 8 ວ່າດ້ວຍການຄົ້ນຄວ້າວິທະຍາສາດກ່ຽວກັບໄວໜຸ່ມ ຊຶ່ງຈະຈັດໃຫ້ມີຂຶ້ນ ທີ່ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໃນວັນທີ 17 ຕຸລາ 2023.

ການຍື່ນບົດຄັດຫຍໍ້: 

ບັນດານັກຄົ້ນຄວ້າວິທະຍາສາດຈາກ ສປປ ລາວ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ ຂໍສະເໜີໃຫ້ຍື່ນບົດຄັດຫຍໍ້ຊຶ່ງບົດຄັດຫຍໍ້ນັ້ນຕ້ອງມີປະມານ 500 ຄໍາ ເປັນພາສາອັງກິດ ຊຶ່ງໃນນັ້ນ ປະກອບມີ ຫົວຂໍ້ຂອງບົດຄັດຫຍໍ້, ປະຫວັດຄວາມເປັນມາ, ວິທີວິທະຍາ, ຜົນໄດ້ຮັບ, ສະຫລຸບ/ຂໍ້ສະເໜີແນະ. ກະລຸນາໃສ່ຊື່ເຕັມ, ອົງກອນ ແລະ ທີ່ຢູ່ອີເມວ ຂອງຜູ້ຂຽນຫລັກ ແລະ ຜູ້ຂຽນຮ່ວມ ແລະບອກວ່າໃຜເປັນຜູ້ສື່ສານ ແລະ ໃຜຈະເປັນຜູ້ສະເໜີ. 

ຄະນະກຳມະການທົບທວນຈະໄດ້ຄັດເລືອດບົດຄັດຫຍໍ້ ແລະ ພິຈາລະນາໃຫ້ສະເໜີປາກເປົ່າ ຫຼື ສະເໜີເປັນໂປສະເຕີ. ຜູ້ຂຽນທີ່ຍື່ນບົດຄັດຫຍໍ້ນັ້ນຕ້ອງຍື່ນມາຍັງກອງປະຊຸມຄັ້ງນີ້ດ້ວຍຕົນເອງ ຫຼື  ຜູ້ຂຽນຮ່ວມ. ບັນດາຜູ້ຂຽນບົດຄັດຫຍໍ້ທີ່ມາຈາກ ສປປ ລາວ ແລະ ໄດ້ຖືກຄັດເລືອກເຂົ້າຮ່ວມກອງປະຊຸມແມ່ນຈະໄດ້ຮັບຮອງໃຫ້ເຂົ້າຮ່ວມກອງປະຊຸມແບບຕົວຈິງ ແຕ່ມີຈຳນວນຈໍາກັດ. 

ວັນທີ ແລະ ສະຖານທີ່ ຈັດກອງປະຊຸມ: ວັນທີ 17 ຕຸລາ 2023, ທີ່ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ (ການເຂົ້າຮ່ວມແມ່ນມີທາງເລືອກ ສາມາດເຂົ້າຮ່ວມຜ່ານທາງອອນລາຍ ແລະ ເຂົ້າຮ່ວມຕົວຈິງ)  

ກອງປະຊຸມປະຈໍາປີ ຄັ້ງທີ 8 ວ່າດ້ວຍການຄົ້ນຄວ້າວິທະຍາສາດກ່ຽວກັບໄວໜຸ່ມແມ່ນຈະໄດ້ຈັດແບບປະສົມ ຊຶ່ງຈະມີຜູ້ເຂົ້າຮ່ວມຕົວຈິງ ແລະ ແບບອອນລາຍ.

ເປີດຍື່ນບົດຄັດຫຍໍ້:  ວັນທີ 07 ກັນຍາ 2023

ວັນປິດການຍື່ນບົດຄັດຫຍໍ້:  ວັນທີ 25 ກັນຍາ 2023 (17:00 ຂອງ ສປປ ລາວ)

ບົດຄັດຫຍໍ້ທີ່ໄດ້ຖືກຄັດເລືອກ ແມ່ນຈະໄດ້ແຈ້ງໃຫ້ຊາບ ໃນວັນທີ 01 ຕຸລາ 2023

ຂໍໃຫ້ທ່ານຍື່ນບົດຄັດຫຍໍ້ໄປທາງອີເມວດັ່ງຕໍ່ໄປນີ້: laotphi.ARD8@gmail.com  

ອ່ານລາຍລະອຽດເພີ່ມເຕີມທີ່ເອກະສານຕິດຄັດ.