Go Back Go Back
Go Back Go Back
Go Back Go Back

Sexual and Reproductive Health Program Overview

Sexual and Reproductive Health Program Overview
Sexual and Reproductive Health Program Overview

Publisher

Number of pages

2

Author

UNFPA Laos

Fact Sheet

Sexual and Reproductive Health Program Overview

Publication date

17 December 2021

Download Icon

ການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH) – ລວມທັງການວາງແຜນຄອບຄົວແບບສະໝັກໃຈ ແລະ ສຸຂະພາບແມ່ສໍາລັບແມ່ຍິງ ແລະ ໄວໜຸ່ມທຸກຄົນ ແມ່ນສິດທິມະນຸດ ແລະ ເປັນສິ່ງທີ່ສຳຄັນໃນການຊ່ວຍຊີວິດ, ການສົ່ງເສີມການພັດທະນາ ແລະ ຄວາມສະເໝີພາບຍິງ-ຊາຍ. ວຽກງານນີ້ແມ່ນແກນຫຼັກ ຂອງການພັດທະນາແບບຍືນຍົງ. ລັດຖະບານລາວ ໄດ້ເຊື່ອມເອົາວຽກງານນີ້ເຂົ້າໃນກອບແຜນພັດທະນາແຫ່ງຊາດ ແລະ ເຊື່ອມເຂົ້າໃນຕົວຊີ້ວັດ ການພັດທະນາແບບຍືນຍົງ SDG 5.6.2 ເຊິ່ງວັດແທກເຖີງຄວາມພະຍາຍາມຂອງບັນດາປະເທດຕ່າງໆໃນການສ້າງບັນດາກົດໝາຍ ແລະ ລະບຽບການແຫ່ງຊາດ ເພື່ອຮັບປະກັນການເຂົ້າເຖິງການດູແລສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຂໍ້ມູນຂ່າວສານ ແລະ ການສຶກສາຂອງແມ່ຍິງ ແລະ ຜູ້ຊາຍ ອາຍຸ 15 ປີຂຶ້ນໄປຢ່າງຄົບຖ້ວນ ແລະ ເທົ່າທຽມກັນ, ໃນນີ້ ສປ ລາວ ໄດ້ຄະແນນ 96 ໃນ 100.

 

ແຜນງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH) ຂອງ ອົງການ UNFPA ຊ່ວຍເຫຼືອລັດຖະບານ ໃນການປັບປຸງຄຸນນະພາບ ແລະ ການນໍາໃຊ້ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນແບບເຊື່ອມສານ, ໂດຍສະເພາະໃນບັນດາກຸ່ມທີ່ມີຄວາມສ່ຽງທີ່ສຸດ, ລວມທັງບັນດາກຸ່ມຊົນເຜົ່າ ແລະ ໄວໜຸ່ມ. ພວກເຮົາສະໜັບສະໜູນການຈັດຕັ້ງປະຕິບັດແຜນປະຕິບັດວຽກງານວາງແຜນຄອບຄົວແຫ່ງຊາດ ແລະ ແຜນຍຸດທະສາດສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ເພື່ອແກ້ໄຂຄວາມແຕກໂຕນກັນໃນການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວ. ພວກເຮົາສະໜັບສະໜູນປະເທດໃນການສ້າງແຜນງານຜະດຸງຄັນທີ່ມີປະສິດທິພາບ ເພື່ອສົ່ງເສີມການກ້າວສູ່ການເປັນແມ່ ແລະ ການເກີດລູກທີ່ປອດໄພ. ວຽກງານອງພວກເຮົາແມ່ນເລັ່ງໃສ່ການປ້ອງກັນ ແລະ ຜົນຕອບແທນຈາກການລົງທຶນນັ້ນແມ່ນໄດ້ຮັບໝາກຜົນສູງສຸດໃນຄ່າໃຊ້ຈ່າຍຕ່ຳ.